ປະລິມານການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟລາວ-ຈີນ ບັນລຸຫລາຍກວ່າ 90 ລ້ານໂຕນ

19/08/2026 18:10
Email Print 145
ຂປລ ຂະ​ບວນບ​ລົດ​ໄຟ ​ຂົນ​ສົ່ງ ​ສິນ​ຄ້າ​ ສາ​ກົນ​ ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ ທີ່​ບັນ​​ທຸກສິນ​ຄ້າ​ຕ່າງໆ​ ລວມ​ເຖິງ​ ຜັກ​ສົດ, ວົງ​ຈອນ​ໄຟ​ຟ້​າ​ລວມ ແລະ ແຜ່ນ​ຈໍ​ເອ​ເລັກ​ໂຕ​ຣ​ນິກ ​ໄດ້​ອອກ​ເດີນ​ທາງ​ ຈາກ​ສະ​ຖາ​ນີ​ ວາງ​ເຈ່ຍ​ຢິງ​ ຕາ​ເວັນ​ຕົກ​ ນະ​ຄອນ​ຄຸມ​ໝິງ​ ຂອງ ສປ ຈີນ ​ໄປ​ຍັງ ​ນະ​ຄອນ​ຫລວ​ງວຽງ​ຈັນ​ຂອງ​ ສປປ ລາວ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 18 ສິງ​ຫານີ້, ອີງ​ຕາມ​ແຫລ່ງ​ຂ່າວ​ ຈາກກຸ່ມບໍລິສັດ ທາງລົດໄຟຈີນ ສາຂາ ຄຸນໝິງ ຈຳກັດ ແຈ້ງໃຫ້ຮູ້ວ່າ: ​ຂະ​ບວນບ​ລົດ​ໄຟ ​ຂົນ​ສົ່ງ ​ສິນ​ຄ້າ​ ສາ​ກົນ​ ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ ທີ່​ບັນ​​ທຸກສິນ​ຄ້າ​ຕ່າງໆ​ ລວມ​ເຖິງ​ ຜັກ​ສົດ, ວົງ​ຈອນ​ໄຟ​ຟ້​າ​ລວມ ແລະ ແຜ່ນ​ຈໍ​ເອ​ເລັກ​ໂຕ​ຣ​ນິກ ​ໄດ້​ອອກ​ເດີນ​ທາງ​ ຈາກ​ສະ​ຖາ​ນີ​ ວາງ​ເຈ່ຍ​ຢິງ​ ຕາ​ເວັນ​ຕົກ​ ນະ​ຄອນ​ຄຸມ​ໝິງ​ ຂອງ ສປ ຈີນ ​ໄປ​ຍັງ ​ນະ​ຄອນ​ຫລວ​ງວຽງ​ຈັນ​ຂອງ​ ສປປ ລາວ ເຊິ່ງ​ເປັນ​ຂີດ​ໝາຍ ​ສະ​ແດງ​ໃຫ້​ເຫັນ​ວ່າ ນັບແຕ່ ເສັ້ນທາງລົດໄຟລາວ-ຈີນ ເປີດບໍລິການ ຢ່າງເປັນທາງການ ​ໃນວັນ​ທີ 3 ທັນ​ວາ 2021 ເປັນ ຕົ້ນມາ, ປະລິມານການຂົນສົ່ງສິນຄ້າ ຜ່ານ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ ຕະ​ຫລອດ​ສາຍ​ ລວມ​ທັງ​ໝົດ ບັນລຸຫລາຍກວ່າ 90 ລ້ານໂຕນ​ ແລະ ​ສັກ​ກະ​ຍະ​ພາບ​ ຂອງ​ເສັ້ນ​ທາງ​ຄຳ​ສາຍ​ນີ້ ໄດ້ຮັບ​ການ​ເສີມ​ຂະ​ຫຍາຍ ​ຢ່າງ​ຕໍ່​ເນື່ອງ. ນັບ​ແຕ່​ຕົ້ນ​ປີ2026 ເປັນ​ຕົ້ນ​ມາ, ປະ​ລິ​ມານ​ ການ​ຂົນ​ສົ່ງ​ສິນ​ຄ້າ​ ຜ່ານ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ ສະ​ເລ່ຍ​ແລ້ວ ​ບັນ​ລຸ​ຫລາຍກວ່າ 67.000 ໂຕນ​ຕໍ່​ມື້. ປະ​ລິ​ມານ​ ການແລ່ນ​ລົດ​ໄຟ ​ຂົນ​ສົ່ງ​ສິນ​ຄ້າ​ ຂ້າມ​​ຊາຍ​ແດນ​ ຕາມ​ເສັ້ນ​ທາງ ​ລົດ​ໄຟ​ລາວ-ຈີນ ເພີ່ມ​ຂຶ້ນຈາກ 2 ຂະ​ບວນ​ຕໍ່​ມື້ ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ ເປັນ​ສູງ​ສຸດ 23 ຂະ​ບວນ​ຕໍ່​ມື້, ນ້ຳ​ໜັກ​​ລາກ​ຂອງ​ລົດ​ໄຟ​​ ໄດ້ເພີ່ມ​ຂຶ້ນຈາກ 2.000 ໂຕນ ເປັນ 2.800 ໂຕນ ແລະ ຄວາມ​ສາ​ມາດ​ຂົນ​ສົ່ງ ​ຂອງ​ລົດ​ໄຟ​ ຂະ​ບວນ​ດ່ຽວ​ ໄດ້​ເພີ່ມ​ຂຶ້ນ ​ປະ​ມານ 40%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top