ສສ ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນເພີ່ມຂຶ້ນກວ່າ70%

30/04/2024 11:04
Email Print 279
ຂປລ ຕົວເລກ ແຂກທ່ອງທ່ຽວສາກົນ ເດີນທາງເຂົ້າປະເທດ ບັນລຸກວ່າ 4,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 72% ໃນໄຕມາດທຳອິດປີນີ້ ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ ຊຶ່ງເປັນຂີດໝາຍຂອງການຟື້ນຟູ ຢ່າງຮອບດ້ານ ຂອງຂະແໜງທ່ອງທ່ຽວ, ພາຍຫລັງ ການແຜ່ລະບາດ ຂອງພະຍາດໂຄວິດ - 19.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ຕົວເລກ ແຂກທ່ອງທ່ຽວສາກົນ ເດີນທາງເຂົ້າປະເທດ ບັນລຸກວ່າ 4,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 72% ໃນໄຕມາດທຳອິດປີນີ້ ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ ຊຶ່ງເປັນຂີດໝາຍຂອງການຟື້ນຟູຢ່າງຮອບດ້ານຂອງຂະແໜງທ່ອງທ່ຽວ, ພາຍຫລັການແຜ່ລະບາດຂອງພະຍາດໂຄວິດ - 19.ຂະນະທີ່ ຂະແໜງທ່ອງທ່ຽວ ສສ ຫວຽດນາມ ໄດ້ຮັບການຟື້ນຟູ ຢ່າງຮອບດ້ານ ຊ້ຳບໍ່ໜຳໄດ້ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ໄຕມາດທີ 1 ປີ 2019, ຈຸດເວລາກ່ອນເກີດ ພະຍາດໂຄວິດ - 19. ສິ່ງທີ່ໜ້າສົນໃຈແມ່ນ, ຈຳນວນ ແຂກທ່ອງທ່ຽວ ສາກົນ ມາ ສສ ຫວຽດນາມ ຄິດສະເລ່ຍທັງ 3 ເດືອນຕົ້ນປີ, ແຕ່ລະເດືອນແມ່ນ ຫລາຍກວ່າ 1,5 ລ້ານເທື່ອຄົນ. ທ່ານ ຫງວຽນຮຸຍຮ່ວາງ, ຫົວໜ້າ ຝ່າຍບໍລິຫານ ພື້ນຖານ ການບໍລິການທ່ອງທ່ຽວ ທາງອອນລາຍ Klook ຫວຽດນາມ ແລ້ວ, ແຂກທ່ອງທ່ຽວສາກົນ ມາ ສສ ຫວຽດນາມ ບໍ່ພຽງແຕ່ ເພີ່ມຂຶ້ນ ດ້ານຈຳນວນ ຫາກລາຍຈ່າຍກໍ່ເພີ່ມຂຶ້ນ ຄິດສະເລ່ຍກວ່າ 13%,ຕົວເລກດັ່ງກ່າວ ຊີ້ໃຫ້ເຫັນວ່າ: ແຂກທ່ອງທ່ຽວສາກົນ ພວມພ້ອມແລ້ວ ທີ່ຈະຈ່າຍຫລາຍກວ່າ ໃຫ້ແກ່ການເຄື່ອນໄຫວ ທ່ອງທ່ຽວຢູ່  ຫວຽດນາມ. ປະຈຸບັນ, ມີແຂກທ່ອງທ່ຽວມາ ສສ ຫວຽດນາມ ຈາກ 5 ຕະຫລາດ ແຖວໜ້າ, ຄື: ສ.ເກົາຫລີ, ໄຕ້ຫວັນ (ສປ ຈີນ), ສິງກະໂປ, ຮົ່ງກົງ ແລະ ຟີລິບປີນ. ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ໜ້າສົນໃຈ ແມ່ນການເພີ່ມ ຈຳນວນ ແຂກທ່ອງທ່ຽວ ສາກົນ ທີ່ໜ້າປະທັບໃຈທີ່ສຸດ ແມ່ນມາຈາກ ບັນດາຕະຫລາດ ຫາກໍ່ພົ້ນເດັ່ນ. ຕາມ Klook ແລ້ວ,ແຂກທ່ອງທ່ຽວ ອິນໂດເນເຊຍ ນຳໜ້າດ້ວຍລະດັບເຕີບໂຕ ດ້ານຄວາມຕ້ອງການ ທ່ອງທ່ຽວມາ ຫວຽດນາມ ເພີ່ມຂຶ້ນທົບ 8 ເທົ່າເມື່ອທຽບໃສ່ ໄລຍະດຽວ ກັນຂອງປີ 2023. ໄຕ້ຫວັນ (ຈີນ) ຢືນອັນດັບທີ 2 ດ້ວຍລະດັບ ເຕີບໂຕ ຫລາຍທົບ 5 ເທົ່າແລະ ຢືນອັນດັບທີ 3 ແມ່ນ ເອີລົບ ດ້ວຍລະດັບ ເຕີບໂຕ ຫລາຍທົບ 4 ເທົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top