ລາຄາທີ່ດິນໃນຍີ່ປຸ່ນ ເພີ່ມຂຶ້ນ 3ປີຕິດຕໍ່ກັນ

27/03/2024 22:42
Email Print 203
ຂປລ ກະຊວງ ທີ່ດິນ ພື້ນຖານ ໂຄງລາງ ແລະ ການຂົນສົ່ງ ຂອງຍີ່ປຸ່ນ ເປີດເຜີຍວ່າ: ລາຄາທີ່ດິນ ໃນຍີ່ປຸ່ນ ເພີ່ມຂຶ້ນ 2,3%ໃນປີ2023 ຊຶ່ງເພີ່ມຂຶ້ນ ເປັນປີທີ່3 ຕິດຕໍ່ກັນ ຫລັງຈາກ ການສຳຫລວດ ສະຖານທີ່ ປະມານ 26.000ແຫ່ງ ທົ່ວຍີ່ປຸ່ນ ເມື່ອນັບເຖິງ ເດືອນມີນາ ປີນີ້

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ,ວັນທີ27 ມີນານີ້, ກະຊວງ ທີ່ດິນ ພື້ນຖານ ໂຄງລາງ ແລະ ການຂົນສົ່ງ ຂອງຍີ່ປຸ່ນ ເປີດເຜີຍວ່າ: ລາຄາທີ່ດິນ ໃນຍີ່ປຸ່ນ ເພີ່ມຂຶ້ນ 2,3%ໃນປີ2023 ຊຶ່ງເພີ່ມຂຶ້ນ ເປັນປີທີ່3 ຕິດຕໍ່ກັນ ຫລັງຈາກ ການສຳຫລວດ ສະຖານທີ່ ປະມານ 26.000ແຫ່ງ ທົ່ວຍີ່ປຸ່ນ ເມື່ອນັບເຖິງ ເດືອນມີນາ ປີນີ້ ພົບວ່າ ລາຄາ ປະເມີນ ທີ່ດິນ ສະເລ່ຍ ເພີ່ມຂຶ້ນນີ້ ສູງກວ່າ ການປັບເພີ່ມຂຶ້ນ 1,6%ໃນປີກ່ອນ ແລະ ກັບໄປສູ່ລະດັບ ກ່ອນເກີດ ພະຍາດ ລະບາດ ຄັ້ງໃຫຍ່ ໂດຍລາຄາ ທີ່ດິນ ສຳລັບ ທີ່ຢູ່ອາໄສ ເພີ່ມຂຶ້ນ 2% ສ່ວນລາຄາທີ່ດິນ ສຳລັບ ໃຊ້ທາງການຄ້າ ເພີ່ມຂຶ້ນ3,1%.ສຳລັບ ລາຄາ ທີ່ດິນ ໃນເຂດຕົວເມືອງໃຫຍ່ ທີ່ສຸດ 3ແຫ່ງຄື: ນະຄອນຫລວງ ໂຕກຽວ,ໂອຊາກາ ແລະ ນາໂກຍາ ເພີ່ມຂຶ້ນ 2,8%. ຂະນະທີ່ ລາຄາທີ່ດິນ ໃນເມືອງ ຊັບໂປໂຣ,ເຊັນໄດ,ຮິໂຣຊິມາ ແລະ ຟຸກຸໂອກະ ເພີ່ມຂຶ້ນ 7%./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top