ຂປລ
ໃນວັນທີ 8 ພຶດສະພາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບ ທ່ານ ເຟີດີນານ ມາກອສ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 7-8 ພຶດສະພາ 2026 ຢູ່ເຊບູ ປະເທດຟິລິບປິນ.
ຂປລ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ. ພິເສດສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນສຳເລັດການຈັດກິດຈະກຳຕ່າງໆ ເພື່ອສະເຫລີມສະ ຫລອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ໃນປີ 2025 ຜ່ານມາລວມທັງການຈັດກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍລາວ- ຟີລິບປິນ ຄັ້ງທີ 3 (JCBC -3) ທີ່ມະນີລາ ປະເທດຟີລິບປິນ ໃນເດືອນ ສິງຫາ 2025 ຊຶ່ງເປັນກົນໄກການຮ່ວມມືທີ່ສໍາຄັນ ເພື່ອທົບທວນຄືນການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ຊຸກຍູ້ການຮ່ວມມືໃນຂະແໜງການຕ່າງໆ ລະຫວ່າງສອງປະເທດ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃນຕໍ່ໜ້າເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຮ່ວມມືດ້ານພະລັງງານ, ການພັດທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນໆທີ່ສອງຝ່າຍມີທ່າແຮງ.
ໃນໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ການລົງທຶນຂອງຟີລິບປິນໂດຍສະເພາະ ໃນຂະແໜງພະລັງງານສະອາດ ຢູ່ ສປປ ລາວ ຊຶ່ງມີທ່າຂະຫຍາຍຕົວ ແລະ ສະເໜີໃຫ້ຊຸກຍູ້ນັກລົງທຶນຈາກຟີລິບປິນ ເຂົ້າໄປສຶກສາເບິ່ງໂອກາດໃນການລົງທຶນ ຢູ່ ສປປ ລາວ ໃນຂະແໜງການຕ່າງໆໃຫ້ຫລາຍຂ້ຶນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຟີລິບປິນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະແມ່ນດ້ານການພັດທະນາຊັບພະຍາກອນມະນຸດ ກໍຄືການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຜ່ານມາພ້ອມທັງໄດ້ຢືນຢັນໃຫ້ການສະໜັບສະໜູນ ຟີລິບປິນ ໃນການເປັນປະທານອາຊຽນ ໃນປີ 2026 ນ້ີ ເພ່ືອຮັບປະກັນຜົນສໍາເລັດອັນຈົບງາມ. ໃນຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ໄດ້ເຊື້ອເຊີນ ທ່ານ ປະທາ ນາທິບໍດີ ເຟີດີນານ ມາກອສ ຈູເນຍ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ຊຶ່ງທ່ານ ເຟີດີນານ ມາກອສ ຈູເນຍ ກໍໄດ້ ສະແດງຄວາມຍິນດີຈະເດີນທາງມາຢ້ຽມຢາມ ສປປ ລາວ ຕາມຄຳເຊີນໃນເວລາທີ່ສະດວກສອງຝ່າຍ. ຂະນະດຽວກັນ, ທ່ານປະທານາ ທິບໍດີ ເຟີດີນານ ມາກອສ ຈູເນຍ ກໍໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລາວ ທີ່ໄດ້ໃຫ້ການຊ່ວຍເຫລືອພົນລະເມືອງຂອງຟີລິບປິນ ຢູ່ ສປປ ລາວ ແລະ ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມສຸດຍອດໃນຄັ້ງນີ້ ຂອງຄະນະຜູ້ແທນ ສປປ ລາວ. ພ້ອມນີ້, ສອງຝ່າຍ ໄດ້ມອບໝາຍ ໃຫ້ສອງກະຊວງການຕ່າງປະເທດເຮັດວຽກຮ່ວມກັນ ເພື່ອກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງລະຫວ່າງສອງປະເທດໃນປີ 2026 ນີ້.
KPL