ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍ ຢ່າງໜັກແໜ້ນ

28/06/2026 19:44
ຂປລ ສປ ຈີ​ນ​ ຍິນ​ດີ​ຮ່ວມ​ກັບ​ ກຳ​ປູ​ເຈຍ​ ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ ​ຢ່າງ​ໜັກ​ແໜ້ນ.ປັດ​ຈຸ​ບັນ,ສະ​ຖາ​ນະ​ການ​ສາ​ກົນ​ ແລະ ​ພາກ​ພື້ນ​ມີ​ການ​ປ່ຽນ​ແປງ​ຢ່າງສັບ​ສົນ ​ແລະ ​ເລິກ​ເຊິ່ງ​,ສປ ຈີນ​ ແລະ ​ກຳ​ປູ​ເຈຍ ​ຄວນ​ຮ່ວມ​ກັນ ​ເພື່ອ​ເພີ່ມ​ສະ​ຖຽນ​ລະ​ພາບ ​ໃຫ້​ແກ່ ​ສັນ​ຕິ​ພາບ​ ແລະ​ ການ​ພັດ​ທະ​ນາ​ ໃນ​ພາກ​ພື້ນ

     ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ​ຢູ່​ຫໍ​ສະ​ພາ ​ປະ​ຊາ​ຊົນ ​​ທີ່​ນະ​ຄອນ​ຫລວງ​ ປັກ​ກິ່ງຂອງ ສປ ​ຈີນ, ທ່ານ ສີ ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ ທ່ານ ຮຸນ​ເຊນ ປະ​ທານ​ພັກ ​ປະ​ຊາ​ຊົນ​ ກຳ​ປູ​ເຈຍ, ປະ​ທານ​ສະ​ພາ​ສູງ ​ກຳ​ປູ​ເຈຍ.ໃນໂອກາດນີ້ ທ່ານ ສີ​ ຈິ້ນ​ຜິງ ກ່າວ​ວ່າ: ສປ ຈີ​ນ​ ຍິນ​ດີ​ຮ່ວມ​ກັບ​ ກຳ​ປູ​ເຈຍ​ ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ ​ຢ່າງ​ໜັກ​ແໜ້ນ. ປັດ​ຈຸ​ບັນ,ສະ​ຖາ​ນະ​ການ​ສາ​ກົນ​ ແລະ ​ພາກ​ພື້ນ​ມີ​ການ​ປ່ຽນ​ແປງ​ຢ່າງສັບ​ສົນ ​ແລະ ​ເລິກ​ເຊິ່ງ​,ສປ ຈີນ​ ແລະ ​ກຳ​ປູ​ເຈຍ ​ຄວນ​ຮ່ວມ​ກັນ ​ເພື່ອ​ເພີ່ມ​ສະ​ຖຽນ​ລະ​ພາບ ​ໃຫ້​ແກ່ ​ສັນ​ຕິ​ພາບ​ ແລະ​ ການ​ພັດ​ທະ​ນາ​ ໃນ​ພາກ​ພື້ນ: ສ້າງ​ພື້ນ​ຖານ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ ທາງ​ຍຸດ​ທະ​ສາດ​ ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເດີນ​ຕາມ​ເສັ້ນ​ທາງ​ ແຫ່ງ​ການ​ພັດ​ທະ​ນາ​ ແລະ​ ຄວາມ​ຈະ​ເລີນ​ ຢ່າງ​ໝັ້ນ​ທ່ຽງ, ປົກ​​ປ້ອງ​ສັນ​ຕິ​ພາບ ​ແລະ​ ຄວາມ​ໝັ້ນ​ຄົງ​ແບບ​ຖາ​ວອນ ຂອງ​ປະ​ເທດ​ໃຜ​ລາວ ແລະ ສ້າງ​ແບບ​ ຢ່າງ​ການປະ​ສານ​ງານ​ ທາງ​ຍຸດ​ທະ​ສາດ.ຈາກນັ້ນ ທ່ານ ຮຸນ​ເຊນ ກ່າວ​ວ່າ: ກຳ​ປູ​ເຈຍ ​​ຍຶດ​ໝັ້ນ ປະ​ຕິ​ບັດ​ຕາມ​ຫລັກ​ການ​ ປະ​ເທດ​ຈີນ​ດຽວ. ຍິນ​ດີ​ຮ່ວມ​ກັບ​ ສປ ຈີນ​ ເພີ່ມ​ທະ​ວີ​ ການ​ເຊື່ອມ​ຕໍ່​ກັນ​ ລະ​ຫວ່າງ ຍຸດ​ທະ​ສາດ 5 ແຈກັບ​ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ”, ລົງ​ເລິກ​ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ ເສດ​ຖະ​ກິດ,ຄວາມ​ໝັ້ນ​ຄົງ ​ແລະ ​ຂົງ​ເຂດ​ອື່ນໆ. ຍິນ​ດີ​ຮັດ​ແໜ້ນ​ ການ​ຮ່ວມ​ມືກັບ ສປ ​ຈີນ ​ໃນ​ດ້ານ​ການ​ບັງ​ຄັບ​ໃຊ້ ​ກົດ​ໝາຍ ​ເພື່ອ​ປາບ​ປາມ​ ການ​ຫລອກ​ລວງ​ ທາງ​ໂທ​ລະ​ຄົມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top