ໂກໂລມບີ ປະເມີນຄວາມເສຍຫາຍ ແຜ່ນດິນໄຫວ 9,58 ຕື້ໂດລາ ສະຫະລັດ

19/08/2026 20:59
ຂປລ ທ່ານ ອາເບລາຣໂດ ເດ ລາ ເອສປຣີເອຍາ (Abelardo de la Espriella) ປະທານາທິບໍດີ ໂກໂລມບີ ປະເມີນວ່າ ຄວາມເສຍຫາຍ ທາງເສດຖະກິດ ຈາກ ເຫດການແຜ່ນດິນໄຫວ ຮຸນແຮງທີ່ເກີດຂຶ້ນ ເມື່ອອາທິດຜ່ານມາ ອາດຈະສູງເຖິງ 30 ພັນຕື້ເປໂຊ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ອາເບລາຣໂດ ເດ ລາ ເອສປຣີເອຍາ (Abelardo de la Espriella) ປະທານາທິບໍດີ ໂກໂລມບີ ປະເມີນວ່າ ຄວາມເສຍຫາຍ ທາງເສດຖະກິດ ຈາກ ເຫດການແຜ່ນດິນໄຫວ ຮຸນແຮງທີ່ເກີດຂຶ້ນ ເມື່ອອາທິດຜ່ານມາ ອາດຈະສູງເຖິງ 30 ພັນຕື້ເປໂຊ (ປະມານ 9,58 ຕື້ໂດລາສະຫະລັດ). ຜົນກະທົບທີ່ເກີດຂຶ້ນ ໃນຄັ້ງນີ້ ກວມເອົາ ຄວາມເສຍຫາຍ ຕໍ່ອາຄານຕ່າງໆ ປະມານ 24,5 ພັນຕື້ເປໂຊ ແລະ ຄວາມເສຍຫາຍ ຕໍ່ ໂຄງສ້າງພື້ນຖານ ອີກປະມານ 5,5 ພັນຕື້ເປໂຊ.

ໃນຂະນະທີ່ ປະທານາທິບໍດີ ໂກໂລມບີ ກ່າວວ່າ ຕົວເລກ ດັ່ງກ່າວ ຍັງມີທ່າອຽງ ທີ່ຈະປ່ຽນແປງໄດ້ອີກ ເນື່ອງຈາກ ເປັນຕົວເລກ ປະເມີນ ເບື້ອງຕົ້ນ ໂດຍທາງລັດຖະບານ ໄດ້ປັບປ່ຽນ ຕົວເລກ ການປະເມີນ ຄວາມເສຍຫາຍ ເມື່ອໄດ້ຮັບຂໍ້ມູນເພີ່ມເຕີມ ແລະ ເມື່ອມີການປະເມີນ ຄວາມເສຍຫາຍ ຈາກ ແຜ່ນດິນໄຫວ ໃນແຕ່ລະພື້ນທີ່.

ໂກໂລມບີ ໄດ້ຜະເຊີນກັບ ເຫດການ ແຜ່ນດິນໄຫວຮຸນແຮງ ຂະໜາດ 7,4 ລິກເຕີ ເມື່ອວັນທີ 10 ສິງຫາທີ່ຜ່ານມາ ສົ່ງຜົນໃຫ້ອາຄານຕ່າງໆ ໃນຫລາຍພື້ນທີ່ ທາງຕາເວັນຕົກ ຂອງ ປະເທດ ໄດ້ພັງທະລາຍລົງມາ ລວມເຖິງ ບັນດາຕົວເມືອງ ຂະໜາດໃຫຍ່ ເຊັ່ນ: ເມືອງກາລີ (Cali) ແລະ ເມືອງເປເຣຣາ (Pereira). ນອກຈາກນີ້, ຍັງສົ່ງຜົນໃຫ້ມີ ຜູ້ເສຍຊີວິດ 280 ຄົນ, ບາດເຈັບຫລາຍກວ່າ 4.000 ຄົນ ແລະ ຍັງມີ ຜູ້ສູນຫາຍອີກ 143 ຄົນ. ເຫດແຜ່ນດິນໄຫວໃນໂກໂລມບີໃນຄັ້ງນີ້ ເປັນຄັ້ງທຳອິດ ທີ່ ທ່ານ ອາເບລາຣໂດ ເດ ລາ ເອສປຣີເອຍາ ຕ້ອງປະສົບ ຫຼັງຈາກ ທີ່ຫາກໍເຂົ້າຮັບຕຳແໜ່ງ ປະທານາທິບໍດີ ໄດ້ພຽງແຕ່ສອງສາມວັນ ກ່ອນເກີດເຫດ./

KPL

ຂ່າວອື່ນໆ

ads
ads

Top