ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖື

14/08/2026 08:11
Email Print 2127
ຂປລ ເນື່ອງໃນໂອກາດ ວັນສື່ ມວນຊົນ ແລະ ການພິມຈຳໜ່າຍ ລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໄດ້ ໝູນວຽນມາຮອດອີກວາລະໜຶ່ງຊຶ່ງວຽກງານສື່ມວນຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຈາກສື່ແບບດັ້ງເດີມຄື: ໜັງສືພິມ, ວິທະຍຸ ແລະ ໂທລະພາບກ້າວເຂົ້າສູ່ສື່ດີຈິຕອນ, ເວັບໄຊ ແລະ ແພລດຟອມອອນລາຍຫລາກຫລາຍ ຮູບແບບ.

ທ່ານ ສີສັນ ປອງນະທີ ກຳມະ ການບໍລິຫານງານພັກກະຊວງເຕັກ ໂນໂລຊີ ແລະ ການສື່ສານ, ເລຂາ ໜ່ວຍພັກຮາກຖານ, ຮອງຜູ້ອຳ ນວຍການໃຫຍ່ບໍລິສັດ ດາວທຽມ ລາວ, ຮອງປະທານກຳມະທິການ ສົ່ງເສີມການຮ່ວມມືທຸລະກິດລາວຈີນ ປະຈຳສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ໄດ້ໃຫ້ ສຳພາດຕໍ່ນັກຂ່າວສຳນັກຂ່າວສານ ປະເທດລາວວ່າ: ວັນສື່ມວນຊົນ ລາວ ເປັນວັນທີ່ມີຄວາມໝາຍ ຄວາມສໍາຄັນທາງປະຫວັດສາດ ຫລາຍເພາະເປັນໂອກາດໃຫ້ພວກ ເຮົາໄດ້ທົບທວນຄືນເຖິງບົດບາດ, ຜົນງານ ແລະ ການເຕີບໃຫຍ່ຂະ ຫຍາຍຕົວຂອງວຽກງານສື່ມວນ ຊົນລາວຕະຫລອດໄລຍະເວລາທີ່ ຜ່ານມາ. ໃນໄລຍະຜ່ານມາ, ສື່ມວນ ຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ຈາກ ຮູບແບບການນໍາໃຊ້ສື່ດັ່ງເດີມເຊັ່ນ: ໜັງສືພິມ, ວິທະຍຸ ແລະ ໂທລະພາບ ໄດ້ພັດທະນາໄປສູ່ສື່ດີຈິຕອນ, ເວັບ ໄຊ ແລະ ແພດຟອມອອນລາຍ ຕ່າງໆ. ການປ່ຽນແປງນີ້ ໄດ້ຊ່ວຍ ໃຫ້ຂໍ້ມູນ-ຂ່າວສານສາມາດເຂົ້າ ເຖິງປະຊາຊົນລາວບັນດາເຜົ່າໄດ້ ຢ່າງວ່ອງໄວ ແລະ ກວ້າງຂວາງ ຫລາຍກວ່າໃນອະດີດ. ອີກດ້ານ ໜຶ່ງ, ສື່ມວນຊົນລາວ ຍັງມີບົດບາດ ໃນການເຜີຍແຜ່ຂໍ້ມູນຂ່າວສານ, ໃຫ້ ຄວາມຮູ້, ສ້າງຄວາມເຂົ້າໃຈໃຫ້ ແກ່ສັງຄົມ ແລະ ສະທ້ອນບັນຫາ ຕ່າງໆທີ່ປະຊາຊົນມີຄວາມສົນໃຈ. ພ້ອມກັນນັ້ນ, ການພັດທະນາດ້ານເຕັກໂນໂລຊີ ໄດ້ເຮັດໃຫ້ນັກຂ່າວ ແລະ ຜູ້ຜະລິດເນື້ອຫາມີໂອກາດ ນໍາສະເໜີຂໍ້ມູນໃນຮູບແບບໃໝ່ໆ ຂ່າວສານໄດ້ຫລາຍຂຶ້ນ ແລະ ເຂົ້າ ເຖິງກຸ່ມຜູ້ຮັບຂໍ້ມູນ. ແນວໃດກໍຕາມ, ສື່ມວນຊົນລາວ ໄດ້ມີການເຕີບໃຫຍ່ ທາງດ້ານຮູບແບບ, ເຕັກໂນໂລຊີ, ຄວາມຫລາກຫລາຍ ແລະ ຄວາມ ໄວໃນການນໍາສະເໜີຂ່າວສານ. ດັ່ງນັ້ນ, ວັນສື່ມວນຊົນລາວ ຈຶ່ງບໍ່ ຄວນເປັນພຽງວັນແຫ່ງການລະ ນຶກ ເຖິງຜົນງານໃນອະດີດ, ແຕ່ຄວນເປັນ ໂອກາດໃນການກຳນົດທິດທາງໃໝ່ ເພື່ອໃຫ້ສື່ມວນຊົນລາວສາມາດກ້າວ ທັນກັບຍຸກດີຈິຕອນ ແລະ ມີບົດບາດ ທີ່ສ້າງສັນຕໍ່ສັງຄົມຫລາຍຍິ່ງຂຶ້ນ. ທ່ານ ສີສັນ ປອງນະທີ ໄດ້ກ່າວ ຕື່ມວ່າ: ຖ້າທຽບກັບເມື່ອກ່ອນ, ສື່ ມວນຊົນລາວ ໃນປັດຈຸບັນແມ່ນໄດ້ ມີການພັດທະນາຂຶ້ນຫລາຍທັງດ້ານ ເຕັກໂນໂລຊີ, ຮູບແບບການນໍາສະ ເໜີ ແລະ ຄວາມໄວໃນການເຜີຍແຜ່ ຂໍ້ມູນ-ຂ່າວສານເປັນຕົ້ນແມ່ນຈາກ ສື່ແບບດັ້ງເດີມໄດ້ກ້າວມາສູ່ສື່ແບບ ດີຈິຕອນ. ເມື່ອກ່ອນອາໄສໜັງສືພິມ, ວິທະຍຸ ແລະ ໂທລະພາບເປັນຫລັກ, ແຕ່ປັດຈຸບັນມີເວັບໄຊ, ເຟສບຸກ, ຢູທູບ ແລະ ແພດຟອມອອນລາຍ ຕ່າງໆອັນເຮັດໃຫ້ການເຜີຍແຜ່ຂໍ້ມູນ ຂ່າວສານໄວຂຶ້ນ ຊຶ່ງໃນອະດີດ, ການຮັບຂ່າວສານອາດຕ້ອງລໍຖ້າ ໜັງສືພິມ ຫລື ລາຍການຂ່າວ. ປັດຈຸບັນສາມາດຮັບຂ່າວສານໄດ້ ທັນສະພາບການໂດຍຜ່ານອິນເຕີ ເນັດ; ມີເນື້ອຫາຫລາກຫລາຍຂຶ້ນ ບໍ່ມີພຽງແຕ່ບົດຂ່າວ ຫລື ລາຍການ ວິທະຍຸ-ໂທລະພາບ, ແຕ່ມີວິດີໂອ ສັ້ນ, ພອດແຄສ, ການຖ່າຍທອດສົດ ແລະ ເນື້ອຫາສໍາລັບໂຊຊຽວມີເດຍ. ຜູ້ຮັບຂ່າວສານບໍ່ໄດ້ເປັນພຽງຜູ້ອ່ານ ຫລື ຜູ້ຊົມ, ແຕ່ຍັງສາມາດສະແດງ ຄວາມເຫັນ, ແບ່ງປັນ ແລະ ສ້າງ ເນື້ອຫາໄດ້ເອງ. ແຕ່ກໍມີສິ່ງທ້າທາຍ ຫລາຍດ້ານ ໂດຍສະເພາະຂ່າວ ປອມ, ຂໍ້ມູນຜິດ ແລະ ການແຂ່ງຂັນ ດ້ານຄວາມໄວ. ດັ່ງນັ້ນ, ສື່ມວນຊົນ ຈໍາເປັນຕ້ອງເນັ້ນຄວາມຖືກຕ້ອງ, ການກວດສອບແຫລ່ງຂ່າວ ແລະ ຈັນຍາບັນວິຊາຊີບ. ໃນອະນາຄົດ ຄວນສືບຕໍ່ພັດທະນາທັກສະຂອງ ບຸກຄະລາກອນ, ນໍາໃຊ້ເຕັກໂນໂລຊີ ໃໝ່ໆ ແລະ ສ້າງເນື້ອຫາທີ່ມີຄຸນຄ່າ, ເຂົ້າເຖິງງ່າຍ ແລະ ຕອບສະໜອງ ຕໍ່ຄວາມຕ້ອງການຂອງສັງຄົມ. ແນວໃດກໍຕາມໂດຍລວມແລ້ວສື່ ມວນຊົນລາວຈາກເດີມທີ່ເນັ້ນສື່ສິ່ງ ພິມ, ວິທະຍຸ ແລະ ໂທລະພາບ ແມ່ນ ໄດ້ກ້າວເຂົ້າສູ່ຍຸກດີຈິຕອນຫລາຍ ຂຶ້ນທັງວ່ອງໄວຂຶ້ນ, ເຂົ້າເຖິງງ່າຍ ແລະ ຫລາກຫລາຍຂຶ້ນ, ແຕ່ກໍຕ້ອງ ພັດທະນາຄຸນນະພາບ ແລະ ຄວາມ ເຊື່ອຖືຄວບຄູ່ກັນໄປ. ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

    • ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

      9/11/2026 9:32:30 AM

      ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

    • ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດວັດທະນະທຳ-ສັງຄົມ

      ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

      9/8/2026 12:08:07 PM

      ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,

ads
ads

Top