ຂປລ
ອິນເດຍ ເຊິ່ງເປັນຜູ້ຜະລິດນ້ຳຕານ ລາຍໃຫຍ່ ອັນດັບສອງ ຂອງໂລກ ພວມພິຈາລະນາ ປັບຫລຸດ ພາສີ ນຳເຂົ້າ ນ້ຳຕານ ເພື່ອຊ່ວຍສະກັດກັ້ນ ລາຄາ ນ້ຳຕານ ພາຍໃນ ປະເທດ ທີ່ເພີ່ມຂຶ້ນ ສູງສຸດ ເປັນປະຫວັດສາດ.
ຂປລ. ສຳນັກຂ່າວ ບລູມເບີກ (Bloomberg) ລາຍງານ ໂດຍອ້າງອີງ ຈາກແຫລ່ງຂ່າວ, ອິນເດຍ ເຊິ່ງເປັນຜູ້ຜະລິດນ້ຳຕານ ລາຍໃຫຍ່ ອັນດັບສອງ ຂອງໂລກ ພວມພິຈາລະນາ ປັບຫລຸດ ພາສີ ນຳເຂົ້າ ນ້ຳຕານ ເພື່ອຊ່ວຍສະກັດກັ້ນ ລາຄາ ນ້ຳຕານ ພາຍໃນ ປະເທດ ທີ່ເພີ່ມຂຶ້ນ ສູງສຸດ ເປັນປະຫວັດສາດ.
ໂດຍເຈົ້າໜ້າທີ່ ພວມປະເມີນ ຂໍ້ສະເໜີ ໃນການ ປັບຫລຸດ ຫລື ຍົກເລີກ ພາສີນຳເຂົ້າ ສິນຄ້າໃນອັດຕາ 100% ເພື່ອເພີ່ມ ປະລິມານ ການສະໜອງ ພາຍໃນປະເທດ. ການພິຈາລະນາ ດັ່ງກ່າວ ມີຂຶ້ນກ່ອນ ທີ່ຈະເຂົ້າສູ່ ໄລຍະເທດສະການ ສຳຄັນ ເຊິ່ງຄວາມຕ້ອງການ ນຳໃຊ້ນ້ຳຕານ ຈະເພີ່ມສູງຂຶ້ນ ຕາມລະດູການ ຈຶ່ງເປັນແຮງຊຸກຍູ້ ໃຫ້ລັດຖະ ບານຕ້ອງ ເລັ່ງຄວບຄຸມ ລາຄາ ທີ່ ກຳລັງປັບຕົວ ສູງຂຶ້ນ.
ການເຄື່ອນໄຫວດັ່ງກ່າວ ເປັນອີກໜຶ່ງ ສັນຍານ ທີ່ ສະແດງໃຫ້ເຫັນເຖິງ ສະພາບ ຄວາມຕ້ອງການ ໃນຕະຫລາດ ນ້ຳຕານ ທົ່ວໂລກ ທ່າມກາງ ຄວາມວິຕົກ ກັງວົນ ທີ່ເພີ່ມຂຶ້ນວ່າ ປະກົດການ ສະພາບ ອາກາດ ເອວນີໂຢ (El Niño) ຈະສົ່ງຜົນໃຫ້ ຜົນຜະລິດ ຫລຸດລົງ ເຊິ່ງປັດໄຈນີ້ ເປັນສັນຍານ ຊຸກຍູ້ ໃຫ້ ລາຄາ ນ້ຳຕານ ໃນຕະຫລາດ ນິວຢອກເພີ່ມຂຶ້ນ ເຖິງລະດັບ ສູງສຸດ ໃນຮອບປະມານໜຶ່ງປີ./
KPL