ລາວ-ໄທ ຮັດ​ແໜ້ນການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ

06/05/2026 10:30
Email Print 1644
ຂປລ ເມື່ອບໍ່ດົນມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະໄດ້ເດີນທາງໄປພົບປະ, ປຶກສາຫາລື ແລະ ເຮັດວຽກຮ່ວມກັບ ທ່ານ ອັກຄະນັດ ພ້ອມພັນ ລັດຖະມົນຕີວ່າການກະຊວງພະລັງງານ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍຄະນະ.

     ຂປລ. ການພົບປະຄັ້ງນີ້, ເປັນຂີດໝາຍສຳຄັນ ເນື່ອງຈາກເປັນການພົບ ແລະ ເຮັດວຽກຮ່ວມກັນຄັ້ງທໍາອິດ ຂອງສອງລັດຖະມົນຕີທັງສອງຝ່າຍໄດ້ແລກປ່ຽນທັດສະນະໃນສະພາວະທີ່ຕະຫລາດພະລັງງານໂລກມີຄວາມຜັນຜວນສູງ ຊຶ່ງຮຽກຮ້ອງໃຫ້ທັງສອງປະເທດ ຕ້ອງຮັດແໜ້ນການຮ່ວມມື ເພື່ອສ້າງຄວາມໝັ້ນຄົງ ແລະ ຮັບປະກັນສະຖຽນລະພາບທາງດ້ານພະລັງງານຊຶ່ງເປັນພື້ນຖານຂອງເສດຖະກິດຂອງສອງປະເທດ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ບົດບາດຂອງຂະແໜງພະລັງງານ ທີ່ປະກອບສ່ວນສຳຄັນຕໍ່ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລາວ-ໄທ, ພ້ອມທັງ ເປັນເອກະພາບກ່ຽວກັບຄວາມມຸ່ງຫວັງ ທີ່ຈະເພີ່ມທະວີການຮ່ວມມືໃນອະນະຄົດໃຫ້ຫລາຍຂຶ້ນ ບົນພື້ນຖານການຜັນຂະຫຍາຍທິດຮ່ວມມືແບບ “ຄູ່ຮ່ວມຍຸດທະສາດເພື່ອການເຕີບໂຕ ແລະ ການພັດທະນາແບບຍືນຍົງ”. 

     ໃນຕອນທ້າຍ ທ່ານ ມະໄລທອງ ກົມມະສິດ ໄດ້ເຊື້ອເຊີນ ທ່ານ ອັກຄະນັດ ພ້ອມພັນລະຍາ ແລະ ຄະນະ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອສືບຕໍ່ປຶກສາຫາລືລົງເລິກໃນລາຍລະອຽດ ແລະ ຍົກລະດັບການຮ່ວມມືທາງດ້ານພະລັງງານຂອງສອງປະເທດ ໃຫ້ກ້າວສູ່ມິຕິໃໝ່ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນທັງສອງຊາດ ໃຫ້ນັບມື້ນັບຫລາຍຂຶ້ນ.

ຂໍ້ມູນ-ພາບ: ຂ່າວສານ ອຄ

KPL

ຂ່າວອື່ນໆ

ads
ads

Top