ຂປລ
ອິດສະລາແອັນ ແລະ ລີບັງ ໄດ້ເຊັນຂໍ້ຕົກລົງແມ່ຢູ່ ວໍຊິງຕັນ ໂດຍ ສ.ອາເມລິກາເປັນກາງ, ເຊິ່ງໄດ້ຮັບຖືວ່າ ແມ່ນບາດກ້າວທຳອິດ ມຸ່ງໄປເຖິງພື້ນຖາ ສັນຕິພາບຍາວນານ ພາຍຫລັງ ຫລາຍເດືອນເກີດການປະທະກັນ ລະຫວ່າງ ອິດສະລາແອັນ ແລະ ກຳລັງເຮັກໂບລາ ຢູ່ລີບັງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 26 ມິຖຸນາ, ທ່ານ ມາໂຄ ຣູບີໂອ(Marco Rubio) ລັດຖະມົນຕີການຕ່າງປະເທດ ສ.ອາເມລິກາ ໄດ້ປະກາດວ່າ ອິດສະລາແອັນ ແລະ ລີບັງ ໄດ້ເຊັນຂໍ້ຕົກລົງແມ່ຢູ່ ວໍຊິງຕັນ ໂດຍ ສ.ອາເມລິກາເປັນກາງ, ເຊິ່ງໄດ້ຮັບຖືວ່າ ແມ່ນບາດກ້າວທຳອິດ ມຸ່ງໄປເຖິງພື້ນຖາ ສັນຕິພາບຍາວນານ ພາຍຫລັງ ຫລາຍເດືອນເກີດການປະທະກັນ ລະຫວ່າງ ອິດສະລາແອັນ ແລະ ກຳລັງເຮັກໂບລາ ຢູ່ລີບັງ. ຕາມທ່ານ Marco Rubio ລັດຖະມົນຕີ ການຕ່າງປະເທດ ອາເມລິກາ ແລ້ວ, ຂໍ້ຕົກລົງໄດ້ສ້າງຂຶ້ນ ຕາມຂັ້ນຕອນ ຢ່າງຈະແຈ້ງ ເພື່ອແນໃສ່ຟື້ນຟູ ອະທິປະໄຕຂອງລີບັງ, ປົດອາວຸດ Hezbollah, ທຳລາຍຮາກຖານ ພື້ນຖານໂຄງລ່າງ ດ້ານການທະຫານ ຂອງກຳລັງນີ້, ພ້ອມທັງສ້າງເງື່ອນໄຂ ເພື່ອໃຫ້ອິດສະລາແອັນ ຖອນກຳລັງກັບເມືອເຂດຊາຍແດນ ພາຍຫລັງ ບັນດາໄພນາບຂູ່ ຄວາມໝັ້ນຄົງຕໍ່ປະເທດນີ້ ໄດ້ລົບລ້າງ. ຂໍ້ຕົກລົງ ຍັງເຕື້ອງເຖິງ ການສ້າງກຸ່ມປະສານງານ ການທະຫານສາມຝ່າຍ ດ້ວຍການໜູນຊວ່ຍຂອງ ສ.ອາເມລິກາ ເພື່ອຕິດຕາມ ວິວັດການຜັນຂະຫຍາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL