ຂປລ
ຂປລ. ເປັນອີກໜຶ່ງທິດທາງທີ່ດີໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງຈຳ ປາສັກໃຫຫລຸດເທື່ອລະກ້າວ ໂດຍໃນ 5 ປີຕໍ່ໜ້າ ແຂວງນີ້ ຈະສຸມໃສ່ການສ້າງກຸ່ມການຜະລິດ, ການປຸງແຕ່ງ ແລະ ການຊອກຕະຫລາດຮອງຮັບຜົນຜະລິດ ເພື່ອແກ້ໄຂຄວາມທຸກຍາກຢູ່ເຂດຈຸດສຸມ.

ຂປລ. ເປັນອີກໜຶ່ງທິດທາງທີ່ດີໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງຈຳ ປາສັກໃຫຫລຸດເທື່ອລະກ້າວ ໂດຍໃນ 5 ປີຕໍ່ໜ້າ ແຂວງນີ້ ຈະສຸມໃສ່ການສ້າງກຸ່ມການຜະລິດ, ການປຸງແຕ່ງ ແລະ ການຊອກຕະຫລາດຮອງຮັບຜົນຜະລິດ ເພື່ອແກ້ໄຂຄວາມທຸກຍາກຢູ່ເຂດຈຸດສຸມ.
ທ່ານ ໄຊຍະສິດ ສີລະພັດ ຮອງຫົວໜ້າພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ກ່າວໃນກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງແຜນການຮອດປີ 2030 ວ່າ: ໃນທິດທາງແຜນການໃນການຫັນປ່ຽນໂຄງສ້າງການຜະລິດກະສິກໍາໃນ 5 ປີຕໍ່ໜ້າ, ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ຈະສຸມໃສ່ການສ້າງກຸ່ມການຜະລິດ, ການປຸງແຕ່ງ ແລະ ການຊອກຕະຫລາດຮອງຮັບ ເພື່ອແກ້ໄຂຄວາມທຸກຍາກຢູ່ເຂດຈຸດສຸມ ໂດຍຈະປະເມີນຄືນທ່າແຮງຢູ່ແຕ່ເຂດຈຸດສຸມ ນັບແຕ່ດິນ, ນ້ຳ, ສະພາບອາກາດ ເພື່ອເລືອກປູກພືດ ຫລື ລ້ຽງສັດ ທີ່ຕະຫລາດຕ້ອງການ ແລະ ໃຫ້ມູນຄ່າສູງ ເຊັ່ນ: ເຂດປາກຊ່ອງພູພຽງບໍລະເວນ ກໍານົດຜະລິດພືດຜັກເປັນສິນຄ້າ, ພືດອຸດສາຫະກໍາ, ຜະລິດກາເຟຄຸນນະພາບ, ສົ່ງເສີມເຕັກນິກລົງສູ່ຊາວສວນ ກໍຄື ກຸ່ມຜະລິດໃຫ້ທົ່ວເຖິງ, ປ່ຽນຈາກກະສິກຳທຳມະຊາດ ທີ່ຜະລິດກຸ້ມກິນຫັນມາເປັນກະສິກຳເຕັກນິກ, ນຳໃຊ້ເຕັກໂນໂລຊີທີ່ເໝາະສົມ, ການນໍາໃຊ້ລະບົບນ້ຳ ປະຢັດ, ການນຳໃຊ້ແນວພັນທີ່ທົນທານຕໍ່ສັດຕູພືດ ແລະ ຕ້ອງສຶກສາຂໍ້ມູນຂອງການປ່ຽນແປງສະພາບອາກາດ ເພື່ອຮັບ ປະກັນຜົນຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບກ້າວເຂົ້າສູ່ການຜະລິດເປັນສິນຄ້າ, ເນັ້ນໃສ່ມາດຕະຖານ ແລະ ຄຸນນະພາບ ໂດຍຊຸກຍູ້ການຜະລິດທີ່ສະອາດ ແລະ ປອດໄພໄດ້ມາດຕະຖານກະສິກຳທີ່ດີ ຫລື ກະສິກຳອິນຊີ ຊຶ່ງເປັນທີ່ຕ້ອງການຂອງຕະຫລາດລະດັບສູງ ແລະ ສາມາດສ້າງມູນຄ່າໄດ້ຫລາຍກວ່າ.

ທ່ານ ໄຊຍະສິດ ວີລະພັດ ກ່າວຕື່ມວ່າ: ພ້ອມນີ້, ຈະສຸມໃສ່ຊຸກຍູ້ສົ່ງເສີມຊາວກະສິກອນ ແລະ ຊາວສວນ ກ່ຽວກັບການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ, ກົນຈັກກະສິກໍາ ເຊັ່ນ: ການນໍາໃຊ້ລົດໄຖ, ລົດກ່ຽວເຂົ້າ ແລະ ໂດຣນ ສໍາລັບພົ່ນຢາ ຫລື ຫວ່ານຝຸ່ນ ເພື່ອຫລຸດຜ່ອນການນໍາໃຊ້ແຮງງານຄົນ. ການສ້າງລະບົບໂຮງເຮືອນ ແລະ ນ້ຳ ເພື່ອປູກພືດໃນໂຮງເຮືອນ ແລະ ການໃຊ້ລະບົບນ້ຳຢອດທີ່ຄວບຄຸມເປັນລະບົບ ເພື່ອປະຢັດນ້ຳ ແລະ ປ້ອງກັນພະຍາດ; ການໃຊ້ແອັບ
ພລິເຄຊັນໃນມືຖື ເພື່ອຕິດຕາມສະພາບອາກາດ, ລາຄາຕະຫລາດ ແລະ ການຊື້-ຂາຍອອນລາຍ. ຈາກນັ້ນ, ຈະສຸມໃສ່ ການຫັນສູ່ກະສິກຳສີຂຽວ ແລະ ຍືນຍົງ, ກະສິກໍາອິນຊີ ແລະ ການຫລຸດຜ່ອນການໃຊ້ສານ ເຄມີ ດ້ວຍການຫັນມາໃຊ້ຝຸ່ນຊີວະພາບ ເພື່ອຕອບສະໜອງຕະຫລາດຮັກສຸຂະພາບ ແລະ ມາດຕະຖານການສົ່ງອອກ, ກະສິກຳທີ່ປັບຕົວເຂົ້າກັບສະພາບ ພູມອາກາດ, ການເລືອກແນວພັນພືດ ແລະ ສັດ ທີ່ທົນທານຕໍ່ສະພາບແລ້ງ ຫລື ນ້ຳຖວ້ມ ແລະ ການບໍລິຫານຈັດການຊັບພະຍາກອນດິນ-ນ້ຳ ໃຫ້ມີຄວາມຍືນຍົງ.

ການສ້າງກຸ່ມການຜະລິດ ແລະ ສະຫະກອນ, ຈັດຕັ້ງກຸ່ມແບບມີສ່ວນຮ່ວມ ໂດຍເຕົ້າໂຮມຊາວກະສິກອນທີ່ຜະ ລິດສິນຄ້າປະເພດດຽວກັນ ເຂົ້າເປັນກຸ່ມການຜະລິດ ຫລື ສະຫະກອນ ໂດຍເນັ້ນການຜະລິດລວມແບບມີສ່ວນຮ່ວມ, ຜະລິດລວມກັນ ເພື່ອຫລຸດຕົ້ນທຶນ ແລະ ເພີ່ມອຳນາດການຕໍ່ລອງລາຄາກັບພໍ່ຄ້າຄົນກາງ, ສ້າງໃຫ້ກຸ່ມມີຄວາມເຂັ້ມແຂງ, ຜູ້ບໍລິຫານກຸ່ມ ກໍຕ້ອງມີຄວາມຮູ້ຄວາມສາມາດ, ມີຄວາມພ້ອມໃນດ້ານຕ່າງໆ ເພື່ອນໍາພາກຸ່ມ ກ້າວໄປສູ່ຄວາມສໍາເລັດ, ສາມາດເພິ່ງພາຕົນເອງໄດ້, ການບໍລິຫານປັດໄຈການຜະລິດຮ່ວມກັນ, ນໍາໃຊ້ຝຸ່ນຊີວະພາບ, ຝຸ່ນອີນຊີ, ຝຸ່ນວິທະຍາສາດໃຫ້ເໝາະສົມກັບຊະນິດພືດ ແລະ ໃຊ້ແນວພັນ ຫລື ເຄື່ອງຈັກກະສິກຳຮ່ວມກັນ ເພື່ອເປັນການປະຢັດແຮງງານ ແລະ ສາມາດນໍາໃຊ້ວັດຖຸດິບໃນທ້ອງຖິ່ນທີ່ມີລາຄາຖືກມາຜະລິດຝຸ່ນຊີວະພາບ ແລະ ນໍາໃຊ້ໃນການປູກພືດ ເພື່ອຫລຸດຜ່ອນການນໍາເຂົ້າປັດໄຈການຜະລິດ ທັງຫລຸດຜ່ອນຕົ້ນທຶນການຜະລິດ; ເອົາໃຈໃສ່ໃນການສ້າງຕັ້ງກຸ່ມ ແລະ ສະຫະກອນໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍສະຫະກອນ ແລະ ສະຫະກອນຕ້ອງຂຶ້ນທະບຽນຕາມກົດໝາຍ ເພື່ອໄດ້ຮັບນະໂຍບາຍດ້ານພາສີອາກອນ ທັງສອດຄ່ອງ ແລະ ໄປຕາມທິດຂອງກະຊວງກະສິກໍາ-ສິ່ງແວດລ້ອມ ແລະ ແຜນພັດທະນາເສດຖະກິດ - ສັງຄົມຂອງ ແຂວງຕາມທ່າແຮງ. ພ້ອມນີ້, ກໍຈັດຕາຕະລາງການປູກ, ການລ້ຽງລວມເຖິງການແປຮູບ ຫລື ການປຸງແຕ່ງ ຂອງສະມາຊິກພາຍໃນກຸ່ມ ແລະ ສະຫະກອນ ເພື່ອບໍ່ໃຫ້ຜົນຜະລິດອອກມາລົ້ນຕະຫລາດ ທັງສະໜອງສິນຄ້າໃຫ້ຕະ ຫລາດໄດ້ຢ່າງຕໍ່ເນື່ອງຕະຫລອດປີ ເພື່ອສ້າງໃຫ້ກຸ່ມໄດ້ເຮັດການຜະລິດໝູນວຽນ, ສ້າງໃຫ້ມີວຽກເຮັດງານທໍາຕະຫລອດ ປີ; ເອົາໃຈໃສ່ການພັດທະນາການປຸງແຕ່ງ ເພື່ອເພີ່ມມູນຄ່າ, ຫລຸດຜ່ອນການຂາຍວັດຖຸດິບ ກໍຄື ຜົນຜະລິດດິບເພາະຈະເຮັດໃຫ້ຖືກກົດລາຄາ ແລະ ເນົ່າເປື່ອຍງ່າຍ. ຊຸກຍູ້ໃຫ້ມີການປຸງແຕ່ງຂັ້ນຕົ້ນ ເຊັ່ນ: ການຄັດເກຣດ, ການຕາກແຫ້ງ, ການອົບ, ການແຊ່ເຢັນ ຫລື ການບັນຈຸພັນ ທີ່ໄດ້ມາດຕະຖານ, ສ້າງຜະລິດຕະພັນທີ່ຫລາກຫລາຍ; ຫັນປ່ຽນວັດຖຸດິບໃຫ້ເປັນຜະລິດຕະພັນສຳເລັດຮູບ ເຊັ່ນ: ມັນຕົ້ນຫັນເປັນແປ້ງ, ໝາກໄມ້ຫັນເປັນໝາກໄມ້ອົບແຫ້ງ ຫລື ນ້ຳໝາກໄມ້ພ້ອມດື່ມ, ພືດສະໝຸນໄພຫັນເປັນຊາ.

ນອກຈາກທີ່ກ່າວມານັ້ນແລ້ວ, ທ່ານ ໄຊຍະສິດ ວີລະພັດ ຍັງໃຫ້ຮູ້ຕື່ມວ່າ: ຈະສຸມໃສ່ຊຸກຍູ້ການສ້າງຍີ່ຫໍ້ (ແບຣນ) ແລະ ພັດທະນາເຄື່ອງໝາຍການຄ້າຂອງທ້ອງຖິ່ນ ເຊັ່ນ: ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ໂດຍຕິດພັນກັບເລື່ອງລາວຄວາມເປັນມາຂອງທ້ອງຖິ່ນ, ຈຸດເດັ່ນດ້ານຄວາມປອດໄພ ເພື່ອດຶງດູດຄວາມສົນໃຈຂອງຜູ້ບໍລິໂພກໃຫ້ຫລາຍຂຶ້ນ; ການຊອກຫາ ແລະ ເຊື່ອມໂຍງຕະຫລາດຮອງຮັບ, ຢືດຫລັກການຜະລິດຕາມຄວາມຕ້ອງການຂອງຕະຫລາດ, ຕ້ອງສຶກສາ ແລະ ຫາຕະຫລາດຮອງຮັບໃຫ້ໄດ້ກ່ອນ ຈຶ່ງລົງມືຜະລິດຢ່າງເປັນລະບົບ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດ,ສ້າງສັນຍາຜູກພັນທີ່ເປັນທຳ; ປະສານງານລະຫວ່າງ ກຸ່ມກະສິກອນກັບໂຮງງານປຸງແຕ່ງ ຫລື ບໍລິສັດຮັບຊື້ ເພື່ອເຮັດສັນຍາຊື້ - ຂາຍລ່ວງໜ້າ ໂດຍກຳນົດລາຄາປະກັນ ແລະ ມາດຕະຖານຄຸນນະພາບທີ່ລະອຽດຈະແຈ້ງ ເພື່ອຫລຸດຜ່ອນຄວາມສ່ຽງດ້ານລາຄາຕົກຕ່ຳ; ຂະຫຍາຍຊ່ອງທາງການຈຳໜ່າຍ ໂດຍນໍາໃຊ້ຕະຫລາດທ້ອງຖິ່ນເຊື່ອມໂຍງກັບໂຮງແຮມ, ຮ້ານອາຫານ, ຊຸບເປີມາເກັດ, ໂຮງຮຽນ ຫລື ໂຮງໝໍ ໃນເຂດຕົວເມືອງ ແລະ ອື່ນໆ.
KPL