ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

14/08/2026 00:24
Email Print 2130
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກ ເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳ ທາ ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກ ໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 5:00 ໂມງເຊ້ົາ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸ ເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ.

ຈາກການລົງເກັບກຳຂ້ໍມູນເບ້ືອງຕ້ົນ ພົບວ່າ: ມີເຮືອນຊານຂອງປະຊາຊົນ ຖືກນ້ຳຖ້ວມ 23 ຫລັງ ແລະ ຖືກນ້ຳພັດໄຫລເສຍຫາຍທັງຫລັງ 5 ຫລັງ.  ນອກຈາກນີ້, ຍັງມີຜົນລະປູກ, ເນື້ອ ທີ່ນາ, ໜອງປາ, ພາຫະນະ ແລະ  ສັດລ້ຽງຈຳນວນໜ່ຶງ ກໍໄດ້ຮັບຄວາມ ເສຍຫາຍຢ່າງໜັກໜ່ວງ. ພ້ອມ ດຽວກັນນ້ີ, ມວນນ້ຳຍັງໄດ້ໄຫລລົງ ສູ່ພື້ນທີ່ຕ່ຳ ສົ່ງຜົນກະທົບໂດຍກົງຕ່ໍ ບ້ານປ່າປົວະ ເຮັດໃຫ້ເຮືອນຊານ ຂອງປະຊາຊົນບາງສ່ວນ, ເສັ້ນທາງ ສັນຈອນ, ເນື້ອທີ່ນາ ແລະ ຜົນລະປູກ ຖືກນ້ຳຖ້ວມຂັງເຊັ່ນດຽວກັນ.

ຕໍ່ກັບສະພາບການດັ່ງກ່າວ, ຄະນະນຳຂອງແຂວງ ແລະ ເມືອງ ຫລວງນໍ້າທາ ໄດ້ລົງພື້ນທີ່ຕິດຕາມ ສະພາບໄພນ້ຳຖ້ວມກະທັນຫັນ  ຢູ່ທ່ີບ້ານນ້ຳດີ ແລະ ບ້ານປ່າປົວະ  ຕາແສງທົ່ງອົ້ມ ເມືອງຫລວງນ້ຳ ທາ ຊຶ່ງນຳໂດຍ ທ່ານ ອ່ອນຈັນ  ຄຳພາວົງ ຮອງເລຂາພັກແຂວງ,  ທ່ານ ວົງມະນີ ເພື່ອປະຊາ ຮອງປະ ທານຄະນະກຳມະການປົກຄອງ ແຂວງ, ທ່ານ ບຸນຄົງ ພິມມະສອນ  ເລຂາຄະນະບໍລິຫານງານພັກ ເມືອງຫລວງນ້ຳທາ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂັ້ນເມືອງ ປະສານສົມທົບກັບອົງການ ປົກຄອງບ້ານ ເພື່ອຮີບຮ້ອນລົງ ປະເມີນມູນຄ່າຄວາມເສຍຫາຍ ຕົວຈິງ ພ້ອມທັງຈັດສັນບ່ອນພັກ ເຊົາຊົ່ວຄາວ ໃຫ້ແກ່ຄອບຄົວທີ່ສູນ ເສຍເຮືອນຊານ ແລະ ລະດົມກຳລັງ ທະຫານ, ຕຳຫລວດ ເຂົ້າຊ່ວຍ ເຫລືອປະຊາຊົນ ໃນການອະນາໄມ ດິນຕົມ ແລະ ຟື້ນຟູສະພາບແວດ ລ້ອມ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ.

ນອກຈາກນີ້, ຄະນະນຳຍັງໄດ້ ຮຽກຮ້ອງໃຫ້ປະຊາຊົນ ທີ່ອາໄສ ຢູ່ລຽບຕາມແຄມນ້ຳ ແລະ ເຂດ ສ່ຽງໄພ ເພີ່ມທະວີຄວາມສະຕິລະ ວັງຕົວ, ກຽມພ້ອມຍົກຍ້າຍວັດຖຸສິ່ງ ຂອງມີຄ່າຂ້ຶນບ່ອນສູງ ແລະ ຕິດຕາມ ການແຈ້ງເຕືອນສະພາບອາກາດ  ຈາກກົມອຸຕຸນິຍົມ ແລະ ອຸທົກກະ ສາດຢ່າງໃກ້ຊິດ ເນື່ອງຈາກສະພາບ ອາກາດໃນໄລຍະນີ້ ຍັງມີຄວາມ ສ່ຽງທີ່ຈະມີຝົນຕົກໜັກລົງມາຕື່ມ  ຊຶ່ງອາດພາໃຫ້ເກີດນ້ຳຖ້ວມຊຸ ຫລື  ດິນເຈື່ອນຊ້ຳຊ້ອນ ເພື່ອຮັບປະກັນ ຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ.

KPL

ຂ່າວອື່ນໆ

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

    • ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

      9/11/2026 9:32:30 AM

      ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

    • ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດວັດທະນະທຳ-ສັງຄົມ

      ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

      9/8/2026 12:08:07 PM

      ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,

ads
ads

Top