ໂລກ ສ້າງລະບົບຫັນປ່ຽນພະລັງງານຍຸຕິທຳ-ກວມລວມກ່ວາເກົ່າ

28/04/2024 14:00
Email Print 231
ຂປລ ກອງປະຊຸມໃຫຍ່ ພະລັງງານໂລກ (WEC) ຄັ້ງທີ 26 ຈັດຂຶ້ນ ເມື່ອບໍ່ດົນມານີ້, ຢູ່ປະເທດ ໂຮນລັງ ໄດ້ສຸມໃສ່ ປຶກສາຫາລື ບັນດາ ມາດຕະການ ສ້າງລະບົບ ຫັນປ່ຽນ ພະລັງງານທົ່ວໂລກໃໝ່ ສີຂຽວກວ່າ, ຍຸຕິທຳກວ່າ ແລະ ກວມລວມກວ່າເກົ່າ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກອງປະຊຸມໃຫຍ່ ພະລັງງານໂລກ (WEC) ຄັ້ງທີ 26 ຈັດຂຶ້ນ ເມື່ອບໍ່ດົນມານີ້, ຢູ່ປະເທດ ໂຮນລັງ ໄດ້ສຸມໃສ່ ປຶກສາຫາລື ບັນດາ ມາດຕະການ ສ້າງລະບົບ ຫັນປ່ຽນ ພະລັງງານທົ່ວໂລກໃໝ່ ສີຂຽວກວ່າ, ຍຸຕິທຳກວ່າ ແລະ ກວມລວມກວ່າເກົ່າ. ເວທີປາໄສທົ່ວໂລກ ມີອາຍຸຫລາຍທີ່ສຸດໃນໂລກ ກ່ຽວກັບຫົວຂໍ້ພະລັງງານ, ໂດຍສະພາພະລັງງານໂລກ ໄດ້ຈັດຂຶ້ນ, ເຊິ່ງໄດ້ຮັບການກຳເນີດ ກ່ອນນີ້ 100 ປີ (1924), ກອງປະຊຸມໃຫຍ່ພະລັງງານໂລກ ຄັ້ງທີ 26 ປີນີ້ດ້ວຍຫົວຂໍ້ ສ້າງພະລັງງານ ຄືນໃໝ່ ໃຫ້ແກ່ ມະນຸດ ແລະ ໜ່ວຍໂລກ”. ໂດຍໄດ້ຈັດຂຶ້ນ ເນື່ອງໃນໂອກາດ ສະເຫລີມ ສະຫລອງ 100 ປີແຫ່ງວັນສ້າງຕັ້ງ ສະພາ ພະລັງງານໂລກ (1924 – 2024) ພ້ອມທັງໃນສະພາບການຫັນປ່ຽນພະລັງງານ ກາຍເປັນໜຶ່ງໃນບັນດາຫົວຂໍ້ທົ່ວໂລກ ຮີບດ່ວນທ່ີສຸດ, ກອງປະຊຸມໃຫຍ່ ພະລັງງານໂລກ ຄັ້ງທີ 26 (WEC 26) ໄດ້ຮັບຄວາມສົນໃຈເປັນພິເສດ ຈາກປະຊາຄົມສາກົນ ໂດຍມີຜູ້ແທນ ຫລາຍກ່ວາ 7.000 ຄົນເຂົ້າຮ່ວມ WEC 26 ໄດ້ສຸມໃສ່ 5 ຫົວຂໍ້ຮັບໃຊ້ການກໍ່ສ້າງລະບົບຫັນປ່ຽນ ພະລັງງານ ທົ່ວໂລກໃນອະນາຄົດ ລວມມີ: ການເຊື່ອມ ຕໍ່ບັນດາ ສະພາບ ການຕົວຈິງ ທີ່ຫາກໍ່ພົ້ນເດັ່ນ ໃນການຫັນປ່ຽນ ພະລັງງານ ທົ່ວໂລກ; ສ້າງໄມ້ງັດ ໃຫ້ແກ່ ການສົມທົບ ລະຫວ່າງ ແຫລ່ງພະລັງງານ, ມາດຕະການ ແລະ ການບໍລິການໃຫ້ດີກວ່າ; ຊຸກຍູ້ຄຳໝັ້ນສັນຍາ ຂອງປະຊາຊົນ ແລະ ປະຊາຄົມ ເພື່ອປະຕິບັດ ການຫັນປ່ຽນ ພະລັງງານ ທົ່ວໂລກ; ການເຊື່ອມຕໍ່ ຄວາມໝັ້ນຄົງດ້ານພະລັງງານ ດ້ວຍຄວາມສາມາດສະໜອງ ແລະ ຄວາມຍືນຍົງ; ຮັດແຄບຊ່ອງຫວ່າງ ເພື່ອຊຸກຍູ້ການຫັນປ່ຽນພະລັງງານທີ່ໄວກວ່າ, ຍຸຕິທຳກວ່າ, ໄປໄກກວ່າ.ຕາມທ່ານ ນາງ ແອນເຈລາ ວິລກິນສັນ(Angela Wilkinson), ເລຂາທິການໃຫຍ່ ສະພາພະລັງງານໂລກແລ້ວ, ສະພາບການຕົວຈິງ ໃນການຫັນປ່ຽນ ພະລັງງານ ໃນໂລກປະຈຸບັນແມ່ນສັບສົນ, ຍ້ອນບັນດາປະເທດ, ອົງການ ຈັດຕັ້ງ, ວິສາຫະກິດ ມີບັນດາຜົນປະໂຫຍດ ທີ່ແຕກຕ່າງກັນ. ຍ້ອນເຫດນັ້ນ, WEC 26 ຈະແມ່ນເວທີປາໄສ ໂອ້ລົມສົນທະນາສຳຄັນ ເພື່ອໃຫ້ບັນດາຝ່າຍ ເຂົ້າໃຈໄດ້ເຖິງບັນດາ ສິ່ງທ້າທາຍ ທີ່ພວມວາງອອກ ແລະ ເປັນເອກະພາບ ບັນດາ ຂໍ້ສັງເກດລວມ ບໍ່ມີການຫັນປ່ຽນ ພະລັງງານໜຶ່ງດຽວ. ບັນດາພາກພື້ນ, ບັນດາປະເທດ ມີຈຸດເລີ່ມຕົ້ນ ທີ່ແຕກຕ່າງກັນ, ມີບັນດາຜົນປະໂຫຍດ, ຄວາມຕ້ອງການທີ່ແຕກຕ່າງກັນ ດັ່ງນັ້ນ ຈະບໍ່ມີເສັ້ນທາງໜຶ່ງດຽວໃຫ້ແກ່ການຫັນປ່ຽນ. ທຸກໆປະເທດພວມປະສົບກັບ ຄວາມຫຍຸ້ງຍາກ. ນີ້ບໍ່ແມ່ນສິ່ງທ້າທາຍທີ່ງ່າຍດາຍ ຫລື ແມ່ນເລື່ອງປ່ຽນ ເຕັກໂນໂລຊີນີ້ ດ້ວຍເຕັກໂນໂລຊີອື່ນ, ນີ້ແມ່ນການປ່ຽນແປງ ທີ່ໃຫຍ່ຫລວງ”.ໃນຕະຫລອດບັນດາວາລະປຶກສາຫາລື, ນັກປາຖະກະຖາ ເກືອບທັງໝົດ ລ້ວນແຕ່ເນັ້ນໜັກເຖິງ ລັກສະນະ ຮີບດ່ວນ ຂອງເລື່ອງສົມທົບ ບັນດາມາດຕະການ ເຕັກໂນໂລຊີໃໝ່ສຸດ ກັບບັນດາ ຍຸດທະສາດ ການເງິນ ດ້ວຍຄວາມມັກໃຫຍ່ໄຝ່ສູງກວ່າ ເພື່ອຊຸກຍູ້ ເລື່ອງຫັນປ່ຽນ ພະລັງງານ ທົ່ວໂລກ. ຜູ້ຕາງໜ້າ ຫລາຍບໍລິສັດ ພະລັງງານ ກໍ່ກະຕຸກຊຸກຍູ້ ບັນດາລັດຖະບານ ຍົກອອກ ບັນດາ ນະໂຍບາຍ ຮັບປະກັນ ການລົງທຶນທີ່ ຍາວນານກວ່າ ເພື່ອແນໃສ່ ສົ່ງເສີມການລົງທຶນ ພາກເອກະຊົນ ເຂົ້າຂົງເຂດ ພະລັງງານ ທົດແທນ. ໄປຄຽງຄູ່ກັນນັ້ນ, ເລື່ອງເພີ່ມທະວີການໂອ້ລົມສົນທະນາ ລະຫວ່າງ ບັນດາບໍລິສັດ ພະລັງງານ ກັບບັນດາລັດຖະບານ ກໍ່ແມ່ນຫົວຂໍ້ໃຫຍ່ ໃນກອງປະຊຸມໃຫ່ຍ WEC. ຫົວຂໍ້ນີ້ ໄດ້ສ້າງຄວາມສົນໃຈຢູ່ WEC 26 ທີ່ຈັດຂຶ້ນໃນວັນທີ 24 ເມສາ, ຂະນະທີ່ລັດຖະສະພາ ເອີລົບ ໄດ້ປ່ອນບັັດສະໜັບ ສະໜູນ ເລື່ອງສະຫະພາບ ເອີລົບ (EU) ຖອນຕົວອອກຈາກ  ສົນທິສັນຍາ ກົດບັດພະລັງງານ ດ້ວຍເຫດຜົນທີ່ວ່າສົນທິສັນຍາສະບັບນີ້ ປົກປ້ອງ ໃຫ້ຜົນປະໂຫຍດ ຂອງຫລາຍ ບໍລິສັດ ພະລັງງານ ແລະ ບໍ່ເໝາະສົມກັບ ບັນດາ ຄວາມມັກໃຫຍ່ ໄຝ່ສູງ ດ້ານດິນຟ້າ ອາກາດຂອງ EU ອີກຕໍ່ໄປ. ການກະທຳນີ້ ໄດ້ກໍ່ໃຫ້ເກີດຄວາມວິຕົກ ວັງວົນ ກ່ຽວກັບ ເລື່ອງທີ່ນັບມື້ ນັບມີຫລາຍຄວາມ ບໍ່ລົງລອຍກັນ ລະຫວ່າງ ວົງການນັກກຳນົດ ນະໂຍບາຍ ສາທາລະນະ ແລະ ບັນດາກຸ່ມ ບໍລິສັດ ພະລັງງານ ທີ່ເຄີຍມີ ບົດບາດສຳຄັນ ໃນການຫັນປ່ຽນ ພະລັງງານ ທົ່ວໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top