70 ປີ ແຫ່ງການພັດທະນາ ການສຶກສາສູ່ລະດັບສາກົນ ຂອງມະຫາວິທະຍາໄລ ທຸລະກິດ ແລະ ເສດຖະສາດສາກົນ

27/04/2024 11:28
Email Print 355
ຂປລ ຂປລ. ມະຫາວິທະຍາໄລ ທຸລະກິດ ແລະ ເສດຖະສາດສາກົນ (UIBE) ຈັດກິດຈະກຳ ແລ່ນທວນ ເພື່ອສະເຫລີມ ສະຫລອງຄົບຮອບ 70 ປີ ແຫ່ງການພັດທະນາການສຶກສາສູ່ລະດັບສາກົນ ແລະ ຮັບເອົານັກສຶກສາ, ນັກຄົ້ນຄວ້າຕ່າງປະ ເທດ ເຂົ້າມາສຶກສາຢູ່ໃນມະຫາວິທະຍາໄລແຫ່ງນີ້ ເຊິ່ງກິດຈະກຳດັ່ງກ່າວໄດ້ຈັດ​ຂຶ້ນໃນວັນ​ທີ 25 ​ເມສາ​ 2024 ຖືເປັນເປັນ ຂີດໝາຍສຳຄັນທາງປະຫວັດສາດ ອັນໜຶ່ງຂອງມະຫາວິທະຍາໄລ UIBE ກໍຄື 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ໃນການຈັດຕັ້ງການຮຽນ-ການສອນ ຫລັກສູດສາກົນທີ່ມີຊື່ສຽງ ແລະ ຍອມຮັບໃນລະດັບສາກົນ.

ຂປລ. ມະຫາວິທະຍາໄລ ທຸລະກິດ ແລະ ເສດຖະສາດສາກົນ (UIBE) ຈັດກິດຈະກຳ ແລ່ນທວນ ເພື່ອສະເຫລີມ ສະຫລອງຄົບຮອບ  70 ປີ ແຫ່ງການພັດທະນາການສຶກສາສູ່ລະດັບສາກົນ ແລະ ຮັບເອົານັກສຶກສາ, ນັກຄົ້ນຄວ້າຕ່າງປະ ເທດ ເຂົ້າມາສຶກສາຢູ່ໃນມະຫາວິທະຍາໄລແຫ່ງນີ້ ເຊິ່ງກິດຈະກຳດັ່ງກ່າວໄດ້ຈັດ​ຂຶ້ນໃນວັນ​ທີ 25 ​ເມສາ​ 2024 ຖືເປັນເປັນ ຂີດໝາຍສຳຄັນທາງປະຫວັດສາດ ອັນໜຶ່ງຂອງມະຫາວິທະຍາໄລ UIBE ກໍຄື 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ໃນການຈັດຕັ້ງການຮຽນ-ການສອນ ຫລັກສູດສາກົນທີ່ມີຊື່ສຽງ ແລະ ຍອມຮັບໃນລະດັບສາກົນ.

ກິດຈະກຳໃນຄັ້ງນີ້, ຜູ້​ເຂົ້າ​ຮ່ວມ ​ແລະ ຜູ້​ຊົມ​ ​ ​ໄດ້ມີສ່ວນຮ່ວມເຄື່ອນ​ໄຫວ ​ແລກປ່ຽນ​ວັດທະນະທຳ ​ແລະ ສະ​ແດງ​ສິລະ​ປະ ໂດຍມີຜູ້ຕາງໜ້າຈາກ 70 ປະເທດ ລວມທັງປະເທດລາວ ໄດ້ເຂົ້າຮ່ວມແລກປ່ຽນວັດທະນະທໍາການນຸ່ງຖື, ການຟ້ອນທີ່ມີຄວາມຫລາກຫລາຍ ແລະ ສວຍສົດງົດງາມຂອງແຕ່ລະປະເທດ. ໃນຂະນະດຽວກັນ, ຜູ້ແລ່ນທວນ​ໄຟ​ ກໍຈັບທວນ ໄຟແລ່ນ ​ສົ່ງຕໍ່ໄປໃຫ້ຕົວແທນຂອງແຕ່ລະປະເທດ ທີ່ຕັ້ງຈຸດຢູ່ແຕ່ລະບ່ອນ ເຊິ່ງມັນ​ເປັນ​ສັນຍາ​ລັກ​ຂອງ​ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື ຂອງນັກສຶກສາຕ່າງປະເທດທັງໝົດ ທີ່ສຶກສາຢູ່ມຫະຫາວິທະຍາໄລ UIBE ເຊິ່ງເປົ້າໝາຍຫລັກ ຂອງກິດຈະກໍາແລ່ນທວນໄຟ ກໍຄື ການສະແດງສິລະປະວັດທະນະທຳ, ການນຸ່ງຖື, ການເຕັ້ນ, ການຟ້ອນ ປະສົມປະສານກັບການຢ່າງ ແຫ່ຂະບວນ ແກວ່ງທຸງຂອງແຕ່ລະປະເທດ.

ທ່ານ Huang Baoyin ເລ​ຂາ​ຄະນະພັກ ມະຫາວິທະຍາໄລ UIBE  ໄດ້ກ່າວ​ວ່າ: ກິດຈະກຳແລ່ນທວນໄຟ ຂອງ ພວກເຮົາໃນມື້ນີ້ ບໍ່ພຽງແຕ່ເປັນເຫດການໜຶ່ງທີ່ສຳຄັນເທົ່ານັ້ນ ແຕ່ແມ່ນ​ໂອ​ກາດໜຶ່ງ​ທີ່ເຮັດໃຫ້​ພວກ​ເຮົາ​ໄດ້​ມາຢູ່​ຮ່ວມ​ກັນ, ຮຽນຮູູ້ນຳກັນ ເຂົ້າໃຈເຊິ່ງກັນ ແລະ ກັນ; ບໍ່ວ່າຈະເປັນຜູ້ເຂົ້າຮ່ວມ ຫລື ຜູ້ຊົມ, ທຸກຄົນ ມີບົດບາດສໍາຄັນໃນການສ້າງການ ສະເຫລີມສະຫລອງໃນຄັ້ງນີ້. ຂໍໃຫ້ພວກເຮົາທຸກຄົນ ທີ່ເຂົ້າຮ່ວມກິດຈະກຳຄັ້ງນີ້ ຈົ່ງຮ່ວມແຮງຮ່ວມໃຈກ້າວໄປຂ້າງໜ້າ, ພັດ ທະນາຕົນເອງ ໃຫ້ມີຫົວຄິດປະດິດສ້າງ, ຊອກຮູ້ຮໍ່າຮຽນໃຫ້ເປັນຊາວໜຸ່ມທີ່ມີ​ພະ​ລັງ​ ແລະ ສ້າງ​ຄວາມ​ປະ​ທັບ​ໃຈກັບມະຫາວິ ທະຍາເຂດແຫ່ງນີ້ຕະຫລອດໄປ​.

ໂອກາດນີ້, ທ່ານ ຫຸມພັນ ແກ້ວອຸ່ນຄຳ ຜູ້ອຳນວຍການສູນສົ່ງເສີມການສຶກສາຮຽນຮ່ວມ, ກະຊວງສຶກສາທິການ ແລະ ກິລາ, ຜູ້ທີ່ກໍາລັງສຶກສາຕໍ່ປະລິນຍາເອກ ສາຂາການພົວພັນຕ່າງປະເທດ ຢູ່ UIBE ພາຍໃຕ້ໂຄງການທຶນການສຶກສາ ຜູ້ນຳໄວໜຸ່ມອາ ຊຽນ-ຈີນ ໄດ້ກ່າວວ່າ: ມະຫາວິທະຍາໄລ UIBE ບໍ່ພຽງແຕ່ມີຊື່ສຽງທາງດ້ານວິຊາການເທົ່ານັ້ນ, ແຕ່ກໍມີຄວາມໂດດເດັ່ນ ໃນການສົ່ງເສີມຄວາມຫລາກຫລາຍ ທາງດ້ານວັດທະນະທໍາ ທີ່ອຸດົມສົມບູນຂອງປະເທດຕ່າງໆອີກດ້ວຍ. ມະ ຫາວິທະຍາໄລ UIBE ໄດ້ສະໜອງການສຶກສາ ໃນລະດັບສາກົນ, ທີ່ມີຄວາມທັນສະໄໝ, ມີຄວາມຄວາມເຂັ້ມງວດ ແລະ ເຄັ່ງຄັດໃນດ້ານວິຊາການ ແລະ ໃຫ້ປະສົບການຮຽນຮູ້ວັດທະນະທໍາ ຈາກຫລາຍປະເທດ ແລະ ກໍໄດ້ຮັບການສະໜັບ ສະໜູນ ຈາກສາດສະດາຈານ-ຜູ້ຊຽວຊານ ໃນການຄົ້ນຄວ້າຮໍ່າຮຽນ ລວມທັງມີໝູ່ເພື່ອນ ຈາກຫລາຍປະເທດ ທີ່ໄດ້ໃຫ້ການ ຊ່ວຍເຫລືອ ແລະ ແລກປ່ຽນບົດຮຽນນຳອີກ.

KPL

ຂ່າວອື່ນໆ

ads
ads

Top