ຄະນະນຳ ອອປສ ຊີ້ນຳວຽກງານ ຢູ່ແຂວງອັດຕະປື

28/03/2024 13:28
Email Print 247
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ອັດ​ຕະປື ​ໃຫ້​ຮູ້​ວ່າ: ໃນວັນທີ 26 ມີນາ 2024 ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານຮອບດ້ານ ຢູ່ອົງການໄອຍະການປະຊາຊົນ ແຂວງອັດຕະປື ​ໂດຍ​ມີຄະນະນຳອົງການໄອຍະການປະຊາຊົນແຂວງ, ເຂດ ​ແລະ ພາກ ສ່ວນ​ກ່ຽວຂ້ອງ ​ໃຫ້ການ​ຕ້ອນຮັບ.



ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ອັດ​ຕະປື ​ໃຫ້​ຮູ້​ວ່າ: ໃນວັນທີ
26 ມີນາ 2024 ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານຮອບດ້ານ ຢູ່ອົງການໄອຍະການປະຊາຊົນ ແຂວງອັດຕະປື ​ໂດຍ​ມີຄະນະນຳອົງການໄອຍະການປະຊາຊົນແຂວງ, ເຂດ ​ແລະ ພາກ ສ່ວນ​ກ່ຽວຂ້ອງ ​ໃຫ້ການ​ຕ້ອນຮັບ.

ການ​ລົງ​ເຄື່ອນ​ໄຫວ​ວຽກ​ງານ​ຄັ້ງ​ນີ້, ທ່ານ ສຸພາສິດ ລໍວັນໄຊ ຫົວໜ້າອົງການໄອຍະການປະຊາຊົນແຂວງ​ອັດ​ຕະປື ​ໄດ້​ລາຍການ​ການ​ເຄື່ອນ​ໄຫວ​ວຽກ​ງານຕະຫລອດໄລຍະ 3 ເດືອນຕົ້ນປີ 2024 ຜ່ານ​ມາ, ອົງການໄອຍະການປະຊາຊົນແຂວງ ໄດ້ເອົາໃຈໃສ່ປັບປຸງ ບູລະນະກົງຈັກການຈັດຕັ້ງຢ່າງເປັນລະບົບ, ມີປະສິດທິພາບ, ເຂັ້ມແຂງ ໂດຍສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ. ສຳຄັນແມ່ນວຽກງານກົງຈັກການຈັດຕັ້ງໄດ້ເອົາ ໃຈໃສ່ບູລະນະຕາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ພັດທະນາບຸກຄະລະກອນ ຢ່າງເປັນລະບົບຕໍ່ເນື່ອງ, ໄດ້ສະເໜີສ້າງຕັ້ງອົງການໄອຍະການປະຊາຊົນເຂດ II ຢູ່ເມືອງສະໜາມໄຊ ແລະ ແຜນສ້າງເຂດ 1 ປະຈຳເມືອງຊານໄຊ. ສ່ວນວຽກງານດ້ານອື່ນໆໃນລະບົບອົງການໄອຍະການປະຊາຊົນແຂວງ ຍັງຮັບປະກັນໄດ້ໃນການແກ້ໄຂບັນຫາ ທີ່ເກີດຂຶ້ນມີຄວາມຖືກຕ້ອງ, ຊັດເຈນ ແລະ ທັນຕໍ່ສະພາບການໃນປັດຈຸບັນ ເຮັດໃຫ້ອົງການໄອຍະການປະຊາຊົນແຂວງ-ເຂດ ຢູ່ແຂວງອັດຕະປື ເຕີບໃຫຍ່ເຂັ້ມແຂງເທຶ່ອລະກ້າວ.




ຈາກ​ນັ້ນ, ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ປະກອບຄຳເຫັນປຶກສາຫາລື
, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການນຳພາ-ຊີ້ນຳວຽກງານຕິດຕາມ, ຊຸກຍູ້, ກວດກາ, ການປະຕິບັດໜ້າທີ່ ຂອງພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບ ຜິດຊອບຂອງຕົນ ແລະ ຊີ້ນຳບາງບັນຫາທີ່ມີຄວາມຈຳເປັນໃນຕໍ່ໜ້າ ເປັນຕົ້ນ ແມ່ນບັນຫາດ້ານງົບປະມານກ່ຽວຂ້ອງອື່ນໆ ຕ້ອງໄດ້ສ້າງລະບົບກົນໄກປະສານງານ ລະຫວ່າງ ຜູ້ເຮັດວຽກກວດກາຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີລະບົບປະສານງານ ກັນຢ່າງກົມກຽວ, ມີການລາຍງານຢ່າງເປັນປະຈໍາໃນແຕ່ລະເດືອນ, ມີການສະຫລຸບ, ຖອດຖອນບົດຮຽນກັນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອຊຸກຍູ້, ຕິດຕາມ ຕໍ່ວຽກງານກວດກາໄປຕາມທິດຊີ້ນຳຂອງຂັນເທິງວາງອອກໃນຕໍ່ໜ້າໃຫ້ດີຂຶ້ນ, ມີຄວາມກ້າວໜ້າ ແລະ ທັນສະໄໝ ຢ່າງບໍ່ຢຸດຢັ້ງ.

 ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ກໍໄດ້ເນັ້ນໃຫ້ພະນັກງານທົ່ວອົງການໄອຍະການປະຊາຊົນແຂວງ, ເຂດ ແລະ ອົງການໄອຍະການທຸກກົມກອງກ່ຽວຂ້ອງ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ໃນການເຮັດລ້ອນໜ້າທີ່ໆພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້; ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຄຸນທາດການເມືອງ, ຈັນຍະບັນ, ຈັນຍະທຳ, ລະບອບແບບ ແຜນວິທີການເຮັດວຽກ, ການພົບປະກັບປະຊາຊົນ, ການສ້າງກົນໄກ ປະສານງານກັບບັນ ດາພາກສ່ວນທີ່ກ່ຽວຂ້ອງ, ການສັ່ງຟອງຂຶ້ນສານໂດຍກົງ, ຕ້ອງພ້ອມກັນຈັດຕັ້ງຜັນຂະ ຫຍາຍບັນດາມະຕິ, ຄຳສັ່ງ, ຄຳແນະນຳ, ຂໍ້ຕົກລົງ, ແຈ້ງການ ທີ່ຂັ້ນເທິ່ງວາງອອກໃຫ້ໄດ້ດີ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ສ້າງກົນໄກປະສານງານ ກ່ຽວກັບການປະຕິ ບັດກົດໝາຍ ແລະ ການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ  ລະຫວ່າງ ອົງການໄອຍະການປະຊາຊົນ ກັບບັນດາກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ໃຫ້ມີບາດກ້າວໃໝ່ອັນໜັກແໜ້ນ, ໄດ້ຮັບຜົນດີ, ຍົກສູງຄຸນນະພາບ ຂອງການຕິດຕາມກວດກາ ຂອງອົງການໄອຍະການປະຊາຊົນໃນຕໍ່ໜ້າ ຢ່າງມີປະສິດທິຜົນ ແນໃສ່ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງຜາສຸກ, ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມໄດ້ຂະຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງ ຢ່າງບໍ່ຢຸດຢັ້ງ. 

ຂ່າວ: ມັດສາ

KPL

ຂ່າວອື່ນໆ

ads
ads

Top