ເກີດອຸບັດເຫດ ລົດໂດຍສານພິກຂວໍ້າ ຢູ່ອາຟຣິກາໃຕ້ ເສຍຊີວິດເກືອບ 50 ຄົນ

29/03/2024 17:36
Email Print 383
ຂປລ ເກີດອຸບັດເຫດ ລົດໂດຍສານ ພິກຂວໍ້າ ໃນແຂວງ ລິມໂປໂປ ທາງພາກ ຕາເວັນອອກ ສຽງເໜືອ ຂອງ ອາຟຣິກາໃຕ້ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 45 ຄົນ

ຂປລ. ສຳນັກ​ຂ່າວສານ ຫວຽດນາມ, ວັນ​ທີ 28 ມີນາ,​​ ສື່ທ້ອງຖິ່ນ ອາຟຣິກາ​ໃຫ້​ຮູ້​ວ່າ: ​ເກີດ​ອຸບັດ​ເຫດ ​ລົດ​ໂດຍສານ ພິກ​ຂວໍ້າ​ ໃນ​ແຂວງ ລິ​ມ​ໂປ​ໂປ ທາງ​ພາກ ​ຕາ​ເວັນ​ອອກ ສຽງເໜືອ ​ຂອງ ອາ​ຟຣິກາ​ໃຕ້ ​​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ​ ຢ່າງ​ໜ້ອຍ 45 ຄົນ ​ແລະ ບາດ​ເຈັບ​ໜັກ ຈຳນວນ​ ຫລວງຫລາຍ. ໂດຍຈຳນວນ ​ຜູ້​ເສຍ​ຊີວິດ ​ເປັນ​ຜູ້​ສະ​ແຫວງ​ບຸນ ທີ່​ ພວມ​ເດີນທາງ​ ຈາກ ​ນະຄອນຫລວງ ກາ​ໂບຣອນ ປະ​ເທດ ບົດ​ສະ​ນາວາ ​ໄປ​ຍັງ ​ເມືອງ ​ໂມ​ເຣຍ ເຂດນອກ​ນະຄອນ​ໂປ​ລອກ​ວັນ ຂອງ​ ແຂວງ ລິ​ມ​ໂປ​ໂປ (ປະ​ເທດ ອາ​ຟຣິກາ​ໃຕ້). ​ໃນ​ຂະນະ​ທີ່ ​ລົດ​ໂດຍສານ​ ຄັນ​ດັ່ງກ່າວ ​ໄດ້ເກີດເສຍ​ຫລັກ ຕໍາ​ໃສ່​ ກັບ ​ຂົວ Mmamatlakala ​ແລະ ​ເຮັດ​ໃຫ້​ເກີດ​ ໄຟ​ລຸກ​ໄໝ້ ​ຢ່າງ​ຮຸນ​ແຮງ ໂດຍແມ່ນເສັ້ນທາງ​ຜ່ານ​ ລະຫວ່າງ Mokopane ​​ແລະ ມາ​ແກນ ຢູ່​ລິ​ມ​ໂປ​ໂປ. ປັດຈຸບັນ,  ​ເຈົ້າ​ໜ້າ​ທີ່​ຕຳຫລວດ ພວມ​ເລັ່ງ​ ໃຫ້ການ​ ຊ່ວ​ຍ​ເຫລືອ ​ແລະ ​ສືບສວນ​ສອບ​ສວນ ​ຫາ​ ສາຍ​ເຫດ​ຕົ້ນຕໍ ​ທີ່​ເກີດ​ຂື້ນ ​ໃນ​ຄັ້ງ​ນີ້​ດ້ວຍ./.

KPL

ຂ່າວອື່ນໆ

ads
ads

Top