ງານວາງສະແດງເພື່ອສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນ ຄັ້ງທີ 4

28/06/2026 19:44
ຂປລ ງານ​ວາງ​ສະ​ແດງ ​ເພື່ອ​ສົ່ງ​ເສີມຕ່ອງໂສ້​ ການ​ສະ​ໜອງ​ສາ​ກົນ​ຈີນ ຄັ້ງທີ 4 ທີ່ດຳເນີນເປັນເວລາ 5 ວັນ ໄດ້ອັດລົງ ໃນວັນ ທີ 26 ມິ​ຖຸ​ນານີ້. ສະພາສົ່ງເສີມ ການຄ້າສາກົນຈີນ ໄດ້ເຜີຍໃຫ້​ຮູ້ວ່າ: ງານວາງສະແດງຄັ້ງນີ້ ມີ​ຕົວ​ເລກດັດຊະນີ ຫລາຍ​ດ້ານ​ ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ໃນ​ປະ​ຫວັດ​ສາດ ງານ​ວາງ​ສະ​ແດງດັ່ງ​ກ່າວ. ຂອບເຂດການວາງສະແດງ ແລະການແລກປ່ຽນ ຂອງງານຄັ້ງນີ້ ໄດ້​ຮັບ​ການ​ເປີດກວ້າງຕື່ມອີກ.

      ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ງານ​ວາງ​ສະ​ແດງ ​ເພື່ອ​ສົ່ງ​ເສີມຕ່ອງໂສ້​ ການ​ສະ​ໜອງ​ສາ​ກົນ​ຈີນ ຄັ້ງທີ 4 ທີ່ດຳເນີນເປັນເວລາ 5 ວັນ ໄດ້ອັດລົງ ໃນວັນທີ 26 ມິ​ຖຸ​ນານີ້. ສະພາສົ່ງເສີມ ການຄ້າສາກົນຈີນ ໄດ້ເຜີຍໃຫ້​ຮູ້ວ່າ: ງານວາງສະແດງຄັ້ງນີ້ ມີ​ຕົວ​ເລກດັດຊະນີຫລາຍ​ດ້ານ​ ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ໃນ​ປະ​ຫວັດ​ສາດ ງານ​ວາງ​ສະ​ແດງດັ່ງ​ກ່າວ. ຂອບເຂດການວາງສະແດງ ແລະການແລກປ່ຽນ ຂອງງານຄັ້ງນີ້ ໄດ້​ຮັບ​ການ​ເປີດກວ້າງຕື່ມອີກ. ມີຫົວໜ່ວຍທຸ​ລະ​ກິດ ແລະ ​ວິ​ສາ​ຫະ​ກິດຄູ່ຮ່ວມມື​ຕົ້ນ​​ນ້ຳ​ ແລະ ປາຍ​ນ້ຳ​ ຂອງຕ່ອງໂສ້ ການສະໜອງ ທັງພາຍໃນ ແລະ ຕ່າງປະເທດ ຫລາຍກວ່າ 1.200 ແຫ່ງ ໄດ້ເຂົ້າຮ່ວມງານ​ວາງ​ສະ​ແດງຄັ້ງ​ນີ້, ຈຳນວນວິສາຫະກິດ ທີ່ເຂົ້າຮ່ວມງານວາງສະແດງ ໄດ້ສ້າງສະຖິຕິໃໝ່ໃນ​ປະ​ຫວັດ​ສາດ. ຈຳນວນຜູ້ຊົມ ​ທີ່​ມີ​ຄວາມ​ຮູ້​ວີຊາ​ການ ໄດ້ເພີ່ມຂຶ້ນ 22% ເມື່ອທຽບໃສ່ຄັ້ງຜ່ານ​ມາ. ກ່ອນ​ຈະ​ອັດ​ງານ, ມີວິສາຫະກິດ ແລະ ​ອົງ​ການ​ຈັດ​ຕັ້ງຈາກ ສປ ຈີນ ແລະ ຕ່າງປະເທດ ທັງໝົດ 115 ແຫ່ງ ໄດ້ລົງນາມ​ເພື່ອສະແດງ ຄວາມ​ມຸ່ງ​ໝັ້ນ ​ທີ່​ຈະ​ມີ​ສ່ວນຮ່ວມ ​ໃນ​ງານ​ວາງ​ສະ​ແດງຄັ້ງ​ຕໍ່​ໄປ, ​ຄື​ໄດ້ຈອງ​ປີ້ເຂົ້າຮ່ວມງານຄັ້ງ​ທີ 5 ລ່ວງໜ້າ ເຊິ່ງເພີ່ມຂຶ້ນ 12,7% ເມື່ອທຽບໃສ່ຄັ້ງຜ່ານ​ມາ. ໃນນັ້ນ, ມີວິສາຫະກິດ 20 ​ແຫ່ງໄດ້ລົງ​ນາມ​ສັນ​ຍາສະແດງຄວາມ​ມຸ່ງ​ໝັ້ນ​ທີ່​ຈະເຂົ້າຮ່ວມ​ການ​ວາງ​ສະ​ແດງໄລ​ຍະ 3 ປີ ຫລື 5 ປີ.\.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top