ໄຂງານວາງສະແດງ ເສັ້ນທາງຂຶ້ນໄປສູ່ດຽນບຽນຝູ

28/04/2024 14:18
Email Print 228
ຂປລ ງານວາງສະແດງ “ເສັ້ນທາງ ຂຶ້ນໄປສູ່ ດຽນບຽນຝູ” ແມ່ນໜຶ່ງ ໃນບັນດາເຫດ ການສະເຫລີມ ສະຫລອງ 70 ປີ ແຫ່ງໄຊຊະນະ ດຽນບຽນຝູ (7/5/1954-7/5/2024).

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ງານວາງສະແດງເສັ້ນທາງ ຂຶ້ນໄປສູ່ ດຽນບຽນຝູ ແມ່ນໜຶ່ງ ໃນບັນດາເຫດ ການສະເຫລີມ ສະຫລອງ 70 ປີ ແຫ່ງໄຊຊະນະ ດຽນບຽນຝູ (7/5/1954-7/5/2024).ໃນງານວາງສະແດງ ແນະນຳ 70 ຜົນງານ ດ້ານຈິດຕະກຳ, Graphic, ແກະສະຫລັກ, ແຜ່ໂປສະເຕີ ຂອງຫລາຍຄົນເຊິ່ງ ໄດ້ຮັບການ ປະດິດສ້າງ ແຕ່ໄລຍະ 1949 - 2009. ດ້ວຍວິທີ ການວາງສະແດງ ແບບເກົ່າ ສົມທົບກັບ ການນຳໃຊ້ ເຕັກໂນໂລຢີ cinemagraph ໄດ້ຊ່ວຍຜູ້ຊົມ ກັບຄືນສູ່ສະໄໝ ຢູ່ສະໜາມຮົບ ດຽນບຽນຝູ ໃນເມື່ອກ່ອນ. ມີຫລາຍຜົນງານ ໄດ້ວາດພາບ ຢ່າງມີຊີວິດຊີວາ ບັນດາການບຸກໂຈມຕີ ທີ່ອົງອາດ ກ້າຫານ ໃນບັ້ນຮົບ ດຽນບຽນຝູ. ງານວາງສະແດງ ໄດ້ເປີດປະຕູ ແຕ່ວັນທີ 26 ເມສາ 2024 ຫາວັນທີ 15 ພຶດສະພາ 2024 ຢູ່ຫໍພິພິທະພັນ ວິຈິດສິນ ຫວຽດນາມ ຢູ່ເຂດຖະໜົນ ຫງວຽນທ໊າຍຮອກ, ນະຄອນຫລວງ ຮ່າໂນ້ຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top