ປູກຝັງ-ລ້ຽງສັດ ດ້ວຍເຕັກນິກວິທະຍາສາດ ສາມາດສ້າງລາຍຮັບໄດ້ 370 ລ້ານກີບຕໍ່ປີ

23/04/2024 09:34
Email Print 504
ຂປລ ປະຊາຊົນລາວມີມູນເຊື້ອດຸໝັ່ນຂະຫຍັນໝັ່ນພຽນໃນການປູກຝັງ-ລ້ຽງສັດ ເພື່ອສ້າງເສດຖະກິດຄອບຄົວໃຫ້ກຸ້ມຢູ່ກຸ້ມກິນຕາມແນວທາງນະໂຍບາຍ ພັກ - ລັດ ທີ່ຍາມໃດກໍໄດ້ ເອົາໃຈໃສ່ຊຸກຍູ້ສົ່ງເສີມເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫລຸດພ້ົນຈາກຄວາມທຸກຍາກເທື່ອລະກ້າວ.

     *ປະຊາຊົນລາວມີມູນເຊື້ອດຸໝັ່ນຂະຫຍັນໝັ່ນພຽນໃນການປູກຝັງ-ລ້ຽງສັດ ເພື່ອສ້າງເສດຖະກິດຄອບຄົວໃຫ້ກຸ້ມຢູ່ກຸ້ມກິນຕາມແນວທາງນະໂຍບາຍ ພັກ - ລັດ ທີ່ຍາມໃດກໍໄດ້ ເອົາໃຈໃສ່ຊຸກຍູ້ສົ່ງເສີມເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫລຸດພ້ົນຈາກຄວາມທຸກຍາກເທື່ອລະກ້າວ.

   

   ເມື່ອເວົ້າເຖິງການຜະລິດເຖິງຈະຕິດພັນກັບປະຊາຊົນມາຍາວນານ ແຕ່ເມື່ອກ່ອນການຜະລິດແບບປະຖົມປະຖານຍັງບໍ່ມີວິທະຍາສາດ. ແຕ່ມາດຽວນີ້ການຜະລິດກະສິກໍາປູກຝັງ-ລ້ຽງສັດ ມີການນໍາໃຊ້ເຕັກນິກວິຊາການຫລາຍຂຶ້ນ ຈຶ່ງເຮັດໃຫ້ຜົນຜະລິດຂອງປະຊາຊົນ ໄດ້ຮັບໝາກຜົນດີສ້າງລາຍຮັບເຂົ້າຄອບຄົວຫລາຍລ້ານກີບຕໍ່ປີເໝືອນດັ່ງຄອບຄົວຂອງ ນາງ ພົມມາ ແສງສຸລິຍາ ອາຍຸ 31 ປີ ຢູ່ບ້ານດົງ ວຽງກຸ່ມບ້ານທ້ຽວ ເມືອງວຽງພູຄາ ແຂວງຫລວງນ້ຳທາ.ນາງ ພົມມາ ແສງສຸລິຍາ ໃຫ້ຮູ້ເວ້ົາວ່າ: ໃນໄລຍະຜ່ານມາຄອບຄົວເຮັດນາພຽງຢ່າງດຽວ ພໍແຕ່ກຸ້ມຢູ່ ກຸ່ມກິນ, ລາຍຮັບຍັງຕ່ຳ, ມາຮອດປີ 2014 ໄດ້ມີແນວຄິດລິເລີ່ມເຮັດການກະເສດປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນການປູກໝາກແຕງ, ໝາກເຂືອ, ໝາກເຜັດ, ສາລີຫວານ, ນໍ້າເຕ້ົາ, ໝາກອຶ, ຜັກຫອມ ແລະ ອ່ືນໆ ຂາຍເປັນອາຊີບເຊິ່ງມີເນື້ອທີ່ການປູກພືດໝູນວຽນ 3.000 ຕາແມັດ. ສໍາລັບການລ້ຽງສັດກໍມີປະເພດງົວ, ໝູ, ສັກປີກ, ມີໜອງປາ 1 ໜອງ  ເມ່ືອຮອດຍາມເກັບຜົນຜະລິດ ກ່ໍຈະມີແມ່ຄ້າມາຊື້ຢູ່ກັບສ່ວນ, ບາງທີ່ກໍໄປສົ່ງໃຫ້ພໍ່ຄ້າແມ່ຄ້າຢູ່ຕະຫລາດ ໃນແຕ່ລະມື້ ເຊິ່ງລາຄາຈະບໍ່ຄົງທີ່ຂຶ້ນຢູ່ກັບບາງໄລຍະຖ້າເປັນຍາມຝົນຈະມີລາຄາສູງ ເນື່ອງຈາກວ່າຜັກປູກຍາກຫລາຍໃນຍາມນີ້.

  

    ແນວໃດກໍ່ດີ ຜ່ານການເຮັດອາຊີບປູກຝັງ-ລ້ຽງສັດຂາຍເປັນສິນຄ້າ ເຮັດໃຫ້ຊີວິດຄອບຄົວດີຂຶ້ນກວ່າເກົ່າ, ຊີວິດການເປັນຢູ່ໄດ້ຮັບການປັບປຸງຮອບດ້ານ ເສດຖະກິດຂອງຄອບຄົວມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນືອງ ໂດຍສະເລ່ຍແລ້ວໃນໜຶ່ງປີສາມາດສ້າງລາຍຮັບຈາກການປູກຝັງ ແລະ ລ້ຽງສັດປະມານ 370 ລ້ານກີບ.ນາງ ພົມມາ ເວົ້າເສີມວ່າ: ພາຍຫລັງທີ່ຫັນມາຍຶດອາຊີບປູກຝັງ-ລ້ຽງສັດ ຄອບຄົວມີການປ່ຽນແປງຫລາຍດ້ານເສດຖະກິດຄື: ມີລົດ ຫຸ່ນໃຫຍ່ 1 ຄັນ, ລົດໄຖ 1 ຄັນ, ລົດ ຈັກ 2, ມີດິນ 4 ຕອນ (ເນື້ອທີ 5 ເຮັກຕາ), ເຮືອນ 1 ຫລັງ , ດິນປູກ ຢາງພາລາ 2 ເຮັກຕາ ໃນນັ້ນປູກຕົ້ນຢາງພາລາແລ້ວ 1.000 ຕົ້ນ. ໃນຊຸມປີຕໍ່ໜ້າໄດ້ວາງຄາດໝາຍສູ້ຊົນເສດຖະກິດຄອບຄົວໃຫ້ຫລາຍຂຶ້ນກວ່າເກົ່າຄື: ຂະຫຍາຍເນື້ອທີ່ປູກພືດຜັກຖະກຸນຖົວ, ຕົ້ນໄມ້ໃຫ້ໝາກ, ລ້ຽງສັດ , ຂະຫຍາຍຕົ້ນຢາງພາລາເພີ່ມເປັນ 1.500 ຕົ້ນ  ບໍ່ພຽງທໍ່ນີ້ຈະພາຍາຍາມປັບປຸງຖອດຖອນບົດຮຽນນໍາຜູ້ອື່ນໄປເລື້ອຍໆ, ຈະສືບຕໍ່ໃນການບົວລະບັດປົກປັກຮັກສາເຄ່ືອງປູກຝັງ ແລະ ນຳໃຊ້ເຕັກນິກວິທະຍາສາດເຂົ້າໃນການປູກ, ການລ້ຽງທີ່ມີຢູ່ໃນປັດຈຸບັນເພື່ອໃຫ້ຄອບຄົວມີການພັດທະນາດີຂຶ້ນເລື້ອຍໆ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບບົດ-ສາລະຄະດີ

      ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບ

      5/2/2024 4:06:11 PM

      * ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ໃຫ້ກໍາເນີດປັດຊະຍາມາກສິດ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ໃນສອງສາມວັນນີ້, ໜັງສືພິມປະເທດລາວ ຂໍນຳເອົາປະຫວັດສາດ ແຫ່ງຊີວິດ ແລະ ການເຄື່ອນໄຫວຂອງທ່ານ ກາກມາກ ມານໍາສະເໜີໃຫ້ທຸກທ່ານ ພ້ອມກັນທົບທວນຫວນຄືນນໍາກັນ ຕື່ມອີກເທື່ອໜຶ່ງ.

    • ເຮັດກະແລ້ມຂາຍ ຈິ່ງໄດ້ຈັບເງິນລ້ານບົດ-ສາລະຄະດີ

      ເຮັດກະແລ້ມຂາຍ ຈິ່ງໄດ້ຈັບເງິນລ້ານ

      5/2/2024 10:20:59 AM

      ອາກາດທີ່ຮ້ອນອົບເອົ້າແບບນ້ີເຊື່ອວ່າຫລາຍທ່ານມີວິທີຄາຍຄວາມຮ້ອນທີ່ແຕກຕ່າງກັນອອກໄປ,​ ໃນນີ້​ການໄດ້ຮັບປະທານອາຫານຫວານໆ​ເຢັນໆ ຖືວ່າສາມາດຊ່ວຍດັບຄວາມ​ຮ້ອນ​​ ແລະ ​​ເຮັດ​ໃຫ້​ອາລົມ​ດີ​ຂຶ້ນ​ໄດ​້​ດ້ວຍອາຫານ​ປະ​ເພດ​ຫວານໆເຢັນ.

    • ການສະກົດ ແລະ ການໃຊ້ຄຳບົດ-ສາລະຄະດີ

      ການສະກົດ ແລະ ການໃຊ້ຄຳ

      5/2/2024 9:56:04 AM

      ການສະກົດຄໍາທຸກຄໍາ ທີ່ເປັນຄໍາຫລັກ ແລະ ຄໍາທີ່ໃຊ້ໃນການຊີ້ແຈງຄວາມໝາຍແມ່ນໃຊ້ຕາມຫລັກອັກຂະຫລະວິທີຂອງການສະກົດຄໍາໃນພາສາລາວ ທີ່ໃນສັງຄົມ ແລະ ລະບົບການສຶກສາຂອງລາວ ປັດຈຸບັນ; ກໍລະນີທີ່ແມ່ນຄໍາທາງວິທະຍາສາດ, ວິຊາການ, ຊື່ສະເພາະທີ່ສາກົນໃຊ້ ແລະ ຄໍາຂອງພາສາຊົນເຜົ່າແມ່ນໃຊ້ອັກສອນລາວໃນປັດຈຸບັນສະກົດຕາມສຽງຂອງຮູບຄໍານັ້ນໆ ໃຫ້ໄດ້ສຽງທີ່ໃກ້ຄຽງເທົ່າໃດຍິ່ງດີ.

    • ແດ່ວັນກຳມະກອນສາກົນ 1 ພຶດສະພາບົດ-ສາລະຄະດີ

      ແດ່ວັນກຳມະກອນສາກົນ 1 ພຶດສະພາ

      5/2/2024 9:48:11 AM

      ວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 138 ປີ (1 ພຶດສະພາ 1886 - 1 ພຶດສະພາ 2024) ຫາກໍ່ຜ່ານມາທ່ານ ກາກມາກ ແລະ ອັງແກນ ໄດ້ຢັ້ງຢືນວ່າ ລັກສະນະອັນດີເລີດຂອງຊົນຊັ້ນກໍາມະກອນແມ່ນຊົນຊັ້ນທີ່ມີນໍ້າໃຈກ້າຫານຕໍ່ສູ້, ມີລະບຽບວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມມານະອົດທົນສູງຢ່າງເດັດຂາດ.

    • ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມບົດ-ສາລະຄະດີ

      ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມ

      5/2/2024 9:44:46 AM

      ວັນທີ 30 ເມສາ 1975 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງ ປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບ ມ້າງອຳນາດການປົກຄອງທີ່ເປື່ອຍ ເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມ ມີ ຄວາມເປັນເອກະລາດຢ່າງສົມບູນ ຈົນເທົ່າທຸກວັນນີ້ ຊຶ່ງມາຮອດປີນີ້ ກໍຄົບຮອບ 49 ປີພໍດີ.

ads
ads

Top