ສປ ຈີນ-ສ.ອາເມລິກາ ບັນລຸຄວາມເຫັນທີ່ເປັນເອກະພາບກັນ 5 ຂໍ້

28/04/2024 14:42
Email Print 314
ຂປລ ທ່ານ ວາງຢີ້ ກໍາມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງ ການຕ່າງປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ອັນໂທນີ ບລິນເຄນ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ອາເມລິກາ, ໂດຍທັງສອງຝ່າຍ ໄດ້ບັນລຸ ຄວາມເຫັນ ທີ່ເປັນເອກະພາບກັນ 5 ຂໍ້ ຫລັງຈາກ ແລກປ່ຽນຄໍາຄິດຄໍາເຫັນ ຢ່າງຮອບດ້ານແລ້ວ

   ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ວາງຢີ້ ກໍາມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງ ການຕ່າງປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ອັນໂທນີ ບລິນເຄນ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ອາເມລິກາ, ໂດຍທັງສອງຝ່າຍ ໄດ້ບັນລຸ ຄວາມເຫັນ ທີ່ເປັນເອກະພາບກັນ 5 ຂໍ້ ຫລັງຈາກ ແລກປ່ຽນຄໍາຄິດຄໍາເຫັນ ຢ່າງຮອບດ້ານແລ້ວ ດັ່ງນີ້.

ຂໍ້ທໍາອິດ ທັງສອງຝ່າຍ ໄດ້ຕົກລົງເຫັນດີ ສືບຕໍ່ ປະຕິບັດ ຕາມທິດຊີ້ນໍາ ຂອງປະມຸກລັດ ສອງປະເທດ, ສຸມຄວາມພະຍາຍາມ ເຂົ້າໃນການຊຸກຍູ້ ສາຍພົວພັນ ລະຫວ່າງ ສປ ຈີນ-ສ.ອາເມລີກາ ໃຫ້ໄດ້ຮັບການພັດທະນາ ແລະ ມີຄວາມໝັ້ນທ່ຽງ, ຕີລາຄາສູງ ຕໍ່ຄວາມຄືບໜ້າ ຢ່າງຕັ້ງໜ້າ ຂອງການສົນທະນາ ແລະ ການຮ່ວມມືໃນຂົງເຂດຕ່າງໆ ລະຫວ່າງ ສປ ຈີນ-ອາເມລິກາ ນັບແຕ່ປະມຸກລັດ ຂອງສອງປະເທດ ພົບປະກັນ ທີ່ນະຄອນ ຊານຟຣານຊິສໂກ ເປັນຕົ້ນມາ, ພ້ອມທັງ ເຫັນດີ ເລັ່ງລັດຈັດຕັ້ງ ປະຕິບັດ ຄວາມເຫັນ ທີ່ເປັນເອກະພາບກັນ ອັນສໍາຄັນ ຂອງປະມຸກລັດ ສອງປະເທດ ທີ່ບັນລຸໄດ້ ທີ່ນະຄອນ ຊານຟຣານຊິສໂກ.

ຂໍ້ທີ່ສອງ, ສອງຝ່າຍເຫັນດີ ຮັກສາການໄປມາ ຫາສູ່ກັນລະຫວ່າງ ການນໍາຂັ້ນສູງ ແລະ ການພົບປະກັນ ລະຫວ່າງ ຂັ້ນຕ່າງໆ. ສືບຕໍ່ເສີມຂະຫຍາຍບົດບາດຂອງກົນໄກເປິກສາຫາລືໃນຂົງເຂດຕ່າງໆທີ່ໄດ້ຮັບການຟື້ນຟູຄືນ ແລະ ສ້າງຂຶ້ນໃໝ່ ເຊັ່ນ: ການຕ່າງປະເທດ, ເສດຖະກິດ, ການທະນາຄານ ແລະ ການຄ້າ ເປັນຕົ້ນ. ສືບຕໍ່ ດໍາເນີນການ ໄປມາຫາສູ່ກັນ ລະຫວ່າງ ກອງທັບສອງປະເທດ. ສົ່ງເສີມການຮ່ວມມືດ້ານ ການຕ້ານຢາເສບຕິດ, ການປ່ຽນແປງ ຂອງດິນຟ້າອາກາດ ແລະ ປັນຍາ ປະດິດຕື່ມອີກ.

          ຂໍ້ສາມ, ສອງຝ່າຍ ປະກາດ ຈະຈັດກອງປະຊຸມ ສົນທະນາ ກ່ຽວກັບ ປັນຍາ ປະດິດ ຂັ້ນລັດຖະບານ ລະຫວ່າງຈີນ-ອາເມລິກາ ຄັ້ງປະຖົມມະເລີກ; ສືບຕໍ່ຊຸກຍູ້ການປຶກສາຫາລື ຫລັກການຊີ້ນໍາ ຕໍ່ສາຍພົວພັນ ລະຫວ່າງ ສປ ຈີນ-ອາເມລິກາ; ຈັດການປຶກສາຫາລື ວຽກງານ ອາຊີ ປາຊິຟິກ ແລະ ວຽກງານ ທະເລ ລະຫວ່າງຈີນ-ອາເມລິກາ ຮອບໃໝ່; ສືບຕໍ່ດໍາເນີນການເປິກສາຫາລື ວຽກງານກົງ ສຸນລະຫວ່າງ ສປ ຈີນ-ອາເມລິກາ.

ຂໍ້ທີ່ສີ່, ສອງຝ່າຍຈະນໍາໃຊ້ມາດຕະການຕ່າງໆ  ເພື່ອເປີດກວ້າງການແລກປ່ຽນດ້ານວັດທະນະທໍາ ລະຫວ່າງສອງປະເທດ, ຍິນດີຕ້ອນຮັບນັກສຶກສາ ທີ່ສຶກສາຕໍ່ຢູ່ປະເທດ ຂອງກັນແລະກັນ, ພ້ອມທັງ ຈັດການເຈລະຈາ ຂັ້ນສູງດ້ານການທ່ອງທ່ຽວຈີນ-ອາເມລິກາ ຄັ້ງທີ 14 ທີ່ຈະຈັດຂຶ້ນ ຢູ່ນະຄອນຊີ່ອ່ານຂອງ ສປ ຈີນ ໃນເດືອນພຶດສະພາປີນີ້ ໃຫ້ດີ.

ຂໍ້ສຸດທ້າຍ, ສອງຝ່າຍ ຈະຮັກສາການປຶກສາຫາລືກັນ ກ່ຽວກັບ ບັນຫາຈຸດສຸມ ໃນພາກພື້ນ ແລະ ສາກົນ, ນອກນີ້, ຜູ້ຕາງໜ້າພິເສດ ຂອງຝ່າຍຈະເພີ່ມທະວີ ການແລກປ່ຽນກັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top