ນາຍົກລັດຖະມົນຕີຕ້ອນຮັບຄະນະ ຜູ້ແທນແນວໂຮມປະເທດຊາດຫວຽດນາມ

10/04/2024 18:08
Email Print 1315
ຂປລ ຂປລ. ໃນວັນທີ 10 ເມສາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂດ້ ວັນ ຈຽນ ເລຂາທິການສູນກາງພັກກອມມູນິດຫວຽດນາມ, ປະທານແນວໂຮມ ປະເທດຊາດຫວຽດນາມ, ປະທານຄະນະກຳມະການແນວໂຮມ ປະເທດຊາດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ທີ່ນະຄອນຫລວງວຽງຈັນ



ຂປລ. ໃນວັນທີ 10 ເມສາ
  2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂດ້ ວັນ ຈຽນ ເລຂາທິການສູນກາງພັກກອມມູນິດຫວຽດນາມ
,  ປະທານແນວໂຮມ ປະເທດຊາດຫວຽດນາມ, ປະທານຄະນະກຳມະການແນວໂຮມ ປະເທດຊາດຫວຽດນາມ   ພ້ອມຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ທີ່ນະຄອນຫລວງວຽງຈັນ ລະຫວ່າງວັນທີ 9-11 ເມສາ 2024 ນີ້.



ທ່ານ ສອນໄຊ ສີພັນດອນ
  ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ໂດ້ ວັນ ຈຽນ ທີ່ໄດ້ນຳພາຄະນະ ເດີນທາງມາເຂົ້າຮ່ວມກອງປະຊຸມ ປະທານແນວໂຮມ 3 ປະເທດ  ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່
,  ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ຂຶ້ນໄປເລື້ອຍໆ, ທັງເປັນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ ແລະ  ແນວໂຮມປະເທດຊາດຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການຮ່ວມມື ແລກປ່ຽນບົດຮຽນ ໃນດ້ານຕ່າງໆ ເຊິ່ງກັນ ແລະ ກັນຕະ ຫລອດໄປ.

ໂອກາດດຽວກັນ,  ທ່ານ ໂດ້ ວັນ ຈຽນ  ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີ, ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາເຮັດວຽກ ຢູ່ສປປ ລາວ ໃນຄັ້ງນີ້, ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບ ຕື່ມອີກ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top