ສປ ຈີນ ຂົນສົ່ງໄປສະນີດ່ວນຫລາຍກວ່າ 50ຕື້ອັນໃນ4ເດືອນປີນີ້

30/04/2024 10:47
Email Print 220
ຂປລ ອີງຕາມ ຕົວເລກ ຕິດຕາມ ຂອງກົມໄປສະນີແຫ່ງຊາດຈີນ ເປີດເຜີຍວ່າ: ນັບມາຮອດວັນທີ 29 ເມສານີ້, ປະລິມານຂົນສົ່ງ ໄປສະນີດ່ວນ ໃນທົ່ວປະເທດຈີນ ມີຫລາຍກວ່າ 50 ຕື້ອັນ ມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ.ປັດຈຸບັນ, ແຕ່ລະມື້ ມີພັດສະດຸ ໄປສະນີດ່ວນ 100 ລ້ານກວ່າອັນ ຖືກຂົນສົ່ງ ໄປທົ່ວເຂດຊົນນະບົດ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ອີງຕາມ ຕົວເລກ ຕິດຕາມ ຂອງກົມໄປສະນີແຫ່ງຊາດຈີນ ເປີດເຜີຍວ່າ: ນັບມາຮອດວັນທີ 29 ເມສານີ້, ປະລິມານຂົນສົ່ງ ໄປສະນີດ່ວນ ໃນທົ່ວປະເທດຈີນ ມີຫລາຍກວ່າ 50 ຕື້ອັນ ມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ.ປັດຈຸບັນ, ແຕ່ລະມື້ ມີພັດສະດຸ ໄປສະນີດ່ວນ 100 ລ້ານກວ່າອັນ ຖືກຂົນສົ່ງ ໄປທົ່ວເຂດຊົນນະບົດ. ແຕ່ຕົ້ນປີມານີ້, ຢູ່ພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ ມີປະລິມານ ພັດສະດຸ ໄປສະນີດ່ວນ ເພີ່ມຂຶ້ນຢ່າງວ່ອງໄວ, ກາຍເປັນກຳລັງສຳຄັນ ທີ່ຊຸກຍູ້ການພັດທະນາ ຂອງຂະແໜງການ. ຕົວເລກສະແດງ ໃຫ້ເຫັນວ່າ: ປີນີ້, ຄຽງຄູ່ກັບວິສາຫະກິດ ໄປສະນີດ່ວນ ຮ່ວມມືກັບເວທີການຄ້າ ເອເລັກໂຕຣນິກ ທົດລອງ ດຳເນີນການທົດລອງ ແຜນເພື່ອຍົກລະດັບການບໍລິການ ຢູ່ເຂດຊິ່ນຈ່ຽງ, ການຂົນສົ່ງພັດສະດຸ ໄປສະນີ ຢູ່ເຂດຊິ່ນຈ່ຽງສະເລ່ຍຕໍ່ມື້ ໄດ້ເພີ່ມຂຶ້ນເກືອບ 1 ລ້ານອັນ.ຂະນະນີ້ , ການປັບປຸງສູນແຈກຢາຍ ພັດສະດຸໄປສະນີດ່ວນ ຂະໜາດໃຫຍ່ ດ້ວຍເຕັກໂນໂລຊີ ອັດສະລິຍະ ແມ່ນໄດ້ເລັ່ງລັດໄວຂຶ້ນ, ສາງສະສົມສິນຄ້າ ທີ່ບໍ່ໃຊ້ແຮງຄົນ, ລົດທີ່ບໍ່ມີຄົນຂັບ, ເຮືອບິນ ບໍ່ມີຄົນຂັບ ແລະ ເຕັກໂນໂລຊີ ທີ່ທັນສະໄໝອື່ນໆ ໄດ້ຮັບການນຳໃຊ້ ກວ້າງອອກໄປ ຢ່າງວ່ອງໄວ, ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ລະດັບ ອັດສະລິຍະໃນຂະແໜງການດັ່ງກ່າວ ໄດ້ຍົກສູງຂຶ້ນເລື້ອຍໆ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top