ແນະນຳການຊຳລະເງິນ ໃນປະເທດຈີນ ສຳລັບ ຄົນຕ່າງປະເທດ

10/04/2024 18:34
Email Print 517
ຂປລ ຂປລ. ໃນວັນທີ 10 ເມສາ 2024 ນີ້, ທະນາຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫລວງວຽງຈັນ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ນຳສະເໜີຄູ່ມືການຊຳລະເງິນ ພາຍໃນປະເທດຈີນ ສຳລັບຄົນຕ່າງປະເທດ ໃຫ້ນັກສຶກສາລາວ ທີ່ມີເປົ້າໝາຍຈະໄປສຶກສາຕໍ່ທີ່ປະເທດຈີນ ໂດຍມີທ່ານ ຫລີ່ຈ້ຽນ ຮອງຜູ້ຈັດການໃຫຍ່ ທະນາຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫລວງວຽງຈັນ



ຂປລ. ໃນວັນທີ 10 ເມສາ 2024 ນີ້
, ທະນາຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫລວງວຽງຈັນ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ນຳສະເໜີຄູ່ມືການຊຳລະເງິນ ພາຍໃນປະເທດຈີນ ສຳລັບຄົນຕ່າງປະເທດ ໃຫ້ນັກສຶກສາລາວ ທີ່ມີເປົ້າໝາຍຈະໄປສຶກສາຕໍ່ທີ່ປະເທດຈີນ ໂດຍມີທ່ານ ຫລີ່ຈ້ຽນ ຮອງຜູ້ຈັດການໃຫຍ່ ທະນາຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫລວງວຽງຈັນ, ທ່ານ ຫລີ່ວ ຈີ່ໂຢ ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ການນຳສະເໜີຄູ່ມືດັ່ງກ່າວ
, ແນໃສ່ອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ນັກສຶກສາລາວ ທີ່ມີເປົ້າໝາຍໄປສຶກສາຕໍ່ທີ່ປະເທດຈີນ ເຊິ່ງທະນາຄານແຫ່ງປະເທດຈີນ(ຮົງກົງ) ສາຂານະຄອນຫລວງວຽງຈັນ ໄດ້ອອກ ຜະລິດຕະພັນ ແລະ ການບໍລິການຕ່າງໆ ລວມເຖິງທຸລະກໍາບັດ, ທຸລະກຳຊໍາລະ ເປັນອີກທາງເລືອກໃຫ້ແກ່ລູກຄ້າ ໂດຍການໂຫລດແອັບ Alipay ແລ້ວຕິດຕັ້ງໃນໂທລະສັບມືຖື ເຊິ່ງແອັບດັ່ງກ່າວ, ສາມາດຜູກກັບບັດ Visa, Mastercard, JCB, Diners Club ແລະ Discover.

ທ່ານ ວັດທະນາ ສຸດຈະເລີນ ວິຊາການພະແນກການທະນາຄານ ແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫລວງວຽງຈັນ ລາຍງານໄດ້ໃຫ້ຮູ້ວ່າ: ປັດຈຸບັນ ປະເທດຈີນ ກໍາລັງຊຸກຍູ້ການຊໍາລະເງິນແບບເຄື່ອນທີ່ ແທນການຊໍາລະເງິນສົດ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ທີ່ມາທ່ຽວ ສປ ຈີນ ດ້ວຍການພັດທະນາລະບົບຊໍາລະຕ່າງໆ ລວມມີການຈ່າຍເງິນຜ່ານໂທລະສັບມືຖື ຈົນເຖິງບັດທະນາຄານ ແລະ ເງິນສົດ. ໃນນັ້ນ, ປະ ກອບມີ ການໃຊ້ບັດຊໍາລະ, ການຊໍາລະເຄື່ອນທີ່, ການໃຊ້ເງິນສົດ ແລະ ການແລກປ່ຽນ.



ສຳລັບ ທຸລະກໍາຮູດບັດເພື່ອຊໍາລະ ພາຍໃນປະເທດຈີນ ສາມາດຮອງຮັບບັດ
Unionpay, Visa, Mastercard, American Expess ແລະ JCB ເຊິ່ງສາມາດນໍາໃຊ້ບັດເຫລົ່ານີ້ ລວມເຖິງບັດ Virtual Card ເຂົ້າໃນການຊໍາລະຄ່າບໍລິການກັບໂຮງແຮມ ແລະ ຮ້ານຄ້າທົ່ວໄປ ໃນປະເທດຈີນ. ສ່ວນການໃຊ້ບັດຖອນເງິນ ສາ ມາດຮອງຮັບການຖອນເງິນສົດ ແລະ ກວດຍອດເງິນຈາກຕູ້ ATM ໄດ້ຕະຫລອດ 24 ຊົ່ວໂມງ ດ້ວຍບັດ Unionpay, Visa, Mastercard, American Express, JCB.

ຢ່າງໃດກໍຕາມ ຫາກທ່ານຖືບັດຂອງທະນາຄານແຫ່ງປະເທດຈີນ ສາຂານະຄອນຫລວງວຽງຈັນ ສາມາດນຳໄປກົດເງິນສົດ, ກວດຍອດເງິນ ແລະ ຮູດບັດຊໍາລະ ທີ່ປະເທດຈີນໄດ້ ເຊິ່ງບັດດັ່ງກ່າວ, ມີວົງເງິນຖອນເງິນສົດຕໍ່ວັນ 10.000 ຢວນ ແລະ ວົງເງິນຮູດບັດ ຊຳລະຕໍ່ວັນ 50.000 ຢວນ.

ປັດຈຸບັນ ປະຊາຊົນພາຍໃນປະເທດຈີນ ຫລາຍກວ່າ 90% ນໍາໃຊ້ການຊໍາລະແບບເຄື່ອນທີ່, ຜ່ານຊ່ອງທາງ Wechat, Alipay, Unionpay Qr.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top