ອົບຮົມຫັດແອບ ການທະຫານ-ການເມືອງ ໃຫ້ບ້ານກິ່ວສາລາ

29/04/2024 16:33
Email Print 240
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ກອງບັນຊາການທະຫານ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເຄື່ອນໄຫວເປີດອົບຮົມ-ຫັດແອບ ການທະຫານ, ການເມືອງ ແລະ ສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດ ໃຫ້ນາຍບ້ານ

 

   

    ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ກອງບັນຊາການທະຫານ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເຄື່ອນໄຫວເປີດອົບຮົມ-ຫັດແອບ ການທະຫານ, ການເມືອງ ແລະ ສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດ ໃຫ້ນາຍບ້ານ, ປກສ ແລະ ກອງຫລອນບ້ານກິ່ວສາລາ ໃນວັນທີ 26 ເມສາ 2024 ໂດຍການເຂົ້າຮ່ວມຂອງທ່ານ ພັທ ຊຽງສຸກ ສີແພງເພັດ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ພ້ອມດ້ວຍທີມງານຈາກກອງບັນຊາການທະຫານເມືອງ, ປກສ ກຸ່ມທ່າຊວ່າງ ແລະ ອົງການປົກຄອງບ້ານ ເຂົ້າຮ່ວມ.
   ການອົບຮົມຫັດແອບຄັ້ງນີ້
, ຜູ້ເຂົ້າຮ່ວມໄດ້ພ້ອມກັນເຊື່ອມຊຶມເອກະສານສຳຄັນຕ່າງໆ ເຊັ່ນ: ເອກະສານ ປະເທດລາວຄົນລາວເປັນເຈົ້າຂອງ, ເອກະສານ ຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ, ເອກະສານ ສິດ, ໜ້າທີ່ ແລະ ພາລະບົດບາດຂອງທະຫານທ້ອງຖິ່ນ, ເອກະສານ ຂໍ້ກຳນົດຂອງກົມທະຫານທ້ອງຖິ່ນ ເລກທີ 174 ວ່າດ້ວຍການຄຸ້ມຄອງອາວຸດ-ລູກກະສູນຂອງກອງຫລອນ, ຮຽນຮູ້ຄຸນຄ່າສະມັດຕະພາບ ການປະກອບສ້າງຂອງປືນ AK, CKC, ຮຽນຮູ້ຫລັກການ 7 ຈັງຫວະພື້ນຖານ ບຸກຄົນອາໄສພູມມີປະເທດ, ຮຽນເລັ່ງຍິງເປົ້າໝາຍ ບົດເປີດສາກຈາກປືນ AK, ຮຽນເອກະສານອາວຸດພື້ນເມືອງ (ອາວຸດບູຮານ) ແລະ ຮຽນເນື້ອໃນຫັດແອບບ້ານປ້ອມໝັ້ນສູ້ຮົບເອກະລາດ-ປະສານສຽງແຕກ.
   ພ້ອມດຽວກັນນີ້
, ນາຍບ້ານ, ປກສ ແລະ ກອງຫລອນບ້ານ ຍັງໄດ້ຮຽນຮູ້ ກ່ຽວກັບ ການສ້າງແຜນສູ້ຮົບປ້ອງກັນບ້ານ, ການຂຽນແຜນຮັບໃຊ້ເວລາເກີດສົງຄາມ, ການຂຽນແຜນຍົກຍ້າຍປະຊາຊົນໄປສູ່ລົບໄພເວລາເກີດສົງຄາມ ແລະ ຂຽນແຜນຕ້ານອັກຄີໄພອີກຕື່ມ. ການອົບຮົມ-ຫັດແອບດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 14 ວັນຈຶ່ງຈະສຳເລັດ.

ຂ່າວ: ກິດຕິສັກ ບົວໄລ, ພາບ: ຕຸນີ
KPL

ຂ່າວອື່ນໆ

ads
ads

Top