ພະຍາດໝາກແດງໃຫຍ່ ເປັນສາເຫດໜຶ່ງ ໃນການເຈັບປ່ວຍ ແລະ ມີອັດຕາການຕາຍໃນໄວເດັກ

27/04/2024 11:47
Email Print 549
ຂປລ ຂປລ. ພະຍາດໝາກແດງໃຫຍ່ ເປັນພະຍາດຕິດເຊຶ້ອທີ່ເກີດຈາກໄວຣັດ ທີ່ມີອັດຕາການແຜ່ເຊື້ອສູງ ແລະ ເປັນສາເຫດໜຶ່ງທີ່ສໍາຄັນ ຂອງການເຈັບປ່ວຍ ແລະ ມີອັດຕາການຕາຍໃນໄວເດັກ, ພະຍາດດັ່ງກ່າວ ສາມາດປ້ອງກັນໄດ້ດ້ວຍວັກຊີນ ເຊິ່ງວັກຊີນກັນ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແມ່ນປອດໄພ, ມີປະສິດທິພາບ ແລະ ໄດ້ນຳໃຊ້ແຕ່ຊຸມປີ 1960 ເປັນຕົ້ນມາ.



ຂປລ. ພະຍາດໝາກແດງໃຫຍ່ ເປັນພະຍາດຕິດເຊຶ້ອທີ່ເກີດຈາກໄວຣັດ ທີ່ມີອັດຕາການແຜ່ເຊື້ອສູງ ແລະ ເປັນສາເຫດໜຶ່ງທີ່ສໍາຄັນ ຂອງການເຈັບປ່ວຍ ແລະ ມີອັດຕາການຕາຍໃນໄວເດັກ
, ພະຍາດດັ່ງກ່າວ ສາມາດປ້ອງກັນໄດ້ດ້ວຍວັກຊີນ ເຊິ່ງວັກຊີນກັນ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແມ່ນປອດໄພ, ມີປະສິດທິພາບ ແລະ ໄດ້ນຳໃຊ້ແຕ່ຊຸມປີ 1960 ເປັນຕົ້ນມາ.

ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະ ໄດ້ໃຫ້ຮູ້ໃນກອງປະຊຸມ ຖະແຫລງຂ່າວ ຂະບວນການສັກວັກຊິນໝາກແດງໃຫຍ່ ແລະ ພະຍາດໝາກແດງນ້ອຍ ເມື່ອບໍ່ດົນນີ້ວ່າ: ພະຍາດໝາກແດງໃຫຍ່ ເປັນພະຍາດຕິດເຊຶ້ອທີ່ເກີດຈາກ ໄວຣັດທີ່ມີອັດຕາການແຜ່ເຊື້ອສູງ ແລະ ເປັນສາເຫດໜຶ່ງທີ່ສໍາຄັນຂອງການເຈັບປ່ວຍ ແລະ ມີອັດຕາການຕາຍໃນໄວເດັກ ແລະ ພະຍາດໝາກແດງນ້ອຍ ແມ່ນພະຍາດຕິດຕໍ່ ຊະນິດໜຶ່ງທີ່ຕິດຕໍ່ໄວ ແລະ ຈະມີຄວາມຮຸນແຮງລະດັບປານກາງ, ພະຍາດໝາກແດງ ທັງສອງຊະນິດນີ້ ເຖິງວ່າຈະມີຢາວັກຊີນທີ່ປອດໄພ, ມີປະສິດທິພາບ ແລະ ລາຄາບໍ່ແພງກໍຕາມ, ແຕ່ພະຍາດດັ່ງກ່າວ ຍັງເປັນສາເຫດສໍາຄັນຂອງການເສຍຊີວິດຂອງເດັກນ້ອຍໃນທົ່ວໂລກ. ເຖິງວ່າຈະເປັນພະຍາດ ທີ່ສາມາດປ້ອງກັນ ໄດ້ດ້ວຍວັກຊີນກໍຕາມ, ແຕ່ກໍມີລາຍງານວ່າ ໃນປະເທດທີ່ກໍາລັງພັດທະນາ, ອັດຕາການເສຍຊີວິດ ຂອງເດັກນ້ອຍອາດສູງເຖິງ 5-10%. ກໍລະນີຕິດເຊື້ອໝາກແດງໃຫຍ່ ໃນປີ 2022 ເພີ່ມຂຶ້ນ 18% ແລະ ເສຍຊີວິດ 43% ທົ່ວໂລກ (ທຽບໃສ່ປີ 2021), ເຮັດໃຫ້ຈຳນວນກໍລະນີ ທີ່ຕິດເຊື້ອໝາກແດງໃຫຍ່ ສະເລ່ຍ 9 ລ້ານຄົນ ແລະ ເສຍຊີວິດ 136.000 ຄົນ, ສ່ວນໃຫຍ່ແມ່ນໃນກຸ່ມເດັກນ້ອຍ. ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ສາມາດເຮັດໃຫ້ເກີດອາການສົນ ຫລື ເສຍຊີວິດໄດ້.

ຕສມ ຂໍ້ມູນພູມຄຸ້ມກັນແຫ່ງຊາດ ໃນປີ 2021 ສະແດງໃຫ້ເຫັນວ່າ: ກຸ່ມເດັກນ້ອຍລຸ່ມ 5 ປີ ແລະ ຜູ້ໃຫຍ່ 30 ປີ ຂຶ້ນໄປເປັນກຸ່ມທີ່ມີຄວາມສ່ຽງສູງ ແລະ ຫລັກຖານອ້າງອີງປັດຈຸບັນຈາກອົງການອະນາໄມໂລກພາກພື້ນ ໄດ້ຊີ້ໃຫ້ເຫັນ ກໍລະນີພະຍາດໝາກແດງໃຫຍ່ ເພີ່ມຂຶ້ນ 255% ໃນພາກພຶື້ນ ລະຫວ່າງ ປີ 2022 ແລະ 2023 ເຊິ່ງສາເຫດຂອງ ການເພີ່ມຂຶ້ນກໍເນື່ອງມາຈາກທີ່ຫລາຍໆປະເທດ ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດ ໂຄວິດ-19.

ທ່ານ ດຣ. ສະໜອງ ທອງຊະນະ ຍັງໃຫ້ຮູ້ອີກວ່າ: ສຳລັບ ສປປ ລາວ ກໍມີປະຫວັດການເກີດລະບາດ ຂອງພະຍາດໝາກແດງ ໃນຫລາຍພື້ນທີ່ທົ່ວປະເທດ ເຊັ່ນ: ປີ 2019-2020 ເກີດຢູ່ນະຄອນຫລວງວຽງຈັນ, ແຂວງ ແລະ ຂົງເຂດອື່ນໆ ເຊິ່ງມີ 1.242 ກໍລະນີ ປີ 2019 ແລະ 132 ກໍລະນີ ປີ 2020. ເພື່ອປ້ອງກັນການແພ່ລະບາດ ຂອງພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ມີຄວາມ ຈຳເປັນຕ້ອງໄດ້ສັກວັກຊີນ ຢ່າງເປັນຂະບວນການ ເຊິ່ງ ສປປ ລາວ ແມ່ນ 1 ໃນ 3 ປະເທດ ທີ່ມີແຜນຈັດຕັ້ງປະຕິບັດ ວັນສັດຢາກັນ ພະຍາດແຫ່ງຊາດ (ວສຊ) ໃນປີ 2024 (ປະຕິບັດໄປພ້ອມໆກັບ ມາເລເຊຍ ແລະ ກຳປູເຈຍ) ແລະ ລາວເຮົາກໍເຄີຍຈັດຂະບວນ ການວັກວັກຊີນໝາກແດງໃຫຍ່, ໝາກແດງນ້ອຍ ໃນທົ່ວປະເທດຄັ້ງສຸດທ້າຍ ໄດ້ຈັດຂຶ້ນໃນປີ 2017 ແລະ ປີນີ້ຈະຈັດຂຶ້ນໃນລະຫວ່າງ ວັນທີ 20-31 ພຶດສະພາ 2024 ເຊິ່ງຈະຈັດເປັນຂະບວນການໃຫຍ່ໃນທຸກແຂວງ, ທຸກເມືອງໃນຂອບເຂດທົ່ວປະເທດ ແລະ ກຸ່ມເປົ້າໝາຍ ທີ່ຈະໄດ້ຮັບວັກຊີນໃນຊຸດນີ້ແມ່ນເດັກກຸ່ມອາຍຸ 0-5 ປີ.

ຂ່າວ-ພາບ: ສົມຫວັງ

KPL

ຂ່າວອື່ນໆ

ads
ads

Top