11/ນຍ ວ່າດ້ວຍການເກັບກູ້ອາວຸດ ປືນ ແລະ ວັດຖຸລະເບີດໃນຂອບເຂດ ທົ່ວປະເທດ ໄລຍະສອງ 20242026 ແລະ ທິດທາງແຜນການ ໄລຍະສາມ 2026-2028 ໃນວັນທີ 17 ສິງຫາ 2026 ໂດຍການເປັນ ປະທານຂອງທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການ ສູນກາງພັກ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ຫົວໜ້າ ຄະນະຮັບຜິດຊອບຊີ້ນໍາລວມໃນ ການຂຶ້ນບັນຊີເກັບກູ້-ຄຸ້ມຄອງອາ ວຸດປືນເສິກ ແລະ ວັດຖຸລະເບີດ, ມີ ຮອງລັດຖະມົນຕີບັນດາກະຊວງ, ຫົວໜ້າກົມໃຫຍ່, ກອງບັນຊາການ, ວິທະຍາຄານ, ປກສ ນະຄອນຫລວງ ວຽງຈັນ, ປກສ ແຂວງ, ກົມ, ກອງ ວິຊາສະເພາະ ແລະ ຂະແໜງການ ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການສະ ຫລຸບຕີລາຄາການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 11/ນຍ ວ່າດ້ວຍການ ເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ໄລຍະສອງ 2024-2026 ແລະ ວາງທິດທາງ ແຜນການໄລຍະສາມ 20262028, ການຜ່ານຄໍາສັ່ງການຈັດ sk]n ;Pd'ko-j ;pgs]n vz6h g7ktIh kp 9kd]tg[u f[+ ma oc8d.o lxx ]k; 3I'IPo ,l ,y f8trk[ ]k;{s;Pfok, dP,rh v,Iv[fh kogxu flq dIPo.\j 2026-2027 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 19.08.2026 ປີທີ 25 ສະບັບທີ 6.501ັຸີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4 ່ າໍ່ ໜ້າ 7vlr 9a f/b dvq [Iq ,pq d]tfa [ 7;k,I6h ;Pd'kod;fdk g]0kmy dko.spj F xtmkoxtgmf rq [xt1h P,1k, l,x- ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ,v[{Ia [37'dko2N o26 {lh v,cx' -q o]txtmkosh ;pgfnj v c]t sh ;p\kdIP; okpq d]a f4t,q o8u -U oe;Pd'ko 16 j g0fglf4tdy fry glf[+ g8j ocfo'k, pq d]tfa [7;k,I6h rN o4ko fh kodkog,n v'dkoxq d7v' .sh rtoa d'ko0A o8kcl'16j w-pt[6 ]u ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ lts]5 [dko9a f8A 'xt8y [a f7elaj ';j kfh ;pdkogda [d6h vk;5 fxn o c]t ;a f45 ]tg[u f.o0v[g0fmqj ;xtgmf ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນວັນທີ 18 ສິງຫາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ ປະທານປະເທດ ໄດ້ພົບປະ ຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໂດຍໄດ້ຮັບກຽດຕ້ອນຮັບຢ່າງອົບ ຂປລ. ກົມຊົນລະປະທານ ກະຊວງກະສິກຳແລະສິ່ງແວດລ້ອມ ມອບ-ຮັບຊົ່ວຄາວໂຄງການຟື້ນຟູ- ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງ ຊົນລະປະທານຫ້ວຍໝາກຮຽວ ນະຄອນຫວງວຽງຈັນ ຈັດຂຶ້ນໃນ ວັນທີ 17 ສິງຫາ 2026 ຊຶ່ງໂຄງ ການດັ່ງກ່າວ, ນໍາໃຊ້ຮ່ວງເງິນກູ້ ຢືມຈາກທະນາຄານພັດທະນາອາຊີ ຫລື ເອດີບີ ຂອງໂຄງການພັດທະນາ ພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ (ພຊຄ). ໂຄງການຟື້ນຟູ-ສ້ອມແປງຊົນ ລະປະທານຫ້ວຍໝາກຮຽວພາຍໃຕ້ ໂຄງການພັດທະນາພື້ນຖານໂຄງ ລ່າງຊົນນະບົດ ແລະ ການຄຸ້ມຄອງ ອ່າງໂຕ່ງແບບຍືນຍົງໄດ້ລົງນາມ ສັນຍາໃນວັນທີ 28 ສິງຫາ 2025 ດ້ວຍມູນຄ່າ 1 ລ້ານກວ່າໂດລາສະ ຫະລັດ ມີໄລຍະກໍ່ສ້າງ 5 ເດືອນ, ຂອບເຂດວຽກງານສໍາຄັນປະກອບ ມີ: ອະນາໄມສິ່ງກີດຂວາງ ແລະ ສ້າງຄັນປ້ອງກັນນ້ຳ, ກໍ່ສ້າງເຮືອນ ຂປລ. ກະຊວງປ້ອງກັນຄວາມ ສະຫງົບ ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດຄໍາສັ່ງເລກທີ ຂປລ. ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານຊ່ວຍເຫລືອຜູ້ ເຄາະຮ້າຍຈາກລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ ຈັດຂຶ້ນໃນ ຂປລ. ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ຈັດຝຶກອົບ ຮົມຍົກລະດັບຄວາມຮູ້ວຽກງານ ກວດກາ ປະຈຳປີ 2026 ໃຫ້ແກ່ ສະມາຊິກພັກ, ພະນັກງານ-ລັດຖະ ກອນຜູ້ທີ່ເຮັດວຽກງານກວດກາຢູ່ ບັນດາໜ່ວຍພັກ, ຄະນະພັກຮາກ ຖານ ແລະ ອົງການຈັດຕັ້ງມະຫາ ຊົນທີ່ຂຶ້ນກັບອົງຄະນະພັກ ຄະນະ ໂຄສະນາອົບຮົມສູນກາງພັກ ໃນ ວັນທີ 18 ສິງຫາ 2026 ໂດຍ ການເປັນປະທານຂອງສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາ ພັກ, ປະທານກວດກາ, ຮອງຫົວໜ້າ ອຸ່ນຈາກສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ ແລະ ຄະນະນຳ ສມປຊ. ສະຫາຍ ອານຸພາບ ຕຸນາລົມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ລາຍງານໂດຍຫຍໍ້ກ່ຽວກັບ ສະພາບລວມ ແລະ ໝາກຜົນຂອງ ການຈັດຕັ້ງປະຕິບັດວຽກງານ ຂອງ ສມປຊ ໃນໄລຍະຜ່ານມາ. ການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ມີ ຄວາມໝາຍຄວາມສຳຄັນຢ່າງຍິ່ງ ທາງດ້ານຍຸດທະສາດການກໍ່ສ້າງບໍາລຸງພະນັກງານ ຊຶ່ງເປັນກຳລັງ ແຮງຫລັກແຫລ່ງຂອງພັກ-ລັດ. ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ຜູ້ທີ 2 ນັບຊ້າຍຫາຂວາ ) dt-;' ;m ln [8gruj ,mt;u dko37ltok c]t lqj 'glu ,8ts]kfdkomj v'mj P;16j xtgmfpuj x5j o + ທ່ານ ພົທ ວັນທອງ ກອງມະນີ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ ( ຜູ້ທີ 4 ນັບຈາກຂວາຫາຊ້າຍແຖວຫລັງ ) ຄອສພ, ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ. ສະຫາຍ ສາຄອນ ພົມມະລາດ ວັນທີ 18 ສິງຫາ 2026 ຢູ່ແຂວງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ບຸນເພັງ ສີສະຫວັດ ຫົວ ໜ້າຫ້ອງການຄະນະກຳມະການ ຄຸ້ມຄອງແຫ່ງຊາດ (ຄຊກລ) ເພື່ອ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງຢູ່ ສປປ ລາວ, ມີຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ບຸນເພັງ ສີສະຫວັດ ໄດ້ ກ່າວວ່າ: ການຈັດຕັ້ງຜັນຂະຫຍາຍ ຂປລ. ກົມອົບຮົມ, ຄະນະ ໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບຄະນະ ໂຄສະນາອົບຮົມແຂວງໄຊຍະ ບູລີ (ຄອຂ) ຈັດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານການ ເມືອງ-ການປົກຄອງໃຫ້ກັບ ພະນັກງານຂັ້ນຕາແສງ ຊຸດທີ I ເມື່ອບໍ່ດົນມານີ້ ທີ່ໂຮງຮຽນ ການເມືອງ ແລະ ການປົກ ຄອງແຂວງໄຊຍະບູລີ ໂດຍ ການເປັນປະທານຂອງທ່ານ ສີສອນພັນ ບຸນສີ ຮອງເລຂາ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 19/08/2026 xtgmf]k; ນາຍົກລັດຖະມົນຕີ...ົັົີ ເລຂາທິການໃຫຍ່...ິ່ ມອບ-ຮັບໂຄງການຟື້ນຟູ...ັືູ້ ສະຫລຸບການຈັດຕັ້ງ...ຸັັ້ ກະຊວງ ວທ... ຫາລືວຽກງານຊ່ວຍເຫລືອ...ື່ື ຄອສພ ຈັດຝຶກອົບຮົມ...ັຶົົ ຂປລ. ພິທີລົງນາມຂອບເຂດ ການປະຕິບັດວຽກງານຂອງຜູ້ຕາງ ໜ້າການທ່ອງທ່ຽວລາວ ປະຈຳ ປະເທດຢິ່ປຸ່ນ ລະຫວ່າງ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບ ບໍລິສັດ ຈຳປິງທົວ ຈໍາ ກັດ ຈັດຂຶ້ນໃນວັນທີ 17 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການລົງນາມລະຫວ່າງທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຫົວໜ້າກົມສົ່ງເສີມຕະຫລາດການ ທ່ອງທ່ຽວ ກະຊວງ ວທ ແລະ ທ່ານ ສິເງໂຢຊິ ອາເບະ ປະທານບໍລິສັດ ຈຳປິງທົວ ຈໍາກັດ ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງ ລັດຖະມົນຕີກະຊວງ ວທ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ການລົງນາມໃນຄັ້ງນີ້, ຖືເປັນ ການສືບຕໍ່ການຮ່ວມມືໃນການໂຄ ສະນາ ແລະ ສົ່ງເສີມຕະຫລາດ ການທ່ອງທ່ຽວລາວຢູ່ປະເທດຍີ່ປຸ່ນ ຊຶ່ງເປັນຕະຫລາດສໍາຄັນຂອງການ ທ່ອງທ່ຽວລາວ ແລະ ປັດຈຸບັນ ເຫັນວ່າສາຍພົວພັນ, ການຮ່ວມມື ລະຫວ່າງສອງປະເທດ ລາວ-ຢິ່ປຸ່ນ, ຢິ່ປຸ່ນ-ລາວ ນັບມື້ເຕີບໃຫຍ່ເຂັ້ມ ແຂງ, ນະໂຍບາຍເອື້ອຍອຳນວຍ ໃນການສົ່ງເສີມການທ່ອງທ່ຽວໄດ້ ຮັບການປັບປຸງດີຂຶ້ນ ແລະ ບໍລິສັດ ຈໍາປິງທົວ ໄດ້ປະກອບສ່ວນຢ່າງຕັ້ງ ໜ້າໃນການເຄື່ອນໄຫວວຽກງານ ໂຄສະນາການທ່ອງທ່ຽວລາວຢູ່ ປະເທດຍີ່ປຸ່ນ ຕາມຂອບເຂດ, ສິດ ຂປລ. ໃນວັນທີ 17 ສິງຫາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ ວຽກງານຢູ່ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ແຂວງຫລວງນໍ້າ ທາ ໂດຍມີທ່ານເລຂາພັກແຂວງ, ປະທານຄະນະກຳມະການປົກຄອງ ແຂວງ, ພ້ອມດ້ວຍຄະນະນຳຂອງ ແຂວງ, ປະທານກຸ່ມບໍລິສັດຜູ້ພັດທະ ນາເຂດເສດຖະກິດພິເສດບໍ່ເຕ່ນແດນ ງາມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ເຂດເສດຖະກິດພິເສດບໍ່ເຕ່ນ ແດນງາມເລີ່ມພັດທະນາມາແຕ່ປີ 2012, ມີ 4 ກິດຈະການໃຫຍ່ ຄື: ເຂດການເງິນ ແລະ ການຄ້າສາກົນ, ເຂດອຸດສາຫະກຳ, ເຂດຂົນສົ່ງ ແລະ ເຂດທ່ອງທ່ຽວຣີສອດ ພື້ນຖານ ໂຄງລ່າງເປັນຕົ້ນຖະໜົນຫົນທາງ, ທໍ່ສົ່ງນໍ້າ ແລະ ອື່ນໆ ແມ່ນກໍ່ສ້າງ ສຳເລັດສ່ວນໃຫຍ່, ປັດຈຸບັນກຳລັງ ກະກຽມດ້ານຕ່າງໆໃນການກໍ່່ສ້າງ ສູນດາຕ້າເຊັນເຕີ. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ໂອ້ລົມ ແລະ ຊີ້ນຳພາກສ່ວນກ່ຽວ ຂ້ອງບາງດ້ານເປັນຕົ້ນໃຫ້ກວດກາ ຄືນການກຳນົດເນື້ອທີ່ກິດຈະການໂຄງການຕ່າງໆໃຫ້ລະອຽດຈະ ແຈ້ງ ເພື່ອສະດວກໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ກວດກາ ຄືນດ້ານກົງຈັກການຈັດຕັ້ງ, ລວມ ທັງຈຳນວນເຈົ້າໜ້າທີ່ກວດກາຢູ່ ແຕ່ລະຈຸດຂອງດ່ານ ເພື່ອສາມາດ ເຮັດວຽກຢ່າງກົມກຽວກັບເຈົ້າໜ້າ ທີ່ຝ່າຍຈີນ; ໃຫ້ລັດວິສາຫະກິດ ໄຟຟ້າລາວ ແລະ ຜູ້ພັດທະນາເຂດ ປະສານສົມທົບກັນໃນການວາງ ແຜນ ແລະ ສະໜອງໄຟຟ້າຮັບ ໃຊ້ພາຍໃນເຂດເສດຖະກິດພິເສດ ໃຫ້ພຽງພໍ; ໃຫ້ຜູ້ພັດທະນາເຂດ ແລະ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມສົມທົບກັນ ເພື່ອ ສະໜອງແຮງງານຢ່າງພຽງພໍ ໂດຍ ສະເພາະແຮງງານພາຍໃນ ຕາມ ສັດສ່ວນທີ່ກົດໝາຍ ແລະ ລະບຽບ ການກຳນົດໄວ້; ໃຫ້ສືບຕໍ່ສ້ອມແປງ ບັນດາເສັ້ນທາງທີ່ມີການເປ່ເພ ເພື່ອ ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ການເຄື່ອນໄຫວວຽກງານຂອງ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ຊຶ່ງເປັນການ ປຸກລະດົມນ້ຳໃຈປະຕິວັດ, ເພີ່ມ ທະວີຄວາມໜັກແໜ້ນທາງດ້ານ ທິດສະດີການເມືອງ ແລະ ແນວຄິດ ໃຫ້ແກ່ຖັນແຖວຄູ-ອາຈານ ແລະ ພະນັກງານການນຳ-ຄຸ້ມຄອງ ເພື່ອ ຮັບປະກັນໃຫ້ການປະຕິບັດໜ້າທີ່ ການເມືອງສອດຄ່ອງກັບມະຕິຂອງ ພັກໃນໄລຍະໃໝ່. ຂ່າວ-ພາບ ຕາອັອດ ແສນທະວີສຸກ ຕັ້ງປະຕິບັດການເກັບກູ້ອາວຸດປືນ ແລະ ທາດລະເບີດ ສະບັບເລກທີ 31/ຄ.ປກຊ-ປກສ, ຄໍາສັ່ງວ່າດ້ວຍ ການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເກັບກູ້ອາວຸດປືນ ແລະ ວັດຖຸ ລະເບີດ ສະບັບເລກທີ 16/ປກສ, ແຈ້ງການຈັດຕັ້ງປະຕິບັດຄໍາສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍການ ຄຸ້ມຄອງອາວຸດປືນ ແລະ ວັດຖາ ລະເບີດສະບັບເລກທີ 311/ປກສ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບໃນການຂຶ້ນບັນຊີ ເກັບກູ້, ຄຸ້ມຄອງອາວຸດປືນເສິກ ແລະ ວັດຖຸລະເບີດ, ຂໍ້ຕົກລົງວ່າ ດ້ວຍການແບ່ງຈຸລົງເຄື່ອນໄຫວຂຶ້ນ ບັນຊີ, ເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ, ແຜນການຂຶ້ນບັນຊີ, ເກັບກູ້ອາວຸດປືນເສິກ ແລະ ວັດຖຸ ລະເບີດໃນຂອບເຂດທົ່ວປະເທດ. ທ່ານ ພົທ ວັນທອງ ກອງມະນີ ໄດ້ກ່າວວ່າ: ບັນຫາອາວຸດປຶນເສິກ ແລະ ວັດຖຸລະເບີດ ເປັນອາຊະຍາກຳ ທີ່ຮ້າຍແຮງທີ່ເກີດຂຶ້ນຢູ່ພາຍໃນ ແລະ ຂ້າມຊາດ, ເປັນອາຊະຍາກໍາ ທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດຜູ້ ບໍລິສຸດ, ຊັບສິນ, ເປັນປະກົດການຫຍໍ້ ທໍ້ໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງ ຜົນກະທົບຕໍ່ຄວາມໝັ້ນຄົງ, ຄວາມ ສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ ກໍຄື ການ ພັດທະນາສ້າງສາປະເທດຊາດ. ການຄ້າອາວຸດປືນເສິກນີ້, ເປັນ ທຸລະກິດຜິດກົດໝາຍທີ່ມີຜົນກໍາໄລ ມະຫາສານເປັນອັນດັບສາມຂອງ ໂລກຮອງຈາກການຄ້າມະນຸດ. ປັດຈຸບັນ, ບັນດາປະເທດໃນພາກ ພື້ນ ແລະ ອະນຸພາກພື້ນລວມທັງ ປະເທດຂອງພວກເຮົາຍັງໄດ້ຮັບ ຜົນກະທົບຢ່າງຮ້າຍແຮງຈາກການ ຄ້າອາວຸດ ແລະ ການນໍາໃຊ້ອາວຸດ ຊະຊາຍ. ສະນັ້ນ, ເພື່ອຮັບປະກັນໃນ ການສະກັດກັ້ນ ແລະ ແກ້ໄຂບັນຫາ ການຄຸ້ມຄອງ ແລະ ນຳໃຊ້ອາວຸດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ອອກຄຳສັ່ງ ສະບັບເລກທີ 563/ປກສ, ລົງວັນທີ 3 ເມສາ 2019 ວ່າດ້ວຍການຮີບໂຮມຂຶ້ນ ບັນຊີຄຸ້ມຄອງ, ເກັບກູ້ອາວຸດປືນ ເສິກ ແລະ ວັດຖຸລະເບີດ. ພ້ອມກັນ ນັ້ນ, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ອອກຄໍາສັ່ງວ່າ ດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2024. ນອກ ສະຫາຍສາຄອນພົມມະລາດໄດ້ ກ່າວວ່າ: ພັກໄດ້ຖືວຽກງານກວດ ກາເປັນວຽກງານສຳຄັນ ແລະ ເປັນ ອົງປະກອບໜຶ່ງທີ່ຂາດບໍ່ໄດ້ໃນ ການນຳພາຂອງພັກ. ການກວດ ກາແມ່ນກົນໄກທີ່ສຳຄັນໃນການ ຮັກສາລະບຽບວິໄນ, ຄວາມເຂັ້ມ ງວດຂອງພັກ, ປົກປ້ອງຫລັກການ ຂອງພັກ, ປ້ອງກັນບໍ່ໃຫ້ຂໍ້ບົກຜ່ອງ ເລັກນ້ອຍຂະຫຍາຍເປັນບັນຫາ ໃຫຍ່ ແລະ ຊ່ວຍໃຫ້ການນຳພາ ຂອງພັກ ມີຄວາມຖືກຕ້ອງ, ຮັດ ກຸມ ແລະ ມີປະສິດທິຜົນ. ເວົ້າ ອີກຢ່າງໜຶ່ງ, ການກວດກາແມ່ນ ທັງການກວດຄົນ, ກວດວຽກ, ກວດລະບຽບ ແລະ ກວດຄວາມ ຮັບຜິດຊອບແຕ່ສໍາຄັນກວ່ານັ້ນ ແມ່ນການກວດເພື່ອສ້າງ, ເພື່ອ ແກ້ໄຂ, ເພື່ອປ້ອງກັນ ແລະ ເພື່ອ ໃຫ້ອົງການພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສາ ມາດນຳພາພາລະກິດຂອງຕົນໃຫ້ ບັນລຸຜົນ. ຈາກຄວາມໝາຍດັ່ງ ກ່າວ, ຈຶ່ງເຫັນໄດ້ວ່າວຽກງານ ກວດກາບໍ່ແມ່ນແຕ່ເຮັດຕາມໜ້າທີ່, ຕາມຮູບການ ຫລື ເຮັດເມື່ອມີ ບັນຫາເກີດຂຶ້ນແລ້ວເທົ່ານັ້ນ, ການ ກວດກາຕ້ອງມີລັກສະນະການ ຈັກສູບນ້ຳ ແລະ ຕິດຕັ້ງຈັກສູບ ນ້ຳ 6 ໜ່ວຍ, ຕິດຕັ້ງໝໍ້ແປງໄຟຟ້າ 500 KVA, ສ້ອມແປງ-ປ່ຽນແທນ ປະຕູນ້ຳ 8 ຊຸດ, ກໍ່ສ້າງພື້ນປ້ອງກັນ ການກັດເຊາະ, ວາງທໍ່ ແລະ ກໍ່ສ້າງ ຮົ້ວ-ກຳແພງ. ສຳລັບໂຄງການ ວຽກງານການຊ່ວຍເຫລືອຜູ້ຖືກ ເຄາະຮ້າຍຈາກລະເບີດບໍ່ທັນແຕກ (ລບຕ), ຫ້ອງການ ຄຊກລ ໄດ້ເປັນ ເຈົ້າການໃນການຕິດຕາມ ແລະ ຊຸກ ຍູ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ເປັນຕົ້ນການຈັດຕັ້ງປະຕິບັດແຜນ ກິດຈະກຳການປະຈຳປີ ໃຫ້ບັນລຸ ຄາດໝາຍຕາມຈຸດປະສົງຢ່າງມີ ປະສິດທິພາບ ແລະ ປະສິດທິຜົນ ແລະ ໜ້າທີ່ຄວາມຮັບຜິດຊອບ ທີ່ໄດ້ ຮັບມອບໝາຍ ເຊັ່ນ: ການໂຄສະນາ, ເຜີຍແຜ່ ແລະ ນໍາສະເໜີຂໍ້ມູນ ຂ່າວສານການທ່ອງທ່ຽວລາວ ຕໍ່ ບໍລິສັດທ່ອງທ່ຽວ, ນັກຂ່າວ-ສື່ມວນ ຊົນ, ນັກຮຽນ, ນັກສຶກສາມະຫາ ວິທະຍາໄລຂອງຍີ່ປຸ່ນ, ການຂຽນ ບົດຄວາມກ່ຽວກັບການທ່ອງທ່ຽວ ລາວ ລົງວາລະສານ, ໂທລະພາບ ແລະ ສື່ໂຄສະນາຂອງຍີ່ປຸ່ນ, ຊ່ວຍ ແປຂໍ້ມູນການທ່ອງທ່ຽວລາວ ເພື່ອ ສ້າງເປັນສິ່ງພິມໂຄສະນາການທ່ອງ ທ່ຽວ, ຊຸກຍູ້ ແລະ ອໍານວຍຄວາມ ສະດວກໃຫ້ແກ່ຄະນະນໍາ ແລະ ຄະ ນະວິຊາການຈາກກະຊວງ ວທ ເຂົ້າ ຮ່ວມງານບຸນລາວ ປະຈໍາປີ ທີ່ໂຕ ກຽວ ປະເທດຍີ່ປຸ່ນ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງ ການຟື້ນຟູຊຸມຊົນແບບມີສ່ວນຮ່ວມ PPT ຢູ່ເມືອງວຽງໄຊ ແຂວງຫົວ ພັນ ແລະ ອື່ນໆ ຊຶ່ງເປັນປັດໄຈສໍາ ຄັນໜຶ່ງເຮັດໃຫ້ນັກທ່ອງທ່ຽວຍີ່ປຸ່ນ ເດີນທາງມາທ່ຽວ ສປປ ລາວ ມີ ອັດຕາສ່ວນເພີ່ມຂຶ້ນເຊັ່ນ: ໃນປີ 2022 ມີຈໍານວນ 6.848 ເທື່ອຄົນ, ປີ 2023 ມີ 24.824 ເທື່ອຄົນ, ປີ 2024 ມີຈໍານວນ 28.966 ເທື່ອ ຄົນ ແລະ ປີ 2025 ມີຈໍານວນ 33.743 ເທື່ອຄົນ ແລະ 6 ເດືອນຕົ້ນ ປີ 2026 ມີ 23.133 ເທື່ອຄົນ, ຖ້າ ທຽບໃສ່ 6 ເດືອນຕົ້ນປີ 2025 ຈໍາ ນວນນັກທ່ອງທ່ຽວແມ່ນເພີ່ມຂຶ້ນ. ການໂຄສະນາການທ່ອງທ່ຽວ ລາວ ຜ່ານຊ່ອງທາງຜູ້ຕາງໜ້າ ການທ່ອງທ່ຽວລາວ ປະຈໍາຍີ່ປຸ່ນ ເປັນຊ່ອງທາງໜຶ່ງທີ່ມີປະສິດທິພາບ ແລະ ປະສິດທິຜົນເປັນຢ່າງດີ. ພາຍຫລັງພິທີລົງນາມຂອບເຂດ ການປະຕິບັດວຽກງານຢ່າງເປັນ ທາງການບໍລິສັດ ຈຳປິງທົວ ຈະສຸມ ໃສ່ປະຕິບັດໜ້າທີີ່ເປັນຜູ້ຕາງໜ້າ ການທ່ອງທ່ຽວລາວ ປະຈຳຍີ່ປຸ່ນ ດ້ວຍຄວາມຮັບຜິດຊອບ ແລະ ເຂັ້ມ ແຂງ, ສ້າງແຜນກິດຈະກໍາໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວລາວ ຢູ່ຍີ່ປຸ່ນ ຢ່າງມີຈຸດສຸມ, ສອດຄ່ອງ ແລະ ກວ້າງຂວາງດ້ວຍຫລາຍຮູບ ການ ແລະ ວິທີການໂດຍມີການ ປະສານສົມທົບກັບກະຊວງ ວທ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ຢ່າງ ໃກ້ຊິດຕິດແທດ, ພ້ອມທັງມີການ ສະຫລຸບລາຍງານການຈັດຕັ້ງປະ ຕິບັດວຽກງານແຕ່ລະໄລຍະ ແລະ ເຮັດໃຫ້ຕົວເລກນັກທ່ອງທ່ຽວຍີ່ປຸ່ນ ເດີນທາງເຂົ້າມາທ່ຽວລາວ ນັບມື້ ນັບເພີີ່ມຂຶ້ນ. ປ້ອງກັນ, ຮູ້ຈັກຄົ້ນຫາຄວາມສ່ຽງ, ຊອກຫາຮາກເຫງົ້າຂອງບັນຫາ, ແຍກໃຫ້ໄດ້ວ່າອັນໃດແມ່ນເຫດ, ອັນໃດແມ່ນຜົນ, ອັນໃດແມ່ນຂໍ້ ບົກຜ່ອງດ້ານລະບຽບວິໄນ ແລະ ອັນໃດແມ່ນຈຸດອ່ອນດ້ານການ ນຳພາ. ພ້ອມນີ້, ສະຫາຍ ສາຄອນ ພົມມະລາດ ຍັງເນັ້ນໃຫ້ສຳມະນາ ກອນຖືການຮຽນຄັ້ງນີ້ ເປັນໜ້າ ທີ່ ແລະ ເປັນໂອກາດໃນການຍົກ ລະດັບຕົນເອງ, ຕັ້ງໃຈຮຽນ, ມີ ວິໄນ, ຕົງຕໍ່ເວລາ, ກ້າຕັ້ງບັນຫາ ຖາມ ແລະ ກ້າແລກປ່ຽນ; ເນັ້ນ ການຮຽນໃຫ້ເຂົ້າໃຈຫລັກການ ຄວບຄູ່ກັບວິທີເຮັດ, ຮູ້ລະບຽບຢ່າງ ດຽວບໍ່ພໍແຕ່ຕ້ອງຮູ້ວິທີນຳໄປໃຊ້ໃນ ການກວດກາຕົວຈິງ; ເອົາໃຈໃສ່ ສຶກສາຄົ້ນຄວ້າບັນຫາການກວດ ກາໃນແງ່ຂອງການປ້ອງກັນ ແລະ ການສ້າງ, ໝາຍວ່າຕ້ອງຊອກຫາ ບັນຫາເພື່ອແກ້ໄຂ, ຊອກຫາຈຸດ ອ່ອນເພື່ອປັບປຸງ ແລະ ຊອກຫາ ສາເຫດ ເພື່ອບໍ່ໃຫ້ບັນຫາເກີດຊ້ຳ ອີກ; ຝຶກຝົນຮັກສາຄຸນນະທຳ, ຈັນຍາບັນຂອງຜູ້ເຮັດວຽກກວດ ກາຢ່າງເຂັ້ມງວດ (ຄວາມສັດຊື່, ຄວາມໂປ່ງໃສ, ຄວາມເປັນແບບ ຢ່າງທີ່ດີຂອງພະນັກງານກວດກາ) ແລະ ຂໍໃຫ້ສຶກສາຮຽນຮູ້ຈາກການ ຝຶກອົບຮົມໃນຄັ້ງນີ້ ແນໃສ່ການ ປັບປຸງແບບແຜນ, ວິທີການ ແລະ ຄຸນນະພາບການກວດກາໃນການ ຈັດຕັ້ງຂອງຕົນໃຫ້ມີການຫັນປ່ຽນ ເປັນຮູບປະທຳ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ຟື້ນຟູ-ສ້ອມແປງຊົນລະປະທານ ຫ້ວຍເດື່ອ ມີມູນຄ່າ 938.043,38 ໂດລາສະຫະລັດ ປະກອບມີ: ອະ ນາໄມ-ຂຸດລອກ, ກໍ່ສ້າງເຮືອນຈັກ ສູບນ້ຳ, ຕິດຕັ້ງຈັກສູບນ້ຳ ແລະ ລະບົບໄຟຟ້າ, ປ້ອງກັນເຈື່ອນ ແລະ ສ້ອມແປງປະຕູນ້ຳດ້ານ, ເທິງດ້ານລຸ່ມວຽກງານທັງໝົດສຳເລັດ 100% ແລະ ຜ່ານການກວດກາ ເຕັກນິກພ້ອມທົດລອງນຳໃຊ້. ພາຍຫລັງສຳເລັດໂຄງການດັ່ງ ກ່າວ, ຄາດວ່າຈະຊ່ວຍຟື້ນຟູລະບົບ ຊົນລະປະທານໃຫ້ມີຄວາມໝັ້ນຄົງ ເພີ່ມປະສິດທິພາບໃນການສູບ ແລະ ຄວບຄຸມນ້ຳ, ຫລຸດຜ່ອນບັນຫາ ການກັດເຊາະ ແລະ ສ້າງເງື່ອນໄຂ ໃຫ້ປະຊາຊົນສາມາດນຳໃຊ້ນ້ຳ ເພື່ອການຜະລິດກະສິກຳໄດ້ຢ່າງ ມີປະສິດທິຜົນ, ພາຍຫລັງກໍ່ສ້າງ ສຳເລັດຈະມອບໃຫ້ໜ່ວຍງານທີ່ ກ່ຽວຂ້ອງຮັບຜິດຊອບເບິ່ງແຍງ, ບຳລຸງຮັກສາ ແລະ ນໍາໃຊ້ໃຫ້ເກີດ ປະໂຫຍດສູງສຸດ ແລະ ຍືນຍົງໃນ ໄລຍະຍາວ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ເຮັດໃຫ້ການສັນຈອນໄປມາ, ການ ຂົນສົ່ງສິນຄ້າ...ມີຄວາມສະດວກ ຫລາຍຂຶ້ນ; ໃຫ້ກະຊວງການຕ່າງ ປະເທດສົມທົບກັບພາກສ່ວນກ່ຽວ ຂ້ອງປັບປຸງກົນໄກການແຈ້ງເຂົ້າອອກຂອງພົນລະເມືອງ, ພາຫະນະ ແລະ ອື່ນໆ ເພື່ອເຮັດໃຫ້ການເຄື່ອນ ໄຫວວຽກງານດັ່ງກ່າວ ມີຄວາມ ໂລ່ງລ່ຽນ ແລະ ຮັດກຸມກວ່າເກົ່າ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ນັ້ນ, ກະຊວງປ້ອງກັນຄວາມສະ ຫງົບ ກໍໄດ້ອອກຄໍາສັ່ງວ່າດ້ວຍ ການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເກັບກູ້ອາວຸດປືນ ແລະ ວັດຖຸ ລະເບີດ ສະບັບເລກທີ 16/ປກສ, ລົງວັນທີ 16 ກໍລະກົດ 2026 ແລະ ແຈ້ງການວ່າດ້ວຍການຈັດຕັ້ງປະຕິ ບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 311/ປກສ, ສະບັບເລກທີ 16 ກໍລະກົດ 2026. ໄລຍະຜ່ານມາບັນດາກະຊວງ, ຂະແໜງການ, ອົງການປົກຄອງ ທັງສູນກາງ ແລະ ທ້ອງຖິ່ນ, ກອງ ບັນຊາການ ປກສ ແຂວງ-ນະຄອນ ຫລວງໃນຂອບເຂດທົ່ວປະເທດ ທີ່ ຮັບຜິດຊອບເກັບກູ້ອາວຸດປຶນເສິກ ແລະ ວັດຖຸລະເບີດ ກໍໄດ້ສຸມໃສ່ ການໂຄສະນາປູກຈິດສໍານຶກໃຫ້ ທົ່ວສັງຄົມໄປພ້ອມກັບການປັບປຸງ ບັນດານິຕິກຳ, ເກັບກູ້ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຫລາຍສົມຄວນ, ສາມາດນໍາເອົາອາວຸດດັ່ງກ່າວ ເຂົ້າມາເກັບຮັກສາໄວສາງຂອງ ກະຊວງປ້ອງກັນຄວາມສະຫງົບ ແຕ່ບັນຫາການນໍາໃຊ້ອາວຸດຊະ ຊາຍ, ກໍ່ອາຊະຍາກໍາດັ່ງກ່າວ ກໍຍັງ ເກີດຂຶ້ນຫລາຍຢູ່ໃນປະເທດຂອງ ພວກເຮົາ. ຂໍ້ມູນ-ພາບ: ປກສ ໂດຍອີງໃສ່ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ X, ແຜນຍຸດທະສາດແຫ່ງຊາດ ເພື່ອ ແກ້ໄຂບັນຫາ ລບຕ ໄລຍະ 20212030 (ເສັ້ນທາງກ້າວສູ່ຄວາມ ປອດໄພ III) ແລະ ເປົ້າໝາຍການ ພັດທະນະແບບຍືນຍົງທີ 18. ໄລຍະຜ່ານມາ, ການຈັດຕັ້ງ ປະຕິບັດບັນດາກິດຈະກຳທີ່ຕິດພັນ ກັບການຊ່ວຍເຫລືອຜູ້ຖືກເຄາະ ຮ້າຍຈາກ ລບຕ ມີຫລາຍດ້ານໄດ້ ຮັບໝາກຜົນສໍາເລັດເປັນທີ່ໜ້າພໍໃຈ ໂດຍສະເພາະແມ່ນການປິ່ນປົວ ດ້ານການແພດ ແລະ ຢ່ຽວຢາຈິດ ໃຈຄອບຄົວຜູ້ເສຍຊີວິດ (ການ ຊ່ວຍເຫລືອ ແລະ ຟື້ນຟູສະພາບ ຈິດໃຈ), ການຟື້ນຟູດ້ານໜ້າທີ່ ການ, ການສົ່ງເສີມການຝຶກອົບຮົມ ວິຊາຊີບ ແລະ ສ້າງເສດຖະກິດ ຄອບຄົວ, ການໃຫ້ຄໍາປຶກສາດ້ານ ສຸຂະພາບຈິດ, ການປັບປຸງນະໂຍ ບາຍກອງທຶນປິ່ນປົວຂອງ ສ ອາ ເມລິກາ ສໍາລັບຜູ້ເຄາະຮ້າຍຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ການຮ່າງແຜນຍຸດທະສາດ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍໃນ ຂະແໜງການແກ້ໄຂບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ 2027-2030 ແລະ ອື່ນໆ. ກອງປະຊຸມໄດ້ນໍາສະເໜີນະ ໂຍບາຍກອງທຶນຊ່ວຍເຫລືອດ້ານ ການແພດຂອງ ສ ອາເມລິກາ; ສໍາ ລັບຜູ້ຖືກເຄາະຮ້າຍຈາກລະບີດບໍ່ ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ; ຮ່ວມກັນທົບທວນແຜນຍຸດທະສາດ, ວຽກງານຊ່ວຍເຫລືອຜູ້ຖືກເຄາະ ຮ້າຍ ແລະ ໂຄສະນາສຶກສາຄວາມ ສ່ຽງຈາກ ລບຕ ປີ 2027-2030. ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ແລກ ປ່ຽນຄໍາຄິດຄໍາເຫັນຢ່າງກົງໄປ ກົງມາກ່ຽວກັບສິ່ງທ້າທາຍ ໂດຍ ສະເພາະການເຂົ້າເຖິງບໍລິການ ສາທາລະນະສຸກ, ການສະໜອງ ອຸປະກອນຄໍ້າຊູ ແລະ ການສ້າງໂອ ກາດທາງດ້ານເສດຖະກິດໃຫ້ແກ່ຜູ້ ທີ່ໄດ້ຮັບຜົນກະທົບ. ທັງນີ້, ກໍເພື່ອ ເປັນເອກະພາບໃນການສ້າງແຜນ ດຳເນີນງານທີ່ລະອຽດ, ເພີ່ມທະວີ ການລະດົມແຫລ່ງທຶນ ແລະ ສົ່ງເສີມ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອ ຮັບປະກັນໃຫ້ຜູ້ເຄາະຮ້າຍຈາກ ລບຕ ທຸກຄົນໄດ້ຮັບການຊ່ວຍເຫລືອ ຢ່າງທົ່ວເຖິງ ແລະ ຍືນຍົງ. ຂ່າວ-ພາບ: ຢ່າຕົ້ງ
19/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ lnj ,;o-q o]k; da [rk]tdy fxq dxa dIa dlk c]t lh k'lkra fmtokxtgmf-kf ]k;{s;Pfok, glu ,0tspkpdkoc]dxj Po[q fIPofh kodkolh k' c]t xa [x5 'dq '9a d]a f (ຂໍສະແດງຄວາມໄວ້ອາໄລຮັກຢ່າງສຸດຊຶ້ງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ)ໍ້ັຸ່ຶ້ົົິໍົືູັົິັ່່ ຂປລ. ຕະຫລອດໄລຍະ 76 ປີ ນັບແຕ່ການສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍເປັນຕົ້ນ ມາ, ສື່ມວນຊົນລາວໄດ້ຜ່ານຫລາຍ ໄລຍະຂອງການປະຕິວັດ, ການ ປົກປັກຮັກສາ ແລະ ການສ້າງສາ ພັດທະນາປະເທດຊາດ. ໃນແຕ່ລະ ໄລຍະ ສື່ມວນຊົນໄດ້ປະກອບສ່ວນ ຜ່ານການໂຄສະນາ, ເຜີຍແຜ່ຂໍ້ມູນ ຂ່າວສານ, ສຶກສາອົບຮົມແລະສ້າງ ຄວາມເຂົ້າໃຈໃນສັງຄົມ. ໃນໄລຍະ ຕໍ່ສູ້ກູ້ຊາດ, ສື່ມວນຊົນໄດ້ເຮັດໜ້າ ທີ່ເປັນພາຫະນະສຳຄັນໃນການເຜີຍ ແຜ່ແນວທາງ, ນະໂຍບາຍ ແລະ ຂ່າວສານຈາກຂະບວນການປະຕິ ວັດ ເພື່ອປຸກລະດົມຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເສີມ ສ້າງຄວາມສາມັກຄີຂອງປວງຊົນ ລາວບັນດາເຜົ່າ. ບັນດານັກຂ່າວ ແລະ ພະນັກງານສື່ຫລາຍຄົນຍັງໄດ້ ປະຕິບັດໜ້າທີ່ສື່ຂ່າວຄວບຄູ່ໄປກັບ ຂປລ. ສາຍພົວພັນສາມັກຄີພິ ເສດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ແມ່ນສາຍພົວພັນອັນມີ ມູນເຊື້ອຍາວນານ ເກີດຈາກການ ຮ່ວມຕໍ່ສູ້, ຮ່ວມທຸກຮ່ວມສຸກ ແລະ ເກື້ອກູນຊ່ວຍເຫລືອກັນໃນຫລາຍ ໄລຍະຂອງປະຫວັດສາດ. ພາຍ ຫລັງ ປີ 1975, ສາຍພົວພັນດັ່ງ ກ່າວໄດ້ກ້າວເຂົ້າສູ່ໄລຍະໃໝ່ ພ້ອມ ກັບການປ່ຽນແປງອັນສັບສົນຂອງ ສະພາບການສາກົນ ແລະ ພາກພື້ນ. ການພົວພັນຮ່ວມມືຂອງສອງປະ ເທດ ໄດ້ຮັບການເປີດກວ້າງໃນສະ ພາບການສາກົນ ແລະ ກໍາລັງກ້າວ ໜ້າຂອງໂລກ ທີ່ສະໜັບສະໜູນ ບັນດາປະເທດທີ່ຫາກໍໄດ້ຮັບເອກະ ລາດໃໝ່, ໃນນັ້ນມີ ລາວ ແລະ ຫວຽດນາມ. ພ້ອມກັນນັ້ນ, ກໍໄດ້ ຮັບການຊ່ວຍໜູນຈາກບັນດາປະ ເທດທີ່ມີລະບອບສັງຄົມນິຍົມ ໂດຍ ຜ່ານຮູບການຊ່ວຍເຫລຶອ. ພ້ອມກັນ ນັ້ນ, ໃນສະພາບການທີ່ການປະຕິ ວັດວິທະຍາສາດ ແລະ ເຕັກໂນໂລຊີ ເກີດຂຶ້ນຢ່າງແຂງແຮງ ແລະ ວ່ອງ ໄວ, ທ່າອ່ຽງການຫັນເປັນສາກົນ ແລະ ໂລກາພິວັດ ໄດ້ຮັບການຊຸກຍູ້ ຢ່າງແຮງໃນທຸກຂົງເຂດຊີວິດສັງ ຄົມ ໄດ້ສ້າງກາລະໂອກາດໃຫ້ບັນ ດາປະເທດກຳລັງພັດທະນາ ລວມ ມີລາວ ແລະ ຫວຽດນາມ ດຶງດູດ ການລົງທຶນ, ປະສົບການໃນການ ຄຸ້ມຄອງ, ນໍາໃຊ້ບັນດາຜົນງານວິ ທະຍາສາດເຕັກໂນໂລຊີຂອງໂລກ ເພື່ອຍູ້ແຮງຂະບວນການພັດທະນາ ເສດຖະກິດ ແລະ ສ້າງສາປະເທດ ຊາດ. ຢ່າງໃດກໍ່ຕາມ, ຄຽງຄູ່ກັບ ເງື່ອນໄຂທີ່ເອື້ອອໍານວຍນັ້ນ, ການ ແກ່ງແຍ່ງທີ່ຮຸນແຮງນໍາໄປສູ່ໄພ ເສດຖະກິດທີ່ທົດຖອຍກວ່າເກົ່າ; ການສວຍໃຊ້ການລົງທຶນຢູ່ບັນດາ ປະເທດກຳລັງພັດທະນາ ເພື່ອບັນລຸ ເປົ້າໝາຍທາງການເມືອງ, ເຮັດໃຫ້ ບັນດາປະເທດກຳລັງພັດທະນາ ເຫລົ່ານີ້ ຂຶ້ນກັບພວກເຂົາທາງດ້ານ ເສດຖະກິດກ້າວໄປສູ່ທາງດ້ານ ການເມືອງ. ພາຍຫລັງ ປີ 1975, ສະພາບ ການໃໝ່ຢູ່ພາກພື້ນ ໄດ້ສ້າງເງື່ອນ ໄຂສະດວກໃຫ້ບັນດາປະເທດອາ ຊຽນ ຜັນຂະຫຍາຍບັນດານະໂຍ ບາຍ ແລະ ທິດທາງການຕ່າງປະ ເທດ ທີ່ເປັນເອກະລາດ ແລະ ເປັນ ເຈົ້າຕົນເອງກວ່າເກົ່າ. ນັບແຕ່ເດືອນ ກຸມພາ ປີ 1976 ເປັນຕົ້ນມາ, ໃນ ກອງປະຊຸມສຸດຍອດອາຊຽນ ຄັ້ງ ທໍາອິດ, ບັນດາປະເທດອາຊຽນ ໄດ້ ລົງນາມໃນສົນທິສັນຍາໄມຕີຈິດ ແລະ ການຮ່ວມມື (ສົນທິສັນຍາບາ ຫລີ) ເພື່ອສ້າງອາຊີຕາເວັນອອກ ສ່ຽງໃຕ້ ໃຫ້ເປັນພາກພື້ນສັນຕິພາບ ແລະ ໝັ້ນຄົງ, ສະແດງໃຫ້ເຫັນ ຄວາມປາຖະໜາຢາກປັບປຸງການ ພົວພັນກັບບັນດາປະເທດອິນດູຈີນ. ເດືອນມິຖຸນາປີ1976, ອົງການສົນ ທິສັນຍາອາຊີຕາເວັນອອກສ່ຽງ ໃຕ້ (SEATO) ຖືກຍຸບລົງ. ເພື່ອ ປະກອບສ່ວນຮັກສາສັນຕິພາບ, ສະ ຖຽນລະພາບ ແລະ ພັດທະນາປະ ເທດຊາດ, ຫວຽດນາມ ມີນະໂຍ ບາຍ ກຽມພ້ອມໃນການສ້າງ ແລະ ພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືກັບບັນດາປະເທດ ໃນພາກພື້ນ ບົນພື້ນຖານເຄົາລົບ ເອກະລາດ, ອະທິປະໄຕ, ຜືນແຜ່ນ ດິນອັນຄົບຖ້ວນ, ສະເໝີພາບ, ຕ່າງ ຝ່າຍຕ່າງມີຜົນປະໂຫຍດ ແລະ ການ ຢູ່ຮ່ວມກັນໂດຍສັນຕິ. ໃນໄລຍະປີ1977-1978,ການ ພົວພັນ ລະຫວ່າງ ຫວຽດນາມກັບ ແຕ່ລະປະເທດສະມາຊິກອາຊຽນ ຂະຫຍາຍ ຕົວຢ່າງແຂງແຮງ, ໄດ້ມີ ການລົງນາມໃນສັນຍາຮ່ວມມືດ້ານ ເສດຖະກິດ ແລະ ການຄ້າຫລາຍ ສະບັບ. ນໍ້າໃຈມິດຕະພາບຂອງ ຫວຽດນາມ ພ້ອມກັບຄວາມພະຍາ ຍາມຂອງບັນດາປະເທດອາຊຽນ ໄດ້ສ້າງພື້ນຖານອັນທໍາອິດ ໃຫ້ແກ່ ການສ້າງສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມືອາຊີຕາເວັນ ອອກສ່ຽງໃຕ້. ໃນເວລານັ້ນ, ນະໂຍ ບາຍເກືອດຫ້າມການຊ່ວຍເຫລືອ ຂອງອາເມລິກາ ພ້ອມກັບການ ເຄື່ອນໄຫວຂອງອິດທິກຳລັງປໍລະ ປັກ, ເຖິງວ່າຈະມີຄວາມລົ້ມເຫລວກໍ ຕາມ, ແຕ່ຍັງສືບຕໍ່ກົນອຸບາຍຫວັງ ທໍາລາຍມ້າງເພ, ໂຄ່ນລົ້ມອໍານາດ ການປົກຄອງໃໝ່ແລະ ຊອກຫາທຸກ ວິທີທາງເພື່ອແບ່ງແຍກສາຍພົວພັນ ສາມັກຄີພິເສດ ລາວ-ຫວຽດນາມ. ການພົວພັນຮ່ວມມື ລະຫວ່າງ ສອງ ປະເທດ ປະສົບກັບຄວາມຫຍຸ້ງຍາກ ຫລາຍຢ່າງ ຍ້ອນການບຸກໂຈມຕີ ຢ່າງບໍ່ຢຸດຢັ້ງ ຂອງກໍາລັງສັດຕູ, ສະ ພາບການປິດລ້ອມ ແລະ ການກີດ ກັ້ນດ້ານເສດຖະກິດ, ພ້ອມກັບການ ຜັນແປທີ່ສັບສົນຢູ່ພາກພື້ນ. ການ ຍາດແຍ່ງແຂ່ງຂັນເພື່ອອິດທິພົນ ລະ ຫວ່າງບັນດາປະເທດມະຫາອໍານາດ ໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ ກາຍເປັນເຫດຜົນໜຶ່ງ ທີ່ເຮັດໃຫ້ພາກ ພື້ນນີ້ກາຍເປັນຈຸດຮ້ອນ ໃນທ້າຍຊຸມ ປີ 70 ແລະ 80 ຂອງສະຕະວັດທີ XX. ບັນດາກຳລັງສັດຕູຢູ່ພາກພື້ນ ແລະໃນໂລກກໍເພີ່ມທະວີການເຄື່ອນ ໄຫວ ຕ້ານການປະຕິວັດຫວຽດ ນາມ. ພາຍຫລັງກຳປູເຈຍ ໄດ້ຮັບ ເອກະລາດ, ກອງກຳລັງຂະເໝນ ແດງ ໄດ້ປະຕິບັດນະໂຍບາຍປາບ ປາມການຂ້າລ້າງເຜົ່າພັນຂອງປະ ຊາຊົນພາຍໃນປະເທດ, ດໍາເນີນ ການເກາະຜິດ, ການລະເມີດຊາຍ ແດນຫວຽດນາມ, ໄທ ແລະ ລາວ, ພິເສດ ແມ່ນຊາຍແດນທາງທິດຕາ ເວັນຕົກສ່ຽງໃຕ້ຂອງຫວຽດນາມ. ຄຽງຄູ່ກັບການຜັນແປທີ່ສັບສົນ ທີ່ກ່າວມານັ້ນ, ການພົວພັນລາວຫວຽດນາມ ພາຍຫລັງປີ 1975 ໄດ້ ຮັບການຜັນຂະຫຍາຍ ໃນສະພາບ ສັງຄົມນິຍົມໂລກ, ພິເສດແມ່ນສະຫະ ພາບໂຊວຽດ ແລະ ບັນດາປະເທດ ເອີຣົບຕາເວັນອອກ ໄດ້ຄ່ອຍໆຕົກເຂົ້າ ສູ່ສະພາບຢຸດສະງັກ ຊຶ່ງພາໃຫ້ເກີດ ວິກິດການໃນຊຸມປີ 1980. ໃນການ ຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ການປະຕິວັດລາວແລະຫວຽດນາມ ໄດ້ຮັບການຊ່ວຍເຫລືອອັນໃຫຍ່ ຫລວງທາງດ້ານວັດຖຸ ແລະ ຈິດໃຈ ຢ່າງມີປະສິດທິຜົນຈາກບັນດາປະ ເທດສັງຄົມນິຍົມ. ເຂົ້າສູ່ຂະບວນ ການສ້າງສາປະເທດຊາດ, ທັງສອງ ປະເທດໄດ້ລຸກຂຶ້ນຈາກຈຸດເລີ່ມຕົ້ນ ແລະ ຖືກທໍາລາຍຢ່າງໜັກໜ່ວງ ຈາກສົງຄາມ. ສະນັ້ນ, ການຢຸດຊະ ງັກ ແລະ ວິກິດການ ຂອງສັງຄົມນິ ຍົມໂລກ, ໂດຍສະເພາະໃນສະຫະ ພາບໂຊວຽດ ແລະ ເອີຣົບຕາເວັນ ອອກ, ໄດ້ສົ່ງຜົນກະທົບຢ່າງໃຫຍ່ ຫລວງຕໍ່ການພັດທະນາຂອງສອງ ປະເທດລາວ ແລະ ຫວຽດນາມ ໃນ ເງື່ອນໄຂປະຫວັດສາດໃໝ່. (ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ 13/8/1950-13/8/2026)ື່ ອັ ນ້ າັ້ ງື່ ມົ ນິ ມ່ າົ ບີ ພາລະກິດຕໍ່ສູ້, ສະແດງໃຫ້ເຫັນເຖິງ ຈິດໃຈທຸ່ມເທ ແລະ ຄວາມອົດທົນ ໃນການຮັບໃຊ້ປະເທດຊາດ. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍ ໃນປີ 1975, ສື່ມວນ ຊົນລາວໄດ້ສືບຕໍ່ຮັບໃຊ້ພາລະກິດ ສອງໜ້າທີ່ຍຸດທະສາດຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ສື່ມວນຊົນລາວໄດ້ເຮັດ ໜ້າທີ່ເປັນກະບອກສຽງທີ່ສໍາຄັນ ຂອງພັກ ແລະ ລັດຖະບານ ໃນການ ໂຄສະນາໝາກຜົນຂອງການປະຕິ ວັດ, ປຸກລະດົມປະຊາຊົນທຸກຊັ້ນ ຄົນ ເຂົ້າຮ່ວມຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມທີ່ລັດຖະບານວາງອອກໃນແຕ່ ລະໄລຍະ, ສ່ອງແສງທຸກການເຄື່ອນ ໄຫວຂອງສັງຄົມ, ເປັນແຮງຂັບ ເຄື່ອນການພັດທະນາເສດຖະກິດສັງຄົມລວມທັງວຽກງານຮັກສາ ຄວາມປອດໄພໃນການດໍາລົງຊີວິດ ຂອງປະຊາຊົນໃນສັງຄົມ, ເປັນຜູ້ ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນ ບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກ ຕ້ອງ, ເປັນເວທີລະຫວ່າງອົງການ ບໍລິຫານ, ອົງການປົກຄອງກັບປະ ຊາຊົນ, ພ້ອມທັງຊຸກຍູ້ສ້າງຄວາມ ສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ, ພ້ອມກັນ ສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ສື່ມວນຊົນຍັງມີບົດ ບາດໃນການໂຄສະນາປຸກລະດົມ ປະຊາຊົນໃຫ້ເຂົ້າຮ່ວມພັດທະນາ ປະເທດ, ສົ່ງເສີມການຜະລິດ, ການ ຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ກະ ສິກຳ ແລະ ວຽກງານດ້ານສັງຄົມ. ໃນຍຸກດີຈິຕອນ ຮູບແບບການ ບໍລິໂພກຂ່າວສານຂອງປະຊາຊົນ ໄດ້ປ່ຽນແປງໄປຢ່າງໄວວາ. ຈາກ ສື່ສິ່ງພິມ, ວິທະຍຸ ແລະ ໂທລະພາບ ປະຊາຊົນສາມາດເຂົ້າເຖິງຂ່າວ ສານຜ່ານເວັບໄຊ, ເຟສບຸກ, ຢູທູບ, ຕິກຕັອກ ແລະ ແພລດຟອມອອນ ລາຍອື່ນໆ. ສະພາບການດັ່ງກ່າວ ທັງເປັນໂອກາດ ແລະ ສິ່ງທ້າທາຍ ໃໝ່ສຳລັບວຽກງານສື່ມວນຊົນ. ດັ່ງນັ້ນ, ສື່ມວນຊົນລາວຈຶ່ງ ຕ້ອງສືບຕໍ່ປັບປຸງທັງເນື້ອໃນ ແລະ ຮູບແບບການນຳສະເໜີໃຫ້ທັນສະ ໄໝ, ສັ້ນ, ກະທັດຮັດ, ຊັດເຈນ ແລະ ດຶງດູດໃຈ, ພ້ອມທັງນຳໃຊ້ຮູບພາບ, ວິດີໂອ, ກຣາບຟິກ ແລະ ເນື້ອຫາດີຈິ ຕອນໃຫ້ເໝາະສົມ. ສິ່ງສຳຄັນຄື ຕ້ອງຢືດຖືຄວາມຖືກຕ້ອງ, ຮອບ ຄອບ, ວ່ອງໄວ ແລະ ຮັບຜິດຊອບ ໃນການນຳສະເໜີຂໍ້ມູນຂ່າວສານ. ແນວໃດກໍຕາມ, ການຍົກລະດັບ ຄຸນນະພາບນັກຂ່າວ ແລະ ພະນັກ ງານສື່ກໍເປັນປັດໄຈສຳຄັນ. ບຸກຄະ ລາກອນສື່ຍຸກໃໝ່ຄວນມີຄວາມຮູ້ ຮອບດ້ານ, ຮູ້ເທົ່າທັນເຕັກໂນໂລຊີ, ສາມາດວິເຄາະຂ່າວສານ, ກວດ ສອບຂໍ້ມູນ ແລະ ຈຳແນກຂ່າວສານ ທີ່ບິດເບືອນ ຫລື ຂໍ້ມູນທີ່ຂາດຫລັກ ຖານ, ການເຮັດວຽກດ້ວຍຫລັກ ວິຊາຊີບ ແລະ ຈັນຍາບັນ ຈະຊ່ວຍ ສ້າງຄວາມເຊື່ອໝັ້ນໃຫ້ແກ່ສື່ ແລະ ສັງຄົມ. ຕໍ່ໜ້າສິ່ງທ້າທາຍໃໝ່, ສື່ ມວນຊົນລາວຄວນສືບຕໍ່ຢຶດຖື 4 ລັກສະນະສຳຄັນ ຄື: ລັກສະນະຕົວ ຈິງ, ລັກສະນະສຶກສາອົບຮົມ, ລັກ ສະນະແນະນຳ ແລະ ລັກສະນະຕໍ່ສູ້. ພ້ອມກັນນັ້ນ, ຕ້ອງສົ່ງເສີມການນຳ ສະເໜີຂ່າວສານທີ່ມີສາລະ, ມີຄຸນ ຄ່າ ແລະ ເປັນປະໂຫຍດຕໍ່ສັງຄົມ. ການສືບຕໍ່ສ້າງສາ ແລະ ພັດທະ ນາວຽກງານສື່ມວນຊົນ ຈຶ່ງບໍ່ພຽງ ແຕ່ເປັນການສືບທອດມູນເຊື້ອອັນ ດີງາມຈາກອະດີດ ແຕ່ຍັງເປັນພັນ ທະສຳຄັນໃນການນຳເອົາໂອກາດ ຈາກເຕັກໂນໂລຊີມາຮັບໃຊ້ສັງຄົມ. ສື່ມວນຊົນທີ່ມີຄຸນນະພາບ, ທັນສະ ໄໝ ແລະ ຮັບຜິດຊອບ ຈະເປັນ ກຳລັງສຳຄັນໃນການເຜີຍແຜ່ຂ່າວ ສານ, ສ້າງຄວາມເຂົ້າໃຈ, ເສີມສ້າງ ຄວາມສາມັກຄີ ແລະ ຮ່ວມພາລະ ກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃຫ້ກ້າວໜ້າຕໍ່ໄປ. ໃນຊຸມປີຕໍ່ມາ, ທັງລາວ ແລະ ຫວຽດນາມ ລ້ວນແຕ່ປະສົບກັບ ຄວາມຫຍຸ້ງຍາກ, ມີທັງກາລະໂອ ກາດ ແລະ ສິ່ງທ້າທາຍອັນໃຫຍ່ ຫລວງ. ການພັງທະລາຍຂອງລະ ບອບສັງຄົມນິຍົມໃນສະຫະພາບ ໂຊວຽດ ແລະ ບັນດາປະເທດສັງ ຄົມນິຍົມໃນເອີຣົບຕາເວັນອອກ ບໍ່ ພຽງແຕ່ໄດ້ສ້າງຄວາມແຕກໂຕນ ກັນຢ່າງໄວວາ ໃນການພົວພັນຕ່າງ ປະເທດຂອງລາວແລະຫວຽດນາມ ແຕ່ຍັງໄດ້ສົ່ງຜົນກະທົບໃນລະດັບທີ່ ແນ່ນອນຕໍ່ຄວາມມີສະຖຽນລະພາບ ທາງດ້ານການເມືອງແລະອຸດົມການ ຂອງແຕ່ລະປະເທດ. ບັນດາກຳລັງ ອິດທິປໍລະປັກ ໄດ້ນໍາໃຊ້ສະພາບ ການດັ່ງກ່າວໃນການເພີ່ມທະວີຕ້ານ ແລະ ແບ່ງແຍກຄວາມສາມັກຄີ ພິເສດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໂດຍນໍາໃຊ້ຍຸດທະສາດ “ການຫັນປ່ຽນໂດຍສັນຕິ” ຢ່າງ ບໍ່ຢຸດຢັ້ງ ຊຶ່ງພາໃຫ້ເກີດຄວາມວຸ້ນ ວາຍ ແລະ ແຊກແຊງເຂົ້າໃນພາລະ ກິດປະຕິວັດ ຂອງແຕ່ລະປະເທດ.
RkJQdWJsaXNoZXIy MTc3MTYxMQ==