ໄຊຊະນະດ້ຽນບຽນຝູ ເປັນໄຊຊະນະທີ່ສັ່ນສະເທືອນໄປທົ່ວໂລກຕະຫລອດໄລຍະ 70ປີຜ່ານມາ

28/04/2024 13:03
Email Print 219
ຂປລ ຕົ້ນເດືອນ ພຶດສະພາ ປະຫວັດສາດນີ້, ດິນແດນ ວິລະຊົນ ດ້ຽນບຽນ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ນັບໝື່ນຄົນ ທີ່ມາຈາກ ສາລະ ທິດ ໃນທົ່ວປະເທດ ມາຢ້ຽມຢາມ. ໃນຈຳນວນນັ້ນ, ມີບັນດາ ນັກຮົບ, ຊາວໜຸ່ມ ຕະລຸມບອນ, ເກນແຮງງານ, ຜູ້ມີການປະກອບສ່ວນ ໂດຍກົງ ເຂົ້າໃນການຍາດເອົາ ໄຊຊະນະ ດ້ຽນບຽນຝູ “ທີ່ດັງກ້ອງກັງວານ ໄປທົ່ວ 5 ທະວີບ, ສັ່ນສະເທື່ອນ ໄປທົ່ວໂລກ” ຕະຫລອດໄລຍະ 70ປີຜ່ານມາ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ຕົ້ນເດືອນ ພຶດສະພາ ປະຫວັດສາດນີ້, ດິນແດນ ວິລະຊົນ ດ້ຽນບຽນ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ນັບໝື່ນຄົນ ທີ່ມາຈາກ ສາລະ ທິດ ໃນທົ່ວປະເທດ ມາຢ້ຽມຢາມ. ໃນຈຳນວນນັ້ນ, ມີບັນດາ ນັກຮົບ, ຊາວໜຸ່ມ ຕະລຸມບອນ, ເກນແຮງງານ, ຜູ້ມີການປະກອບສ່ວນ ໂດຍກົງ ເຂົ້າໃນການຍາດເອົາ ໄຊຊະນະ ດ້ຽນບຽນຝູ ທີ່ດັງກ້ອງກັງວານ ໄປທົ່ວ 5 ທະວີບ, ສັ່ນສະເທື່ອນ ໄປທົ່ວໂລກຕະຫລອດໄລຍະ 70ປີຜ່ານມາ. ຄວາມຕື້ນຕັນໃຈ, ສະເທືອນໃຈ, ເອກອ້າງທະນົງໃຈ ແລະ ດີໃຈ ແມ່ນບັນດາຄວາມຮູ້ສຶກ ອາລົມຈິດ ພິເສດ ຂອງເຂົາເຈົ້າ ເມື່ອໄດ້ພົບພໍ້ກັນ ໃນມື້ທີ່ກັບຄືນມາຢາມ ດ້ຽນບຽນ.ນັກຮົບ ດ້ຽນບຽນ, ທະຫານ ຕະລຸມບອນ, ເກນແຮງງານເກືອບ 140 ຄົນ ທີ່ມາຈາກບັນດາແຂວງ, ນະຄອນ ດ້ຽນບຽນ, ເຊີນລາ, ລາຍເຈົາ, ລ່າວກາຍ, ອຽນບ໋າຍ, ຮວ່າບິ່ງ, ນະຄອນ ໂຮ່ຈີມິນ ໄດ້ພົບພໍ້ກັນ, ຫວນຄືນຊຸມວັນເດືອນປີ ຕໍ່ສູ້ທີ່ລຳບາກ ກາກກຳ, “ຕັດສິນໃຈສູ້ຮົບ, ຕັດສິນໃຈເອົາໄຊຊະນະ”, ປະກອບສ່ວນ ສ້າງໄຊຊະນະ ດ້ຽນບຽນຝູ ທີ່ສະຫງ່າອົງອາດ, ດັງກ້ອງກັງວານໄປທົ່ວ 5 ທະວີບ. ການພົບພໍ້ກັນ ຄັ້ງພິເສດນີ້ ໄດ້ດຳເນີນຢູ່ ເຂດສຸສານນັກຮົບ ເສຍສະຫລະຊີວິດ ເພື່ອຊາດ A1, ໃນຂອບເຂດ ລາຍການພົບປະສັງສັນ, ສະແດງຄວາມຮູ້ບຸນຄຸນ ຕໍ່ບຸກຄົນທີ່ໄດ້ເຂົ້າຮ່ວມ ບັ້ນຮົບ ດ້ຽນບຽນຝູ ໂດຍກົງ, ໂດຍຄະນະ ກຳມະການ ສູນກາງ ແນວໂຮມ ປະເທດຊາດ ຫວຽດນາມ ແລະ ແຂວງ ດ້ຽນບຽນ ຈັດຂຶ້ນ.ມີຫລາຍຄົນ ໄດ້ເວົ້າຢອກກັນວ່າ ການເດີນທາງກັບຄືນມາ ຢ້ຽມຢາມ ສະໜາມຮົບເກົ່ານີ້ ຍັງຍາກກວ່າ ການແກ່ປືນໃຫຍ່ ເຂົ້າສະໜາມຮົບ ກ່ອນນີ້ 70 ປີເພາະວ່າ ບັນດາຊາວໜຸ່ມ ຜູ້ເຂັ້ມແຂງໃນຄາວນັ້ນ ກໍມີອາຍຸສູງຫລາຍແລ້ວ, ສຸຂະພາບ ກໍເລີ່ມອ່ອນເພຍໄປ. ເຖິງຢ່າງໃດຕາມ, ເຂົາເຈົ້າຍັງຫ້າວຫັນ ເຂົ້າຮ່ວມການຢ້ຽມຢາມ ທີ່ມີຄວາມໝາຍນີ້, ເຊິ່ງອາດຈະເປັນການຢ້ຽມຢາມ ດ້ຽນບຽນ ຄັ້ງສຸດທ້າຍຂອງເຂົາເຈົ້າ. ທ່ານ ຫງວຽນທ້ຽນ, ມາຈາກແຂວງ ອຽນບ໋າຍ, ຜູ້ເຮັດວຽກງານຕິດຕໍ່ສື່ ສານຢູ່ກອງບັນຊາການບັ້ນຮົບ ດ້ຽນບຽນຝູ, ກອງວິທະຍຸ ໂທລະເລກ 101, ກົມສື່ສານ, ແບ່ງປັນວ່າ: ກອງວິທະຍຸໂທລະເລກຂອງພວກຂ້າພະເຈົ້າໃນປັດຈຸບັນ ຍັງເຫຼືອບໍ່ເທົ່າໃດຄົນ. ຊຸມປີກ່ອນໆຍັງມີຄະນະຕິດຕໍ່ພົວພັນ, ພວກຂ້າພະເຈົ້າ ກໍໄດ້ພົບປະກັນ, ແຕ່ວ່າຈຳນວນພົນກໍນັບມື້ນັບຫລຸດໜ້ອຍ ຖອຍລົງຕາມການເວລາ. ເມື່ອໄດ້ມາພົບພໍ້ ເພື່ອນຮ່ວມກົມກອງ ແລະ ມິດສະຫາຍຢູ່ນີ້, ໃຜໆກໍແບ່ງປັນເລື່ອງລາວສະເພາະຂອງຕົນ, ເຖິງວ່າ ປັດຈຸບັນ ຈະຍັງໜ້ອຍຄົນ, ແຕ່ກໍດີໃຈຫລາຍ”.ທ່າມກາງ ຄວາມພູມໃຈ ທີ່ໄດ້ພົບພໍ້ ເພື່ອນມິດສະຫາຍ, ເພື່ອນຮ່ວມກົມກອງ ອີກເທື່ອໜຶ່ງນັ້ນ  ແມ່ນຄວາມຕື້ນຕັນໃຈ, ຄວາມສະເທືອນໃຈ ເມື່ອຢືນຢູ່ຕໍ່ໜ້າບັນດານັກຮົບ, ວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ທ່ານ ຫວູວັນຈີ, ມາຈາກແຂວງ ລາຍເຈົາ, ນັກຮົບ ດ້ຽນບຽນ ກອງພັນໃຫຍ່ 675, ກອງພົນປືນໃຫຍ່ 351, ແບ່ງປັນວ່າ: ປີນີ້, ຂ້າພະເຈົ້າ ອາຍຸ 98 ປີ ແລ້ວ, ຂ້າພະເຈົ້າກໍພະຍາຍາມມາຖະຫວາຍ ທູບທຽນ ອາໄລຫາ ເພື່ອນຮ່ວມກົມກອງຂອງຕົນ ທີ່ໄດ້ເສຍສະຫລະຊີວິດເພື່ອຊາດ. ມາໄດ້ຄືແນວນີ້ ຂ້າພະເຈົ້າ ກໍຮູ້ສຶກສົມຕາມຄວາມປະສົງແລ້ວ.  ເຂດສຸສານນັກຮົບເສຍສະຫລະຊີວິດ ເພື່ອຊາດ A1 ແມ່ນໜຶ່ງໃນ 4 ເຂດສຸສານ ນັກຮົບເສຍສະຫລະຊີວິດ ເພື່ອຊາດໃນສະໄໝ ຕ້ານລ່າເມືອງຂຶ້ນ ຝຣັ່ງ, ແມ່ນບ່ອນຝັງສົບ ຂອງນັກຮົບເສຍສະຫລະ ຊີວິດໃນບັ້ນຮົບ ດ້ຽນບຽນຝູສ່ວນຫລາຍ. ໃນທ່າມກາງ ສະພາບສັດຕູຖີ້ມ ລະເບີດຢ່າງດຸເດືອດ, ເພື່ອຍາດເອົາ ເອກະລາດ, ເສລີພາບມາໃຫ້ ປະເທດຊາດ, ຍາດເອົາໄຊຊະນະທີ່ ດັງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກນັ້ນ, ມີປະຊາຊົນຜູ້ດີເດັ່ນ ຂອງຊາດນັບພັນຄົນ ໄດ້ນອນລົງ ດິນແດນແຫ່ງນີ້  ໂດຍບໍ່ມີວັນກັບຄືນ. ເລືອດເນື້ອຂອງເຂົາເຈົ້າ ໄດ້ເຊື່ອມເຂົ້າດິນແດນ ແຫ່ງສັດສິດຂອງເຂດຕາເວັນ ຕົກ ພາກເໜືອ, ດ້ຽນບຽນ ເພື່ອໃຫ້ໃນວັນນີ້, ປະເທດຊາດ ຈຶ່ງມີເອກະລາດ, ເສລີພາບ; ປະຊາຊົນ ໄດ້ດຳເນີນຊີວິດໃນສັນຕິພາບ, ມີຊີວິດການເປັນຢູ່ຢ່າງອີ່ມໜຳສຳລານ ສົມບູນພູນສຸກ. ໂດຍມີ ຄວາມສະເທືອນໃຈ ຕໍ່ການເສຍສະຫລະ ຂອງເພື່ອນຮ່ວມກົມກອງ, ລຸງ ເຈິ່ນກວາງຈ້ຽວ, ອະດີດນັກຮົບ ດ້ຽນບຽນ ສັງກັດກອງພັນໃຫຍ່ 367, ກອງພົນປືນໃຫຍ່ 351 ກ່າວຄວາມໃນໃຈສູ່ຟັງວ່າ: ເພື່ອນຮ່ວມກົມກອງ ຂອງຂ້າພະເຈົ້າ ໄດ້ນອນຢູ່ນີ້ ໂດຍທີ່ບໍ່ມີວັນກັບຄືນມາ, ມື້ນີ້, ຂ້າພະເຈົ້າ ໄດ້ກັບມາຢາມເພື່ອນແລ້ວ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈເຂົາເຈົ້າ, ຂອບໃຈ ດ້ຽນບຽນຝູ ທີ່ໄດ້ສ້າງເຂດສຸສານ ແຫ່ງນີ້ ຂຶ້ນມາ ເພື່ອໃຫ້ມື້ນີ້, ບັນດານັກຮົບ ຜູ້ທີ່ຍັງມີຊີວິດ ຢູ່ຄືພວກຂ້າພະເຈົ້າ ໄດ້ມາຢາມນັກຮົບ ຜູ້ທີ່ເສຍຊີວິດໄປແລ້ວ”.ບັນດາອາລົມຈິດ ທີ່ພິເສດໃນການພົບປະ ສັງສັນນັກຮົບ ດ້ຽນບຽນ ນັ້ນ ອີກຄັ້ງໜຶ່ງໄດ້ເປັນການແຜ່ກະຈາຍນ້ຳໃຈ ຮັກຊາດ, ກໍາລັງແຮງແຫ່ງມະຫາສາມັກຄີ ທົ່ວປວງຊົນທັງຊາດ, ກໍຄືສະແດງຄວາມຮູ້ບຸນຄຸນອັນຫລົ້ນເຫລືອ ຕໍ່ລຸ້ນພໍ່ລຸ່ນອ້າຍ, ບັນດານັກຮົບວິລະຊົນ,ນັກຮົບເສຍສະຫລະ ຊີວິດເພື່ອນຊາດ, ຜູ້ທີ່ໄດ້ສະຫລະໄລຍະເວລາທີ່ສວຍງາມ ທີ່ສຸດຂອງຊີວິດ ເພື່ອປະເທດຊາດ, ເພື່ອບ້ານເກີດ ເມືອງນອນ ແລະ ດິນແດນ ດ້ຽນບຽນຝູ ວິລະຊົນ./.

          (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top