ຫາດຫົົກ ຍັງລໍຄອຍໄປສຳພັດ

30/04/2024 10:57
Email Print 1175
ຂປລ ຄິດວ່າ​ຫລາຍທ່ານຄົງໄດ້ສະເຫລີມສະຫລອງບຸນປີໃໝ່ລາວຢ່າງ​ເບີກບານມ່ວນຊື່ນ​ ທັງໄດ້ໄປທ່ອງ​ທ່ຽວຕາມຈຸດປະສົງຂອງໃຜລາວ,​ ບ່ໍວ່າການທ່ອງທ່ຽວທາງທຳມະ​ຊາດ,​ປະຫວັດສາດ ​ແລະ​ ທຳມະ​ຊາດມາແລ້ວ.​

     *ຄິດວ່າ​ຫລາຍທ່ານຄົງໄດ້ສະເຫລີມສະຫລອງບຸນປີໃໝ່ລາວຢ່າງ​ເບີກບານມ່ວນຊື່ນ​ ທັງໄດ້ໄປທ່ອງ​ທ່ຽວຕາມຈຸດປະສົງຂອງໃຜລາວ,​ ບ່ໍວ່າການທ່ອງທ່ຽວທາງທຳມະ​ຊາດ,​ປະຫວັດສາດ​ແລະ​ທຳມະ​ຊາດມາແລ້ວ.​ ແຕ່ເຖິງຢ່າງໃດກໍຕາມໄລຍະນີ້​ ສະພາບອາກາດໃນ​ ປະເທດລາວເຮົາຍັງສືບຕໍ່ຮ້ອນອົບ​ເອົ້າ.​ ຂະນະທີ່ບາງທ້ອງຖິ່ນກໍ່ຖືກ​ພາຍຸພັດຜ່ານ​ອັນໄດ້ສົ່ງຜົນກະທົບ​ ບໍ່ໜ້ອຍຕໍ່ພື້ນຖານໂຄງລ່າງ,​ເຮືອນ​ ຊານ​ບ້ານຊ່ອງ.​ອາກາດຮ້ອນອົບ​ເອົ້າແບບນີ້,​ມື້ນີ້​ຜູ້ຂຽນຂໍແນະນຳ​ແຫລ່ງທ່ອງທ່ຽວທຳມະຊາດ​ ທີ່ຜູ້ປະກອບການໄດ້ລົງທຶນຊື້ຕູບມາ​ຕ້ັງໄວ້ຢູ່ແຄມນ້ຳຄອຍບໍລິການນັກ​ທ່ອງທ່ຽວເຂົ້າມາທ່ຽວ,​ ມາພັກ​ຜ່ອນ,​ເຊິ່ງແຫລ່ງທ່ອງທ່ຽວແຫ່ງນ້ີ​ກໍ​ແມ່ນ​ຫາດຫົກນັ້ນເອງ​ໂດຍຕັ້ງຢູ່​ ເມືອງຫລາ​ແຂວງອຸດົມໄຊ​ ທີ່ມີສາຍ​ນ້ຳໃສເຢັນບວກໃສ່ທິວທັດທຳມະ​ຊາດສວຍງາມທີ່ຍັງລໍຄອຍທ່ານ​ໄປສຳພັດດ້ວຍຕົນເອງ.

    ​ເມືອງຫລາ​ແຂວງອຸດົມໄຊ​ເປັນ​ໜຶ່ງໃນ​ 7​ ເມືອງຂອງແຂວງ​ ທັງ​ເປັນເມືອງໜຶ່ງທີ່ໄດ້ຮັບຄວາມນິຍົມ​ຂອງນັກທ່ອງທ່ຽວພາຍໃນ​ ແລະ​ ຕ່າງປະເທດ.​ ບໍ່ວ່າຈະເປັນແຫລ່ງ​ທ່ອງທ່ຽວທຳມະຊາດ,​ ວັດທະນະ​ທຳ​ແລະ​ຖືວ່າມີຫລາກຫລາຍແຫລ່ງ​ທ່ອງທ່ຽວທີ່ໜ້າສົນໃຈ.​ ຫາດຫົກ​ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວ​ທຳມະຊາດທີ່ສວຍງາມ​ເຊິ່ງຫລາຍ​ທ່ານຄົງໄດ້ໄປຮອດໄປເຖິງມາແລ້ວ​ ແລະ ​ກໍເຊື່ອວ່າ​ຍັງມີຫລາຍໆທ່ານ​ຍັງບໍ່ທັນໄດ້ໄປສຳພັດ​ການບໍລິການ​ແຂກກໍຄືນັກທ່ອງທ່ຽວມີຄືແນວ​ໃດ?​ດັ່ງນັ້ນ,​ຈະພາທ່ານໄປຮູ້ຈັກ​ກັບຜູ້ປະກອບການຢູ່ຫາດຫົກແຫ່ງ​ ນີ້ນຳກັນເລີຍ.​ທ່ານນາງ​ຫລ້າ​ສີລາພອນ​ເຈົ້າ​ ຂອງຮ້ານຕູບຫາດຫົກເລົ່າສູ່ຟັງ​ ວ່າ:​ສຳລັບຄວາມເປັນມາຂອງຫາດ​ ຫົກ​ໂດຍເລີ່ມແຕ່ປີ​2021​ເປັນຕົ້ນ​ມາ​ແມ່ນໄດ້ເປີດບໍລິການ​ໃຫ້ແຂກ​ ຫລື​ນັກທ່ອງທ່ຽວເຂົ້າມາທ່ຽວຊົມ,​ ມາສຳພັດກັບທິວທັດທຳມາດ,​ອາບ​ນ້ຳ,​ມາພັກກຜ່ອນຢ່ອນອາລົມກັບ​ອາກາດບໍລິສຸດສົດຊື່ນ​ເຊິ່ງການບໍລິ​ການກໍມີຕູບຕັ້ງຕາມແຄມນ້ຳ​ ເພື່ອ​ໃຫ້ນັກທ່ອງທ່ຽວໄດ້ນັ່ງຊົມທຳມະ​ຊາດ,​ກິນ-ດື່ມ,​ພັກຜ່ອນ​ໂດຍທາງ​ ຮ້ານກໍມີອາຫານຕາມສັ່ງ​ເຊິ່ງກໍມີອາ​ຫານພິເສດທຳມະຊາດຂອງທ້ອງ​ຖິ່ນຕື່ມອີກ​ ນັ້ນກໍຄືປິ້ງປານ້ຳທາກ​ ແລະ ​ຈືນ,​ທອດແມງໄມ້ຕາມລະດູ​ການ.

    ​ຂະນະທີ່ລະດູໜາວ​ກໍແມ່ນມົກ​ໄຄ​ ຕິດພັນກັບສິ່ງທີ່ຂາດບໍ່ໄດ້ນັ້ນ​ກໍແມ່ນສົ້ມຜັກກຸ່ມ.​ ຂະນະທີ່ແຂກ​ ທີ່ມາທ່ຽວມີກໍສາມາດເອົາອາຫານຂອງຕົນເອງມາແຕ່ງກິນກໍໄດ້ພຽງແຕ່ເສຍຄ່າບໍລິການເລັກໆໜ້ອຍໆ​ ໃຫ້ທາງຮ້ານເທົ່ານັ້ນ.​ນອກຈາກນີ້,​ ການບໍລິການຂອງຮ້ານກໍຍັງສາ​ມາດຮອງຮັບແຂກທີ່ມາເປັນທັງ​ຄອບຄົວ,​ມາເປັນທິມງານ,​ພະນັກ​ງານຫ້ອງການມາເປັນທິມກໍສາ​ມາດຮອງຮັບໄດ້.​​ນອກຈາກທີ່ກ່າວມານັ້ນແລ້ວ,​ ທ່ານ​ນາງ​ຫລ້າ​ສີອາພອນ​ຍັງເລ່ົາ​ຕື່ມວ່າ:​ທາງຮ້ານເຮົາຍັງມີການບໍລິ​ການເຊົ່າເຕັ້ນນອນຍາມກາງຄືນ​ ຄົບຊຸດຕື່ມອີກ​ຫລື​ແຂກທີ່ສະດວກ​ກໍສາມາດເອົາເຕັ້ມມາກາມເອງກໄດ້​ ແລະ​ ນີ້ກໍແມ່ນພາບບັນຍາກາດຢູ່​ຫາດຫົກຂອງເມືອງຫລາ​ແຂວງອຸ​ດົມໄຊ​ທີ່ຍັງລໍຄອຍທ່ານຜູ້ມັກທ່ຽວ​ຊົມທິວທັດທຳມະຊາດໄປສຳພັດ​ດ້ວຍຕົວທ່ານເອງ.​ແນວໃດກໍດີການທ່ອງທ່ຽວທາງ​ທຳມະຊາດ​ຈະໄດ້ຮັບຄວາມສົນໃຈ​ ຈາກນັກທ່ອງທ່ຽວ​ກໍຕໍ່ເມື່ອທຳມະ​ຊາດຢູ່ແຫ່ງນັ້ນໆ​ໄດ້ຖືກປົກປັກຮັກ​ສາໃຫ້ມີຄວາມອຸດົມສົມບູນໄປດ້ວຍ​ປ່າໄມ້,​ສັດສາວາສິ່ງຕ່າງໆ.​ດັ່ງນັ້ນ,​ ພວກເຮົາຕ້ອງພ້ອມກັນເປັນເຈົ້າ​ການຮ່ວມກັນຮັກສາ,​ປ້ອງກັນທຳ​ມະຊາດໃຫ້ຫລາຍຂຶ້ນ​ໂດຍສະເພາະ​ໄຟໄໝ້ລາມປ່າ,​ການທຳລາຍປ່າໄມ້​ຊະຊາຍ,​ການລ່າເນື້ອ​ແລະ​ອື່ນໆ.​​

ໂດຍ:​ເຂົ້າຈານນໍ້າ

KPL

ຂ່າວອື່ນໆ

ads
ads

Top