ກອງປະຊຸມລັດຖະມົນຕີການທ່ອງທ່ຽວຄັ້ງທີ 13 ຂອງອົງການຮ່ວມມືຶເສດຖະກິດອາຊີິປາຊີຟິກ

28/06/2026 19:44
ຂປລ ກອງປະຊຸມລັດຖະມົນຕີ ການທ່ອງທ່ຽວ ຄັ້ງທີ 13 ຂອງອົງການຮ່ວມມືຶ ເສດຖະກິດ ອາຊີິ ປາຊີຟິກ ຫລື APEC ໄດ້ຈັດ ຂຶ້ນ ຢູ່ເຂດບໍລິຫານ ພິເສດມາກາວຂອງ ສປ ຈີນ ໂດຍມີ ຜູ້ຮັບຜິດຊອບ ດ້ານການທ່ອງທ່ຽວຈາກ 21 ກຸ່ມເສດຖະກິດ APEC ເຂົ້າຮ່ວມ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ວັນທີ 27 ມິຖຸນານີ້, ກອງປະຊຸມລັດຖະມົນຕີ ການທ່ອງທ່ຽວ ຄັ້ງທີ 13 ຂອງອົງການຮ່ວມມືຶ ເສດຖະກິດ ອາຊີິ ປາຊີຟິກ ຫລື APEC ໄດ້ຈັດຂຶ້ນ ຢູ່ເຂດບໍລິຫານ ພິເສດມາກາວຂອງ ສປ ຈີນ ໂດຍມີ ຜູ້ຮັບຜິດຊອບ ດ້ານການທ່ອງທ່ຽວຈາກ 21 ກຸ່ມເສດຖະກິດ APEC ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ພາຍໃຕ້ຫົວຂໍ້ “ການປະດິດສ້າງໃໝ່ ດ້ານດິຈິຕອນ ຮ່ວມມືກັນ ຍົກສູງຄວາມສາມາດ ນຳໃຊ້ການທ່ອງທ່ຽວ ເພື່ອສ້າງສາ ປະຊາຄົມ ອາຊີ ປາຊີຟິກ” ເພື່ອປຶກສາຫາລື ກ່ຽວກັບ ຄວາມມີຊີວິດໃໝ່, ແຮງຂັບເຄື່ອນໃໝ່ ແລະ ຮູບແບບ ທຸລະກິດໃໝ່ ໃນການ ພັດທະນາ ທີ່ມີຄຸນນະພາບສູງ ດ້ານອຸດສາຫະກຳ ການທ່ອງທ່ຽວ, ນຳພາອຸດສາຫະກຳ ການທ່ອງທ່ຽວ ຂອງອາຊີປາຊີຟິກ ກ້າວເຂົ້າສູ່ ໄລຍະການພັດທະນາໃໝ່ ທີ່ມີຊີວິດຊີວາໃໝ່ ແລະ ແບບຍືນຍົງຂຶ້ນ ກວ່າເກົ່າ, ພ້ອມທັງ ສ້າງພື້ນຖານດ້ານເສດຖະກິດ ແລະ ຮັດແໜ້ນຄວາມສຳຄັນ ລະຫວ່າງ ປະຊາຊົນ ເພື່ອສ້າງປະຊາຄົມ ອາຊີ ປາຊີຟິກ.​ ກອງປະຊຸມລັດຖະມົນຕີ ການທ່ອງທ່ຽວຄັ້ງນີ້ ແມ່ນສ່ວນ ທີ່ສຳຄັນຂອງ “ປີຈີນ” ຂອງ APEC, ເຊິ່ງຈະກາຍເປັນຈຸດ ເລີ່ມຕົ້ນໃໝ່ໃນການລົງເລິກການຮ່ວມມື ດ້ານການທ່ອງທ່ຽວ ລະຫວ່າງ ທຸກກຸ່ມເສດຖະກິດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ສ.ອາເມລິກາ ປະກາດຂໍ້ຕົກລົງແມ່ ລະຫວ່າງ ອິດສະລາແອັນ-ລີບັງຂ່າວຕ່າງປະເທດ

      ສ.ອາເມລິກາ ປະກາດຂໍ້ຕົກລົງແມ່ ລະຫວ່າງ ອິດສະລາແອັນ-ລີບັງ

      6/28/2026 7:44:24 PM

      ອິດ​ສະ​ລາ​ແອັນ ແລະ ລີ​ບັງ ໄດ້​ເຊັນ​ຂໍ້​ຕົກ​ລົງ​ແມ່​ຢູ່ ວໍ​ຊິງ​ຕັນ ໂດຍ ສ.​ອາ​ເມ​ລິ​ກາ​ເປັນ​ກາງ​, ເຊິ່ງ​ໄດ້​ຮັ​ບ​ຖື​ວ່າ ​ແມ່ນ​ບາດ​ກ້າວ​ທຳ​ອິດ​ ມຸ່ງ​ໄປ​ເຖິງ​ພື້​ນ​ຖາ ​ສັນ​ຕິ​ພາບ​ຍາວ​ນານ​ ພາຍຫລັງ ຫລາຍ​ເດືອນ​ເກີດ​ການ​ປະ​ທະ​ກັນ ​ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ກຳ​ລັງ​ເຮັກ​ໂບ​ລາ ຢູ່​ລີ​ບັງ.

    • ເວເນຊູເອລາ ເລັ່ງຄົ້ນຫາຜູ້ສູນຫາຍ 50.000 ກວ່າຄົນ ຈາກເຫດການແຜນດິນໄຫວຂ່າວຕ່າງປະເທດ

      ເວເນຊູເອລາ ເລັ່ງຄົ້ນຫາຜູ້ສູນຫາຍ 50.000 ກວ່າຄົນ ຈາກເຫດການແຜນດິນໄຫວ

      6/28/2026 7:44:18 PM

      ຫລັງຈາກ ເກີດແຜ່ນດິນໄຫວ ທີ່ຮ້າຍແຮງຂະໜາດ 7ຣິກເຕີ ຢູ່ເວເນຊູເອລາ ເຮັດໃຫ້ມີຜູ້ສູນຫາຍ ຫລາຍກວ່າ 50.000 ຄົນ ແລະ ເສຍຊີວິດ 2.900ກວ່າ, ຕົວເລກ ຜູ້ເສຍຊີວິດ ອາດຈະເພີ່ມຂຶ້ນ ຢ່າງຫລວງຫລາຍ.

    • ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍ ຢ່າງໜັກແໜ້ນຂ່າວຕ່າງປະເທດ

      ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍ ຢ່າງໜັກແໜ້ນ

      6/28/2026 7:44:16 PM

      ສປ ຈີ​ນ​ ຍິນ​ດີ​ຮ່ວມ​ກັບ​ ກຳ​ປູ​ເຈຍ​ ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ ​ຢ່າງ​ໜັກ​ແໜ້ນ.ປັດ​ຈຸ​ບັນ,ສະ​ຖາ​ນະ​ການ​ສາ​ກົນ​ ແລະ ​ພາກ​ພື້ນ​ມີ​ການ​ປ່ຽນ​ແປງ​ຢ່າງສັບ​ສົນ ​ແລະ ​ເລິກ​ເຊິ່ງ​,ສປ ຈີນ​ ແລະ ​ກຳ​ປູ​ເຈຍ ​ຄວນ​ຮ່ວມ​ກັນ ​ເພື່ອ​ເພີ່ມ​ສະ​ຖຽນ​ລະ​ພາບ ​ໃຫ້​ແກ່ ​ສັນ​ຕິ​ພາບ​ ແລະ​ ການ​ພັດ​ທະ​ນາ​ ໃນ​ພາກ​ພື້ນ

    • ງານວາງສະແດງເພື່ອສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນ ຄັ້ງທີ 4ຂ່າວຕ່າງປະເທດ

      ງານວາງສະແດງເພື່ອສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນ ຄັ້ງທີ 4

      6/28/2026 7:44:14 PM

      ງານ​ວາງ​ສະ​ແດງ ​ເພື່ອ​ສົ່ງ​ເສີມຕ່ອງໂສ້​ ການ​ສະ​ໜອງ​ສາ​ກົນ​ຈີນ ຄັ້ງທີ 4 ທີ່ດຳເນີນເປັນເວລາ 5 ວັນ ໄດ້ອັດລົງ ໃນວັນ ທີ 26 ມິ​ຖຸ​ນານີ້. ສະພາສົ່ງເສີມ ການຄ້າສາກົນຈີນ ໄດ້ເຜີຍໃຫ້​ຮູ້ວ່າ: ງານວາງສະແດງຄັ້ງນີ້ ມີ​ຕົວ​ເລກດັດຊະນີ ຫລາຍ​ດ້ານ​ ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ໃນ​ປະ​ຫວັດ​ສາດ ງານ​ວາງ​ສະ​ແດງດັ່ງ​ກ່າວ. ຂອບເຂດການວາງສະແດງ ແລະການແລກປ່ຽນ ຂອງງານຄັ້ງນີ້ ໄດ້​ຮັບ​ການ​ເປີດກວ້າງຕື່ມອີກ.

    • ກອງປະຊຸມສຸດຍອດ ວິສາຫະກິດພະລັງໄຟຟ້າ ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 10ຂ່າວຕ່າງປະເທດ

      ກອງປະຊຸມສຸດຍອດ ວິສາຫະກິດພະລັງໄຟຟ້າ ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 10

      6/28/2026 7:44:12 PM

      ກອງ​ປະ​ຊຸມ ສຸດຍອດ ​ວິ​ສາ​ຫະ​ກິດ​ ພະ​ລັງ​ໄຟ​ຟ້າ​ ປະ​ເທດ ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ຄັ້ງ​ທີ 10 ໄດ້​ຈັດ​ຂຶ້ນ​ ຢູ່​ເຂດ​ບໍ​ລິ​ຫານ​ ພິ​ເສດ​ ຮົງ​ກົງ ຂອງ ສປ ​ຈີນ ​ພາຍ​ໃຕ້​ ຫົວ​ຂໍ້​ຫລັກ “ຈາກ​ການ​ເຊື່ອມ​ໂຍງ​ ເຊື່ອມ​ຈອດ​​ ຮອດ​ຕະ​ຫລາດ ​ຮ່ວມ​ກັນ, ​ສ້າງທົດ​ສະ​ວັດ​ໃໝ່​ ແຫ່ງ​ການ​ຮ່ວມ​ມື ​ດ້ານ​ພະ​ລັງ​ໄຟ​ຟ້າ​ ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”,

ads
ads

Top