ຍ້ອງຍໍສັນລະເສີນ 200 “ນັກຮົບນ້ອຍ ດຽນບຽນ” ທົ່ວປະເທດ ຄັ້ງທີ V ປີ 2024

28/04/2024 13:35
Email Print 250
ຂປລ ເມື່ອບໍ່ດົນມານີ້ ຢູ່ສະໜາມຫລວງ ນະຄອນ ດຽນບຽນຝູ (ແຂວງ ດຽນບຽນ), ສູນກາງ ຄະນະຊາວ ໜຸ່ມພັກກອມມູນິດ ໂຮ່ຈີມິນ, ສະພາ ກອງເຍົາວະຊົນ ສູນກາງ ຈັດລາຍການ ຍ້ອງຍໍສັນລະເສີນ “ນັກຮົບນ້ອຍ ດຽນບຽນ” ທົ່ວປະເທດ ຄັ້ງທີ V ປີ 2024.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານີ້ ຢູ່ສະໜາມຫລວງ ນະຄອນ ດຽນບຽນຝູ (ແຂວງ ດຽນບຽນ), ສູນກາງ ຄະນະຊາວ ໜຸ່ມພັກກອມມູນິດ ໂຮ່ຈີມິນ, ສະພາ ກອງເຍົາວະຊົນ ສູນກາງ ຈັດລາຍການ ຍ້ອງຍໍສັນລະເສີນ ນັກຮົບນ້ອຍ ດຽນບຽນທົ່ວປະເທດ ຄັ້ງທີ V ປີ 2024. ລາຍການ ນອນໃນ ບັນດາການເຄື່ອນ ໄຫວຂອງ ງານມະໂຫລານ ນັກຮົບນ້ອຍ ດຽນບຽນທົ່ວປະເທດ ໂດຍ ສູນກາງ ຄະນະຊາວ ໜຸ່ມພັກກອມມູນິດ ໂຮ່ຈີມິນ, ສະພາ ກອງເຍົາວະຊົນສູນກາງ ຈັດຂຶ້ນ ເພື່ອ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດຽນ ບຽນຝູ (07/05/1954 – 07/05/2024). ທ່ານ ເລຫ໋າຍລອງ, ຮອງປະທານ ຜູ້ປະຈຳການ ສະພາກອງເຍົາວະຊົນ ສູນກາງ ໃຫ້ຮູ້ວ່າ ຈຸດໃໝ່ອ່ຽມ ຂອງລາຍການປີນີ້ ແມ່ນເປັນຄັ້ງທຳອິດທີ່ ນັກຮົບນ້ອຍ ດີເດັ່ນ ທົ່ວປະເທດ 200 ຄົນໄດ້ເດີນທາງມາຍັງ ດຽນບຽນ ເພື່ອເຂົ້າຮ່ວມ ການເຄື່ອນໄຫວຕົວຈິງ ຢູ່ສະ  ໜາມຮົບ ດຽນບຽນຝູ. ໃນໄລຍະ 3 ວັນ, ພວກນ້ອງ ຈະໄດ້ເຂົ້າຮ່ວມ ບັນດາ ການເຄື່ອນໄຫວ ຕົວຈິງ ໂດຍສວມບົດບາດ ເປັນນັກຮົບນ້ອຍ ໄປຍັງບັນດາສະຖານທີ່ ຮ່ອງຮອຍ ປະຫວັດສາດ ການປະຕິວັດ ຕິດພັນກັບ ບັນດາວິລະກຳ ຂອງທະຫານ ແລະ ປະຊາຊົນ ຫວຽດນາມ ໃນບັ້ນຮົບດຽນບຽນຝູ. ພ້ອມກັນນັ້ນ, ພວກນ້ອງກໍ່ ຈະໄດ້ສະແດງຄວາມສາມາດ, ພອນສະຫວັນຂອງຕົນ ຜ່ານບັນດາການເຄື່ອນໄຫວລົງ ພຶດຕິກຳຕົວຈິງ, ຜ່ານນັ້ນ ບໍ່ພຽງແຕ່ ເພີ່ມຄວາມຮູ້ກ່ຽວ ກັບໄຊຊະນະ ດຽນບຽນຝູ ເທົ່ານັ້ນ ຫາກຍັງພວກນ້ອງ ຍັງອາດ ຈະເພີ່ມທະວີ ນ້ຳໃຈ ສາມັກຄີ, ພົບປະແລກປ່ຽນ, ຊອກຮູ້ ຄວາມຮູ້ ກ່ຽວກັບ ປະຫວັດ ສາດອີກດ້ວຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top