ມຽນມາ ປູກຕົ້ນໄມ້ ເພີ່ມພື້ນທີ່ສີຂຽວ ຫລາຍກວ່າ 21 ລ້ານຕົ້ນ

19/08/2026 20:59
ຂປລ ມຽນມາ ພວມເລັ່ງດຳເນີນການ ອະນຸລັກປ່າໄມ້ ແລະ ເພີ່ມພື້ນທີ່ ປົກຄຸມ ດ້ວຍຕົ້ນໄມ້ ເປັນສ່ວນໜຶ່ງ ຂອງ ມາດຕະການ ຫລຸດຜ່ອນ ຜົນກະທົບ ຈາກການປ່ຽນແປງ ສະພາບພູມອາກາດ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ນັກຂ່າວ ມຽນມາ ລາຍງານວ່າ: ມຽນມາ ພວມເລັ່ງດຳເນີນການ ອະນຸລັກປ່າໄມ້ ແລະ ເພີ່ມພື້ນທີ່ ປົກຄຸມ ດ້ວຍຕົ້ນໄມ້ ເປັນສ່ວນໜຶ່ງ ຂອງ ມາດຕະການ ຫລຸດຜ່ອນ ຜົນກະທົບ ຈາກການປ່ຽນແປງ ສະພາບພູມອາກາດ ໂດຍ ທ່ານ ມິນ ອ່ອງ ລາຍ ປະທານາທິບໍດີ ມຽນມາ ກ່າວໃນພິທີປູກຕົ້ນໄມ້ ລະດັບຊາດ ເມື່ອວັນທີ 15 ສິງຫາ ຜ່ານມາວ່າ ການປູກຕົ້ນໄມ້ທົ່ວ ປະເທດມຽນມາ  ຈຳນວນ 21.37 ລ້ານຕົ້ນ ໃນຊ່ວງລະດູຝົນ ໃນປີນີ້ (ເລີ່ມແຕ່ ກາງເດືອນພຶດສະພາ - ເດືອນຕຸລາ).

ນອກຈາກນັ້ນ, ທ່ານ ມິນ ອ່ອງ ລາຍ ຍັງຮຽກຮ້ອງໃຫ້ ປູກໄມ້ໄຜ່ ແລະ ຢາງພາລາ ໃນພື້ນທີ່ ທີ່ ເໝະສົມ ແລະ ມີທ່າແຮງ ເນື່ອງຈາກ ຕົ້ນໄມ້ ເຫລົ່ານີ້ ຈະຊ່ວຍເພີ່ມ ພື້ນທີ່ສີຂຽວ ແລະ ອະນຸລັກ ສິ່ງແວດລ້ອມ ຄຽງຄູ່ໄປກັບ ການສະໜັບສະໜູນ ເສດຖະກິດຂອງ ມຽນມາອີກດ້ວຍ./

KPL

ຂ່າວອື່ນໆ

ads
ads

Top