ອົງການປົກຄອງແຂວງໄຊຍະບູລີ ສະຫລຸບວຽກງານ ປະຈໍາເດືອນ ເມສາ 2024

29/04/2024 16:20
Email Print 268
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ແຂວງໄຊຍະບູລີ ຈັດກອງປະຊຸມອົງການປົກຄອງແຂວງ ປະຈໍາເດືອນ ເມສາ ແລະ ທິດທາງແຜນການປະຈໍາເດືອນ ພຶດສະພາ 2024 ໃນວັນທີ 29 ເມສາ 2024 ທີ່ຫ້ອງວ່າການແຂວງໄຊຍະບູລີ

       

     ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ແຂວງໄຊຍະບູລີ ຈັດກອງປະຊຸມອົງການປົກຄອງແຂວງ ປະຈໍາເດືອນ ເມສາ  ແລະ ທິດທາງແຜນການປະຈໍາເດືອນ ພຶດສະພາ 2024 ໃນວັນທີ 29 ເມສາ 2024 ທີ່ຫ້ອງວ່າການແຂວງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຜູ້ຕາງໜ້າຈາກ 2 ກອງບັນຊາການ, ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ພະນັກງານຫລັກແຫລ່ງຈາກ 11 ເມືອງເຂົ້າຮ່ວມໂດຍຜ່ານລະບົບວີດີໂອທາງໄກ.
   ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສະຫລຸບຕີລາຄາ ດ້ານດີ
, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ  ພ້ອມທັງເປັນການຕີລາຄາຄວາມຮັບຜິດຊອບ ຂອງອົງການປົກຄອງຂັ້ນຕ່າງໆ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ລະບຽບກົດໝາຍ, ບັນດາຄາດໝາຍຕ່າງໆ ທີ່ຂັ້ນເທິງ ກໍຄືແຂວງວາງອອກມີຜົນສໍາເລັດ, ພ້ອມນີ້ຜູ້ແທນກອງປະຊຸມຈະໄດ້ເອກະພາບກັນ ໃນການກໍານົດທິດທາງ, ວຽກງານຈຸດສຸມ, ຄາດໝາຍສູ້ຊົນແຕ່ລະດ້ານ ໃນເດືອນຕໍ່ໄປ, ເຊິ່ງໃນໄລຍະ 1 ເດືອນຜ່ານມາ ແຂວງໄຊຍະບູລີ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ຮັກສາໄດ້ບັນຍາກາດທີ່ດີຢູ່ບໍລິເວນຊາຍແດນ, ບໍ່ມີເຫດການຮ້າຍແຮງໃດໆເກີດຂຶ້ນ, ການຄ້າ-ຂາຍຊາຍແດນ, ການຜະລິດສະບຽງອາຫານ, ຜະລິດສິນຄ້າ ຂອງປະຊາຊົນ ເປັນຂະບວນການດີ, ພ້ອມດຽວກັນ ກໍໄດ້ສຸມໃສ່ຈັດເກັບລາຍຮັບເຂົ້າງົບປະມານ, ໃນ 1 ເດືອນຜ່ານມາສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 115,63 ຕື້ກີບ, ລວມລາຍຮັບຮອດປັດຈຸບັນໄດ້ທັງໝົດ 722,54 ຕື້ກີບ, ເທົ່າກັບ 34,53% ຂອງແຜນການປີ, ຄຸ້ມຄອງລາຍຈ່າຍປະຕິບັດໄດ້ 70,13 ຕື້ກີບ, ລວມລາຍຈ່າຍຮອດປັດຈຸບັນ 196,06 ຕື້ກີບ ເທົ່າກັບ 37,30% ຂອງແຜນການປີ, ການຜະລິດສະບຽງອາຫານຂອງປະຊາຊົນ ຍັງສືບຕໍ່ເປັນຂະບວນຕໍ່ເນື່ອງ ໂດຍຕິດພັນກັບການຕ້ານແລ້ງ-ຕ້ານຖ້ວມ, ຊຶ່ງໄດ້ສຸມໃສ່ປູກເຂົ້ານາແຊງ ໃນເນື້ອທີ່ 1.881,09 ເຮັກຕາ, ປັດຈຸບັນເກັບກູ້ໄດ້ 3,02 ເຮັກຕາ ເທົ່າກັບ 0,16%, ເກັບກູ້ພືດລະດູແລ້ງໄດ້ 11.628,34 ເຮັກຕາ, ເທົ່າກັບ72,88%, ກວດກາການສົ່ງອອກພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມທັງໝົດ 12 ລາຍການ, ມີຈໍານວນ 128.625,75 ໂຕນ, ມູນຄ່າເກືອບ 20 ລ້ານໂດລາສະຫະລັດ, ນໍາເຂົ້າ 4 ລາຍການ, ມີຈໍານວນ 1.797,5 ໂຕນ, ມູນຄ່າ 2 ແສນກວ່າໂດລາສະຫະລັດ. ສຳລັບວຽກງານວັດທະນະທໍາ-ສັງຄົມ ແມ່ນໄດ້ຈັດສັນເອົາຄູປະຖົມຊ່ວຍສອນຫ້ອງກຽມ ແລະ ລະດົມນັກຮຽນທີ່ປະລະໃຫ້ມາເຂົ້າຮຽນ, ເອົາໃຈໃສ່ປັບປຸງການປິ່ນປົວ ແລະ ການບໍລິການດ້ານສາທາລະນະສຸກຢ່າງຖົ່ວເຖິງ, ໄດ້ເຄື່ອນໄຫວໂຄສະແນວທາງຂອງພັກ-ລັດ ຜ່ານສື່ມວນຊົນຕ່າງໆຢ່າງກວ້າງຂວາງ.

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ,

KPL

ຂ່າວອື່ນໆ

ads
ads

Top