ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເນ່ືອງ ຈາກໄດ້ຮັບອິດທິພົນຈາກພະຍຸ ຈັນ ຫອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍມື້ ຈົນມາຮອດ ວັນທີ 11 ສິງຫາ 2026 ລະດັບນ້ຳ ເຊຈຳພອນ ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ມີປະລິມານ ເພີ່ມຂຶ້ນສູງເຖິງ 8,32 ແມັດ ແລະ ໄດ້ ສົ່ງຜົນກະທົບເປັນບໍລິເວນກວ້າງ.
ໃນນັ້ນ, ມີເຮືອນຊານປະຊາຊົນ ຖືກຖ້ວມ 9 ບ້ານ (ແກ້ງປູນ, ລຳ ເທນ, ເພຍກ່າ, ວັງເມົາ, ລຳບອງ, ທ່າມ່ວງ, ຊະຄືນເໜືອ, ຊະຄືນ ໃຕ້ ແລະ ລຳພັນ); ເນື້ອທີ່ນາຖືກ ຖ້ວມ 4.922,59 ເຮັກຕາ ໃນ 52 ບ້ານ (3.598 ຄອບຄົວ); ຊົນລະປະທານຖືກຖ້ວມ 33 ແຫ່ງ (ຄອງເໝືອງ 15 ແຫ່ງ, ສັນຝາຍ 15 ແຫ່ງ); ເສັ້ນທາງຖືກຕັດຂາດ 8 ບ້ານ (ເພຍກ່າ, ແກ້ງປູນ, ໂນນ ວິໄລວັນ, ໂນນສີທັນ, ລຳບອງ, ວັງເມົາ, ລຳເທນ ແລະ ລຳພັນ); ເສັ້ນທາງເປ່ເພ 9 ເສັ້ນ ແລະ ໂຮງຮຽນປະຖົມສົມບູນບ້ານວັງ ເມົາ ຖືກຖ້ວມ 1 ແຫ່ງ ລວມມູນຄ່າ ເສຍຫາຍເບື້ອງຕົ້ນ ປະມານ 2,16 ຕື້ກວ່າກີບ.
ຕໍ່ເຫດການດັ່ງກ່າວ, ໃນຕອນ ບ່າຍວັນທີ 11 ສິງຫາ 2026, ທ່ານ ສີໂທ ທໍລະທາ ເລຂາຄະນະບໍລິຫານ ງານພັກເມືອງຈຳພອນ ພ້ອມດ້ວຍ ຄະນະ ລົງຕິດຕາມຜົນກະທົບຈາກ ໄພນ້ຳຖ້ວມ ຢູ່ເຂດລຽບແຄມເຊຈຳ ພອນ ຊຶ່ງການລົງຕິດຕາມໃນຄັ້ງ ນີ້ ໄດ້ແບ່ງອອກເປັນ 3 ຈຸດ ເພ່ືອ ໃຫ້ເຂົ້າເຖິງປະຊາຊົນຢ່າງທົ່ວເຖິງ ໂດຍຈຸດທີ 1 ນຳໂດຍ ທ່ານ ຄຳຕາ ສິນສະນະສອນ ປະທານຄະນະກຳ ມະການປົກຄອງເມືອງ ໄດ້ລົງຕິດ ຕາມຢູ່ບ້ານລຳເທນ. ສຳລັບຈຸດທີ 2 ນຳໂດຍ ທ່ານ ດວງຈັນ ວຽງວິໄລ ຮອງເລຂາພັກເມືອງ ລົງຕິດຕາມຢູ່ ບ້ານລຳພັນ ແລະ ຈຸດທີ 3 ນຳໂດຍ ທ່ານ ສີໂທ ທໍລະທາ ເລຂາພັກເມືອງ ພ້ອມຄະນະ ລົງຕິດຕາມຢູ່ 5 ບ້ານ ຄື: ບ້ານໂນນສີທັນ, ແກ້ງປູນ, ເພຍ ກ່າ, ລຳບອງ ແລະ ບ້ານວັງເມົາ.
ໃນໂອກາດລົງຕິດຕາມຄັ້ງນີ້, ຄະ ນະການນຳເມືອງ ທັງ 3 ຈຸດ ຍັງ ໄດ້ມອບເຄື່ອງຊ່ວຍເຫລືອເບື້ອງຕົ້ນ ໂດຍສະເພາະ ນ້ຳດື່ມສະອາດ ຈຸດ ລະ 100 ແພັກ ພ້ອມດ້ວຍໝີ່ສໍາເລັດ ຮູບອີກຈຳນວນໜຶ່ງ ເພື່ອບັນເທົາ ຄວາມເດືອດຮ້ອນໃຫ້ແກ່ປະຊາຊົນ.
KPL