ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມພິ​ທີ​ເປີດ​ນຳ​ໃຊ້​ລະ​ບົບ Agro-Link ຕິດ​ຕາມ​ການ​ນຳ​ເຂົ້າ-ອອກສິນ​ຄ້າ​ກະ​ສິ​ກຳ

02/06/2026 10:15
ຂປລ ພິທິເປີດການນໍາໃຊ້ Agro-Link ເພື່ອຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ ຢ່າງເປັນທາງການຈັດຂຶ້ນໃນຕອນຄໍ່າວັນທີ 28 ພຶດສະພາ 2026 ນະຄອນຫລວງວຽງຈັນ.

     ຂປລ.  ໃຫ້ກຽດເຂ້ົາຮ່ວມຂອງທ່ານ ສອນໄຊ  ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຫົວໜ້າຫ້ອງວ່າການສູນກາງພັກ, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ໃນພິທີ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມໄດ້ໃຫ້ຮູ້ວ່າ: ເພື່ອແກ້ໄຂບັນຫາຄົງຄ້າງຕ່າງໆຜ່ານມາ, ທາງກະຊວງ ໄດ້ຄົ້ນຄວ້ານໍາໃຊ້ລະບົບທ່ທັນສະໄໝເຂົ້າມາຊ່ວຍໃນການຄຸ້ມຄອງ, ບັນທຶກລາຍງານ, ກວດກາຕິດຕາມ ແລະ ເຂ້ົາເຖິງຂ້ໍມູນ ການນຳເຂົ້າ-ສົ່ງອອກສິນຄ້າກະສິກໍາໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ອັນສຳຄັນ ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຈັດຕັ້ງຜັນຂະຫຍາຍມະຕິ 04/ ກມສພ, ມະຕິ 05/ລບ ກ່ຽວກັບ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ປະກົດຜົນເປັນ ຈິງໂດຍສະເພາະກະຊວງກະສິກໍາ ແລະ ສ່ິງແວດລ້ອມແມ່ນໄດ້ຖືກມອບໝາຍໃນການສົ່ງເສີມການຜະລິດຮັບໃຊ້ພາຍໃນ ແລະ ສົ່ງອອກໃຫ້ຫລາຍຂຶ້ນເພື່ອຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ເພື່ອ ໃຫ້ສາມາດບັນລຸບັນດາຄາດໝາຍ ທີ່ລະບຸໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ທີ່ສະພາແຫ່ງຊາດຮັບຮອງ ໂດຍສະເພາະຮັກສາລະດັບການຂະຫຍາຍຕົວຂອງກະສິກໍາສະເລ່ຍ 4,1% ຕ່ໍປີ, ປະກອບສ່ວນໃນລວມຍອດຜະລິດຕະພັນພາຍໃນ ຫລື GDP ໃຫ້ໄດ້ 20,7%, ການສ່ົງອອກສິນຄ້າກະສິກໍາໃຫ້ໄດ້ 1,9 ຕື້ໂດລາສະຫະລັດຕໍ່ປີ. ສະນັ້ນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈຶ່ງໄດ້ຮ່ວມມືກັບບໍລິສັດ AIDC ໃນ ການພັດທະນາລະບົບ Agro-Link ເພື່ອຕິດຕາມການນໍາເຂົ້າ ແລະ ສົ່ງ ອອກສິນຄ້າກະສິກຳຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ທັງມີຄວາມເປັນເອກະພາບກັບຂະແໜງການກ່ຽວຂ້ອງ, ສາມາດລາຍງານຂໍ້ມູນໄດ້ຊັດເຈນ, ທັນເວລາ, ຫລຸດຜ່ອນຕົ້ນທຶນ, ປະຢັດເວລາ-ຫລຸດຂອດຂັ້ນຂອງຜູ້ປະກອບການໃນຂະບວນການສົ່ງອອກສິນຄ້າກະສິກໍາໄດ້ດີຂຶ້ນ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top