ຜູ້ນຳ ບຣາຊິນ-ຝຣັ່ງ ຮ່ວມປະກາດແຜນການລົງທຶນເພື່ອສິ່ງແວດລ້ອມ

27/03/2024 22:42
Email Print 264
ຂປລ ທ່ານ ເອັມມານູເອລ ມາຄຣົງ(Emmanuel Macron),ປະທານາທິບໍດີ ຝຣັ່ງ ເລີ່ມຕົ້ນ ເດີນທາງ ຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ ຊຶ່ງມີແຜນ ການລົງທຶນ ສີຂຽວ ສຳລັບ ຊາວອາເມຊອນ(Amazon) ມູນຄ່າ 1ຕື້ເອີໂຣ ຮ່ວມກັບ ທ່ານ ລູອີສ ອີນາຊິໂອ ລູລາ ດາຊີລວາ (Luiz Inácio Lula da Silva),ປະທານາທິບໍດີ ບຣາຊິນ

ຂປລ.ສຳນັກຂ່າວ ເອເອຟພີ(AFP), ວັນທີ27 ມີນານີ້, ທ່ານ ເອັມມານູເອລ ມາຄຣົງ(Emmanuel Macron),ປະທານາທິບໍດີ ຝຣັ່ງ ເລີ່ມຕົ້ນ ເດີນທາງ ຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ ຊຶ່ງມີແຜນ ການລົງທຶນ ສີຂຽວ ສຳລັບ ຊາວອາເມຊອນ(Amazon)  ມູນຄ່າ 1ຕື້ເອີໂຣ ຮ່ວມກັບ ທ່ານ ລູອີສ ອີນາຊິໂອ ລູລາ ດາຊີລວາ (Luiz Inácio Lula da Silva),ປະທານາທິບໍດີ ບຣາຊິນ ຫລັງຈາກ ເດີນທາງເຂົ້າຮ່ວມ ກອງປະຊຸມ ລັດພາຄີ ຂອງສົນທິ ສັນຍາ ສະຫະ ປະຊາຊາດກ່ຽວ​ກັບ​ ການ​ປ່ຽນ​ແປງ​ ຂອງ​ດິນ​ຟ້າ ​ອາ​ກາດ​ຕາມ​ຂອບ​ເຂດ ​ສົນ​ທິ​ສັນ​ຍາ​ ສະ​ຫະ ​ປະ​ຊາ​ຊາດກ່ຽວ​ກັບ ການ​ປ່ຽນ​ແປງ ​ຂອງ​ດິນ​ຟ້າ​ ອາ​ກາດ​(UNFCCC) ຄັ້ງທີ 30 ຫລື “COP30”./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top