ຫວຽດເຈັດເພີ່ມການບໍລິການໃໝ່ໃນປະເທດຈີນ ເຊື່ອມຕໍ່ນະຄອນໂຮ່ຈີມິນ ກັບ ຊີອານ

10/04/2024 16:45
Email Print 3391
ຂປລ ຄວາມຕື່ນເຕັ້ນເທື່ອໃໝ່ກຳລັງຈະເກີດຂຶ້ນເພາະວ່າ ສາຍການບິນຫວຽດເຈັດ (Vietjet) ໄດ້ຂະຫຍາຍເຄືອຂ່າຍການບິນລະຫວ່າງຫວຽດນາມ ແລະ ຈີນເພີ່ມເຕີມອີກ, ຫລັງຈາກການເປີດໂຕບໍລິການຖ້ຽວບິນ Shanghai ແລະ Chengdu ໃນຕົ້ນປີນີ້.

ຄວາມຕື່ນເຕັ້ນເທື່ອໃໝ່ກຳລັງຈະເກີດຂຶ້ນເພາະວ່າ ສາຍການບິນຫວຽດເຈັດ (Vietjet)ໄດ້ຂະຫຍາຍເຄືອຂ່າຍການບິນລະຫວ່າງຫວຽດນາມ ແລະ ຈີນເພີ່ມເຕີມອີກ, ຫລັງຈາກການເປີດໂຕບໍລິການຖ້ຽວບິນ Shanghai ແລະ Chengdu ໃນຕົ້ນປີນີ້. ສາຍ​ການ​ບິນ​ນີ້​ຈະ​ເປັນ​ສາຍ​ການ​ບິນ​ທຳ​ອິດ​ທີ່​ຈະ​​ບິນ​ໂດຍ​ກົງ​ເຊື່ອມ​ຕໍ່​ສູນ​ກາງ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ ຄື ນະ​ຄອນ​ໂຮ່​ຈີ​ມິນ​ກັບ​ນະ​ຄອນ​ຊີ​ອານ​ຂອງ​ຈີນ ຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວມີທາງເລືອກໃນການເດີນທາງຫລາຍຂຶ້ນ, ເຮັດໃຫ້ເວລາເດີນທາງໜ້ອຍລົງ ແລະ ປະຢັດຄ່າໃຊ້ຈ່າຍຫລາຍຂຶ້ນ.

ເສັ້ນທາງ​ບິນນະຄອນໂຮ່ຈີ​ມິນ-ຊີ​ອານ ​ຈະ​ເປີດ​ບໍລິການ​ໃນ​ວັນ​ທີ 29 ​ເມສາ 2024 ດ້ວຍ​ຖ້ຽວ​ບິນ​ໄປ​ກັບ 4 ຖ້ຽວ​ຕໍ່​ອາທິດ. ຖ້ຽວບິນຈາກນະຄອນໂຮ່ຈີມິນ ຫາ ເມືອງຊີອານ ອອກເດີນທາງທຸກວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເວລາ 20:05 ໂມງ (ຕາມເວລາທ້ອງຖິ່ນ)ແລະ ລົງຈອດຢູ່ສະໜາມບິນສາກົນຊີອານ ຊຽງຢາງ ເວລາ 01:30 ໂມງຂອງມື້ຕໍ່ມາ (ຕາມເວລາທ້ອງຖິ່ນ). ຖ້ຽວບິນຂາກັບຈາກຊີອານ ໄປນະຄອນໂຮ່ຈີມິນ ອອກເດີນທາງທຸກໆວັນຈັນ, ອັງຄານ, ວັນພະຫັດ ແລະ ວັນເສົາ ເວລາ 02:30 ໂມງ (ຕາມເວລາທ້ອງຖິ່ນ) ແລະ ລົງຈອດຢູ່ນະຄອນໂຮ່ຈີມິນ ເວລາ 06:25 ໂມງ (ຕາມເວລາທ້ອງຖິ່ນ).

ເພື່ອເປັນການສະເຫລີມສະຫລອງເສັ້ນທາງໃໝ່ ແລະ ການເດີນທາງທີ່ຖືກ ສາຍການບິນ Vietjet ເປີດໂຕຫລຸດລາຄາກັບ Friday sale ທຸກວັນສຸກດ້ວຍຄ່າໂດຍສານຕໍ່າສຸດ 0 ໂດລາ(ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບການເດີນທາງຈົນຮອດວັນທີ 31 ທັນວາ 2024 (ບໍ່ລວມມື້ພັກ, ປີໃໝ່ຕາມປະຕິທິນ ແລະ ເວລາທີ່ມີເດີນທາງຫລາຍຂອງລະດູການທ່ອງທ່ຽວ). ໂປຣໂມຊັນນີ້ ມີໃຫ້ຈັບຈອງທຸກໆວັນສຸກຈົນຮອດທ້າຍປີທີ່ເວັບໄຊ www.vietjetair.com ແລະ ແອັບມືຖື Vietjet Air. ເມື່ອໃຊ້ບໍລິການຂອງສາຍການບິນ Vietjet ທ່ານຈະໄດ້ສຳຜັດກັບເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ພະນັກງານການບິນທີ່ເປັນມືອາຊີບ ແລະ ສຳຜັດ ກັບອາຫານທີ່ແຊບຊ້ອຍ ພ້ອມກັບອາຫານນາໆຊາດ ແລະ ອາຫານຫວຽດນາມ ທີ່ນິຍົມເຊັ່ນ: ເຝີ ແລະ ເຂົ້າຈີ່ຫວຽດນາມ. ນອກຈາກນັ້ນ, ທ່ານສາມາດເພີດເພີນກັບການສະແດງວັດທະນະທໍາ ແລະ ສິລະປະ ທີ່ເປັນເອກະລັກໃນລະຫວ່າງການເດີນທາງຂອງທ່ານ ຢູ່ທີ່ລະດັບຄວາມສູງ 10.000 ແມັດ. ພ້ອມນີ້, ສາຍການບິນ Vietjet ຍັງມອບປະກັນໄພ SkyCare ໃຫ້ກັບຜູ້ໂດຍສານທັງໝົດເພື່ອຮັບປະກັນການເດີນທາງທີ່ບໍ່ມີຄວາມກັງວົນ.

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top