ສປຈີນ ຊຸກຍູ້ການນໍາເຂົ້າສິນຄ້າ ອຸປະໂພກ-ບໍລິໂພກ ໃຫ້ມີຄຸນນະພາບສູງ

29/03/2024 17:36
Email Print 389
ຂປລ ເຈົ້າໜ້າທີ່ ກະຊວງ ການຄ້າ ຂອງ ຈີນ ກ່າວວ່າ ກະຊວງ ການຄ້າ ຈະສືບຕໍ່ ສົ່ງເສີມ ການເປີດກວ້າງ ຕະຫລາດ ໃນລະດັບສູງ ແລະ ຂະຫຍາຍ ການນໍາເຂົ້າ ສິນຄ້າ ອຸປະໂພກ ບໍລິໂພກ ໃຫ້ມີຄຸນນະພາບສູງ.

ຂປລ.​ ສຳນັກ​ຂ່າວ​ ຊິນ​ຮວາ ​ຂອງ ສປຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້ , ​ເຈົ້າ​ໜ້າທີ່ ກະຊວງ​ ການ​ຄ້າ​ ຂອງ ຈີນ ກ່າວ​ວ່າ  ກະຊວງ ການຄ້າ ຈະ​ສືບ​ຕໍ່ ສົ່ງ​ເສີມ​ ການ​ເປີດ​ກວ້າງ​ ຕະຫລາດ ​ໃນ​ລະດັບ​ສູງ ​ແລະ ຂະຫຍາຍ​ ການ​ນໍາ​ເຂົ້າ ສິນຄ້າ ອຸປະ​ໂພ​ກ ບໍລິ​ໂພ​ກ ໃຫ້ມີ​ຄຸນ​ນະພາ​ບສູງ.

ໂດຍ​ທ່ານ ສະວີ​ຊິງ​ເຟິງ ຜູ້ອຳນວຍການ ຝ່າຍ​ຮັບຜິດຊອບ ດ້ານການຕະຫລາດ ​ແລະ ການ​ສົ່ງ​ເສີມ ການ​ບໍລິ​ໂພ​ກ ຂອງ​ ກະຊວງ​ ດັ່ງກ່າວ ລະບຸ​ວ່າ: ອ້າງຕາມ ຂໍ້​ມູນ ພາສີ ​ເຜີຍ​ແພ່​, ຈີນ ນໍາ​ເຂົ້າ​ສິນຄ້າ ອຸປະ​ໂພ​ກ ບໍລິ​ໂພ​ກ ດ້ວຍມູນ​ຄ່າ 1,95 ພັນ​ຕື້​ຢວນ ​ໃນ​ປີ 2023 ,​ ເພີ່ມ​ຂື້ນ 1,2% ເມື່ອທຽບໃສ່ ປີຜ່ານມາ. ຕົວເລກ ສະຖິຕິ​ເບື້ອງ​ຕົ້ນ ໄດ້ສະ​ແດງ​ ໃຫ້​ເຫັນ​ວ່າ: ການ​ນໍາ​ເຂົ້າ​ ໃນ​ທຸລະ​ກິດ ການ​ຄ້າ​ຍ່ອຍ ອີ​ຄອມ​ເມີຣ ຂ້າມ​ຊາຍ​ແດນ​ ທີ່ມີ​ ມູນ​ຄ່າ ເພີ່ມສູງ​ຂຶ້ນເຖິງ 1,41 ​ແສນ​ລ້ານ​ຢວນ ​, ​ເພີ່ມ​ຂື້ນ 7%​ ເມື່ອ​ທຽບ​ໃສ່ປີ​ຕໍ່​ປີ./

KPL

ຂ່າວອື່ນໆ

ads
ads

Top