ກຳປູເຈຍ ຕ້ອນຮັບນັກລົງທຶນ ຈາກຈີນ ເພີ່ມຂື້ນ

29/03/2024 17:36
Email Print 355
ຂປລ ກຳປູເຈຍ ສົ່ງເສີມໃຫ້ຈີນ ເຂົ້າມາລົງທຶນ ພາຍໃນປະເທດ ເພີ່ມຂື້ນ ໂດຍຊີ້ແຈງວ່າ: ກຳປູເຈຍ ມີລະບອບ ການລົງທຶນ ສຳລັບ ຕ່າງປະເທດ ທີ່ເປີດກວ້າງເສລີ ,ພ້ອມດ້ວຍ ນະໂຍບາຍ ສະໜັບສະໜູນ ນັກລົງງທຶນ ແລະ ນັກທຸລະກິດ.

ປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 28 ມີນາ,​ ທ່ານ ຮຸນມາເນ ນາຍົກ ລັດຖະມົນຕີ ກຳປູເຈຍ ກ່າວໃນລະຫວ່າງ ປຶກສາຫາລືກັບ  ຜູ້ປະກອບການ ຂອງ ຈີນວ່າ:​ ກຳປູເຈຍ ສົ່ງເສີມໃຫ້ຈີນເຂົ້າມາລົງທຶນ ພາຍໃນປະເທດ ເພີ່ມຂື້ນໂດຍຊີ້ແຈງວ່າ:​ ກຳປູເຈຍ ມີລະບອບການລົງທຶນ ສຳລັບ ຕ່າງປະເທດ ທີ່ເປີດກວ້າງເສລີ ,​ພ້ອມດ້ວຍນະໂຍບາຍສະໜັບສະໜູນນັກລົງງທຶນແລະ ນັກທຸລະກິດ.

          ທ່ານ ຮຸນມາເນ ກ່າວວ່າ ກຳປູເຈ ບໍ່ມີຂໍ້ຈຳກັດດ້ານການ ນຳເງິນ ມາລົງທຶນເຂົ້າມາ ປະເທດ (capital repatriation) ​ແລະ​ ຍັງ​ໃຫ້​ ຄວາມ​ສຳຄັນ ​ກັບ​ ການ​ລົງ​ທຶນ ພັດທະນາ​ ພື້ນຖານ ​ໂຄງ​ລ່າງ​ ການ​ເຊື່ອມ​ຕໍ່​ ທີ່​ ສຳຄັນ ​ເຊັ່ນ: ເສັ້ນທາງ​ດ່ວນ ສະໜາມ​ບິນ ​ແລະ​ ອື່ນໆ ​ເພື່ອ​ເຊື່ອມ​ຕໍ່ ກໍາປູ​ເຈຍ ກັບ​ ພື້ນ​ທີ່ ໃນພາກ​ພື້ນ​​ ແລະ ​ທົ່ວ​ໂລກ​ ໃຫ້ຫລາຍ​​ຂຶ້ນ. ນອກນີ້ທ່ານ ຮຸນມາເນຍັງສະ​​ແດງ ຄວາມ​​ຂອບໃຈນໍາບໍລິສັດຈີນທີ່ ເຂົ້າມາລົງທຶນ​​ ແລະ ເຮັດທຸລະກິດ ຢູ່ໃນກຳປູເຈຍ ແລະອື່ນໆ./.

KPL

ຂ່າວອື່ນໆ

ads
ads

Top