ເປີດເຊື່ອມຕໍ່ຕາຂ່າຍໄຟຟ້າ ແລະ ສົ່ງໄຟຟ້າ ໂຄງການພະລັງງານໄຟຟ້າແສງຕາເວັນນາບົງ

03/06/2026 11:11
ຂປລ ເມ່ືອບ່ໍດົນມານ້ີ, ໄດ້ຈັດພິທີເປີດການເຊື່ອມຕໍ່ຕາຂ່າຍໄຟຟ້າ ແລະ ສົ່ງໄຟຟ້າໂຄງການພະລັງງານໄຟຟ້າແສງຕາເວັນກໍາລັງຕິດຕັ້ງ 80 ເມກາວັດ ຢູ່ບ້ານນາບົງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຂອງບໍລິສັດ ວາຍອີໄອຈີ ສາກົນ ພະລັງງານໃໝ່ (ລາວ) ຈຳກັດ,

       ຂປລ.  ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ມີລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ປະທານກຳມະທິການເສດຖະກິດ-ການເງິນ ສະພາແຫ່ງຊາດ, ປະທານຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າສະຖານທູດຈີນ ປະຈໍາລາວ, ຜູ້ຕາງໜ້າບໍລິສັດພະລັງງານຢຸນໜານ ແລະ ບໍລິສັດ ວາຍອີໄອຈີ ສາກົນພະລັງງານໃໝ່ (ລາວ) ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນ້ີ, ທ່ານ ຫວັງ ຈ່ືສຽງ ປະທານສະຫະພັນກຳມະບານກຸ່ມບໍລິສັດ ພະລັງງານຢຸນໜານໄດ້ໃຫ້ ຮູ້ວ່າ: ການເຊື່ອມຕໍ່ເຂົ້າລະບົບໄຟຟ້າແບບເຕັມກໍາລັງຂອງໂຄງການໄຟຟ້າພະລັງງານແສງຕາເວັນນາບົງ ເປັນໂຄງການພະລັງງານສະອາດຕົວແບບຂອງກຸ່ມບໍລິສັດພະລັງງານຢຸນໜານ ທີ່ຈັດຕັ້ງປະຕິບັດ ແລະ ເປີດນໍາໃຊ້ຢູ່ຕ່າງປະເທດ, ທັງເປັນການສືບຕໍ່ສ້າງແບບຢ່າງ ແລະ ຜົນງານອັນດີເດັ່ນໃນຂົງເຂດການພັດທະນາພະລັງງານຂອງ ສປປ ລາວ ຊຶ່ງເປັນສະຖານີຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນແບບລວມສູນຂະໜາດໃຫຍ່ແຫ່ງທີ 2 ທີ່ສາມາດເຊື່ອມຕໍ່ເຂົ້າລະບົບໄຟຟ້າແຫ່ງຊາດລາວ, ພ້ອມທັງສ້າງສະຖິຕິໃໝ່ດ້ານກໍາລັງການຕິດຕ້ັງ ແລະ ຄວາມຈຸຂອງລະບົບກັກເກັບພະລັງງານໄຟຟ້າແສງຕາເວັນດຽວທີ່ໃຫຍ່ທີ່ສຸດໃນລາວດ້ວຍເຕັກນິກວິຊາສະເພາະທີ່ຊ່ຽວຊານ ແລະ ຄວາມຮັບຜິດຊອບສູງ, ກ່ໍສ້າງຕາມຫລັກວິທະຍາສາດ, ຄວບຄຸມຄຸນນະພາບ ແລະ ຄວາມປອດໄພໃນທຸກຂັ້ນຕອນ ຈຶ່ງເຮັດໃຫ້ໂຄງການສາມາດດໍາເນີນໄປໄດ້ດີ. ປັດຈຸບັນ, ໂຄງການມີຄວາມພ້ອມເປີດດໍາເນີນງານດ້ານການຄ້າ ກໍຄືການຮ່ວມມື ດ້ານພະລັງງານ ລາວ-ຈີນ ແລະ ສົ່ງເສີມການພັດທະນາເສດຖະກິດໃນເຂດພາກພື້ນອີກດ້ວຍ.

      ໃນໂອກາດດຽວກັນ, ທ່ານ ບຸນທັນ ພັນໂດລັກ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ກ່າວວ່າ: ໂຄງການພະລັງງານໄຟຟ້າແສງຕາເວັນ ກໍາລັງຕິດຕ້ັງ 80 ເມັກກາວັດ ທີ່ບ້ານນາບົງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ເປັນໂຄງການໜຶ່ງທີ່ນອນໃນແຜນພັດທະນາເລັ່ງດ່ວນຂອງລັດວິສາຫະກິດໄຟຟ້າລາວ ຈຳນວນ 12 ຈຸດ ກໍາລັງຕິດຕັ້ງ 650 ເມັກກາວັດ, ໃນໄລຍະປີ 2025-2027 ທີ່ໄດ້ຮັບຮອງຈາກລັດຖະບານ. ໂຄງການນີ້ຈະຊ່ວຍການສະໜອງ ໄຟຟ້າໃຫ້ເຂດພາກກາງ ໂດຍສະເພາະນະຄອນຫລວງວຽງຈັນ ໃຫ້ຮັບປະກັນມີສະຖຽນລະພາບ ແລະ ຫລຸດຜ່ອນການນໍາເຂ້ົາພະລັງງານຈາກຕ່າງປະເທດ. ຜົນສໍາເລັດໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການຍົກລະດັບຂີດຄວາມສາມາດ ແລະ ເພີ່ມຄວາມສະຖຽນລະພາບໃຫ້ແກ່ລະບົບຂອງລັດວິສາຫະກິດໄຟຟ້າລາວເທົ່ານັ້ນ ແຕ່ຍັງເປັນບາດກ້າວໃໝ່ໃນການພັດທະນາພະລັງງານໄຟຟ້າສະອາດ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ການເຕີບໂຕດ້ານພະລັງງານຂອງ ສປປ ລາວ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top