ຂປລ
ໜ່ວຍງານ ການແລ່ນກຳປັ່ນ ແລະ ທ່າກຳປັ່ນຂອງ ສິງກະໂປ ເປີດເຜີຍວ່າ: ສິງກະໂປ ໄດ້ເປີດຕົວ ໂຄງການ ລິເລີ່ມລາຍການຕ່າງໆ ເພື່ອຍົກລະດັບ ຄວາມປອດໄພທາງທະເລ, ເພີ່ມຂີດ ຄວາມສາມາດ ໃນການ ດຳເນີນງານ ແລະ ສະໜັບ ສະໜູນ ການນຳໃຊ້ເຕັກໂນໂລຊີໃໝ່ ຢ່າງປອດໄພ ໂດຍໂຄງການດັ່ງກ່າວ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ໜ່ວຍງານ ການແລ່ນກຳປັ່ນ ແລະ ທ່າກຳປັ່ນຂອງ ສິງກະໂປ ເປີດເຜີຍວ່າ: ສິງກະໂປ ໄດ້ເປີດຕົວ ໂຄງການ ລິເລີ່ມລາຍການຕ່າງໆ ເພື່ອຍົກລະດັບ ຄວາມປອດໄພທາງທະເລ, ເພີ່ມຂີດ ຄວາມສາມາດ ໃນການ ດຳເນີນງານ ແລະ ສະໜັບ ສະໜູນ ການນຳໃຊ້ເຕັກໂນໂລຊີໃໝ່ ຢ່າງປອດໄພ ໂດຍໂຄງການດັ່ງກ່າວ ປະກອບດ້ວຍ ລະບົບລາຍງານ ເຫດການ ໃກ້ຄຽງກັບ ເກີດອຸບັດຕິເຫດ (Near Miss) ຮູບແບບໃໝ່; ລະບົບ ສັ່ງການປະຕິບັດການ; ທ່າກຳປັ່ນ ແບບບູ ລະນະການ ລວມເຖິງ ການທົດລອງ ປະຕິບັດການ; ວຽກທະເລ ແບບອັດຕະໂນມັດ ແລະ ການຄວບຄຸມ ຈາກໄລຍະໄກ
ລະບົບການລາຍງານ ເຫດການ ດັ່ງກ່າວ ໄດ້ເປີດຕົວ ໂດຍສະພາ ຄວາມປອດໄພ ທາງທະເລ ແຫ່ງຊາດ ແລະ ສະມາຄົມ ການເດີນ ກຳປັ່ນ ສິງກະໂປ ເຊິ່ງຈະເປີດໃຫ້ ຜູ້ໃຊ້ ພື້ນທີ່ ທາງທະເລ ສາມາດ ລາຍງານ ເຫດການ ແລະ ແບ່ງປັນ ບົດຮຽນ ດ້ານຄວາມປອດໄພ ໂດຍຜ່ານ ຊ່ອງທາງອອນລາຍ ທີ່ ເປັນຄວາມລັບ.
ນອກຈາກນີ້, ໜ່ວຍງານ ດັ່ງກ່າວ ຍັງໄດ້ປະກາດ ເປີດນຳໃຊ້ ລະບົບ ສັ່ງການ, ການຄວບຄຸມ ແລະ ສື່ສານສຳລັບ ການປະຕິບັດການ ທ່າກຳປັ່ນ ແບບບູລະນະການ ໂດຍພັດ ທະນາ ຮ່ວມກັບ ສຳນັກງານ ວິທະຍາສາດ ແລະ ເຕັກໂນໂລຊີ ການປ້ອງກັນ ປະເທດ ສິງກະໂປ (DSTA) ແລະ ເອັສທີ ເອັນຈິເນຍຣິ່ງ (ST Engineering) ເພື່ອໃຫ້ເຈົ້າໜ້າທີ່ ສາມາດ ເບິ່ງເຫັນ ພາບລວມ ຂອງ ກິດຈະກຳ ແລະ ຄວາມສ່ຽງຕ່າງໆ ພາຍໃນ ທ່າກຳປັ່ນໄດ້ ຕະຫລອດເວລາ (Real-time)./
KPL