5858

w--totfPo[Po26 gxa ow--totmu j lts;j k' ltws;mu j l5 f .oxts;a flkf0v'xt-k-q os;Pfok, dv'xt-5 ,l5 fpvf 7A 'mu 14 ]ts;j k' ra d xx ]k; c]t ra d xt-k-q o dex6 g9p ]k;{wm ln [8+ Ia fc|h olkprq ;ra o ,y f8trk[ c]t dkoIj ;,,n mj kcI'0v'c8j ]tmh v'4y j ogxa ode]a ' 0a [g7n j vodkora fmtokxtgmf-kf ]a f4t[ko fegou odv'xt-5 , ltw\lk,a oxt9egfn vog,lk 2024 leg]a f37'dkolh k'7;k,g0A ,c0' .odkozt]y f.[-k gxa oly o7h k 1 rb fltrk oy ,y f\kp le7a o0v';a ode,tdvolkdq o dt-;' 4;m gzu pczj gvdtlkodtdP, fegou odv'xt-5 ,.spj 3 0A o0v'ra d dP,gxu f0t[;ola d;a d-y oda o\kdcf' .spj {\kdcf'oh vp 20-30 rb fltrkoU gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 26.04.2024 ປີທີ 23 ສະບັບທີ 5.918 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ສົມເດັດອັກຄະ ມາຫາເສນາບໍດີ ເຕໂຈ ຮຸນເຊນ ປະ ທານພັກປະຊາຊົນກໍາປູເຈຍ, ສະ ຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ ປະຊາຊົນ ປະຕິວັດລາວ ໄດ້ນຳ ພາຄະນະຜູ້ແທນຂັ້ນສູງຂອງພັກ ປະຊາຊົນ ປະຕິວັດລາວ ເດີນທາງ ໄປຮ່ວມກອງປະຊຸມສຸດຍອດ ຄັ້ງທີ 14ລະຫວ່າງພັກປະຊາຊົນປະຕິວັດ ລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ນະຄອນຫລວງພະນົມເປັນ, ຣາ ຊະອານາຈັກກຳປູເຈຍ ໃນວັນທີ 24 ເມສາ 2024. ຂປລ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຂປລ. ກົມປູກຝັງກະຊວງກະສິ ກໍາແລະປ່າໄມ້,ຈັດກອງປະຊຸມລາຍ ງານຜົນສໍາເລັດຂອງການຈັດຕັ້ງ ປະຕິບັດໂຄງການ ແລະ ປິດໂຄງ ການສ້າງຄວາມເຂັ້ມແຂງ ໃນການ ຜະລິດໃບຊາເປັນສິນຄ້າ ໃນວັນທີ 24 ເມສາ 2024 ຜ່ານມາ ໂດຍ ການເປັນປະທານຂອງ ທ່ານ ຟຣັງ ຂປລ. ວັນກໍາມະກອນສາກົນ, ວັນທີ 1 ພຶດສະພາ ເປັນນິມິດໝາຍ ໜຶ່ງທີ່ສໍາຄັນໃນການຮຽກຮ້ອງໃຫ້ ການຈັດຕັ້ງກຳມະກອນ ແລະ ຊາວ ຜູ້ອອກແຮງງານກຽມພ້ອມຕໍ່ສູ້ເພື່ອ ທວງເອົາສິດຂອງຕົນ ເຊິ່ງກ່ອນໜ້າ ນີ້ກໍຄືວັນທີ14ກໍລະກົດ1889 ກອງ ປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ, ທີ່ປະຊຸມໄດ້ຜ່ານໂຄງ ການດຳເນີນງານສຳຄັນຄື: ຊົນຊັ້ນ ກຳມະກອນສາມັກຄີຕໍ່ສູ້ແມ່ນ ທວງ ເອົາສິດ ແລະ ຜົນປະໂຫຍດຂອງ ຕົນຢູ່ບັນດາປະເທດທຶນນິຍົມ ແລະ ພັນລະຍາ ແລະ ຄະນະ ໄດ້ເດີນທາງ ຊົວ ຊາເວຍດີວປໍສ ຫົວໜ້າອົງ ການຝຣັ່ງ ເພື່ອການພັດທະນາປະ ຈໍາລາວ, ທ່ານບຸນຈັນກົມບຸນຍະສິດ ຫົວໜ້າກົມປູກຝັງກະຊວງກະສິກໍາ ແລະ ປ່າໄມ້, ມີກຸ່ມຜະລິດຊາບັນດາ ແຂວງເປົ້າໝາຍຂອງໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຣັດເຊຍ ໂດຍໂຄ້ນລົ້ມລະບອບນາຍ ທຶນ ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງ ເຮັດວຽກ 8 ຊົ່ວໂມງ ແລະ ກຳນົດ ເອົາວັນທີ 1 ພຶດສະພາ 1886 ເປັນ ວັນກຳມະກອນສາກົນ”. ນັບແຕ່ນັ້ນ ມາ, ວັນທີ 1 ພຶດສະພາ ຂອງທຸກໆ ປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງ ຊົນຊັ້ນກຳມະກອນໃນທົ່ວໂລກ. ສະຫາຍ ພັນເອກ ບຸນທົງ ກອງ ເທດມະນີ ຫົວໜ້າອໍານວຍການ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອ ໄຟວຽງຈັນ ໄດ້ໃຫ້ທັດສະນະ ແລະ ຄວາມຮູ້ສຶກຕໍ່ການກໍາເນີດແລະ ເຕີບ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)ຈັດເຜີຍແຜ່ເອກະສານກ່ຽວ ກັບການກະກຽມ ແລະ ດຳເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະ ພັກກະຊວງແລະວຽກງານປ້ອງກັນ ພາຍໃນກ່ອນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ ໃນ ວັນທີ 25 ເມສາ 2024 ໂດຍການ ເປັນປະທານຂອງ ສະຫາຍ ວັນສີ ກົວມົວກຳມະການສຳຮອງສູນກາງ ພັກ, ຮອງເລຂາຄະນະພັກ, ຮອງລັດ ຖະມົນຕີກະຊວງ ຖວທ, ມີຄະນະບໍລິ ຫານງານພັກກະຊວງ, ເລຂາ, ຮອງ ເລຂາ, ກຳມະການຄະນະພັກຮາກ ຖານ, ກຳມະການຄະນະໜ່ວຍພັກ, ສະຫາຍ ວັນສີ ກົວມົວ ຂປລ. ລັດຖະບານ ກໍຄື ກະຊວງ ສາທາລະນະສຸກ ຈະເລີ່ມເປີດຂະ ບວນການສັກວັກຊິນກັນພະຍາດ ໝາກແດງໃຫຍ່ ແລະ ໝາກແດງ ນ້ອຍ ໂດຍບໍ່ເສຍຄ່າແຕ່ວັນ ທີ 2030 ພຶດສະພາ 2024 ທີ່ສຸກສາລາ ຕ່າງໆ, ບັນດາໂຮງໝໍເມືອງ, ໂຮງໝໍ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/04/2024 xtgmf]k; 1 ພືດສະພາ... ກະຊວງ ຖວທ ເຜີຍແຜ່... ກອງປະຊຸມສຸດຍອດ... ລາວ-ໄທ ສືບຕໍ່ຮັດແໜ້ນ... ກຽມເປີດຂະບວນ... ສຳເລັດໂຄງການ... ກອງປະຊຸມດັ່ງກ່າວ, ເປັນກົນ ໄກ ໜຶ່ງທີ່ສໍາຄັນໃນການພົວພັນ ຮ່ວມມືລະຫວ່າງ 2 ພັກ ກໍຄື 2 ປະ ເທດ ລາວ-ກໍາປູເຈຍ, ທັງເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານລະ ຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດລາວ-ກໍາປູເຈຍ ໃຫ້ນັບມື້ນັບ ແຕກດອກອອກຜົນຍິ່ງໆຂຶ້ນ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມ ເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ ຫລວງ ແລະ ຮອບດ້ານ ທີ່ປະຊາຊົນ ກໍາປູເຈຍ ຍາດມາໄດ້ໃນການປົກ ປັກຮັກສາ, ສ້າງສາ ແລະ ພັດທະ ນາປະເທດຊາດ ໃນຕະຫລອດໄລ ຍະຜ່ານມາ ພາຍໃຕ້ການນໍາພາ-ຊີ້ ນໍາອັນຖືກຕ້ອງ ແລະ ສະຫລາດ ສ່ອງໃສຂອງພັກປະຊາຊົນ ກໍາປູ ເຈຍ ອັນມີ ສົມເດັດ ເຕໂຈຮຸນເຊນ ເປັນປະທານ ໂດຍສະເພາະບັນດາ ຜົນສຳເລັດໃນການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມສູນກາງສະ ໄໝທີ44,ຜົນສຳເລັດໃນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ VII ແລະ ສະພາສູງ ຊຸດທີ V ຂອງກໍາປູເຈຍ ໃນໄລຍະຜ່ານມາ. ພາຍໃຕ້ບັນຍາກາດແຫ່ງໄມຕີ ຈິດມິດຕະພາບ, ສອງຝ່າຍຕ່າງກໍໄດ້ ສະແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຜົນສໍາເລັດກອງປະຊຸມສຸດ ຍອດ ລະຫວ່າງ ພັກ ປປ ລາວ ແລະ ພັກປະຊາຊົນ ກຳປູເຈຍ ໃນຄັ້ງນີ້, ເຊື່ອໝັ້ນວ່າ ຈະເປັນຂີດໝາຍໃໝ່ ສໍາຄັນໃນການປະກອບສ່ວນເພີ່ມ ພູນຄູນສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະ ສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ 2 ພັກ, 2 ລັດ ແລະ ປະ ຊາຊົນ 2 ຊາດ ລາວ-ກໍາປູເຈຍ ໃຫ້ ໄດ້ຮັບການເສີມຂະຫຍາຍ ແລະ ມີ ປະສິດທິຜົນຍິ່ງໆຂຶ້ນ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວແລະສົມເດັດຮຸນເຊນປະທານ ພັກປະຊາຊົນ ກໍາປູເຈຍ ໄດ້ເປັນ ເອກະພາບແລະຍິນດີຮ່ວມກັນສືບຕໍ່ ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ເສີມຂະຫຍາຍການພົວ ພັນລະຫວ່າງ2ພັກ, 2ລັດແລະປະ ຊາຊົນ 2 ຊາດ ລາວ-ກໍາປູເຈຍ ໃຫ້ ແຕກດອກອອກຜົນ ແລະ ນໍາເອົາ ຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ 2 ຊາດ ລາວ-ກໍາປູເຈຍ ໃຫ້ມື້ນັບ ຫລາຍຂຶ້ນ, ປະກອບສ່ວນເຂົ້າໃນ ພາລະກິດເສີມສ້າງສັນຕິພາບ, ການຮ່ວມມືເພື່ອການພັດທະນາໃນ ພາກພື້ນ ແລະ ໃນໂລກ. ພາບ: ເກດສະໜາ ຢ້ຽມຢາມເຮັດວຽກທີ່ຣາຊະອາ ນາຈັກໄທ ແລະ ເຂົ້າຮ່ວມງານບຸນປີ ໃໝ່ລາວທີ່ສະຖານທູດລາວ ປະຈໍາ ຣາຊະອານາຈັກໄທ ທີ່ ບາງກອກ ແລະ ເຂົ້າຮ່ວມພິທີ ເປີດຫໍວັດທະນະ ທໍາຄົນໄທເຊື້ອສາຍລາວຄັ່ງ ທີ່ວັດພຸ ນໍ້າຮ້ອນ ອໍາເພີດ່ານຊ້າງ, ຈັງຫວັດ ສຸພັນບູຣີ ໃນວັນທີ 22-25 ເມສາ 2024. ໃນວັນທີ 24ເມສາ2024,ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຢ້ຽມ ຢາມເຮັດວຽກທີ່ ຣາຊະອານາຈັກ ໄທ ແລະ ພົບປະສອງຝ່າຍກັບທ່ານ ປານປຣີ ພະຫິດທານຸກອນ ຮອງ ນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກໄທ. ການພົບ ປະຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາ ກາດແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການ ພົບປະອີກຄັ້ງ ເຊິ່ງສະແດງໃຫ້ເຫັນ ເຖິງການພົວພັນທີ່ໃກ້ຊິດສະໜິດສະ ໜົມ ແລະ ເປັນການປະກອບສ່ວນ ສຳຄັນ ໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີ ມາແຕ່ດົນນານຂອງສອງປະເທດ ກໍຄື ຊຸກຍູ້ ແລະ ຜັນຂະຫຍາຍແຜນ ປະຕິບັດງານວ່າດ້ວຍການເປັນຄູ່ ຮ່ວມຍຸດທະສາດ ເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບ ຍືນຍົງ 2022-2026 ໃຫ້ໄດ້ຮັບ ການຈັດຕັ້ງປິບັດຢ່າງເປັນຮູບປະ ທໍາ ແລະ ນໍາເອົາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ. ໂອກາດນີ້, ສອງຝ່າຍໄດ້ປຶກສາ ຫາລື ແລະ ທົບທວນຄືນການພົວ ພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ພ້ອມທັງກໍານົດແຜນການຮ່ວມມື ໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມືທາງ ດ້ານເສດຖະກິດ, ການຄ້າ-ການລົງ ທຶນ, ການເຊື່ອມໂຍງ-ເຊື່ອມຈອດ, ສອງຝ່າຍຈະສືບຕໍ່ປຶກສາຫາລືກັນ ເພື່ອເພີ່ມບໍລິມາດທາງດ້ານການ ຄ້າສອງຝ່າຍໃຫ້ຫລາຍຂຶ້ນຕື່ມ, ການເຊື່ອມຈອດຂົວ-ທາງ ແລະ ທາງລົດໄຟ ກໍຄື ການສ້າງຂົວລົດໄຟ ສະເພາະ ການທ່ອງທ່ຽວລວມທັງ ການທ່ອງທ່ຽວຕາມຕົວເມືອງນ້ອຍ ແລະ ບັນດາແຂວງຕາມຊາຍແດນ ລາວ-ໄທ, ການຮ່ວມມືເພື່ອການພັດ ທະນາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ແຮງງານ, ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ລວມທັງການຮ່ວມມືໃນການ ຄຸ້ມຄອງບັນຫາໝອກຄວັນຂ້າມ ແດນຮ່ວມກັນ; ສອງຝ່າຍ ໄດ້ເຫັນດີ ຊຸກຍູ້ກົນໄກການຮ່ວມມືສອງຝ່າຍ ລາວ-ໄທ-ລາວທີ່ມີຢູ່ເພື່ອສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ແກ່ ການສົ່ງເສີມການພົວພັນຮ່ວມມື ໃຫ້ກ້າວສູ່ລວງເລິກ ໂດຍສອງຝ່າຍ ເຫັນດີຈະສືບຕໍ່ໃຫ້ການສະໜັບສະ ໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນແລະສາກົນໂດຍສະ ເພາະການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ຂະນະດຽວກັນ, ທ່ານ ປານປຣີ ພະຫິດທານຸກອນ ກໍໄດ້ສະແດງ ຄວາມຍິນດີຕ້ອນຮັບຕໍ່ການເດີນ ທາງມາຢ້ຽມຢາມເຮັດວຽກ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງການພົບ ປະສອງຝ່າຍ ລາວ-ໄທ ຄັ້ງນີ້, ພ້ອມທັງຈະສືບຕໍ່ຊຸກຍູ້ໃຫ້ບັນດາຂະ ແໜງການກ່ຽວຂ້ອງຂອງຝ່າຍໄທ ນຳເອົາຜົນຂອງການພົບປະຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດໃຫ້ເປັນຮູບປະທຳຍິ່ງໆຂຶ້ນ ແນ ໃສ່ເສີມຂະຫຍາຍການພົວພັນຮ່ວມ ມືລະຫວ່າງ ສປປ ລາວ ແລະ ຣາຊະ ອານາຈັກໄທ ໃຫ້ກ້າວເຂົ້າສູ່ລວງ ເລິກ ແລະ ກວ້າງຂວາງກວ່າເກົ່າ. ພາຍຫລັງສຳເລັດການພົບປະ, ໃນຕອນຄໍ່າວັນດຽວກັນ ທ່ານ ສະເຫລີມໄຊ ກົມມະສິດ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ສືບຕໍ່ເຂົ້າ ຮ່ວມບຸນປີໃໝ່ລາວ ທີ່ສະຖານເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ປະຈໍາປີ 2024 ເຊິ່ງປີນີ້ ໄດ້ຮັບພະມະຫາ ກະລຸນາທິຄຸນ ຈາກ ສົມເດັດ ພະກະ ນິດຖາທິຣາດເຈົ້າກົມສົມເດັດ ພະ ເທບຣັດຣາຊະສຸດາສະຫຍາມບໍຣົມ ຣາຊະກຸມາລີ ສະເດັດເປັນອົງປະ ທານໃນພິທີພາສີສູ່ຂວັນປີໃໝ່ອັນ ມີຄວາມໝາຍຄວາມສໍາຄັນ, ເປັນ ຮີດສິບສອງຄອງສິບສີ່ແລະ ເປັນປະ ເພນີອັນດີງາມທີ່ປະຕິບັດສືບທອດ ມາແຕ່ບູຮານນະການ ໂດຍຕາງໜ້າ ໃຫ້ສະຖານທູດລາວ ປະຈໍາຣາຊະ ອານາຈັກໄທ ແລະ ບັນດາແຂກທີ່ ເຂົ້າຮ່ວມງານ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວຖວາຍພະພອນ ໄຊຍະມຸງຄຸນອັນປະເສີດ ເນື່ອງໃນ ໂອກາດປີໃໝ່ ແລະ ວັນຄ້າຍວັນ ພຣະຣາຊະສົມພົບ ຄົບຮອບ 69 ພັນສາ ແດ່ກົມສົມເດັດພະເທບ ຈົ່ງ ມີພະກະເສມສໍາລານຍິ່ງຍືນນານ ແລະ ສືບຕໍ່ເປັນຮົ່ມໂພຮົ່ມໄຊໃຫ້ແກ່ ການເສີມສ້າງສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີງາມລະ ຫວ່າງ ສອງປະເທດ ແລະ ປະຊາຊົນ ສອງຊາດ ລາວ ແລະ ໄທ ໃຫ້ໝັ້ນຄົງ ທະນົງແກ່ນໄປຊົ່ວການລະນານ. ໃນວັນທີ 25 ເມສາ 2024, ທ່ານ ສະເຫລີມໄຊ ກົມມະສິດ ພ້ອມ ດ້ວຍພັນລະຍາ ແລະ ຄະນະໄດ້ສືບ ຕໍ່ເດີນທາງໄປຈັງຫວັດ ສຸພັນບູລີ ເພື່ອເປັນປະທານໃນພິທີເປີດນໍາໃຊ້ ຫໍວັດທະນະທໍາພີ່ນ້ອງໄທເຊື້ອສາຍ ລາວຄັ່ງ ທີ່ວັດພຸນໍ້າຮ້ອນ ອໍາເພີດ່ານ ຊ້າງ ຈັງຫວັດສຸພັນບູລີຣາຊະອານາ ຈັກໄທ ເຊິ່ງຫໍວັດທະນະທໍາແຫ່ງນີ້ ແມ່ນເລີ່ມມາຈາກການທອດຜ້າປ່າ ສາມັກຄີ ຂອງສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບທີ່ນະຄອນ ຫລວງວຽງຈັນ ໃນປີ 2019 ໂດຍ ແມ່ນ ທ່ານ ນາງ ນາລີ ສີສຸລິດ ພັນ ລະຍາທ່ານປະທານປະເທດ ເປັນ ເຈົ້າສັດທາລະດົມຈະຕຸປັດໄຈ ເພື່ອ ຮ່ວມສົມທົບທຶນຮອນທອດຜ້າປ່າ ສາມັກຄີຮ່ວມກັບສະມາຄົມ ລາວໄທ, ໄທ-ລາວ ເພື່ອມິດຕະພາບ. ພາຍ ຫລັງກໍ່ສ້າງສໍາເລັດ, ຫໍວັດທະນະ ທໍາແຫ່ງນີ້ ຈະເປັນສູນລວມອະນຸລັກ ປົກປັກຮັກສາ ແລະ ເປັນສູນຮຽນ ຮູ້ດ້ານສິລະປະວັດທະນະທໍາອັນດີ ງາມ ທີ່ເປັນເອກະລັກສະເພາະລາວ ຄັ່ງ, ເປັນບ່ອນເຕົ້າຮ່ວມຄວາມສາ ມັກຄີ ແລະ ເປັນມູນມໍລະດົກໃຫ້ລູກ ຫລານຂອງພີ່ນ້ອງຊາວໄທເຊື້ອ ສາຍລາວ. ພ້ອມທັງເປັນສັນຍາລັກ ແຫ່ງການເສີມຂະຫຍາຍການພົວ ພັນຮ່ວມມື ລະຫວ່າງປະຊາຊົນສອງ ຊາດລາວ ແລະ ໄທ ຖານບ້ານໃກ້ ເຮືອນຄຽງທີ່ດີທີ່ມີວັດທະນະທໍາ, ຮີດຄອງປະເພນີ, ພາສາປາກເວົ້າ ເຂົ້າໃຈກັນໃນຖານະຄູ່ຮ່ວມຍຸດທະ ສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ຂ່າວ-ພາບ: ກຕທ ບັນດາຫົວໜ້າກົມ, ຮອງກົມອ້ອມ ຂ້າງກະຊວງ ຖວທ ເຂົ້າຮ່ວມ. ເພື່ອເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໃນ ສະໄໝກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງ ຖວທ ສຳເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ ວາງໄວ້, ຄະນະພັກກະຊວງ ໄດ້ອອກ ມະຕິຕົກລົງຫລາຍສະບັບເປັນຕົ້ນ ມະຕິວ່າດ້ວຍການກະກຽມກອງປະ ຊຸມໃຫຍ່ 3 ຂັ້ນ ໃນສະໄໝກອງປະ ຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະ ພັກກະຊວງ ຖວທ, ມະຕິຕົກລົງວ່າ ດ້ວຍການແຕ່ງຕັ້ງຄະນະຮັບຜິດ ຊອບການດຳເນີນກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານ ແລະ ຄະ ນະໜ່ວຍພັກ, ມະຕິຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ຊຸກຍູ້ຕິດຕາມກອງປະຊຸມໃຫຍ່ຂອງ ຄະນະພັກຮາກຖານ ແລະ ຄະນະ ໜ່ວຍພັກ. ນອກນັ້ນ, ຍັງໄດ້ອອກບົດ ແນະນຳຕ່າງໆຕື່ມອີກ. ໂອກາດນີ້, ສະຫາຍ ອາລຸນ ບຸນມີໄຊ ກຳມະການປະຈຳພັກກະ ຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະ ນັກງານກະຊວງ ຖວທ ໄດ້ຜ່ານມະ ຕິວ່າດ້ວຍການກະກຽມກອງປະຊຸມ ໃຫຍ່ 3 ຂັ້ນໃນສະໄໝກອງປະຊຸມ ໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ກະຊວງ ຖວທ ໂດຍທ່ານໄດ້ຍົກໃຫ້ ເຫັນຈຸດປະສົງລະດັບຄາດໝາຍ, ເນື້ອໃນການກະກຽມດຳເນີນກອງ ປະຊຸມໃຫຍ່ ເປັນຕົ້ນ ວຽກງານສ້າງ ຂະບວນການ, ວຽກງານກະກຽມ ເນື້ອໃນເອກະສານ, ກະກຽມດ້ານ ບຸກຄະລາກອນ, ການແຕ່ງຕັ້ງຄະນະ ຮັບຜິດຊອບກະກຽມກອງປະຊຸມ ໃຫຍ່ ແລະ ວຽກງານອື່ນໆປິ່ນອ້ອມ. ໃນຕອນທ້າຍ, ສະຫາຍ ວັນສີ ກົວມົວ ໄດ້ເນັ້ນໃຫ້ມີຄະນະບໍລິຫານ ງານພັກກະຊວງ, ເລຂາ,ຮອງເລຂາ, ກຳມະການຄະນະພັກຮາກຖານ, ກຳມະການຄະນະໜ່ວຍພັກ ພາຍໃນ ກະຊວງ ຖວທ ກໍຄື ແຕ່ລະອະນຸກຳ ມະການ, ແຕ່ລະພາກສ່ວນໃຫ້ເປັນ ເຈົ້າການປະຕິບັດຕາມມະຕິຕົກລົງ, ຄຳສັ່ງ, ຄຳແນະນຳທີ່ໄດ້ກຳນົດໄວ້ ຢ່າງເຄັ່ງຄັດ ກໍຄື ນຳເອົາມະຕິຄຳ ສັ່ງດັ່ງກ່າວ, ໄປເຜີຍແຜ່ ແລະ ແບ່ງ ຄວາມຮັບຜິດຊອບກັນແຕ່ລະໜ້າ ວຽກໃຫ້ເປັນອັນລະອຽດ, ພ້ອມທັງ ກະກຽມເນື້ອໃນໃຫ້ກະທັດຮັດ, ຊັດ ເຈນສອດຄ່ອງຕາມແນວທາງ, ນະ ໂຍບາຍ, ລະບຽບການ ແລະ ກົດ ໝາຍ ເພື່ອເຮັດແນວໃດໃຫ້ການດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ອົງຄະນະພັກກະຊວງສຳເລັດຕາມ ເປົ້າໝາຍທີ່ວາງໄວ້ ເຊິ່ງການດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນໃນສະ ໄໝກອງປະຊຸມໃຫຍ່ ຄັ້ງທີ VI ອົງ ຄະນະພັກກະຊວງ ຖວທ ກໍຄືກອງ ປະຊຸມໃຫຍ່ຄະນະພັກຮາກຖານ ແລະໜ່ວຍພັກແມ່ນບັ້ນດໍາເນີນຊີວິດ ການເມືອງໜຶ່ງທີ່ເລິກເຊິ່ງແນໃສ່ ປັບປຸງປົວແປງອົງການຈັດຕັ້ງພັກຢູ່ ພາຍໃນກະຊວງໃຫ້ມີຄວາມປອດ ໃສ, ເຂັ້ມແຂງ,ໜັກແໜ້ນສາມາດຮັບ ປະກັນບົດບາດເປັນແກນນຳໃນລະ ບົບການເມືອງ, ມີຄວາມສາມາດນຳ ພາວຽກງານຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ໃຫ້ໄດ້ ຕາມຈຸດໝາຍທີ່ວາງໄວ້. ຂ່າວ: ທະນູທອງ,ພາບ: ຂັນໄຊ ໃຫຍ່ຂະຫຍາຍຕົວຂອງຂະບວນ ການກໍາມະກອນສາກົນ ຕະຫລອດ ໄລຍະ 138 ປີ(1/5/1886-1/5/ 2024) ນີ້ວ່າ: ໃນທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ຫລາຍ ປະເທດຢູ່ໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສໍາເລັດການໂຄ່ນລົ້ມ ລະບອບສັກດີນາ ແລະ ສ້າງຕັ້ງລະ ບອບນາຍທຶນຂຶ້ນແທນ, ພາຍໃຕ້ ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດ ນັບມື້ໜັກໜ່ວງ ເຊັ່ນ: ນາຍທຶນບັງຄັບ ກຳມະກອນເຮັດວຽກໃນມື້ໜຶ່ງ 1415 ຊົ່ວໂມງ, ການອອກແຮງງານ ສຸດທີ່ລໍາບາກ ແລະ ມີຄວາມສ່ຽງ ສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງ ກັນໄພຂອງເຄື່ອງຈັກໃນເວລານັ້ນ ຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີ ການບັງຄັບຂົ່ມເຫັງໃຫ້ກຳມະກອນ ອອກແຮງງານໂດຍບໍ່ມີເວລາພັກ ຜ່ອນ, ການອອກແຮງງານໜັກແຕ່ ຄ່າແຮງງານພັດຖືກ, ການປ້ອງກັນ ສຸຂະພາບ ແລະ ຄວາມປອດໄພແຮງ ງານໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ ເອົາໃຈໃສ່ກ່ຽວກັບສະຫວັດດີການສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງ ຂຶ້ນ ແລະ ຂໍ້ຂັດແຍງດັ່ງກ່າວ ນັບມື້ ນັບຮຸນແຮງ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈໍາເປັນ ຈຶ່ງໄດ້ຈັດຕັ້ງເປັນກຸ່ມ, ເປັນຂະບວນ ລຸກຮືຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນ ເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດ ວຽກລົງ. ໃນມະຕິກອງປະຊຸມພັກ ກອມມູນິດສາກົນ ຄັ້ງທີ II ໄດ້ກາຍ ເປັນນິມິດໝາຍທີ່ສໍາຄັນໃນການ ຮຽກຮ້ອງໃຫ້ການຈັດຕັ້ງກຳມະ ກອນ ແລະ ຊາວຜູ້ອອກແຮງງານ ກຽມພ້ອມຕໍ່ສູ້ເພື່ອທວງເອົາສິດ ຂອງຕົນ, ນັບແຕ່ມື້ມີວັນກຳມະກອນ ສາກົນເປັນຕົ້ນມາ, ຂະບວນການຕໍ່ສູ້ ຂອງຊົນຊັ້ນກຳມະກອນ ແລະ ຊາວ ຜູ້ອອກແຮງງານໃນບັນດາປະເທດ ນາຍທຶນ ແລະ ຫົວເມືອງຂື້ນໄດ້ກາຍ ເປັນກະແສຟອງຢ່າງຟົດເດືອດ. ສະຫາຍ ພັນເອກ ບຸນທົງ ກອງ ເທດມະນີ ຍັງໃຫ້ຮູ້ອີກວ່າ: ເພື່ອລະ ນຶກເຖິງວັນກຳມະກອນສາກົນ ໃຫ້ມີ ຄວາມໝາຍສໍາຄັນ ແລະ ເລິກເຊິ່ງ ໂດຍຖືເອົາສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ເປັນຫລັກ, ໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມມູນເຊື້ອປະ ຫວັດຄວາມເປັນມາຂອງວັນສໍາຄັນ ດັ່ງກ່າວ ແນໃສ່ປຸກລະດົມ, ສ້າງຈິດ ສຳນຶກໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃຫ້ມີຄວາມບຸກບືນ, ຫ້າວຫັນ, ຕັ້ງ ໜ້າປະກອບສ່ວນເຂົ້າໃນການເຄື່ອນ ໄຫວວຽກງານກຳມະບານ, ສ້າງຂະ ບວນການແຂ່ງຂັນປະຕິບັດໜ້າທີ່ ວິຊາສະເພາະ, ຂະບວນການແຂ່ງ ຂັນການຜະລິດໃຫ້ໄດ້ຫລາຍຂຶ້ນ, ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງ ສະຫະພັນກໍາມະບານລາວ ໂດຍຕິດ ພັນກັບການຈັດຕັ້ງປະຕິບັດມະຕິ ກອງປະຊຸມຜູ້ແທນຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ໃຫ້ປະ ກົດຜົນເປັນຈິງ. ຂ່າວ: ຄໍາປະສົງ ລາດຊະວົງ ແຂວງ ແລະ ຕາມສະຖານທີ່ຕ່າງໆ ທີ່ໄດ້ກໍານົດ ໂດຍໄດ້ຮັບການສະໜັບ ສະໜູນຈາກອົງການກາວີ(Gavi), ລັດຖະບານ ອົດສະຕຣາລີ, ອົງການ ອຸຍນີເຊັບ ແລະ ອົງການອະນາໄມ ໂລກ. ວັນທີ 25 ເມສາ 2024 ນີ້, ໄດ້ ມີກອງປະຊຸມຖະແຫລງຂ່າວຂະ ບວນການຮັບວັກສັກຊິນກັນພະຍາດ ໝາກແດງໃຫຍ່ ແລະ ໝາກແດງ ນ້ອຍແຫ່ງຊາດ ໂດຍ ທ່ານ ດຣ ສະ ໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ມີຄຳ ເຫັນວ່າ: ວັກຊິນກັນພະຍາດໝາກ ແດງໃຫຍ່ ແລະ ໝາກແດງໜ້ອຍສາ ມາດສັກໄດ້ໂດຍບໍ່ຕ້ອງໄດ້ເສຍຄ່າ ໃຊ້ຈ່າຍໃດໆ, ການແຈກຢາຍວັກຊິນ ເຫລົ່ານີ້ແມ່ນນຳພາໂດຍກະຊວງສາ ທາລະນະສຸກເຊິ່ງວັກຊິນສາມາດສັກ ໄດ້ທີ່ສຸກສາລາທຸກແຫ່ງທົ່ວປະເທດ. ຂະບວນການສັກວັກຊິນນີ້, ຈະຊ່ວຍ ສະກັດກັ້ນການແພ່ລະບາດຂອງພະ ຍາດໝາກແດງໃຫຍ່ ແລະ ໝາກ ແດງໜ້ອຍ ໃນ ສປປ ລາວ ເຊິ່ງມີ ຄວາມສຳຄັນເປັນພິເສດເພາະໃນ ປັດຈຸບັນໄດ້ມີການເພີ່ມຂຶ້ນຂອງກໍ ລະນີພະຍາດໝາກແດງໃຫຍ່ ແລະ ໝາກແດງໜ້ອຍໃນທົ່ວໂລກ ເນື່ອງ ຈາກມີອັດຕາການສັກຢາກັນພະ ຍາດຕໍ່າລົງໃນກຸ່ມເດັກນ້ອຍ. ທ່ານ ນາງ ນາເດຍ ລາສຣິ ຜູ້ຈັດ ການອາວຸໂສລະດັບປະເທດ ແລະ ຜູ້ປະສານງານສະໜັບສະໜູນຈາກ ອົງການກາວີປະຈຳ ສປປ ລາວ ໄດ້ ກ່າວວ່າ: ການຄິດຄົ້ນວັກຊິນເປັນ ຜົນສໍາເລັດອັນໂດດເດັ່ນໜຶ່ງໃນປະ ຫວັດສາດໂລກ. ໃນຫລາຍທົດສະ ວັດຜ່ານມາ, ເດັກນ້ອຍຫລາຍຕື້ຄົນ ໄດ້ຮັບການປົກປ້ອງຈາກພະຍາດ ຕ່າງໆ ທີ່ເປັນໄພຂົ່ມຂູ່ຕໍ່ຊີວິດພວກ ເຂົາກໍຍ້ອນວັກຊິນນັ້ນເອງ. ເຖິງຢ່າງ ໃດກໍຕາມ, ການເພີ່ມຂຶ້ນຂອງກໍລະນີ ພະຍາດໝາກແດງໃຫຍ່ ແລະ ໝາກ ແດງໜ້ອຍ ໃນທົ່ວໂລກນັ້ນ ໄດ້ສະ ແດງໃຫ້ພວກເຮົາເຫັນແລ້ວວ່າ ຍັງ ມີເດັກນ້ອຍຫລາຍຄົນທີ່ຍັງບໍ່ໄດ້ຮັບ ວັກຊິນຕາມຄາດໝາຍ. ດັ່ງນັ້ນ, ຂະ ບວນການໃຫ້ວັກຊິນຄັ້ງນີ້ຕ້ອງສາ ມາດເຂົ້າເຖິງເດັກທຸກຄົນ ໂດຍສະ ເພາະກໍຄືຜູ້ທີ່ຍັງບໍ່ໄດ້ຮັບວັກຊິນເທື່ອ. ພວກເຮົາຕ້ອງສືບຕໍ່ລົງທຶນໃນວຽກ ງານນີ້ຕື່ມ ເພື່ອຮັບປະກັນວ່າບໍ່ມີໃຜ ຖືກປະຖິ້ມໄວ້ເບື້ອງຫລັງ ໂດຍສະ ເພາະກຸ່ມຄົນທີ່ມີຄວາມສ່ຽງ ແລະ ຢູ່ຫ່າງໄກສອກຫລີກ. ທ່ານ ແດນ ເຮວເດິນ ອຸປະທູດ ສະຖານທູດອົດສະຕຣາລີ ກໍໄດ້ກ່າວ ວ່າ: ການສັກວັກຊິນ ເປັນວິທີທີ່ມີປະ ສິດທິພາບທີ່ສຸດ ໃນການປົກປ້ອງ ເດັກນ້ອຍຈາກພະຍາດຮ້າຍແຮງທີ່ ສາມາດເກີດຂຶ້ນຈາກໝາກແດງ ໃຫຍ່ ແລະ ໝາກແດງໜ້ອຍ, ສາ ມາດຊ່ວຍໃຫ້ພວກເຂົາມີສຸຂະພາບ ແຂງແຮງໄດ້. ວັກຊິນກັນພະຍາດ ໝາກແດງໃຫຍ່ ແລະ ໝາກແດງ ໜ້ອຍທີ່ນຳໃຊ້ນັ້ນ ແມ່ນມີປະສິດທິ ຜົນ ແລະ ໄດ້ຖືກນຳໃຊ້ມາເປັນເວ ລາຫລາຍທົດສະວັດແລ້ວ ໃນທົ່ວ ໂລກ. ດັ່ງນັ້ນ, ມັນຈຶ່ງເປັນສິ່ງສໍາຄັນ ທີ່ເດັກນ້ອຍຕ້ອງໄດ້ຮັບວັກຊິນ ນີ້ ຕາມເກນອາຍຸແນະນຳ. ພ້ອມນີ້, ທ່ານ ດຣ ນາງ ເພຍ ເຣເບນ ໂລ ບຣິໂຕ ຜູ້ຕາງໜ້າອົງ ການ ອຸຍນີເຊບ ປະຈໍາ ສປປ ລາວ ກໍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນ ຂອງອົງການອຸຍນີເຊບ ຕໍ່ສຸຂະພາບ ຂອງເດັກນ້ອຍລາວທຸກຄົນ ແລະ ການຜັນຂະຫຍາຍການເຂົ້າເຖິງວັກ ຊິນໃນປະເທດ, ໃນເວລານີ້ພວກເຮົາ ກຳລັງຜະເຊີນກັບການແພ່ລະບາດ ຂອງພະຍາດຕ່າງໆທີ່ເພີ່ມຂຶ້ນ, ລວມເຖິງພະຍາດທີ່ກ່ອນໜ້ານີ້ແມ່ນ ເກືອບສູນຫາຍໄປແລ້ວ. ຄໍາໝັ້ນສັນ ຍາຮ່ວມຂອງພວກເຮົາຕໍ່ການປົກ ປ້ອງສຸຂະພາບຂອງປະຊາຊົນທົ່ວ ໂລກຜ່ານການຮ່ວມມືແລະການນຳ ໃຊ້ຫລັກການທາງດ້ານວິທະຍາ ສາດນັ້ນ, ແມ່ນມີຄວາມສໍາຄັນ ຫລາຍຂຶ້ນກວ່າທີ່ເຄີຍມີມາກ່ອນ, ສິ່ງທີ່ພວກເຮົາໄດ້ເຮັດໄວ້ໃນມື້ນີ້ ຈະກຳນົດສຸຂະພາບ ແລະ ຄວາມຈະ ເລີນຮຸ່ງເຮືອງຂອງລູກຫລານພວກ ເຮົາໃນອະນາຄົດ. ທ່ານ ດຣ ທີໂມທີ້ ອ້າມສະ ຕຣ້ອງ ວ່າການຜູ້ຕາງໜ້າອົງການ ອະນາໄມໂລກ ປະຈຳລາວ ໄດ້ກ່າວ ວ່າ: ການເພີ່ມອັດຕາການສັກຢາກັນ ພະຍາດໝາກແດງໃຫຍ່ ແລະ ໝາກ ແດງໜ້ອຍ ໃນ ສປປ ລາວ ແມ່ນມີ ຄວາມສຳຄັນຫລາຍ ຖ້າພວກເຮົາ ຢາກປ້ອງກັນການລະບາດຂອງພະ ຍາດໝາກແດງໃຫຍ່ ທີ່ຮ້າຍແຮງ ເຊິ່ງຫລາຍໆປະເທດກຳລັງຜະເຊີນ ຢູ່. ສະນັ້ນ, ໃນລະຫວ່າງວັນທີ 20- 31 ພຶດສະພາ 2024 ນີ້, ຈະໄດ້ລະ ດົມພະນັກງານ ແລະ ອາສາສະໝັກ ສາທາລະນະສຸກ ໃນຂອບເຂດທົ່ວ ປະເທດ ເພື່ອສະໜອງວັກຊິນທີ່ມີທັງ ຄວາມປອດໄພ ແລະ ປະສິດທິຜົນໃຫ້ ແກ່ເດັກນ້ອຍລາວທົ່ວປະເທດ. ພະ ນັກງານ ແລະ ອາສາສະໝັກສາ ທາລະນະສຸກ ຜຸ້ທີ່ໃຫ້ວັກຊິນ ພ້ອມທີ່ ຈະເດີນທາງຂ້າມນ້ຳຂ້າມພູຜາ ເພື່ອ ສະໜອງວັກຊິນທົ່ວປະເທດແລະອົງ ການພວກເຮົາກໍມີຄວາມພາກພູມ ໃຈທີ່ໄດ້ໃຫ້ການສະໜັບສະໜູນ ຄວາມພະຍາຍາມຂອງພວກເຂົາ ຮ່ວມກັບກະຊວງສາທາລະນະສຸກ, ອົງການສະຫະປະຊາຊາດ ເຊັ່ນ: ອົງ ການອຸຍນີເຊບ ແລະ ຄູ່ຮ່ວມພັດທະ ນາອື່ນໆ ໃນຂະບວນການນີ້. ຂ່າວ-ພາບ: ສົມຫວັງ ທ່ານ ບຸນຈັນ ກົມບຸນຍະສິດ ໄດ້ ໃຫ້ຮູ້ວ່າ: ໂຄງການສ້າງຄວາມເຂັ້ມ ແຂງ ໃນການຜະລິດໃບຊາເປັນສິນ ຄ້າ(MekongTeaProject)ເປັນ ໂຄງການທີ່ໄດ້ຮັບທຶນການຊ່ວຍ ເຫລືອຈາກອົງການຝຣັ່ງ ເພື່ອການ ພັດທະນາ(AFD) ໃນມູນຄ່າ 1.500.000 ເອີໂຣ ເຊິ່ງກະຊວງ ກະສິກຳ ແລະ ປ່າໄມ້ ກໍຄື ກົມປູກຝັງ ເປັນຜູ້ຈັດຕັ້ງປະຕິບັດຮ່ວມກັບອົງ ການທີ່ປຶກສາດ້ານກະສິກຳອົງການ GRET, ອົງການAVSF ແລະ ອົງ ການ LCG ຈັດຕັ້ງປະຕິບັດເລີ່ມແຕ່ ເດືອນມີນາ 2019 ໂດຍໂຄງການ ໄດ້ກໍານົດພື້ນທີ່ຕົວແບບຈັດຕັ້ງ ປະຕິບັດຢູ່ 2 ແຂວງຄື: ເມືອງໄຊສະ ຖານແຂວງໄຊຍະບູລີ ແລະ ເມືອງ ເມິງ ແຂວງບໍ່ແກ້ວ ເຊິ່ງຈຸດປະສົງ ຫລັກຂອງໂຄງການ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ກະສິກອນຜູ້ ຜະລິດຊາຂະໜາດນ້ອຍດ້ວຍການ ປັບປຸງຕ່ອງໂສ້ມູນຄ່າ ແລະ ການ ເຂົ້າເຖິງຕະຫລາດດ້ວຍການຢັ້ງຢືນ ຜະລິດຕະພັນທີ່ໄດ້ຄຸນນະພາບ ແລະ ໂຄງການດັ່ງກ່າວແມ່ນສິ້ນສຸດ ການຈັດຕັ້ງປະຕິບັດໃນເດືອນມີນາ 2024 ຜ່ານມານີ້. ທ່ານ ບຸນຈັນ ກົມບຸນຍະສິດ ໄດ້ ສະແດງຄວາມຂອບໃຈຕໍ່ອົງການ ຝຣັ່ງ ເພື່ອການພັດທະນາ ແລະ ຄູ່ ຮ່ວມພັດທະນາທີ່ກ່ຽວຂ້ອງທຸກ ພາກສ່ວນທີ່ຍາມໃດກໍໄດ້ໃຫ້ການ ສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານ, ຮຽກຮ້ອງອົງ ການຝຣັ່ງ ເພື່ອການພັດທະນາສືບຕໍ່ ສະໜັບສະໜູນໂຄງການໃບຊາໃຫ້ ຫລາຍຂຶ້ນ ແລະ ຄູ່ຮ່ວມມືອື່ນໆໃຫ້ ມາສະໜັບສະໜູນ, ຮຽກຮ້ອງໃຫ້ ແຂວງ, ເມືອງ, ຜູ້ປະກອບການພາຍ ໃນແລະຕ່າງປະເທດພ້ອມກັນຂຸດຄົ້ນ ທ່າແຮງຊາລາວ ໃຫ້ກ້າວສູ່ສາກົນ. ແຫລ່ງຂ່າວ: ປະຊາຊົນ

xtgmf]k; 3 26/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ພິດສະໄໝ ສຸວັນນະລາດ *** ອ່ານຕໍ່ສະບັບໜ້າ *** ໂດຍ: ຢ່າຕົງ Ij ;,.9da oltda fdA o [+ .sh gdu fw2w\h xj k ໂດຍ: ໄໝຄຳຍ້ອມສິນ 37ltokgdu o7;k,9y ' zj kolnj vvo]kp ,u 3mfmk'vkpk ]tob d 70 xu w--tot[A oIq [fPo[Po26 (ເນື່ອງໃນໂອກາດວັນໄຊຊະນະດຽນບຽນຟູຄົບຮອບ 70 ປີ 7/5/1954 - 7/5/2024) * ດັ່ງທີ່ຮັບຮູ້ຢ່າງຈະແຈ້ງແລ້ວ ວ່າ ໄຊຊະນະດຽນບຽນຟູແມ່ນໄຊ ຊະນະທີ່ສະຫວ່າງສະໄຫວທີ່ສຸດໃນ ປະຫວັດສາດການຕໍ່ສູ້ຕ້ານການຮຸກ ຮານຈາກຈັກກະພັດພາຍນອກຂອງ ປະຊາຊົນຫວຽດນາມ ທີ່ມີກຽດສະ ຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດ ສາດຂອງຊາດ ແລະ ຂອງໂລກ ໃນ ສະຕະວັດທີ 20 ຊຶ່ງໄດ້ທັບມ້າງທີ່ ຕັ້ງຂອງລະບົບຫົວເມືອງຂຶ້ນຂອງ ລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດ ຈະທໍາມີຄວາມສະຫວ່າງສະໄຫວ ຂຶ້ນຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວ ເມືອງຂຶ້ນ, ເຄິ່ງສັກດີນາ, ກໍາລັງທະ ຫານຍັງອ່ອນນ້ອຍ ພາຫະນະອຸປະ ກອນຍັງມີໜ້ອຍ ແຕ່ມີຄວາມສາມັກ ຄີຢ່າງແໜ້ນແຟ້ນ, ມີການຊີ້ນໍານໍາພາຂອງພັກ ແລະ ປະທານ ໂຮ່ຈີ່ ມິງ ຜູ້ນໍາທີ່ຍິ່ງໃຫຍ່, ຮູ້ໝູນໃຊ້ກໍາ ລັງປະກອບອາວຸດທົ່ວປວງຊົນ ເພື່ອ ເຮັດສົງຄາມປະຊາຊົນ, ສາມາດ ຕີເອົາໄຊຊະນະກັບສັດຕູຜູ້ທີ່ມາຮຸກ ຮານທີ່ມີພື້ນຖານເສດຖະກິດ ແລະ ການທະຫານເຂັ້ມແຂງແລະທັນສະ ໄໝກວ່າຫລາຍເທົ່າ. ໄຊຊະນະດຽນບຽນຟູ ບໍ່ພຽງ ແຕ່ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ ແຕ່ຍັງແມ່ນໄຊຊະນະ ຂອງປະຊາຊົນລາວ ແລະ ປະຊາຊົນ ກໍາປູເຈຍ ທີ່ໄດ້ຮ່ວມສໍາພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວ ກັນ ເພື່ອປົດປ່ອຍຕົນເອງ. ໄຊຊະ ນະດັ່ງກ່າວ ໄດ້ດັບມອດເຈດຈໍານົງ ແລະ ການຮຸກຮານຂອງລັດທິລ່າ ເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດ ຖະບານຝຣັ່ງ ຕ້ອງຍອມເຊັນສັນຍາ ເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ ຄວາມເປັນເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນ ດິນ ອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກໍາປູເຈຍ. ພາກເໜືອ ຫວຽດນາມ ໄດ້ຮັບການປົດປ່ອຍ ຢ່າງສົມບູນ ແລະ ກາຍເປັນຖານທີ່ ໝັ້ນຂອງການປະຕິວັດທີ່ເຂັ້ມແຂງ ທັງເປັນແນວຫລັງທີ່ແໜ້ນແກ່ນ ໃຫ້ແກ່ການດໍາເນີນການຕໍ່ສູ້ຕ້ານ ຈັກກະພັດອາເມລິກາ ຢູ່ພາກໃຕ້ ຫວຽດນາມ. ເມື່ອຫວນຄືນປະຫວັດສາດເມື່ອ ປີ 1953 ການຕໍ່ສູ້ຂອງປະຊາຊົນ ສາມປະເທດອິນດູຈີນຕ້ານພວກ ລ່າເມືອງຂຶ້ນຝຣັ່ງ ໄດ້ກ້າວເຂົ້າສູ່ປີ ທີ 8, ກໍາລັງປະຕິວັດ ຍິ່ງຕີກໍຍິ່ງເຂັ້ມ ແຂງ ແລະ ຍິ່ງຍາດເອົາທ່າເປັນ ເຈົ້າການ, ກໍາລັງປະກອບອາວຸດໄດ້ ເຕີບໃຫຍ່ທາງດ້ານຈໍານວນ ແລະ ຄຸນນະພາບ. ຄວາມສາມັກຄີຮ່ວມ ສຳພັນສູ້ຮົບ ລະຫວ່າງ 3 ຊາດອິນ ດູຈີນ ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ບັນດາໄຊຊະນະອັນຍິ່ງໃຫຍ່ ທົ່ວສະ ໜາມຮົບໃນ ສາມປະເທດອິນດູຈີນ ລາວ - ຫວຽດນາມ ແລະ ກຳປູເຈຍ ໄດ້ບັງຄັບໃຫ້ພວກສັດຕູຕົກຢູ່ໃນ ທ່າຮັບຈົນຕາແຈ ແລະ ນັບມື້ນັບ ອ່ອນເພຍ. ສໍາລັບຢູ່ຫວຽດນາມ ແມ່ນໄລຍະທີ່ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນແບບ ເກົ່າ ດ້ວຍຄວາມຕັດສິນໃຈທີ່ວ່າ; “ຍອມເສຍສະຫລະຊີວິດ ເພື່ອປະ ເທດຊາດ”. ບັນດາກໍາລັງປະກອບ ອາວຸດຂອງຫວຽດນາມ ຍາດໄດ້ ໄຊຊະນະຢ່າງຕໍ່ເນື່ອງ ໃນທຸກສະ ໜາມຮົບ ໂດຍເລີ່ມຈາກບັ້ນຮົບດັບ ສູນກໍາລັງຂອງສັດຕູ 2 ໝື່ນຄົນ ທີ່ບຸກເຂົ້າເຂດທີ່ໝັ້ນຫວຽດບັກ (1947)ກ້າວໄປເຖິງໄຊຊະນະບັ້ນ ຮົບຊາຍແດນ (1950), ບັນຮົບ ຮວ່າບິ່ງ (1951), ບັ້ນຮົບຮ່ວາບິງ (1952) ແລະ ບັ້ນຮົບພາກເໜືອ ລາວ (1953). ໄຊຊະນະດັ່ງກ່າວ ໄດ້ສ້າງທ່າແລະກໍາລັງແຮງອັນໃໝ່ ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານຈໍານວນ ແລະ ຄຸນນະ ພາບຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເປັນເຈົ້າການໃນການ ບຸກໂຈມຕີສັດຕູຢູ່ທຸກໆສະໜາມຮົບ ເຮັດໃຫ້ສັດຕູຕົກຢູ່ໃນທ່າຮັບ. ໃນໄລ ຍະດຽວກັນ, ພວກລ່າເມືອງຂຶ້ນ ຝຣັ່ງຖືກປະລາໄຊທາງດ້ານການ ທະຫານ, ປະສົບກັບວິກິດການດ້ານ ການເມືອງ ແລະ ເສດຖະກິດຢ່າງ ໜັກໜ່ວງ. ພວກເຂົາໄດ້ທຸ່ມເທ ກ້ອນທຶນອັນມະຫາສານໃຫ້ແກ່ສົງ ຄາມຮຸກຮານ 3.000 ຕື້ຝຣັ່ງ, ປ່ຽນ ຜູ້ສໍາເລັດຣາຊະການສູງສຸດ 5 ຂໍ້, ປ່ຽນຜູ້ບັນຊາການທະຫານສູງສຸດ ຢູ່ອິນດູຈີນ7 ເທື່ອ, ປ່ຽນລັດຖະບານ ຝຣັ່ງເຖິງ 19 ຊຸດ, ແຕ່ກໍບໍ່ສາມາດ ເຮັດໃຫ້ສະພາບການໃນອິນດູຈີນ ຫັນປ່ຽນໄປໃນທາງທີ່ເປັນຜົນດີໃຫ້ ພວກເຂົາໄດ້. ສະພາບທະຫານຝຣັ່ງ ນັບມື້ນັບສັບສົນ, ຕົກຢູ່ໃນທ່າຮັບ ກ່ຽວກັບການນໍາໃຊ້ກໍາລັງລະຫວ່າງ ການເຕົ້າໂຮມ ແລະ ແຈກຢາຍກໍາ ລັງ. ການບຸກໂຈມຕີກັບການຈັ່ງທ່າ ຢູ່ໃນເຂດຄວບຄຸມຊົ່ວຄາວຂອງ ພວກເຂົາ. ຂາດກໍາລັງເຄື່ອນທີ່ຍຸດ ທະສາດທີ່ເຂັ້ມແຂງ. ຫລັງຈາກຖືກປະລາໄຊຢ່າງໜັກ ໜ່ວງຢູ່ສົງຄາມເກົາຫລີ (1953) ຈັກກະພັດອາເມລິກາ ຍິ່ງແຊກແຊງ ເລິກເຂົ້າໃນອິນດູຈີນ, ພວກເຂົາຮີບ ຮ້ອນເອົາອໍານາດການປົກຄອງຫຸ່ນ, ກອງທະຫານຫຸ່ນ, ຊອກຫາວິທີປັດ ເຂ່ຍຝຣັ່ງ ເພື່ອກໍາເອົາສິດບັນຊາສົງ ຄາມຮຸກຮານອິນດູຈີນໂດຍກົງແລະ ປະຕິບັດລັດທິລ່າເມືອງຂຶ້ນແບບ ໃໝ່ຢູ່ອິນດູຈີນ. ເດືອນ 5/1953 ລັດ ຖະບານຝຣັ່ງ ໄດ້ແຕ່ງຕັ້ງນາຍພົນ ນາວາ ມາເປັນຜູ້ບັນຊາການທະ ຫານສູງສຸດຂອງຝຣັ່ງ ຢູ່ອິນດູຈີນ. ເດືອນ 7/1953 ຝຣັ່ງ ແລະ ອາເມ ລິກາ ພ້ອມກັນສ້າງແຜນການໜຶ່ງ ຂຶ້ນເອີ້ນວ່າ: “ແຜນການນາວາ”. ແຜນການນີ້ ແມ່ນຍຸດທະສາດໃຫຍ່ ຊຶ່ງພວກເຂົາເຊື່ອວ່າ: ພາຍໃນ 18 ເດືອນ ຈະສາມາດຍາດເອົາທ່າເປັນ ເຈົ້າການໄດ້ແລະຈະບັນລຸອັນທີ່ເອີ້ນ ວ່າ; “ສ້າງບັນດາເງື່ອນ ໄຂດ້ານ ການທະຫານ ເພື່ອເປັນພື້ນຖານໃຫ້ ແກ່ວິທີການແກ້ໄຂທາງການເມືອງ ຢ່າງມີກຽດ”. * ດັ່ງທີ່ຮູ້ນໍາກັນ, ພໍກ້າວເຂົ້າສູ່ ເດືອນເມສາຫາເດືອນພຶດສະພາ ພົບວ່າອາກາດແມ່ນຮ້ອນອົບເອົ້າ ເປັນພິເສດນັ້ນອາດມີຄວາມສ່ຽງ ຈະກໍ່ໃຫ້ເກີດອັກຄີໄຟ, ໄຟໄໝ້ ລາມປ່າໄດ້ງ່າຍ ແລະ ບັນຫາອື່ນໆ ອັນສືບມາຈາກທໍາມະຊາດເອງ ແລະ ພຶດຕິກໍາຂອງມະນຸດ. ປັດຈຸ ບັນຫລາຍໆທ້ອງຖິ່ນກໍ່ໄດ້ລົງມືທຳ ການຜະລິດລະດູຝົນແລ້ວ ໂດຍສະ ເພາະບາງເຂດຊົນນະບົດຍັງຖືເອົາ ການເຮັດໄຮ່ເຮັດສວນ ເພື່ອປູກ ເຂົ້າ, ພືດເສດຖະກິດນັ້ນ ສ່ວນໃຫຍ່ ແມ່ນໄດ້ທຳການຈູດໄຮ່ ແລະ ເຮັດ ສວນເປັນຂະບວນໂດຍບໍ່ມີການ ວາງແຜນຮັບມືຄວາມປອດໄພ. ແຕ່ແນວໃດກໍດີ ສິ່ງສໍາຄັນການ ດັ່ງກ່າວນັ້ນຕ້ອງມີສະຕິ ແລະ ມິວິທີ ຢ່າງຮອບຄອບເປັນຕົ້ນກ່ອນຈູດ ຕ້ອງມີການຕັດແລວໄຟ ເພື່ອຮັບ ປະກັນບໍ່ໃຫ້ໄຟລາມປ່າໄດ້ອັນຈະ ສົ່ງຜົນກະທົບຕໍ່ຄວາມອຸດົມສົມ ບູບຂອງທຳມະຊາດກໍຄືສິ່ງແວດ ລ້ອມອື່ນ. ຂະນະທີ່່ຢູ່ບາງທ້ອງຖິ່ນພັດເກີດ ມີຝົນຕົກ ແລະ ມີພາຍຸເຂົ້າ ອັນໄດ້ ສົ່ງຜົນສະທົບຕໍ່ຊັບສິນລວມຂອງ ລັດ, ຂອງປະຊາຊົນບໍ່ໜ້ອຍ ແລະ ກໍມີບາງເຂດໄດ້ແຫ້ງແລ້ງພໍສົມ ຄວນ ເຊິ່ງທັງຫມົດນັ້ນເກີດເປັນປະ ກົດອັນຫນຶ່ງທີ່ກ່ຽວຂ້ອງກັນ. ບາງ ຕົວຢ່າງ ຄວາມແຫ້ງແລ້ວດັ່ງກ່າວ ຍັງຕິດພັນກັບໄລຍະທຳການຜະ ລິດຂອງປະຊາຊົນໃນຊົນນະບົດ ໂດຍສະເພາະຜູ້ທີ່ຖືເອົາການຖາງ ໄຮ່, ຖາງສວນ ເພື່ອປູກເຂົ້າ, ພືດ ເສດຖະກິດອື່ນໆ. ການເຮັດການ ຜະ ລິດດັ່ງກ່າວ ລ້ວນແລ້ວແຕ່ຕ້ອງ ໄດ້ທຳການຈູດ ເພື່ອອຳນວຍຄວາມ ສະດວກຕໍ່ການປູກ. ໃນໄລຍະຜ່ານມາ ເມື່ອຮອດລະ ດູການທຳການຜະລິດຄືດັ່ງປັດຈຸນີ້, ແມ່ນມັກພົບເຫັນເກີດມີໄຟໄໝ້ລາມ ປ່າເປັນວົງກວ້າງອັນໄດ້ສ້າງຄວາມ ເສຍຫາຍດ້ານຄວາມອຸດົນດົມສົມ ບູນທາງທຳມະຊາດບໍ່ໜ້ອຍ. ໜຶ່ງ ໃນນີ້ກໍແມ່ນໄຟໄໝ້ລາມປ່າຢູ່ເຂດ ປ່າສະຫງວນພູພະນັງ ເມືອງສັງ ທອງ ນະຄອນຫລວງວຽງຈັນ ເຊິ່ງ ນີ້ບໍ່ແມ່ນບົດຮຽນໜຶ່ງທີ່ພວກເຮົາ ຄວນເອົາໃຈໃສ່, ມີສະຕິບໍ່ເກີດໄຟ ໄໝ້ປ່າຂຶ້ນອີກຢູ່ໃນປີ້ນີ້. ແລະ ເພື່ອ ຫລຸດຜ່ອນຄວາເສຍຫາຍດັ່ງກ່າວ ພວກເຮົາຕ້ອງມີສະຕິຕະຫລອດ ໂດຍສະເພາະການຈູດໄຮ່, ສວນຕ້ອງ ມີການຕັດແລ້ວໄຟໃຫ້ຮັບປະກັນ ກ່ອນ ຈຶ່ງທຳການຈູດ ເພື່ອບໍ່ໃຫ້ເກີດ ໄຟໄໝ້ລາມປ່າຄືໄລຍະຜ່ານມາ. ແນວໃດກໍຕາມສຳລັບປີນີ້ ໄດ້ ເກີດໄຟປ່າຢູ່ຈຸດສຳຄັນຂອງບາງ ທ້ອງຖິ່ນ ໂດຍສະເພາະກໍແມ່ນເຫດ ການໄຟໄໝ້ລາມປ່າຢູ່ບໍລິເວນຜາ ຊົມນາງ ແລະ ຜາແດງ ເຊິ່ງເປັນ ແຫລ່ງທ່ອງທ່ຽວທາງທໍາມະຊາດ ຂອງເມືອງງອຍ ແຂວງຫລວງພະ ບາງ ເຊິ່ງເຫດການໄຟໄໝ້ລາມປ່າ ຄັ້ງນີ້, ກໍໄດ້ເຮັດໃຫ້ປະຊາຊົນຜູ້ທີ່ຢູ່ ໃກ້ບໍລິເວນເກີດເຫດຮູ້ສຶກວິຕົກກັງ ວົນ ຢ້ານໄຟແຜ່ລາມເປັນວົງກວ້າງ ກະທົບຕໍ່ບ້ານເຮືອນປະຊາຊົນ. ໃນ ນັ້ນ, ໄດ້ສ້າງຄວາມເສຍເສຍຫາຍ ພື້ນທີ່ປ່າບາງສ່ວນ. ພື້ນທີ່ປ່າດັ່ງ ກ່າວນີ້ ມັກເກີດໄຟລາມປ່າທຸກປີ ສ່ວນໜຶ່ງອາດມາຈາກຈຸດບໍລິເວນ ພື້ນທີ່ປ່ານີ້ ມີໃບໄມ້ແຫ້ງຫລາຍ ປະກອບດ້ວຍອາກາດຮ້ອນອົບເອົ້າ ຈຶ່ງເປັນເຊື້ອໄຟໄດ້ດີ. ໄຟໄໝ້ລາມປ່າຢູ່ແຫລ່ງທ່ອງ ທ່ຽວດັ່ງກ່າວ,ກໍເປັນເຫດການແລະ ບົດຮຽນໜຶ່ງທີ່ທົ່ວສັງຄົມຕ້ອງໄດ້ ປະກອບສ່ວນ ແລະ ເອົາໃຈໃສ່ຍົກ ສູງສະຕິລະວັງຕົວ ເພື່ອບໍ່ໃຫ້ເກີດ ເຫດການໄຟໄໝ້ລາມປ່າໃນຂອບ ເຂດທົ່ວປະເທດ. ຂະນະດຽວກັນ ປັດຈຸບັນນີ້, ກໍ່ແມ່ນໄລຍະທຳການ ຜະລິດ, ຖ່າງໄຮ່, ສວນ ແລະ ບາງ ທ້ອງຖິ່ນກໍ່ໄດ້ທຳການຈູດໄຮ່, ສວນ ແລ້ວ ເຊິ່ງກ່ອນຈູດກໍ່ຕ້ອງທຳການ ຕັດແລວໄຟໃຫ້ມີຄວາມປອດໄພ ກ່ອນ ຈຶ່ງທຳການຈູດ ເພື່ອຫລີກ ເວັ້ນບັນຫາໄຟໄໝ້ລາມປ່າທີ່ຈະສົ່ງ ກະທົບຕໍ່ປ່າໄມ້ໃນເຂດແຫລ່ງທ່ອງ ທ່ຽວກໍຄືປ່າໄມ້.ແນວໃດກໍ່ດີການປົກ ປັກຮັກສາສິ່ງແວດລ້ອມຢູ່ແຫລ່ງ ທ່ອງທ່ຽວ ບໍ່ວ່າຈະແມ່ນທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ເຊິ່ງລ້ວນແລ້ວຕ້ອງໄດ້ ເພີ່ມທະວີໃນການຮັກສາສິ່ງແວດ ລ້ອມ ໂດຍສະເພາະແມ່ນແຫລ່ງ ທ່ອງທ່ຽວທາງທຳມະຊາດ ຍິ່ງມີ ຄວາມສຳຄັນໃນການປົກປັກຮັກ ສາປ່າໄມ້ໃຫ້ມີຄວາມອຸດົມສົມບູນ ຈຶ່ງຈະສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວ ແລະ ເມື່ອໄດ້ມາແລ້ວ ຢາກມາອີກ ຍ້ອນຄວາມບໍລິສຸດ ຂອງອາກາດຢູ່ແຫລ່ງທ່ອງທ່ຽວ ແຫ່ງນັ້ນໆ ປອດໂປ່ງສົດຊື່ນຕະ ຫລອດເວລາ. ຜະລິດຕະພັນວ່າຖືກຕ້ອງ ຫລື ບໍ່ ຈຶ່ງສາມາດດໍາເນີນການໄດ້. ຄວາມຈິງແລ້ວການສັ່ງຊື້ຢາ ແລະ ອາຫານເສີມຜ່ານລະບົບອອນ ລາຍ ແມ່ນມີຄວາມສ່ຽງຫລາຍ ເນື່ອງຈາກພວກເຮົາບໍ່ຮູ້ແຫລ່ງທີ່ ມາຂອງຜະລິດຕະພັນ ຊຶ່ງອາດຈະ ມີທັງຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມ ກົດໝາຍ (ອາດມີການລັກລອບນໍາ ເຂົ້າເຮັດໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ຮັບຮູ້ນຳ) ເຮັດໃຫ້ມີຄວາມສ່ຽງ ສູງຕໍ່ສຸຂະພາບຂອງຜູ້ບໍລິໂພກ ຊຶ່ງ ຜ່ານມາກົມອາຫານ ແລະ ຢາ ໄດ້ ອອກແຈ້ງເຕືອນເປັນປະຈໍາເພື່ອບໍ ໃຫ້ຜູ້ບໍລິໂພກຫລົງເຊື່ອການໂຄສະ ນາສັບພະຄຸນຢາ ແລະ ອາຫານເສີມ ຜ່ານສື່ສັງຄົມອອນລາຍໂດຍບໍ່ໄດ້ ຮັບອະນຸຍາດ ເພາະມັນສົ່ງຜົນກະ ທົບໂດຍກົງຕໍ່ສຸຂະພາບຂອງຜູ້ບໍລິ ໂພກ. ຂະນະດຽວກັນໃນປະມວນກົດ ໝາຍອາຍາສະບັບປີ 2017, ມາດ ຕາທີ 306 ໄດ້ລະບຸໄວ້ວ່າ: ບຸກຄົນ ໃດຫາກໄດ້ໂຄສະນາສິນຄ້າ ຫລື ການບໍລິການເກີນຄວາມເປັນຈິງຫລື ບໍ່ຖືກຕ້ອງໂດຍເຈຕະນາ ຊຶ່ງກໍ່ຄວາມ ເສຍຫາຍຢ່າງຫລວງຫລາຍຈະຖືກ ລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 3 ປີ ຫລື ດັດສ້າງໂດຍບໍ່ ຕັດອິດສະລະພາບ ແລະ ຖືກປັບໃໝ ແຕ່ 5 ລ້ານກີບ ຫາ 10 ລ້ານກີບ. ດັ່ງນັ້ນ,ຖ້າຫາກບຸກຄົນ ຫລື ນິຕິ ບຸກຄົນທີ່ໄດ້ຮັບອະນຸຍາດໃຫ້ມີການ ໂຄສະນາກ່ຽວກັບສັບພະຄຸນຢາ ແລະ ອາຫານເສີມ, ຜູ້ປະກອບການ ຈະລະບຸເລກອະນຸຍາດການໂຄ ສະນາຈາກພາກສ່ວນກ່ຽວຂ້ອງ ຢ່າງລະອຽດ. ສະນັ້ນ, ກ່ອນຈະຊື້ ຫລື ກ່ອນຈະຊົມໃຊ້ຜະລິດຕະພັນ ດັ່ງກ່າວຜ່ານສື່ອອນລາຍ, ຜູ້ບໍລິ ໂພກຕ້ອງກວດກາໃຫ້ລະອຽດເພື່ອ ຄວາມຖືກຕ້ອງຕາມຄວາມເປັນຈິງ ເພື່ອສຸຂະພາບຂອງຕົນເອງ. * ໄລຍະຜ່ານມາ ກໍຄື ປັດຈຸບັນ ປາກົດມີການໂຄສະນາກ່ຽວກັບສັບ ພະຄຸນຢາ ແລະ ອາຫານເສີມຜ່ານສື່ ອອນລາຍ, ທັງເຟສບຸກ, ຕິກຕ໋ອກ, ຢູທູບ ແລະ ອື່ນໆ ຢ່າງກວ້າງຂວາງ ຊຶ່ງເປັນການໂຄສະນາເກີນຄວາມ ເປັນຈິງ, ເວົ້າຕາມອໍາເພີໃຈ ແລະ ໂອ້ອວດສັບພະຄຸນທີ່ບໍ່ເປັນຄວາມ ຈິງ ເພື່ອດຶງດູດຜູ້ຊົມໃຊ້ ຫລື ຜູ້ບໍລິ ໂພກ. ແຕ່ໃນຕົວຈິງແລ້ວ ກະຊວງ ສາທາລະນະສຸກ ແມ່ນມີນິຕິກໍາ ກ່ຽວຂ້ອງທີ່ໄດ້ກໍານົດຊັດເຈນຕໍ່ຜູ້ ທີ່ຕ້ອງການຈໍາໜ່າຍຜະລິດຕະພັນ ດັ່ງກ່າວຕ້ອງໄດ້ຂຶ້ນທະບຽນ, ໄດ້ ຮັບອະນຸຍາດນໍາເຂົ້າ ແລະ ໄດ້ຮັບ ອະນຸຍາດໂຄສະນາຈາກກົມອາ ຫານ ແລະ ຢາ ເພື່ອກວດສອບເນື້ອ ໃນໂຄສະນາກັບສັບພະຄຸນຂອງ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==