ຂປລ
ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງ ປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນທົ່ວປະເທດ ຄັ້ງທີ I ໃນວັນທີ 11-12 ສິງຫາ 2026 ໂດຍໄດ້ຮັບກຽດເຂົ້າ ຮ່ວມໃຫ້ທິດຊີ້ນໍາຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແລະ ເປັນປະ ທານໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ, ຜູ້ປະຈຳການລັດ ຖະບານ, ປະທານຄະນະກໍາ ມະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນ, ມີລັດ ຖະມົນຕີ, ປະທານຄະນະ ກໍາມະການປົກຄອງນະຄອນຫລວງ ວຽງຈັນ, ພະນັກງານຫລັກແຫລ່ງ ຈາກສູນກາງ ແລະ ທ້ອງຖິ່ນ ແລະ ພາກທຸລະກິດ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ
ການສະຫລຸບຕີລາຄາສະພາບການ
ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ
ໃນໄລຍະຜ່ານມາ ແລະ ທິດທາງ
ແຜນການໃນຕໍ່ໜ້າ; ຜົນການປະເມີນ
ການຈັດຕັ້ງປະຕິບັດດຳລັດວ່າດ້ວຍ
ການຈັດຕັ້ງ ແລະ ເຄື່ອນໄຫວຂອງ
ຄະນະກໍາມະການສົ່ງເສີມ ແລະ
ຄຸ້ມຄອງການລົງທຶນ ສະບັບເລກທີ
530/ນຍ, ລົງວັນທີ 11 ສິງຫາ
2025 ແລະ ການປະກອບຄຳເຫັນ
ຂອງຂະແໜງການກ່ຽວຂ້ອງຂອງ
ສູນກາງ, ບັນດາແຂວງ ແລະ ຕາງ
ໜ້າພາກທຸລະກິດຕໍ່ວຽກງານທີ່ຕິດ
ພັນກັບການສົ່ງເສີມ ແລະ ຄຸ້ມຄອງ
ການລົງທຶນ.
ທ່ານ ສະເຫລີມໄຊ ກົມມະສິດ
ໄດ້ກ່າວວ່າ: ໄລຍະຜ່ານມາ, ພັກ
ແລະ ລັດຖະບານ ໄດ້ຕີລາຄາສູງ
ຕໍ່ບົດບາດຂອງການລົງທຶນພາກ
ເອກະຊົນພາຍໃນ ແລະ ຕ່າງປະ
ເທດ ຊຶ່ງນັບແຕ່ລັດຖະບານໄດ້ເປີດ
ກວ້າງຕໍ່ການລົງທຶນຂອງພາກ
ເອກະຊົນພາຍໃນ ແລະ ຕ່າງປະ
ເທດ, ລັດຖະບານໄດ້ມີການປັບປຸງ
ນິຕິກຳ ແລະ ນະໂຍບາຍ ເພື່ອໃຫ້
ສອດຄ່ອງກັບເງື່ອນໄຂ ແລະ ຄວາມ
ຮຽກຮ້ອງຕ້ອງການຂອງການ
ພັດທະນາໃນແຕ່ລະໄລຍະ ເພື່ອ
ແນໃສ່ເຮັດໃຫ້ການລົງທຶນຂອງ
ພາກເອກະຊົນປະກອບດ້ານວິຊາ
ການ ແລະ ແຫລ່ງທຶນສຳຄັນ ແລະ
ສາມາດດຶງດູດການລົງທຶນ ໄດ້ຢ່າງ
ຕໍ່ເນື່ອງເພື່ອປະກອບສ່ວນເຂົ້າໃນ
ການຈັດຕັ້ງປະຕິບັດແຜນພັດທະນາ
ເສດຖະກິດ-ສັງຄົມ. ການລົງທຶນ
ເອກະຊົນພາຍໃນ ແລະ ຕ່າງປະ
ເທດນັບແຕ່ປີ 1989 ຮອດປັດຈຸບັນ
ບັນລຸ 5.394 ໂຄງການ, ມູນຄ່າ
65,5 ຕື້ໂດລາສະຫະລັດ. ໃນນັ້ນ,
ການລົງທຶນພາຍໃນສະເພາະໃນ
ກິດຈະການຄວບຄຸມ ແລະ ສໍາປະ
ທານ ກວມເອົາປະມານ 23% ຂອງ
ການອະນຸມັດການລົງທຶນທັງໝົດ. ຜູ້
ລົງທຶນຕ່າງປະເທດທີ່ເຂົ້າມາລົງທຶນ
ຫລາຍກວ່າໝູ່ແມ່ນມາຈາກ ສປ
ຈີນ (970 ໂຄງການ ມູນຄ່າ 15
ຕື້ໂດລາສະຫະລັດ), ຮອງລົງມາ
ສສ ຫວຽດນາມ (441 ໂຄງການ
ມູນຄ່າ 12,7 ຕື້ ໂດລາສະຫະລັດ)
ແລະ ລາຊະອານາຈັກໄທ (686
ໂຄງການມູນຄ່າ 6,9 ຕື້ໂດລາສະ
ຫະລັດ). ສະເພາະໃນ 7 ເດືອນ
ຕົ້ນປີ 2026 ໄດ້ອະນຸມັດການ
ລົງທຶນໃນກິດຈະການສໍາປະທານ
ແລະ ບັນຊີກິດຈະການຄວບຄຸມ ທັງ
ໝົດ 34 ໂຄງການ ມູນຄ່າ 8,5 ຕື້
ໂດລາສະຫະລັດ ເມື່ອທຽບໃສ່ໄລຍະ
ດຽວກັນຂອງປີ 2025 ເຫັນວ່າ
ເພີ່ມຂຶ້ນ 68% ແລະ ການນໍາເຂົ້າທຶນຕົວຈິງບັນລຸ 1 ຕື້ກວ່າໂດລາ
ສະຫະລັດ.
ທ່ານ ສອນໄຊ ສີພັນດອນ ໄດ້
ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳ
ຄື: ກອງປະຊຸມວຽກງານສົ່ງເສີມ
ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I
ໄດ້ໄຂຂຶ້ນໃນໄລຍະທີ່ທຸກພາກສ່ວນ
ກຳລັງອອກແຮງແຂ່ງຂັນສ້າງຜົນ
ງານ ແລະ ຜັນຂະຫຍາຍມະຕິກອງ
ປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະ
ຊາຊົນປະຕິວັດລາວ ພາຍໃຕ້ຄໍາ
ຂວັນ “ຍົກສູງບົດບາດການນຳພາ
ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງ
ເສດຖະກິດເອກະລາດເປັນເຈົ້າ
ຕົນເອງ, ສືບຕໍ່ບູລະນະລະບອບ
ປະຊາທິປະໄຕປະຊາຊົນໃຫ້ໜັກ
ແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ກໍຄື
ການຈັດຕັ້ງປະຕິບັດແຜນພັດທະນາ
ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X
(2026-2030) ຊຶ່ງເປັນການຜັນ
ຂະຫຍາຍໂຄງການການເມືອງຄັ້ງ
ທີ III ແລະ ມະຕິກອງປະຊຸມໃຫຍ່
ຄັ້ງທີ XII ຂອງພັກ. ໃນຕໍ່ໜ້າ, ໃຫ້
ພ້ອມກັນບຸກທະລຸທາງດ້ານຈິນຕະ
ນາການໃໝ່ ເພື່ອສ້າງການຫັນ
ປ່ຽນໃນວຽກງານສົ່ງເສີມ ແລະ
ຄຸ້ມຄອງການລົງທຶນໃຫ້ວ່ອງໄວ,
ທັນການ ແລະ ຮັບປະກັນດ້ານ
ຄຸນນະພາບ, ຄວາມໂປ່ງໃສ ແລະ
ເປັນມືອາຊີບ; ໃຫ້ເອົາໃຈໃສ່ຢ່າງ
ຕັ້ງໜ້າໃນການຫັນເປັນທັນສະໄໝ;
ຍົກສູງວຽກງານກວດກາ ແລະ ຄຸ້ມ
ຄອງບັນດາໂຄງການສຳປະທານ
ທີ່ໄດ້ຮັບການອະນຸມັດໃນໄລຍະ
ຜ່ານມາ ກໍຄື ບັນດາໂຄງການໃໝ່
ທີ່ຈະມີການອະນຸມັດໃນຕໍ່ໜ້າໃຫ້ມີ
ຄວາມຮັດກຸມ, ລະອຽດ ແລະ ຈະ
ແຈ້ງບົນພື້ນຖານຂອງນິຕິກຳ, ກົດ
ໝາຍ ແລະ ລະບຽບການ; ເດັດ
ຂາດແກ້ໄຂບັນຫາປະກົດການຫຍໍ້
ທໍ້ໃນຂະແໜງການລົງທຶນຢ່າງແທ້
ຈິງ, ໃຫ້ມີມາດຕະການນັບມື້ເຂັ້ມ
ງວດຮັດກຸມ, ຫລາຍພາກສ່ວນໃນ
ສັງຄົມມີສ່ວນຮ່ວມ, ນຳໃຊ້ເຄື່ອງມື
ທັນສະໄໝ, ເຄັ່ງຄັດປະຕິບັດວິໄນ
ຕໍ່ຜູ້ລະເມີດກະທຳຜິດ ແລະ ຍ້ອງຍໍ
ຜູ້ມີຜົນງານທັງພາກສ່ວນລັດ ແລະ
ພາກສ່ວນທຸລະກິດກອງປະຊຸມໄດ້
ຮັບຮອງເອົາບັນຫາສໍາຄັນຂອງ
ວຽກງານສົ່ງເສີມ ແລະ ຄຸ້ມຄອງ
ການລົງທຶນ ດ້ວຍຄວາມເປັນເອກະ
ພາບສູງ ໂດຍມອບໃຫ້ທຸກກະຊວງ,
ອົງການທຽບເທົ່າກະຊວງ ແລະ
ອົງການປົກຄອງນະຄອນຫລວງແຂວງ ສືບຕໍ່ຈັດຕັ້ງພາລະບົດບາດ
ຂອງຕົນໃນການຍູ້ແຮງການລົງ
ທຶນຂອງພາກເອກະຊົນໃຫ້ບັນລຸ
409.470 ຕື້ກີບ ຫລື ເທົ່າກັບ64,4% ຂອງການລົງທຶນທັງໝົດ
ຕາມຄາດໝາຍຂອງແຜນພັດທະນາ
ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ
ຄັ້ງທີ X (2026-2030). ການ
ພັດທະນາຕ້ອງນຳໃຊ້ທ່າແຮງບົ່ມ
ຊ້ອນທາງດ້ານຊັບພະຍາກອນທີ່ມີ
ຂອງປະເທດໃຫ້ເກີດຜົນປະໂຫຍດ
ສູງສຸດຕາມທິດຍືນຍົງ-ສີຂຽວ ດ້ວຍ
ການຊຸກຍູ້ສົ່ງເສີມຄົ້ນຄວ້າການ
ໃຫ້ນະໂຍບາຍ ແລະ ສ້າງກົນໄກທີ່
ເອື້ອອໍານວຍໃຫ້ມີການພັດທະນາ
ຂອງບັນດາຫົວໜ່ວຍທຸລະກິດຂອງ
ພາຍໃນ ໃຫ້ສາມາດແຂ່ງຂັນໄດ້
ໂດຍສອດຄ່ອງກັບທິດທາງການ
ສ້າງເສດຖະກິດເອກະລາດເປັນ
ເຈົ້າຕົນເອງ. ເລັ່ງປັບປຸງກົດໝາຍ
ສົ່ງເສີມການລົງທຶນ ສະບັບປີ 2024
ເພື່ອໃຫ້ສອດຄ່ອງກັບການປັບປຸງ
ກົງຈັກການຈັດຕັ້ງ ແລະ ກົນໄກ
ໃນໄລຍະໃໝ່ ຕິດພັນກັບພາລະ
ບົດບາດຂອງຄະນະກຳມະການສົ່ງ
ເສີມ ແລະ ຄຸ້ມຄອງການລົງທຶນ,
ພ້ອມທັງປັບປຸງບັນດາກົດໝາຍທີ່
ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງ ແລະ
ກົມກຽວກັບນະໂຍບາຍເອກະພາບ
ໃນການສົ່ງເສີມ ແລະ ຄຸ້ມຄອງການ
ລົງທຶນຢູ່ ສປປ ລາວ. ກອງປະຊຸມ
ເອກະພາບຕໍ່ກັບຜົນການປະເມີນ
ການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍ
ການຈັດຕັ້ງ ແລະ ເຄື່ອນໄຫວຂອງ
ຄະນະກໍາມະການສົ່ງເສີມ ແລະ
ຄຸ້ມຄອງການລົງທຶນ ສະບັບເລກທີ
530/ນຍ, ລົງວັນທີ 11 ສິງຫາ
2025 ແລະ ເຫັນດີໃຫ້ສະເໜີປັບປຸງ
ດຳລັດ ສະບັບເລກທີ 530/ນຍ,
ລົງວັນທີ 11 ສິງຫາ 2025 ເພື່ອ
ໃຫ້ກົງຈັກດ້ານລັດໃນຂັ້ນສູນກາງ
ແລະ ຂັ້ນທ້ອງຖິ່ນສອດຄ່ອງກັບ
ກົງຈັກດ້ານພັກ, ສາມາດຕອບສະ
ໜອງໄດ້ຄວາມຮຽກຮ້ອງຕ້ອງ
ການຂອງການປະຕິບັດໜ້າທີ່ການ
ເມືອງໃນວຽກງານສົ່ງເສີມ ແລະ
ຄຸ້ມຄອງການລົງທຶນຢ່າງມີປະສິດ
ທິພາບ; ໃຫ້ຄະນະກໍາມະການສົ່ງ
ເສີມ ແລະ ຄຸ້ມຄອງການລົງທຶນ ເປັນ
ໃຈກາງໃນການປະສານສົມທົບກັບ
ບັນດາພາກສ່ວນກ່ຽວຂ້ອງໃນການ
ປັບປຸງກົນໄກການຄົ້ນຄວ້າ ແລະ
ພິຈາລະນາອະນຸມັດການລົງທຶນ
ໂດຍສະເພາະໃນກິດຈະການຄວບ
ຄຸມ ແລະ ກິດຈະການສຳປະທານ
ໃຫ້ມີການຫັນປ່ຽນໃໝ່ ແລະ ຫັນ
ເປັນທັນສະໄໝຢ່າງເປັນຮູບປະທຳ
ໂດຍເພີ່ມທະວີຄວມສະດວກ, ຄວາມ
ວ່ອງໄວ ແລະ ຄວາມໂປ່ງໃສ ເພື່ອ
ຄັດເລືອກເອົາຜູ້ລົງທຶນທີ່ມີຄຸນນະ
ພາບ, ມີຄວາມພ້ອມທາງດ້ານທຶນ
ຮອນ, ປະສົບການ ແລະ ເຕັກນິກ
ວິຊາການເຂົ້າມາລົງທຶນ; ໃຫ້ລວມ
ສູນວຽກງານສົ່ງເສີມ ແລະ ຄຸ້ມຄອງ
ການລົງທຶນຂອງພາກເອກະຊົນ
ໂດຍສະເພາະກິດຈະການຄວບຄຸມ
ແລະ ສຳປະທານ ແລະ ການເຊັນບົດ
ບັນທຶກຄວາມເຂົ້າໃຈ ແລະ ສັນຍາ
ລົງທຶນຢູ່ຄະນະກຳມະການສົ່ງເສີມ
ແລະ ຄຸ້ມຄອງການລົງທຶນສູນກາງ,
ນະຄອນຫລວງ ແລະ ບັນດາແຂວງ
KPL