7305

w0dv'xt-5 ,]a f4t[ko gxu fd;h k' 7A 'mu I xt9txu 2026 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) ວັນພະຫັດ 25.06.2026 ປີທີ 25 ສະບັບທີ 6.465ັັີີັີ gru j ,mt;u [q f[kfdkooerk0v'ra dF ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ( ຂວາ ) ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ຜູ້ທີ 6 ນັບຈາກຂວາຫາຊ້າຍແຖວໜ້າ ) 6 gfn vomh kpxu oU c0;'w-lq ,[6 o 9t-5 dp6h lqj 'glu ,dkox6 d{dko]h P'.sh s]kp0B o okpq d]a f4t,q o8u 8h voIa [z6h cmodt-;'dtly de xj kw,h c]t dkoxt,q ' csj ' ]k-tvkok9a ddex6 g9p  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ 37'dkocd,-y ; 9a f/b dvq [Iq , .sh oa d0j k; 4 c0;'rkddk'  ອ່ານຕໍ່ໜ້າ 4່ າໍ່ ໜ້າ Ill lts]5 [dko0B omt[Po cI''ko8j k'xtgmfmuj [+ 4n d8h v' 7totxt9el6 odk'co;]k;lh k'-kf fegou odv'xt-5 ,gxu fd;h k' ທ່ານ ສະຫວັນຄອນ ຣາຊະມົນຕີ ທ່ານ ພູວົງ ບຸນຊູ ທ່ານ ພົຈວ ບົວພັນ ອິນທະປັນຍາ Iv'okpq d]a f4t,q o8u 8h voIa [ 7totz6h cmo0v'vq 'dkolqj 'glu ,dko7h kpuj x5j o xt9e]k; ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ( ຜູ້ທີ 4 ນັບຈາກຂວາຫາຊ້າຍ ) ຂປລ. ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ (ຮສສ) ຈັດກອງ ຂ ປ ລ . ໂ ຄ ງ ກ າ ນ ແ ກ ມ ຊິວ (GAMCIL) ຂອງອົງການແຄ ນານາຊາດ ປະຈຳລາວ ຮ່ວມກັບ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຈັດຝຶກອົບຮົມໃຫ້ນັກຂ່າວ 4 ແຂວງພາກກາງ ເມື່ອວັນທີ 22 ມິຖຸນານີ້ ຢູ່ໂຮງແຮມສຸພັດຕາ ນະຄອນຫລວງວຽງຈັນ ພາຍໃຕ້ ຫົວຂໍ້ ການລາຍງານຂ່າວກ່ຽວ ຂປລ. ໃນ6 ເດືອນທ້າຍປີ2026 ນີ້, ແຂວງໄຊສົມບູນ ຈະສຸມໃສ່ ຊຸກຍູ້, ສົ່ງເສີມການປູກ-ການລ້ຽງ ໂດຍສະເພາະແມ່ນການປູກຝັງລ້ຽງສັດໃນລະດູຝົນໃຫ້ບັນລຸແຜນທີ່ ວາງໄວ້; ເພີ່ມທະວີການຄຸ້ມຄອງ ບັນດາຫົວໜ່ວຍວິສາຫະກິດໃນ ທົ່ວແຂວງໃຫ້ເຄື່ອນໄຫວຢ່າງ ແຂງແຮງ, ຖືກຕ້ອງຕາມລະບຽບ ຂປລ. ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ໃນ 6 ເດືອນຕົ້ນປີ 2026 ຂອງແຂວງ ວຽງຈັນ ມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ ແລະ ມີທ່າກ້າວທີ່ດີເຮັດ ໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນລະດັບ 3,4%, ເທົ່າກັບ58,62%ຂອງແຜນ ການ (ແຜນ 5,8%), ຄິດເປັນມູນ ຂປລ. ໃນວັນທີ 23 ມິຖຸນາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ຄະນະຜູ້ແທນຂອງອົງການສົ່ງເສີມ ການຄ້າຍີ່ປຸ່ນ (JETRO) ປະຈໍາ ສປປ ລາວ ນໍາພາໂດຍທ່ານ ຄິຄຸຈິ ຢາຊຸຊິ (Mr. Kikuchi Yasushi) ຫົວໜ້າອົງການສົ່ງເສີມການຄ້າ ຍີ່ປຸ່ນ ປະຈຳ ສປປ ລາວ ຄົນເກົ່າ ແລະ ທ່ານ ຄະວະໂນະ ມິຊຶຮິໂຣະ ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ດິດ ທິນາ ລັດຖະ ມົນຕີກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ລາຊະອານາຈັກ ກຳປູເຈຍ ພ້ອມຄະນະເຂົ້າຢ້ຽມຂໍ່າ ນັບໃນວັນທີ 23 ມິຖຸນາ 2026 ທີ່ ນະຄອນຫລວງວຽງຈັນ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ກໍໄດ້ສະ ແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ດິດ ທິນາ ພ້ອມ ຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ຄັ້ງນີ້ ຊຶ່ງເປັນການປະກອບສ່ວນ ເສີມສ້າງການພົວພັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະ ຫວ່າງສອງປະເທດ ກໍຄື ກະຊວງ ຂປລ. ກອງປະຊຸມຄະນະປະຈໍາ ສູນກາງແນວລາວສ້າງຊາດ ຈັດຂຶ້ນໃນ ວັນທີ 23 ມິຖຸນາ 2026 ໂດຍການເປັນ ກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ລາ ຊະອານາຈັກກຳປູເຈຍ ທີ່ມີມູນເຊື້ອ ມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ ເພີ່ມພູນຄູນສ້າງ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານ ດິດ ທິນາ ກໍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວ ສ້າງຊາດ, ມີຮອງປະທານ, ຄະນະປະຈຳ ພ້ອມດ້ວຍຫົວ ໜ້າ-ຮອງຫົວໜ້າກົມຂອງ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດ ຂຶ້ນເພື່ອສະຫລຸບຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິ ບັດວຽກງານຕ່າງໆທີ່ປິ່ນ ທ່ານ ກິແກ້ວ ໄຂຄຳພິທູນ ທ່ານ ພົງໄຊສັກ ອິນຖາລາດ ປະຊຸມສະຫລຸບລາຍງານຜົນການ ຈັດຕັ້ງປະຕິບັດວຽກງານຂຶ້ນທະ ບຽນ ແລະ ອອກບັດອະນຸຍາດ ເຮັດວຽກຊົ່ວຄາວໃຫ້ແກ່ແຮງງານ ຕ່າງປະເທດທີ່ມາເຄື່ອນໄຫວອອກ ແຮງງານ ແລະ ປະກອບອາຊີບ ແບບບໍ່ຖືກຕ້ອງຕາມກົດໝາຍຢູ່ ສປປ ລາວ ໃນລະຫວ່າງວັນທີ 23-24 ມິຖຸນາ 2026 ໂດຍການ ເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະ ຊວງ ຮສສ, ມີຫົວໜ້າກົມ, ຫົວໜ້າຮອງຫົວໜ້າພະແນກ ຮສສ ແຂວງ ຂປລ. ກະຊວງສາທະລະນະສຸກ ໄດ້ກໍານົດທິດທາງແຜນການ 5 ປີ 2026-2030 ເ ພື່ອແກ້ໄຂຂໍ້ ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໂດຍເພີ່ມທະວີບົດບາດການນໍາ ພາ-ຊີ້ນໍາຂອງຄະນະພັກ-ຄະນະ dt-;'lkmk]totl5 d deoq fczodko 5 xu 8|h k 2026-2030 grnj vcdh w00= sp5h h 'pkd + 6 gfn vo8Q oxu 2026 glf4tdy f{la '7q , c0;';P'9a o ,u dko0tspkp8q ;8gonj v' c]t ,u mj kdh k;muj fu +

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 25/06/2026 xtgmf]k; ຮສສ ສະຫລຸບການຂຶ້ນທະບຽນ...ຸຶ້ ໄຂກອງປະຊຸມລັດຖະບານ...ຸັ ຮອງນາຍົກລັດຖະມົນຕີ...ົັົີ ນາຍົກລັດຖະມົນຕີ...ົັົີ ຄະນະປະຈໍາສູນກາງແນວລາວ...ໍູ ຂປລ. ລັດຖະບານໄຂກອງ ປະຊຸມເປີດກວ້າງ ຄັ້ງທີ I ປະຈໍາ ປີ 2026 ໃນວັນທີ 24 ມິຖຸນາ 2026 ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກ ລັດຖະບານ, ປະທານຄະນະກຳມະ ການປົກຄອງນະຄອນຫລວງວຽງ ຈັນ, ບັນດາແຂວງ ແລະ ຜູ້ຕາງໜ້າ ອົງການຈັດຕັ້ງພັກ-ລັດ ທຽບເທົ່າ ຂັ້ນສູນກາງເຂົ້າຮ່ວມ. ກອງປະຊຸມລັດຖະບານເປີດ ກວ້າງຄັ້ງນີ້, ຈະໄດ້ດຳເນີນເປັນ ເວລາ 2 ວັນ ຊຶ່ງເນື້ອໃນຂອງກອງ ປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ, ປຶກ ສາຫາລື ແລະ ປະກອບຄຳເຫັນຕໍ່ ຫົວຂໍ້ສຳຄັນຄືສະຫລຸບວຽກພົ້ນ ເດັ່ນ 6 ເດືອນຕົ້ນປີ ແລະ ແຜນວຽກ ຈຸດສຸມໄລຍະ 6 ເດືອນທ້າຍປີ2026 ຂອງລັດຖະບານ; ການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ- ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 6 ເດືອນທ້າຍປີ 2026; ຮ່າງດໍາລັດ ວ່າດ້ວຍຕຳແໜ່ງບໍລິຫານຂອງ ພະນັກງານ-ລັດຖະກອນ (ສະບັບ ປັບປຸງ); ຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການປົກຄອງຕາ ແສງ; ຮ່າງວາລະແຫ່ງຊາດ ວ່າ ດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ. ກອງປະຊຸມໄຂຂຶ້ນໃນທ່າມກາງ ບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າກຳລັງ ຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຢ່າງເອົາການ ເອົາງານ ເພື່ອພ້ອມກັນບຸກບືນສູ້ ຊົນຈັດຕັ້ງປະຕິບັດໃຫ້ປະກົດຜົນ ເປັນຈິງນຳເອົາຜົນປະໂຫຍດສູງສຸດ ມາສູ່ປະເທດຊາດ ແລະ ປະຊາຊົນ ບັນດາເຜົ່າໃຫ້ໄດ້ຕາມແຜນທີ່ວາງ ໄວ້, ທັງຢູ່ໃນທ່າມກາງສະພາບ ການພາກພື້ນ ແລະ ສາກົນ ຍັງສືບ ຕໍ່ຜັນແປຢ່າງສັບສົນ ແລະ ຄາດ ຄະເນໄດ້ຍາກເປັນຕົ້ນຄວາມຂັດ ແຍ້ງທາງດ້ານພູມສາດການເມືອງ, ສົງຄາມການຄ້າ ແລະ ການແຂ່ງ ຂັນຂອງບັນດາປະເທດມະຫາອໍາ ນາດ ໂດຍສະເພາະບັນຫາຂໍ້ຂັດ ແຍ່ງຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດໃຫ້ ສະພາບເສດຖະກິດໂລກ ທີ່ມີຄວາມ ຫຍຸ້ງຍາກຢູ່ແລ້ວນັ້ນຍິ່ງຈະສືບ ພ້ອມທັງໄດ້ລາຍງານໃຫ້ຊາບເຖິງ ຈຸດປະສົງໃນການມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ຜົນຂອງການພົບປະ ສອງຝ່າຍລະຫວ່າງກະຊວງກະສິ ກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ກັບ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ລາຊະອາ ນາຈັກກຳປູເຈຍ ຕື່ມອີກ. ຂ່າວ-ພາບ: ບຸນຕອມ ອ້ອມຂອງສູນກາງແນວລາວສ້າງ ຊາດ ໃນໄລຍະຜ່ານມາ ແລະ ວາງ ທິດທາງແຜນການໃນຕໍ່ໜ້າ ໂດຍ ສະ ເພາະແມ່ນການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງ ປະຊຸມໃຫຍ່ຜູ້ແທນແນວລາວສ້າງ ຊາດທົ່ວປະເທດ ຄັ້ງທີ XII; ສຸມ ໃສ່ການກະກຽມຄວາມພ້ອມໃນ (Mr. KAWANO Mitsuhiro) ຫົວໜ້າອົງການສົ່ງເສີມການຄ້າ ຍີ່ປຸ່ນ ປະຈຳ ສປປ ລາວ ຄົນໃໝ່ ພ້ອມຄະນະ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ການປະຕິ ບັດໜ້າທີ່ຢ່າງຕັ້ງໜ້າຕະຫລອດ ໄລຍະ 5 ປີ (2021-2026) ດ້ວຍຜົນສໍາເລັດອັນຈົບງາມຂອງ ທ່ານ ຄິຄຸຈິ ຢາຊຸຊິ ກໍຄື ບົດບາດ ຂອງອົງການ JETRO ປະຈໍາ ສປປ ລາວ ຊຶ່ງໄດ້ປະກອບສ່ວນ ສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ພາຍໃຕ້ການເປັນຄູ່ ຮ່ວມຍຸດທະສາດຮອບດ້ານ ໂດຍ ສະເພາະແມ່ນການປະກອບສ່ວນ ເຂົ້າໃນການສົ່ງເສີມການຄ້າ ແລະ ການລົງທຶນສອງຝ່າຍ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ຄະວະໂນະ ມິຊຶຮິໂຣະ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາ ລົງຕໍາແໜ່ງເປັນຫົວໜ້າອົງການ JETROປະຈຳ ສປປ ລາວ ຄົນໃໝ່ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ. ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ມີ ຄວາມໝາຍຄວາມສຳຄັນຢ່າງຍິ່ງ ຍ້ອນຈັດຂຶ້ນທ່າມກາງບັນຍາກາດ ທີ່ທົ່ວປະເທດກຳລັງສຸມໃສ່ແກ້ໄຂ ບັນຫາເສດຖະກິດ-ສັງຄົມທີ່ຕິດພັນ ກັບວາລະແຫ່ງຊາດ. ໃນປັດຈຸບັນ, ສປປ ລາວ ກຳລັງຜະເຊີນກັບ ບັນຫາການຂາດແຄນແຮງງານ ຄວບຄູ່ໄປກັບການຫລັ່ງໄຫລເຂົ້າ ມາຂອງແຮງງານຕ່າງປະເທດ ທັງແບບຖືກຕ້ອງ ແລະ ບໍ່ຖືກຕ້ອງ ຕາມກົດໝາຍ ໂດຍສະເພາະແມ່ນ ແຮງງານສັນຊາດບັງກະລາເດັດ, ມຽນມາ, ອິນເດຍ ແລະ ສັນຊາດ ອື່ນໆທີ່ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ ເນື່ອງ ຊຶ່ງໄດ້ສ້າງຫາງສຽງທັກ ທ້ວງຈາກສັງຄົມເປັນຈໍານວນ ຫລາຍ. ຕໍ່ກັບສະພາບການນີ້, ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງ ໃຫ້ຂະແໜງການ ຮສສ ທຸກຂັ້ນ ຕ້ອງເພີ່ມທະວີຄວາມເຂັ້ມງວດ ໃນການຕິດຕາມກວດກາ ແລະ ປະສານສົມທົບກັບທຸກພາກສ່ວນ ເພື່ອສະກັດກັ້ນການລັກລອບເຮັດ ວຽກຜິດກົດໝາຍ, ການຍາດແຍ່ງ ອາຊີບຂອງພົນລະເມືອງລາວ ແລະ ປ້ອງກັນບໍ່ໃຫ້ເກີດປະກົດການຫຍໍ້ ທໍ້ໃນສັງຄົມ. ສຳລັບການຈັດສັນ ແຮງງານຕ່າງປະເທດທີ່ປະກອບ ອາຊີບອິດສະລະເຊັ່ນ: ນາຍຊ່າງ ກໍ່ສ້າງ, ສ້ອມແປງ, ບໍລິການຄວາມ ງາມ, ປຸງແຕ່ງອາຫານ ທີ່ຕະຫລາດ ແຮງງານລາວຍັງມີຄວາມຕ້ອງ ການໄດ້ເລີ່ມດຳເນີນການຂຶ້ນທະ ບຽນນັບແຕ່ວັນທີ 1 ກໍລະກົດ 2025 ເຖິງ 30 ເມສາ 2026 ຊຶ່ງມີຈໍາ ນວນແຮງງານທີ່ເກັບກຳໄດ້ໃນປີ 2024 ທັງໝົດ 10.762 ຄົນ (ທີ່ ເຄື່ອນໄຫວບໍ່ຖືກຕ້ອງ), ຈໍານວນທີ່ ຂຶ້ນທະບຽນ ແລະ ອອກບັດຊົ່ວຄາວ ສາມາດປະຕິບັດໄດ້ພຽງ 5.163 ຄົນ (ເທົ່າກັບ 48% ຂອງຕົວເລກທັງ ໝົດ). ໃນນັ້ນ, ເປັນແຮງງານເພດ ຍິງ 1.635 ຄົນ, ສ່ວນຕົວເລກ ການຂຶ້ນທະບຽນທີ່ຜ່ານມາ ເຫັນວ່າ ທຽບໃສ່ຕົວເລກຈຳນວນແຮງງານ ຕົວຈິງແມ່ນຍັງຫລຸດຄາດໝາຍ (ບໍ່ ຮອດເຄິ່ງໜຶ່ງ) ຊຶ່ງສະທ້ອນໃຫ້ເຫັນ ເຖິງສິ່ງທ້າທາຍໃນການຄຸ້ມຄອງ ແລະ ເກັບກຳຂໍ້ມູນໃນໄລຍະຜ່ານມາ. ຂປລ. ເມື່ອບໍ່ດົນມານີ້, ທີ່ທຳ ນຽບປະທານາທິບໍດີ, ນະຄອນ ຫລວງ Tal l inn, ປະເທດແອັດ ສະໂຕນີ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ Alar Karis ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ແອັດສະໂຕນີ ເພື່ອດຳລົງ ຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວຄົນໃໝ່ປະຈຳ ສາທາລະ ນະລັດ ແອັດສະໂຕນີ. ໃນໂອກາດດັ່ງກ່າວ, ທ່ານ Alar karis ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍທ່ານ ບຸນທະວີ ວິລະວົງ ໃນການມາຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະ ລັດແອັດສະໂຕນີ ແລະ ໄດ້ອວຍພອນ ໃຫ້ທ່ານເອກອັກຄະລັດຖະທູດປະຕິ ບັດໜ້າທີ່ການທູດອັນມີກຽດຂອງ ຕົນດ້ວຍຜົນສຳເລັດອັນຈົບງາມ ເພື່ອສົ່ງເສີມສາຍພົວພັນ ແລະ ການ ຮ່ວມມືຂອງສອງປະເທດ ລາວແອັດສະໂຕນີ ໃຫ້ຂະຫຍາຍຕົວ ຂຶ້ນໄປຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ ຕີລາຄາສາຍພົວພັນຂອງສອງປະ ເທດທີ່ຢູ່ໃນລະດັບດີໃນໄລຍະຜ່ານ ມາ ແລະ ເຫັນຄວນໃຫ້ສືບຕໍ່ຮັກສາ ແລະ ພັດທະນາໃຫ້ເກີດດອກອອກ ຜົນຂຶ້ນໄປເລື້ອຍໆ. ທ່ານ ບຸນທະວີ ວິລະວົງ ໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ Alar Karis. ພ້ອມກັນນັ້ນ, ທ່ານ ປະທານາທິບໍດີ ໄດ້ສະແດງຄວາມ ຂອບໃຈ ແລະ ໄດ້ສົ່ງຄວາມຢື້ຢາມ ຖາມຂ່າວ ແລະ ອວຍພອນໄຊອັນ ປະເສີດມາຍັງທ່ານປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ໃນໂອກາດດຽວກັນນີ້, ທ່ານເອກ ອັກຄະລັດຖະທູດ ກໍໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ, ສະແດງຄວາມຂອບໃຈຕໍ່ລັດຖະ ບານແອັດສະໂຕນີ ທີ່ໄດ້ໃຫ້ການສະ ໜັບສະໜູນ ແລະ ຮັກສາການພົວພັນ ທີ່ດີຕໍ່ ສປປ ລາວ ໃນໄລຍະຜ່ານມາ. ສປປລາວແລະສາທາລະນະລັດ ແອັດສະໂຕນີ ໄດ້ສ້າງຕັ້ງສາຍພົວ ພັນການທູດນຳກັນໃນວັນທີ 29 ມີນາ 1995 ຊຶ່ງໃນປີ 2025 ທີ່ ຜ່ານມາ, ສອງປະເທດໄດ້ຮ່ວມກັນ ສະເຫລີມສະຫລອງຄົບຮອບ 30 ໃນການສ້າງຕັ້ງສາຍພົວພັນທາງ ການທູດນຳກັນ ແລະ ໃນໂອກາດ ດັ່ງກ່າວ, ທ່ານລັດຖະມົນຕີຕ່າງ ປະເທດແຫ່ງ ສປປ ລາວ ກໍໄດ້ສົ່ງ ສານຊົມເຊີຍເຖິງຄູ່ຮ່ວມຕໍາແໜ່ງ ຝ່າຍແອັດສະໂຕນີ. ເວົ້າລວມແລ້ວ, ສອງປະເທດໄດ້ມີການພົວພັນກັນ ໃນລະດັບປົກກະຕິ, ມີການສະໜັບ ສະໜູນເຊິ່ງກັນ ແລະ ກັນ ໃນຂອບ ອົງການສະຫະປະຊາຊາດ, ມີການ ແລກປ່ຽນສານຊົມເຊີຍນໍາກັນໃນ ໂອກາດ ແລະ ວັນສໍາຄັນຕ່າງໆຂອງ ທັງຝ່າຍ ໂດຍສະເພາະແມ່ນວັນ ຊາດ ແລະ ຄົບຮອບວັນສ້າງຕັ້ງສາຍ ພົວພັນການທູດ. ໃນໂອກາດການເດີນທາງໄປຄັ້ງ ນີ້, ທ່ານເອກອັກຄະລັດຖະທູດພ້ອມ ດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍ ກັບບັນດາກົມທີ່ກ່ຽວຂ້ອງຂອງ ກະຊວງການຕ່າງປະເທດແອັດສະ ໂຕນີ ເພື່ອປຶກສາຫາລືການພົວພັນ ສອງຝ່າຍ ລາວ-ແອັດສະໂຕນີ ແລະ ເພີ່ມທະວີການຮ່ວມມືທາງດ້ານ ການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວໃນຕໍ່ໜ້າຕື່ມອີກ. ຕໍ່ມີຜົນກະທົບເປັນວົງກວ້າງຕື່ມ ລວມເຖິງຢູ່ປະເທດລາວເຮົາ ໂດຍ ສະເພາະລາຄາສິນຄ້າ, ການຂົນ ສົ່ງ, ການສົ່ງອອກສິນຄ້າ, ການ ທ່ອງທ່ຽວ, ການລົງທຶນຈາກຕ່າງ ປະເທດເກີດມີຂໍ້ຈໍາກັດ ແລະ ບໍ່ຂະ ຫຍາຍຕົວເທົ່າທີ່ຄວນຕິດພັນກັບ ສະພາບດິນຟ້າອາກາດ, ສະພາບ ສິ່ງແວດລ້ອມ ເປັນພິດເປັນໄພຈາກ ນໍ້າມືຂອງຄົນເປັນຜູ້ສ້າງຂຶ້ນ, ສະ ພາບການບຸກລຸກ-ຂຸດຄົ້ນຊັບພະຍາ ກອນທໍາມະຊາດ (ແຮ່ທາດ) ແບບ ຊະຊາຍ, ບັນຫາພື້ນຖານໂຄງລ່າງ ເສດຖະກິດ, ຖະໜົນຫົນທາງເປ່ເພ ເສຍຫາຍ, ບັນຫາອາວຸດເຖື່ອນ, ສະ ແກມເມີ, ປະກົດການຫຍໍ້ທໍ້ຕ່າງໆ ຊຶ່ງເປັນສິ່ງທ້າທາຍຕໍ່ບົດບາດການ ນຳພາຄຸ້ມຄອງບໍລິຫານວຽກງານ ຂອງລັດຖະບານ. ໃນໂອກາດດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງ ມາຍັງບັນດາທ່ານທີ່ເຂົ້າຮ່ວມກອງ ປະຊຸມຈົ່ງໄດ້ພ້ອມກັນເອົາໃຈໃສ່ ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ທີ່ນຳ ມາພິຈາລະນາດ້ວຍການສະເໜີທັດ ສະນະຢ່າງກົງໄປກົງມາ, ກະທັດ ຮັດ, ມີຈຸດສຸມ ແລະ ມີທາງອອກ ທີ່ຈະແຈ້ງຊັດເຈນ ໂດຍສະເພາະ ໃນທ່າມກາງສະພາບການສາກົນ ແລະ ພາກພື້ນທີ່ມີການຜັນແປຢ່າງ ສັບສົນ ເພື່ອເຮັດໃຫ້ກອງປະຊຸມຄັ້ງ ນີ້ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ແນໃສ່ ເຮັດໃຫ້ຜົນຂອງກອງປະຊຸມໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເປັນຮູບປະ ທໍາ ແລະ ມີປະສິດທິຜົນສູງ. ຂ່າວ: ກົມປະຊາສຳພັນ ຫສນຍ ພາບ: ຂັນໄຊ ການດຳເນີນກອງປະຊຸມໃຫຍ່ ສະມາຊິກພັກ ຂອງອົງຄະນະພັກ ສູນກາງແນວລາວສ້າງຊາດ ຄັ້ງ ທີ VI. ພ້ອມກັນນີ້, ຜູ້ເຂົ້າຮ່ວມ ກໍ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ແລກປ່ຽນ ແລະ ປຶກສາຫາລືຕໍ່ ບັນດາວຽກງານທີ່ສຳຄັນຕ່າງໆ ເປັນຕົ້ນວຽກງານບໍລິຫານຫ້ອງ ການ ແລະ ວຽກງານຈັດຕັ້ງ-ພະ ນັກງານແນໃສ່ປັບປຸງແບບແຜນວິທີ ເຮັດວຽກຂອງແນວລາວສ້າງຊາດ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງຂຶ້ນ. ໂອກາດນີ້, ທ່ານປະທານສູນ ກາງແນວລາວສ້າງຊາດ ໄດ້ເນັ້ນ ໃຫ້ຄະນະນຳຂອງສູນກາງແນວ ລາວສ້າງຊາດ ຈົ່ງຍົກສູງຄວາມ ຮັບຜິດຊອບເປັນເຈົ້າການສຶກສາ ອົບຮົມການເມືອງແນວຄິດໃຫ້ສະ ມາຊິກພັກ-ພະນັກງານຂອງຕົນ ກຳແໜ້ນ, ເພີ່ມທະວີຄວາມສາມັກຄີ ພາຍໃນ ແລະ ຄວາມສາມັກຄີທົ່ວ ປວງຊົນທັງຊາດ, ຫັນເອົາບັນດາ ນິຕິກຳ, ແຜນງານ, ໂຄງການ ແລະ ກິດຈະກຳເຂົ້າໃນການເຄື່ອນໄຫວ ວຽກງານຕົວຈິງໃຫ້ລວມສູນຕາມ ຫລັກການຂອງພັກ; ປັບປຸງກົນໄກ ການເຄື່ອນໄຫວວຽກງານຂອງ ແນວລາວສ້າງຊາດ ຫັນເປັນທັນ ສະໄໝ; ເຊີດຊູຄວາມເປັນແບບຢ່າງ ແລະ ຕັ້ງໜ້າປະຕິບັດໜ້າທີ່ວຽກ ງານ ເພື່ອເຮັດໃຫ້ວຽກງານແນວ ລາວສ້າງຊາດມີບາດກ້າວຂຶ້ນໃໝ່ ຢ່າງແຂງແຮງ ແລະ ມີປະສິດທິຜົນ ສູງສຸດ. ຂ່າວ-ພາບ: ເຢ ສນຊ ພ້ອມທັງຢືນຢັນວ່າກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງມີຄວາມ ຍິນດີ ແລະ ກຽມພ້ອມທີ່ຈະໃຫ້ ການຮ່ວມມືຢ່າງໃກ້ຊິດກັບອົງການ JETRO ເພື່ອສົ່ງເສີມການຮ່ວມມື ດ້ານການຄ້າ ແລະ ການລົງທຶນ ກໍຄື ການຮ່ວມມືເພື່ອການພັດທະນາ ລະຫວ່າງສອງປະເທດ ໃຫ້ໄດ້ຮັບ ການຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມ ປີຕໍ່ໜ້າ. ໃນໂອກາດດຽວກັນ, ຄະນະຜູ້ ແທນອົງການ JETRO ປະຈໍາ ສປປ ລາວ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ທ່ານຮອງ ນາຍົກລັດຖະມົນຕີ ແລະ ຄະນະທີ່ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມ ທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍ ລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ກໍຄື ການເປັນຄູ່ ຮ່ວມຍຸດທະສາດຮອບດ້ານໃຫ້ໄດ້ ຮັບການພັດທະນາຍິ່ງໆຂຶ້ນ ໂດຍ ສະເພາະແມ່ນການພົວພັນຮ່ວມມື ທາງດ້ານການຄ້າ ແລະ ການ ລົງທຶນ. ອົງການສົ່ງເສີມການຄ້າຍີ່ປຸ່ນ ເປັນອົງການຂອງລັດຖະບານຍີ່ປຸ່ນ ທີ່ຂຶ້ນກັບກະຊວງເສດຖະກິດຍີ່ປຸ່ນ ໂດຍກົງ, ມີໜ້າທີ່ສົ່ງເສີມການ ລົງທຶນລະຫວ່າງຍີ່ປຸ່ນ ແລະ ປະ ເທດຕ່າງໆດ້ວຍການສະໜອງຂໍ້ມູນ ແລະ ໃຫ້ຄໍາແນະນໍາກັບນັກທຸລະກິດ ຍີ່ປຸ່ນ ທີ່ມີຄວາມສົນໃຈຢາກລົງທຶນ ຢູ່ຕ່າງປະເທດ ຊຶ່ງອົງການສົ່ງເສີມ ການຄ້າຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນເມສາ 2014. ໃນໄລຍະຜ່ານມາ, ອົງການ ດັ່ງກ່າວ ໄດ້ສະໜອງຂໍ້ມູນ ແລະ ການບໍລິການໃຫ້ຄຳປຶກສາໃຫ້ແກ່ ນັກທຸລະກິດຍີ່ປຸ່ນ ປະມານ 10.000 ເທື່ອຄົນ, ອຳນວຍຄວາມສະດວກ ໃຫ້ແກ່ການລົງນາມຂໍ້ຕົກລົງກ່ຽວ ກັບວຽກງານການຄ້າ, ການລົງທຶນ ແລະ ອື່ນໆ ໃນຂະແໜງການສຳຄັນ ຕ່າງໆເຊັ່ນ: ກະສິກຳ, ການຜະລິດ, ການຂົນສົ່ງ ແລະ ອື່ນໆ. ເນື່ອງໃນ ໂອກາດສະເຫລີມສະຫລອງວັນ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ລາວຍີ່ປຸ່ນ, ວັນຄົບຮອບ 60 ປີ ແຫ່ງ ການສົ່ງອາສາສະໝັກອົງການຮ່ວມ ມືສາກົນຂອງລັດຖະບານຍີ່ປຸ່ນ (JICA) ມາປະຕິບັດໜ້າທີ່ຢູ່ ສປປ ລາວ, ການສະເຫລີມສະຫລອງວັນ ຄົບຮອບ 10 ປີ ແຫ່ງການສ້າງຕັ້ງ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະ ຈໍາ ສປປ ລາວ ແລະ ເພື່ອເປັນການ ຮັບຮູ້ເຖິງຜົນງານຂອງອົງການ ສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ສປປ ລາວ, ໃນປີ 2025 ລັດຖະບານ ລາວ ໄດ້ມອບຫລຽນກາມິດຕະພາບ ໃຫ້ແກ່ອົງການດັ່ງກ່າວ ທີ່ໄດ້ມີການ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ຂ່າວ-ພາບ: ກົມການຂ່າວ, ກະຊວງ ການຕ່າງປະເທດ ທ່ານ ພົງໄຊສັກ ອິນຖາລາດ ໄດ້ ກ່າວອີກວ່າ: ການເພີ່ມທະວີຄວາມ ຮ່ວມມືລະຫວ່າງກະຊວງ, ພະແນກ ຮສສແຂວງ, ນະຄອນຫລວງ, ຫ້ອງ ການ ຮສສ ເມືອງ ແລະ ອຳນາດ ການປົກຄອງທ້ອງຖິ່ນ (ຂັ້ນບ້ານ) ຈະເປັນກົນໄກສຳຄັນໃນການຊຸກຍູ້ ໃຫ້ແຮງງານຕ່າງປະເທດເຂົ້າມາ ຢູ່ໃນລະບົບການຄຸ້ມຄອງຢ່າງຖືກ ຕ້ອງ, ທັງເປັນການຮັບປະກັນ ການຈັດເກັບພັນທະງົບປະມານໃຫ້ ແກ່ລັດຖະບານຢ່າງຄົບຖ້ວນໃນ ອະນາຄົດ. ຂໍ້ມູນ-ພາບ: ຂ່າວສານ ຮສສ m6 f]k;pn j olko8k8A '8xtmkokmy [= fu csj ' lkmk]tot]a fcva flt38ou +

25/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ກີ່ງແກ້ວ ເສົາຈັນຖາີ່ ງ້ ວົ າັ ນ ;Pd'kolnj ,;o-q owfh Ia [dkora fmtok1j k'[+ 15 f1A ' ບົດສະເໜີົີ ໂດຍ: ແສງສະຫວັນັນ rtcoddtly de c]t lyj 'c;f]h v, c0;'s];'oEmk -5 dp6h dkozt]y f]tf6 /q o 16j g,n v'ly ' ຂປລ. ເມື່ອບໍ່ດົນມານີ້, ຄະນະ ນໍາຂອງພະແນກກະສິກໍາ ແລະ ສິ່ງ ແວດລ້ອມ ແຂວງຫລວງນ້ຳທາ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດ ຕາມຂະບວນການຜະລິດລະດູ ຝົນຢູ່ເມືອງສິງ ນຳພາໂດຍທ່ານ ຄໍາກ້ຽງແກ້ວ ແກ້ວປະເສີດ ຮອງ ປະທານຄະນະກຳມະການປົກຄອງ ເມືອງສິງ, ທ່ານ ສອນໄຊ ອຸດົມ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫລວງນ້ຳທາ ຂປລ. ສື່ມວນຊົນ ເປັນກຳລັງ ແຮງສຳຄັນໃນການໂຄສະນາເຜີຍ ແຜ່ແນວທາງ ແລະ ນະໂຍບາຍ ຂອງພັກ-ລັດ, ສ້າງຄວາມຮັກຊາດ, ເຄົາລົບກົດໝາຍ ແລະ ສົ່ງເສີມ ການພັດທະນາສັງຄົມ. ວຽກງານ ສື່ມວນຊົນແມ່ນວຽກງານໜຶ່ງທີ່ ສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ມີບົດບາດເປັນເຄື່ອງມືທີ່ເປັນ ກະບອກສຽງອັນແຫລມຄົມ ໃຫ້ ແກ່ພັກ-ລັດ, ເຮັດໜ້າທີ່ໂຄສະນາ ສຶກສາອົບຮົມນໍ້າໃຈຮັກຊາດ, ຮັກ ລະບອບໃໝ່, ລະບອບປະຊາທິ ປະໄຕ ແລະ ສ້າງສະຕິເຄົາລົບກົດ ໝາຍໃຫ້ປະຊາຊົນ, ສົ່ງເສີມໃຫ້ ປະຊາຊົນຮູ້ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີ ງາມຂອງຊາດ ແລະ ບັນດາເຜົ່າ ກໍຄື ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວ. ມາ ຮອດປັດຈຸບັນ ຂະແໜງການສື່ມວນ ຊົນ ໄດ້ມີການພັດທະນາຕົນເອງ ທາງດ້ານປະລິມານ ແລະ ຄຸນນະ ພາບ, ບັນດາພາຫະນະສື່ມວນຊົນ ໄດ້ນໍາໃຊ້ວິທະຍາສາດທີ່ກ້າວໜ້າ, ເຕັກໂນໂລຊີຂໍ້ມູນ-ຂ່າວສານທັນ ສະໄໝ, ສາມາດສົ່ງຂໍ້ມູນ-ຂ່າວ ສານ ແລະ ເຜີຍແຜ່ອອກສູ່ພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງວ່ອງໄວ ທັນການ ແລະ ກວ້າງຂວາງກວ່າ ເກົ່າ ເຮັດໃຫ້ມາດຕະຖານ ແລະ ຄຸນ ນະພາບຂອງວຽກງານສື່ມວນຊົນ ໄດ້ຮັບການພັດທະນາຍົກລະດັບຂຶ້ນ ເປັນກ້າວໆ. ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະທານ ໄກສອນ ພົມວິຫານ ໄດ້ ກ່າວວ່າ: “ວຽກງານຖະແຫລງ ຂ່າວ, ໂຄສະນາ, ວັດທະນະທຳ ກໍ ມີບາດກ້າວຂະຫຍາຍຕົວໃໝ່. ພວກ ເຮົາໄດ້ເອົາໃຈໃສ່ການຂະຫຍາຍ ໜັງສືພິມປະຕິວັດ, ດັດແປງວຽກ ງານກະຈາຍສຽງ, ເຊີດຊູລັກສະ ນະສຶກສາອົບຮົມ, ຊີ້ນຳມະຫາຊົນ ຂອງໜັງສືພິມ ແລະ ວິທະຍຸກະຈາຍ ສຽງໃຫ້ສູງຂຶ້ນເທື່ອລະກ້າວ, ເຮັດ ໃຫ້ວຽກງານເຫລົ່ານີ້ ເຂົ້າສູ່ເປົ້າ ໝາຍຕ່າງໆ ແລະ ໄດ້ເລິກເຊິ່ງກວ່າ ເກົ່າ. ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ຕໍ່ການປັບປຸງວຽກ ງານໂຄສະນາຂ່າວສານ ໃຫ້ທະລຸ ໂລ່ງແຕ່ສູນກາງຮອດທ້ອງຖິ່ນ, ເພີ່ນກ່າວວ່າ: “ຂະແໜງການຖະ ແຫລງຂ່າວ, ວັດທະນະທຳ ແຕ່ສູນ ກາງລົງເຖິງແຂວງ, ເມືອງ ຕ້ອງ ກຳແໜ້ນ ແລະ ນຳໃຊ້ບັນດາພາ ຫະນະທີ່ເຮັດວຽກງານຖະແຫລງ ຂ່າວ, ວັດທະນະທຳໃຫ້ດີກວ່າເກົ່າ ເຊັ່ນ: ວິທະຍຸກະຈາຍສຽງ, ວິທະຍຸ- ໂທລະພາບ, ໜັງສືພິມ, ໃບຂ່າວ, ກຳນພິມຈຳໜ່າຍ, ກອງສິລະປະ ວັນນະຄະດີ, ຮູບເງົາ ແລະ ອື່ນໆ ເຮັດໃຫ້ພາຫະນະຕ່າງໆ ເຫລົ່ານັ້ນ ສາມາດຮັບໃຊ້ປະຊາຊົນ ໄດ້ເປັນ ຢ່າງດີ ແລະ ທົ່ວເຖິງ ເປັນຕົ້ນແມ່ນ ຮັບໃຊ້ການອອກແຮງງານຜະລິດ, ການສູ້ຮົບ ແລະ ເຂດຊົນຊາດ. ສະນັ້ນ, ພັກເຮົາບໍ່ວ່າເວລາໃດ ຂອງການປະຕິວັດ ກໍເອົາໃຈໃສ່ ນໍາພາ-ຊີ້ນໍາວຽກງານຖະແຫລງ ຂ່າວ-ສື່ມວນຊົນ ໂດຍຖືເອົາວຽກ ງານດັ່ງກ່າວ ເປັນເວທີໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນວິທີຍຸດທະ ສາດອັນໜຶ່ງ ແລະ ຖືເປັນສະໜາມ ຮົບແນວຄິດ-ວັດທະນະທໍາ ໃນຍຸກ ສັງຄົມຂໍ້ມູນຂ່າວສານ. ໃນມະຕິ ສະບັບເລກທີ 36/ກມສພ, ກໍໄດ້ ເວົ້າແຈ້ງກ່ຽວກັບທັດສະນະຂອງ ພັກວ່າ: “ສື່ມວນຊົນ ຂອງພວກ ເຮົາໃນຖານະເປັນໜັງສືພິມປະຕິ ວັດ ທີ່ໄດ້ກໍາເນີດໃນຂະບວນການ ຕໍ່ສູ້ຂອງປະຊາຊົນ ແລະ ເຕີບໃຫຍ່ ຕາມການເຕີບໂຕ ແລະ ໄຊຊະນະ ຂອງການປະຕິວັດນັ້ນ ໄດ້ກາຍເປັນ ສື່ອັນສໍາຄັນທີ່ສຸດ ລະຫວ່າງ ພັກ ກັບປະຊາຊົນ ທີ່ທັງເປັນຜູ້ນໍາເອົາ ແນວຄິດ, ທິດສະດີປະຕິວັດ, ແນວ ທາງນະໂຍບາຍຂອງພັກໄປສູ່ປະ ຊາຊົນ, ທັງເປັນຜູ້ນໍາພາເອົາຄວາມ ຄິດຄວາມເຫັນ, ຄວາມມຸ່ງມາດ ປາຖະໜາ ຂອງປະຊາຊົນມາສ່ອງ ແສງໃຫ້ພັກໄດ້ຮັບຊາບ”. ຍ້ອນ ເຫັນຄວາມສໍາຄັນຕໍ່ວຽກງານສື່ ມວນຊົນ ດັ່ງນັ້ນ, ໃນມະຕິກອງປະ ຊຸມໃຫຍ່ຂອງພັກ ແຕ່ລະສະໄໝ ຈຶ່ງ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວພ້ອມ ທັງກໍານົດ ທິດທາງແຜນການເພື່ອພັດທະນາ ວຽກງານຖະແຫລງຂ່າວ-ສື່ມວນ ຊົນ ໃຫ້ຖືກຕ້ອງສອດຄ່ອງກັບຈຸດ ພິເສດຂອງແຕ່ລະຍຸກແຕ່ລະສະ ໄໝ ເປັນຕົ້ນມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກໄດ້ລະບຸວ່າ: “ສົ່ງເສີມບົດບາດວຽກງານຖະ ແຫລງຂ່າວໂຄສະນາ ແລະ ສື່ມວນ ຊົນ ໃນການເຮັດໃຫ້ທົ່ວສັງຄົມມີມາ ນະຈິດ ແລະ ອຸດົມຄະຕິລວມອັນ ດຽວກັນ ໃນການສ້າງສາພັດທະນາ ປະເທດຊາດ. ຂະແໜງຖະແຫລງ ຂ່າວ ແລະ ສື່ມວນຊົນຕ້ອງຍຶດໝັ້ນ ໃນທັດສະນະຂອງພັກ, ຍຶດໝັ້ນໃນ ຄວາມເປັນຈິງ ແລະ ເປັນເຄື່ອງ ມືອັນຄົມ ແຫລມທາງດ້ານການ ເມືອງ-ແນວຄິດ; ເປັນທັງນັກໂຄ ສະນາ, ນັກຂົນຂວາຍມະຫາຊົນ, ເປັນນັກຈັດຕັ້ງລວມໝູ່ ແລະ ເປັນ ເວທີແຫ່ງການເສີມຂະຫຍາຍປະ ຊາທິປະໄຕຂອງມະຫາຊົນ”. ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ວາງທິດທາງໃນຕໍ່ໜ້າ ສໍາລັບສື່ວ່າ: “ພັດທະນາວຽກງານ ຖະແຫລງຂ່າວ ແລະ ວັດທະນະທໍາ ຕາມທິດຫັນໄປສູ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ, ເປັນກະ ບອກສຽງອັນແຫລມຄົມຂອງພັກ- ລັດ, ເປັນເວທີສະແດງຄວາມຮຽກ ຮ້ອງຕ້ອງການຂອງປະຊາຊົນ”. ບົດລາຍງານການເມືອງ ຕໍ່ກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ລະ ບຸວ່າ: “ສ້າງລະບົບສື່ທີ່ຢູ່ພາຍໃຕ້ ການຄຸ້ມຄອງຂອງລັດໃຫ້ເຂັ້ມແຂງ ແລະ ສາມາດປະຕິບັດບົດບາດອັນ ຕັ້ງໜ້າໃນການເປັນສື່ກາງ ເພື່ອ ສະໜອງບັນດາຂໍ້ມູນອັນຈໍາເປັນ ໃນການເຄື່ອນໄຫວຂອງລັດ ແລະ ເປັນສື່ກາງໃຫ້ສັງຄົມສະແດງ ຄວາມຄິດເຫັນອັນສ້າງສັນຈາກ ສັງຄົມ ຕ່ໍການເຄ່ືອນໄຫວວຽກງານ ຂອງອໍານາດລັດ ຢ່າງເປັນລະບົບ ວ່ອງໄວຊັດເຈນ...”. ເຖິງແນວໃດກໍດີ, ວຽກງານ ຖະແຫລງຂ່າວ-ສື່ມວນຊົນ ເປັນ ພາຫະນະທີ່ສຳຄັນໃນການເຂົ້າເຖິງ ແລະ ຫັນປ່ຽນສະພາບແນວຄິດ ດັ້ງເດີມຂອງປະຊາຊົນ ແລະ ຕ້ານ ກົນອຸບາຍອັນເລິກແລບຂອງອິດ ທິກຳລັງປໍລະປັກ; ພ້ອມນັ້ນ ຍັງມີ ບົດບາດໃນການເຕົ້າໂຮມຄວາມ ສາມັກຄີປອງດອງ, ເສີມຂະຫຍາຍ ປະຊາທິປະໄຕ, ສ້າງທັດສະນະ ຫລັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ ອຸດົມຄະຕິ ແລະ ການນຳພາຂອງ ພັກ, ໂຄສະນາປຸກລະດົມປະຊາຊົນ ບັນດາເຜົ່າເຂົ້າຮ່ວມການປະຕິວັດ ຊາດປະຊາທິປະໄຕ, ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄື ປຸກລະດົມຂົນ ຂວາຍປະຊາຊົນເຂົ້າຮ່ວມການ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດເຮົາ, ຫັນປ່ຽນເສດຖະກິດ ທຳມະຊາດເປັນເສດຖະກິດສິນ ຄ້າ, ປຸກລະດົມທົ່ວປວງຊົນເຮັດໜ້າ ທີ່ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ດຶງດູດເອົາການຮ່ວມມື, ການຊ່ວຍເຫລືອ ແລະ ລົງທຶນຈາກ ຕ່າງປະເທດ. ແນວໃດກໍຕາມ, ໃນ ຍຸກດີຈິຕອນສື່ມວນຊົນຍິ່ງມີບົດ ບາດໃນການສ້າງຄວາມສາມັກຄີ, ຕ້ານຂ່າວບິດເບືອນ, ສົ່ງເສີມປະຊາ ທິປະໄຕ ແລະ ປຸກລະດົມປະຊາຊົນ ເຂົ້າຮ່ວມການສ້າງສາພັດທະນາ ປະເທດຊາດ. ດັ່ງນັ້ນ ການພັດທະ ນາວຽກງານສື່ມວນຊົນໃຫ້ທັນສະ ໄໝ ແລະ ມີຄຸນນະພາບ ຈຶ່ງເປັນ ປັດໄຈສຳຄັນໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ກ້າວໜ້າ ຢ່າງຍືນຍົງ. ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ສຸດໃຈ ໄຊອີນພອນ ຫົວ ໜ້າຫ້ອງການກະສິກໍາ ແລະ ສິ່ງ ແວດລ້ອມເມືອງສິງ ໄດ້ລາຍງານ ວ່າ: ປັດຈຸບັນ ເມືອງສິງ ມີເນື້ອທີ່ ປູກເຂົ້າທັງໝົດ 2.056 ເຮັກຕາ; ໃນນັ້ນ ເຂົ້ານາປີ 1.921 ເຮັກຕາ ສາມາດຕົກກ້າໄດ້ແລ້ວ 85% ແລະ ໄຖຮຸດໄດ້ 50% ຄາດວ່າຈະມີຜົນ ຜະລິດລວມ 9.271 ໂຕນ. ນອກ ຈາກນີ້ ການຜະລິດພືດເສດຖະກິດ ອື່ນໆ ຍັງມີຄວາມຄືບໜ້າ ໂດຍ ມີການປູກພືດຜັກ 251 ເຮັກຕາ ຜະລິດໄດ້ 1.750 ໂຕນ, ປູກໝາກ ອຶ 47 ເຮັກຕາ ຜະລິດໄດ້ 846 ໂຕນ ແລະ ສົ່ງອອກໄປ ສປ ຈີນ. ພ້ອມກັນນັ້ນ ການຜະລິດອ້ອຍປ້ອນ ໂຮງງານນໍ້າຕານ ມີເນື້ອທີ່ 7.021 ເຮັກຕາ ຄວບຄຸມ 45 ບ້ານ ແລະ 2.771 ຄອບຄົວ ສາມາດເກັບກ່ຽວ ໄດ້ 100% ດ້ວຍຜົນຜະລິດລວມ 620.307 ໂຕນ. ສໍາລັບການປູກຢາງພາລາ ເມືອງສິງ ມີເນື້ອທີ່ທັງໝົດ 11.423 ເຮັກຕາ; ໃນນັ້ນ ສາມາດປາດໄດ້ 10.201 ເຮັກຕາ ມີຜົນຜະລິດສະ ເລ່ຍ 2,26 ໂຕນຕໍ່ເຮັກຕາ ແລະ ສ້າງມູນຄ່າກວ່າ 57,6 ຕື້ກີບ. ໃນໂອກາດນີ້, ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫລວງ ນ້ຳທາ ຍັງໄດ້ມອບເງິນຈໍານວນ 15 ລ້ານກີບ ໃຫ້ຫ້ອງການກະສິ ກໍາ ແລະ ສິ່ງແວດລ້ອມເມືອງສິງ ເພື່ອນໍາໄປສົ່ງເສີມຂະບວນການ ຜະລິດລະດູຝົນປີ 2026 ໃຫ້ບັນລຸ ເປົ້າໝາຍ. ພ້ອມດຽວກັນ ຄະນະ ທີມງານຍັງໄດ້ລົງຢ້ຽມຢາມແຫລ່ງ ຜະລິດເຂົ້ານາປີ, ໂຮງງານຜະລິດ ປຸ໋ຍ ແລະ ໂຮງງານປຸງແຕ່ງຢາງ ພາລາ ເພື່ອຕິດຕາມສະພາບການ ຜະລິດຕົວຈິງ.

RkJQdWJsaXNoZXIy MTc3MTYxMQ==