ເວທີປາໄສ ອະນາຄົດ ອາຊຽນ ກຳນົດທີ່ຕັ້ງພາກພື້ນ ໃນສະພາບການໃໝ່

28/04/2024 15:29
Email Print 873
ຂປລ “ເວທີປາໄສ ອະນາຄົດ ອາຊຽນ” ຈັດຂຶ້ນ ຢູ່ຮ່າໂນ້ຍ ເມື່ອບໍ່ດົນມານີ້ ໂດຍມີ ການນຳບັນດາ ປະເທດ ສະມາ ຊິກ ອາຊຽນ, ບັນດາ ຄູ່ຮ່ວມມື, ຜູ້ຕາງໜ້າ ອົງການ ຈັດຕັ້ງສາກົນ, ອົງການ ພົນລະເຮືອນ, ສັງຄົມ, ນັກ ຮຽນຮູ້ ແຖວໜ້າ ພາກພື້ນ ແລະ ໂລກ, ແມ່ຍິງ ແລະ ຊາວໜຸ່ມ ເຂົ້າຮ່ວມ ພາຍໃຕ້ ດ້ວຍຫົວຂໍ້ “ສ້າງປະຊາ ຄົມ ອາຊຽນ ພັດທະນາວ່ອງໄວ ແລະ ຍືນຍົງ ຖືປະຊາ ເປັນໃຈກາງ”,

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  “ເວທີປາໄສ ອະນາຄົດ ອາຊຽນຈັດຂຶ້ນ ຢູ່ຮ່າໂນ້ຍ ເມື່ອບໍ່ດົນມານີ້ ໂດຍມີ ການນຳບັນດາ ປະເທດ ສະມາຊິກ ອາຊຽນບັນດາ ຄູ່ຮ່ວມມືຜູ້ຕາງໜ້າ ອົງການ ຈັດຕັ້ງສາກົນ,  ອົງການ ພົນລະເຮືອນສັງຄົມນັກຮຽນຮູ້ ແຖວໜ້າ ພາກພື້ນ ແລະ ໂລກແມ່ຍິງ ແລະ ຊາວໜຸ່ມ ເຂົ້າຮ່ວມ ພາຍໃຕ້ ດ້ວຍຫົວຂໍ້ ສ້າງປະຊາຄົມ ອາຊຽນ ພັດທະນາວ່ອງໄວ ແລະ ຍືນຍົງ ຖືປະຊາ ເປັນໃຈກາງ”, ເວທີປາໄສ ອະນາຄົດ ອາຊຽນ ແມ່ນຊ່ອງທາງສະໜອງ ບັນດາແນວຄວາມຄິດ, ຂໍ້ລິເລີ່ມ ໃຫ້ວິວັດທະນາການສ້າງ ວິໄສທັດ ອາຊຽນ ຮອດປີ 2045, ປະກອບສ່ວນ ສຽງເວົ້າ ຂອງພາກພື້ນ  ເຂົ້າໃນຄວາມມານະ ພະຍາຍາມ ກຳນົດ ທິດພັດທະນາ ອະນາຄົດ ຂອງໂລກ, ໂດຍຜ່ານ ກອງປະຊຸມ ສຸດຍອດ ອະນາຄົດຂອງ ສປຊ ຄາດວ່າ ຈະຈັດຂຶ້ນ ໃນເດືອນກັນຍາ ປີ 2024.ໃນສະພາບ ການບັນດາ ປະເທດ ອາຊຽນ ກໍ່ພວມຢືນຢູ່ ຕໍ່ໜ້າຫລາຍ ການເລືອກ ເຟັ້ນ ທີ່ແຕກຕ່າງກັນ ໃນຍຸດທະສາດ ພັດທະນາ ກໍ່ຄືວິໄສທັດກ່ຽວກັບ ອາຊຽນ, ເວທີປາໄສ ອະນາຄົດ ອາຊຽນ ໄດ້ຊອກຫາຄຳຕອບ ໃຫ້ແກ່ ບັນດາບັນຫາຄື: ເຮັດແນວໃດ ເພື່ອຮັກສາ ບົດບາດ ເປັນໃຈກາງ, ຮັບມືກັບ ການປ່ຽນແປງ ຂອງພາກພື້ນ ແລະ ໂລກ? ເຮັດແນວໃດ ເພື່ອຮັກສາ ຄວາມດຸ່ນດ່ຽງ ແລະ ກົມກຽວ ລະຫວ່າງ ຄວາມສົນໃຈ ແລະ ຜົນປະໂຫຍດ ຂອງບັນດາ ສະມາຊິກ, ລະຫວ່າງ ການປ່ຽນແປງໃໝ່ ແລະ ການອະນຸລັກຮັກສາ ບັນດາຄຸນຄ່າ ຫລັກແຫລ່ງຂອງ ອາຊຽນ?.ຈາກນັ້ນ ທ່ານ ປ.ອ ນາງ ຟ້າມລານຢຸງ, ຜູ້ຮັກສາ ການຫົວຫນ້າ ສະຖາບັນ ການຕ່າງປະເທດ, ກະຊວງ ການຕ່າງປະເທດ ຫວຽດນາມ ໂດຍແມ່ນຫົວໜ່ວຍ ເປັນເຈົ້າພາບ ຈັດຕັ້ງ ໃຫ້ຮູ້ວ່າ ເວທີປາໄສ ອະນາຄົດ ອາຊຽນ ແລະ ບັນດາ ບັນຫາຂອງ ອາຊຽນ ຍາມໃດ ກໍ່ດຶງດູດ ຄວາມສົນໃຈ ໃນພາກພື້ນ. ອາຊຽນ ນັບແຕ່ກ່ອນ ມາຮອດປັດຈຸບັນ ໄດ້ຈັດຫລາຍເວທີປາໄສໃນທຸກຂັ້ນ ເພື່ອປຶກສາຫາລື ກ່ຽວກັບ ບັນຫານີ້ ແຕ່ວ່າ ທີ່ເວທີປາໄສຄັ້ງນີ້, ຄະນະຈັດຕັ້ງ ປາດຖະໜາຢາກສ້າງເວທີປາໄສເປີດ, ຊ່ອງທາງໂອ້ລົມສົນທະນາ, ຮັບຟັງ ບັນດາຄຳເຫັນ ຂອງທຸກເປົ້າໝາຍ, ທຸກພາກສ່ວນໃນສັງຄົມ ຢູ່ບັນດາປະເທດ ອາຊຽນ:ອະນາຄົດ ອາຊຽນ ບໍ່ແມ່ນບັນຫາໃໝ່ ແຕ່ວິທີການສຳຜັດ ແມ່ນໃໝ່ທີ່ສຸດ. ພິເສດ, ຊ່ອງທາງທີ່ໃກ້ຊິດກັບ ປະຊາຊົນ ຈະສ້າງສະພາບຕົວຈິງ ທີ່ບໍ່ພຽງແຕ່ລຸ້ນໜຸ່ມ ເທົ່ານັ້ນ ຫາກນັກຮຽນຮູ້, ນັກທຸລະກິດ. ກໍ່ລ້ວນແຕ່ ເວົ້າເຖິງ ເລື່ອງລາວນັ້ນ. ຈາກນັ້ນ, ສຽງເວົ້າ, ທັດສະນະ ແລະ ວິທີການແບ່ງປັນ ຂອງເຂົາເຈົ້າ ກໍ່ຈະໄດ້ຮັບຟັງ ແລະ ເຕື້ອງເຖິງບັນດາ ການປຶກສາ ຫາລື ທາງການຂອງບັນດາ ນັກການເມືອງ. ປັດຈຸບັນ, ອາຊຽນ ພວມກ້າວເຂົ້າສູ່ ໄລຍະພັດທະນາໃໝ່, ພາຍຫລັງປະຕິບັດ ສຳເລັດວິໄສທັດ ປະຊາຄົມ ອາຊຽນ ປີ 2025, ອາຊຽນ ພວມຢູ່ ໃນວິວັດການຫັນປ່ຽນ ໃນສະພາບການໂລກ ແລະ ພາກພື້ນ ມີການປ່ຽນແປງ ວ່ອງໄວ, ດ້ວຍຫລາຍ ກາລະໂອກາດ ແລະ ສິ່ງທ້າທາຍໃໝ່. ເວທີປາໄສ ໄດ້ຈັດຂຶ້ນ ຕາມຮູບແບບເປີດ, ມີການເຂົ້າຮ່ວມ ຂອງຜູ້ຕາງໜ້າ ລັດຖະບານ ແລະ ບັນດາອົງການອື່ນໆ, ຕາມນັກຊ່ຽວຊານ ໄດ້ໃຫ້ຂໍ້ສັງເກດ ແມ່ນ ສ້າງຂອບເຂດ ເພື່ອໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຂອງພາກພື້ນ ແລະ ນອກພາກພື້ນ ພ້ອມກັນ ເຂົ້າຮ່ວມສະໜອງ ບັນດາຄຳຄິດເຫັນ, ຂໍ້ລິເລີ່ມ ໃຫ້ແກ່ ວິວັດທະນາ ການສ້າງວິໄສທັດ ອາຊຽນ ຮອດປີ 2045 ແລະ ປະຕິບັດວິໄສທັດ ໃນອະນາຄົດ.ໂດຍຕີລາຄາ ກ່ຽວກັບ ແງ່ຫວັງເວທີປາໄສ ອະນາຄົດ ອາຊຽນ ອາດຈະກາຍເປັນ ການເຄື່ອນໄຫວ ປະຈຳປີ, ພັດທະນາຕາມເສັ້ນທາງ ຂອງບັນດາ ເຫດການ ທີ່ມີຊື່ສຽງ ໃນພາກພື້ນ ແລະ ໂລກຄື: ກອງປະຊຸມ ເຈລະຈາ Shangri-La (ສິງກະໂປ), ສະພາຄວາມໝັ້ນຄົງ Munich (ເຢຍລະມັນ), ກອງປະຊຸມ ອະນາຄົດ ອາຊີ (ຍີ່ປຸ່ນ), ທ່ານ ປ.ອ ນາງ ຟ້າມລານຢຸງ, ຜູ້ຮັກສາການຫົວຫນ້າ ສະຖາບັນ ການຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ: ເພື່ອຈັດຕັ້ງຄື Shangri-La ຫຼື Munich ໄດ້ນັ້ນ ແມ່ນຍັງຕ້ອງຜ່ານຜ່າ ເສັ້ນທາງ ທີ່ຍາວໄກ ແລະ ຕ້ອງມີຄວາມມານະ ພະຍາຍາມ ຫລາຍຢ່າງ. ແຕ່ວ່າຖ້າ ອາຊຽນ ກ້າວໄປ ກໍ່ຈະຮອດ ເພາະວ່າພວກເຮົາມີຄວາມມານະພະຍາຍາມ, ເປົ້າໝາຍ ແລະ ຄວາມຕັດສິນໃຈ. ວິທີການສຳຜັດຂອງ ອາຊຽນ ແມ່ນຕັດສິນໃຈ ຈົນສຸດຄວາມສາມາດຂອງຕົນ ສ່ວນໝາກຜົນບັນລຸໄດ້ຄືແນວໃດຍັງຕ້ອງໄດ້ອີງຕາມຫຼາຍປັດໄຈ. ພວກຂ້າພະເຈົ້າເຊື່ອໝັ້ນ ແລະ ມີຄວາມປະເອີບໃຈ, ເວທີປາໄສແມ່ນຂີດໝາຍພິເສດຂອງ ອາຊຽນ ແລະ ຫວຽດນາມ.ເວທີປາໄສອະນາຄົດ ອາຊຽນ ລວມມີບັນດາວາລະປຶກສາຫາລື: ກ້າວໄປເຖິງ ປະຊາຄົມ ອາຊຽນ ທີ່ມີການຂະຫຍາຍ ຕົວຢ່າງວ່ອງໄວ ແລະ ຍືນຍົງ, ສ້າງທີ່ຕັ້ງບົດບາດ ເປັນໃຈກາງຂອງ ອາຊຽນ ຄືນໃໝ່, ຈັບເອົາກາລະໂອກາດພັດທະນາໃນຍຸກສະໄໝດີຈີຕອນ, ຍູ້ແຮງວິທີການສຳຜັດກັບ ຄວາມໝັ້ນຄົງ ຢ່າງຮອບດ້ານ ເພື່ອປະຊາຄົມ ອາຊຽນ ຖືປະຊາຊົນ ເປັນໃຈກາງ. ຕາມທ່ານ ປ.ອ ນາງ ຟ້າມລານຢຸງ ແລ້ວ, ການເຂົ້າຮ່ວມຂອງນັກຮຽນຮູ້ອາຊຽນ ເປັນຈຳນວນຫລາຍ ແມ່ນຈຸດພົ້ນເດັ່ນ ທີ່ເປັນໜ້າສົນໃຈ ຂອງເວທີປາໄສ, ສາມາດຍົກອອກບັນດາ ຂໍ້ສະເໜີແນະຊ່ວຍ ອາຊຽນ ກຳນົດທິດ ກ້າວເດີນໃນອະນາຄົດ. ກ່ຽວກັບ ການໃຫ້ຄຳປຶກສາ ແລະ ໜູນຊ່ວຍ ດ້ານນະໂຍບາຍ, ບັນດານັກຮຽນຮູ້ ໄດ້ສະໜອງ ຂໍ້ມູນ ແລະ ການຄົ້ນຄ້ວາ ຢ່າງເລິກເຊິ່ງ ກ່ຽວກັບ ບັນດາ ບັນຫາສຳຄັນ ແລະ ທ່າອ່ຽງໃນພາກພື້ນ, ຈາກນັ້ນ ກໍ່ສະເໜີ ບັນດາວິທີການລະອຽດ, ຊ່ວຍກຳນົດທິດກ້າວໄປ ແລະ ນະໂຍບາຍຂອງ ອາຊຽນ ໃນອະນາຄົດ. ບັນດາກົນໄກຄື ເວທີປາໄສຄວາມໝັ້ນຄົງໃນພາກພື້ນ (ARF), ສະຖາບັນຄົ້ນຄ້ວາຍຸດທະສາດ ແລະ ສາກົນ ອາຊຽນ  (ASEAN-ISIS), ສະພາການຮ່ວມມື ດ້ານຄວາມໝັ້ນຄົງ ອາຊີ - ປາຊີຟິກ (CSCAP) ໄດ້ຢັ້ງຢືນຄຸນຄ່າ  ແລະ ບົດບາດ ສຳຄັນ ກ່ຽວກັບ ການໃຫ້ຄຳປຶກສາ ດ້ານນະໂຍບາຍ ໃຫ້ແກ່ ອາຊຽນ. ກ່ຽວກັບ ການແລກປ່ຽນ ການຮຽນຮູ້, ພົບປະແລກປ່ຽນ, ບັນດາການເຄື່ອນໄຫວ ໄຂຊ່ອງທາງ ນັກຮຽນຮູ້ ຈະສ້າງເງື່ອນໄຂ ເພື່ອໃຫ້ບັນດາ ນັກຄົ້ນຄ້ວາ, ນັກຊ່ຽວຊານ ແລກປ່ຽນຄວາມຮູ້, ຄຳເຫັນ, ປະກອບສ່ວນ ຍົກສູງຄວາມຮັບຮູ້, ຄວາມຮູ້, ຊຸກຍູ້ການຮ່ວມມືໃນອາຊຽນ.ເວທີປາໄສອະນາຄົດ ອາຊຽນ ແມ່ນຂໍ້ລິເລີ່ມຂອງ ຫວຽດນາມ, ເປັນຄັ້ງທຳອິດ ທີ່ໄດ້ຈັດຂຶ້ນ ດ້ວຍຫລາຍ ການເຄື່ອນໄຫວ ທີ່ແທດຈິງ ແລະ ມີຄວາມໝາຍ. ເວທີປາໄສ ໄດ້ປະກອບສ່ວນ ເຂົ້າໃນຄວາມມານະ ພະຍາຍາມລວມ ເພື່ອແນໃສ່ ມຸ່ງໄປເຖິງ ການສ້າງປະຊາຄົມ ອາຊຽນ ຖືປະຊາຊົນ ເປັນໃຈກາງ, ຊຸກຍູ້ວິວັດ ການຂະຫຍາຍຕົງ ຢ່າງວ່ອງໄວ ແລະ ຍືນຍົງ ຂອງປະຊາຄົມ ອາຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top