ມູນນິທິອາຊຽນ ລາຍງາຍຜົນຄົ້ນຄົ້ວຮູ້ທັນ ສື່ດິຈິຕອນ ພ້ອມເນັ້ນໃຫ້ໃຊ້ຖືກຕ້ອງ

27/03/2024 06:06
Email Print 682
ຂປລ ໃນວັນທີ20 ມີນາ 2023 ທີ່ນະອຄອນບາງກອກຂອງໄທ, ມູນນິທິອາຊຽນ ໂດຍໄດ້ຮັບການສະໜັບສະໜູນຈາກກຸ່ມບໍລິສັດກູໂກ (Google.org) ໄດ້ເປີດເຜີຍການຄົ້ນຄວ້າກ່ຽວກັບການຮູ້ທັນສື່ດິຈິຕອນ ໃນກອງປະຊຸມພາກພື້ນອາຊຽນ ເຊິ່ງໄດ້ລາຍງານຄວາມເຂົ້າໃຈກ່ຽວກັບການຮູ້ທັນສ່ືດິຈິຕອນໃນພາກພື້ນພາຍໃຕ້ຫົວຂໍ້ “ຄວາມແຕກໂຕນດຽວ ຫລື ຫລາຍຄວາມແຕກໂຕນ? ການສຶກສາທາງດ້ານດິຈິຕອນ ທີ່ມີຄວາມສໍາຄັນຕໍ່ຊຸມຊົນອາຊຽນທີ່ດ້ອຍໂອກາດ ແລະ ການຕອບໂຕ້ຕ່ໍຂໍ້ມູນຂ່າວສານທີ່ບິດເບືອນຄວາມຈິງ”.

    *ໃນວັນທີ20 ມີນາ 2023 ທີ່ນະອຄອນບາງກອກຂອງໄທ, ມູນນິທິອາຊຽນ ໂດຍໄດ້ຮັບການສະໜັບສະໜູນຈາກກຸ່ມບໍລິສັດກູໂກ (Google.org) ໄດ້ເປີດເຜີຍການຄົ້ນຄວ້າກ່ຽວກັບການຮູ້ທັນສື່ດິຈິຕອນ ໃນກອງປະຊຸມພາກພື້ນອາຊຽນ ເຊິ່ງໄດ້ລາຍງານຄວາມເຂົ້າໃຈກ່ຽວກັບການຮູ້ທັນສ່ືດິຈິຕອນໃນພາກພື້ນພາຍໃຕ້ຫົວຂໍ້ “ຄວາມແຕກໂຕນດຽວ ຫລື ຫລາຍຄວາມແຕກໂຕນ? ການສຶກສາທາງດ້ານດິຈິຕອນ ທີ່ມີຄວາມສໍາຄັນຕໍ່ຊຸມຊົນອາຊຽນທີ່ດ້ອຍໂອກາດ ແລະ ການຕອບໂຕ້ຕ່ໍຂໍ້ມູນຂ່າວສານທີ່ບິດເບືອນຄວາມຈິງ”. ການສຶກສາດັ່ງກ່າວຍັງໄດ້ກ່າວເຖິງການມີສ່ວນຮ່ວມທາງດ້ານດິຈິຕອນຂອງຊຸມຊົນອາ ຊຽນທີ່ດ້ອຍໂອກາດເຊິ່ງບົດລາຍງານນີ້ ເປັນການກວດເບິ່ງຄວາມຮູ້, ທັກສະ, ປະສົບການ, ແລະ ການຕອບໂຕ້ຕໍ່ກັບຂໍ້ມູນທີ່ບິດເບືອນຄວາມຈິງບໍ່ຖືກຕ້ອງ ໂດຍມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈພື້ນຖານກ່ຽວກັບການຮູ້ທັນສື່ດິຈິຕອນໃນການຮັບຮູ້ ແລະ ຕອບສະຫນອງຂໍ້ມູນທີ່ບິດເບືອນຄວາມຈິງພາຍໃນຊຸມຊົນດັ່ງກ່າວ.ການຄົ້ນຄວ້ານີ້ແມ່ນຫນຶ່ງໃນບັນດາໂຄງການທີ່ສໍາຄັນຂອງໂຄງການຮູ້ທັນສື່ດິຈິຕອນອາຊຽນ (ASEAN Digital Literacy Program: ASEAN DLP), ພາຍຫລັງໄດ້ຮັບຜົນສໍາເລັດໃນການປະກອບສ່ວນສ້າງຄວາມອາດສາມາດໃຫ້ 190.000 ຄົນ ໃນທົ່ວອາຊຽນໃຫ້ມີທັກສະການຮູ້ທັນສື່ດິຈິຕອນທີ່ສໍາຄັນ.ໂຄງການ ASEAN DLP ລວມມີການເຜີຍແຜ່ຄວາມຮູ້ໂດຍກົງໂດຍກຸ່ມທີ່ປຶກສາໄວໜຸ່ມອາຊຽນ ເຊິ່ງໄດ້ເຄື່ອນໄຫວໂຄສະນາຜ່ານຊ່ອງທາງສື່ສັງຄົມອອນລາຍຕ່າງໆ ແລະ ມີຜູ້ມີສ່ວນຮ່ວມຕົວຈິງ 3.000 ຄົນຜ່ານກິດຈະກຳຢູ່ສະຖານທີ່ຕ່າງໆ ແລະ ບັນລຸຫລາຍກວ່າ 900,000 ຄົນໃນສື່ສັງຄົມອອນລາຍ. ນອກຈາກນີ້ຍັງໄດ້ມີການເປີດໂຕ ຫລື ນໍາສະເຫີແພລັດຟອມຮຽນຮູ້ທາງອອນລາຍແບບ e-learning ເພື່ອຕອບໂຕ້ຂໍ້ມູນທີ່ບິດເບືອນຜ່ານເວັບໄຊທ໌ www.DigitalClassASEAN. org.

 

    ຂະນະທີ່ບົດລາຍງານການສຶກສາດິຈິ ຕອນຂອງອາຊຽນໄດ້ສິ້ນສຸດລົງ, ມູນນິທິອາຊຽນໄດ້ເຊື້ອເຊີນຜູ້ມີສ່ວນຮ່ວມດ້ານຍຸດທະສາດເຂົ້າຮ່ວມ  ແລະ  ປຶກສາຫາລືບົດລາຍງານການສຶກສາ  ແລະ  ການຄົ້ນພົບ. ການຄົ້ນຄວ້າຄັ້ງນີ້ກວມເອົາການສຳຫລວດເກັບກໍາຂ້ໍມູນແບບປະລິມານ ແລະ ການເກັບກຳຂໍ້ມູນແບບຄຸນນະພາບ ຈາກທັງໝົດ 10 ປະເທດສະມາຊິກ ອາຊຽນ ແລະ ໄດ້ມີການນໍາສະເໜີ ຢູ່ໃນກອງປະຊຸມສຳມະນາຄັ້ງນີ້ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງຄວາມເຂົ້າໃຈ ແລະ ຄຳແນະນຳຈາກແຕ່ລະປະເທດ ສະມາຊິກໂດຍຜ່ານການສົນທະນາຢ່າງເລິກເຊິ່ງກັບນັກຄົ້ນຄວ້າຈາກ 10 ປະເທດ. ການຄົ້ນຄວ້ານີ້ ຄາດວ່າຈະຊ່ວຍ ເຊື່ອມຈອດຄວາມແຕກໂຕນທາງດ້ານການຮູ້ທັນສື່ດິຈິຕອນ ໃນພາກພື້ນອາຊຽນ ແລະ ສ້າງພື້ນທີ່ດິຈິຕອນທ່ີທຸກຄົນມີສ່ວນຮ່ວມ ແລະ ປອດໄພກວ່າກ່າວໂດຍທ່ານ ດຣ ປິຕິ ສີແສງນາມ, ຜູ້ບໍລິຫານຂອງມູນນິທິອາຊຽນ.ບົດລາຍງານໄດ້ສະແດງໃຫ້ເຫັນວ່າ, ລະດັບຄວາມຄິດ ແບບຄົ້ນຄິດໄຕ່ຕອງ ແລະ  ຄວາມສາມາດປົກປ້ອງຄວາມເປັນສ່ວນຕົວຍັງມີຄວາມແຕກໂຕນກັນຢ່າງກວ້າງຂວາງ  ໃນທົ່ວບັນດາປະເທດສະມາຊິກອາຊຽນ ເຊິ່ງສັງເກດເຫັນວ່າ  ໄທມີອັດຕາສ່ວນຕ່ຳສຸດ ຂອງບຸກຄົນທ່ີມີຄວາມສາມາດໃນການຄິດໄຕ່ຕອງສູງ ໂດຍກວມເອົາ 25%,  ເຊິ່ງກົງກັນຂ້າມກັບປະເທດເພື່ອນບ້ານ  ກຳປູເຈຍ ທີ່ມີສູງເຖິງ 62,2%. ປະເທດຟີລິບປິນ  ແມ່ນຢູ່ຫລັງສຸດເມື່ອເວົ້າເຖິງຄວາມສາມາດປົກປ້ອງຄວາມເປັນສ່ວນຕົວ, ໂດຍມີພຽງແຕ່ 17.42% ຂອງ ບຸກຄົນທີ່ມີຄວາມສາມາດສູງ, ໃນຂະນະທ່ີປະເທດສິງ ກະໂປ  ມີຄວາມສາມາດປົກປ້ອງຄວາມເປັນສ່ວນຕົວດີເດັ່ນສູງສຸດເຖິງ 54,37%.ບົດລາຍງານງານຍຍັງອ້າງວ່າ, ລາວມີຄວາມຄືບໜ້າໃນດ້ານການນຳໃຊ້ດິຈິຕອລ,  ໂດຍການນຳໃຊ້ໂທລະສັບມືຖື  ແລະ  ອິນເຕີເນັດ  ທີ່ເພີ່ມຂຶ້ນຢ່າງຫລວງຫລາຍ, ແຕ່ຍັງມີຄວາມແຕກໂຕນທາງດ້ານດິຈິ ຕອນຢ່າງຫລວງຫລາຍ,  ໂດຍສະເພາະລະຫວ່າງ  ຕົວເມືອງກ ແລະ  ຊົນນະບົດ.ຕໍ່ກັບບັນຫາດັ່ງກ່າວນ້ັນສືບເນື່ອງ ຈາກສະພາບແວດລ້ອມທາງດ້ານດິຈິຕອນໃນລາວ ແມ່ນຖືເອົາມືຖືເປັນສິ່ງທໍາອິດ, ສ່ວນໃຫຍ່ຂອງການເຂົ້າຊົມເວັບ ແມ່ນມາຈາກໂທລະສັບມືຖື. ຢ່າງໃດກໍດີ, ຄວາມໄວອິນເຕີເນັດສະເລ່ຍ ແມ່ນປານກາງ ແລະ ຍັງຕາມຫລັງຄ່າສະເລ່ຍຂອງອາຊຽນ, ເຊິ່ງຊີ້ໃຫ້ເຫັນວ່າພື້ນຖານໂຄງລ່າງບໍ່ໄດ້ຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນ ສໍາລັບການເຊື່ອມຕໍ່ດິຈິຕອນ.

    ການຮູ້ທັນສືທາງດິຈິຕອນ ມີຄວາມແຕກໂຕນກັນຢ່າງກວ້າງຂວາງໃນບັນດາປະຊາກອນ, ໂດຍມີຈໍານວນຜູ້ສູງອາຍຸທີ່ສະແດງໃຫ້ເຫັນເຖິງການຄິດວິເຄາະໃນລະດັບຕໍ່າ, ໃນຂະນະທ່ີໄວໜຸ່ມມີຄວາມສາມາດໃນການຄິດວິເຄາະທີ່ດີກ່ວາ. ການນໍາໃຊ້ສື່ສັງຄົມອອນລາຍ ແລະ ການສ່ົງຂ້ໍຄວາມທັນທີຜ່ານແພລັດຟອມເຊັ່ນ WhatsApp ແມ່ນຍັງມີແຜ່ຫລາຍສໍາລັບການແລກປ່ຽນຂໍ້ມູນ, ແຕ່ວ່າຍັງມີອັດຕາສ່ວນທີ່ໂດດເດັ່ນຂອງປະຊາກອນທີ່ຂາດທັກສະໃນການປະຕິບັດວຽກງານດິຈິຕອນພື້ນຖານເຊັ່ນ: ການສົ່ງອີເມວ ຫລື ການພົວພັນກັບການໃຫ້ບໍລິການອີເລັກໂຕຣນິກຕ່າງໆ. ເອກະສານດັ່ງກ່າວຍັງໄດ້ຍົກໃຫເຫັນເຖິງຜົນກະທົບຂອງຂ່າວບິດເບືອນຕໍ່ຊຸມຊົນຜູ້ດ້ອຍໂອກາດ, ເຊິ່ງມີຄວາມອ່ອນໄຫວຕໍ່ກັບຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ເນື່ອງຈາກຂີດຈໍາກັດໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານທ່ີຫລາກຫລາຍ ແລະ ການມີລະດັບການສຶກສາຕໍ່າກວ່າ. ລັດຖະບານໄດ້ ຕອບໂຕ້ໃນການແກ້ໄຂບັນດາສິ່ງທ້າທາຍເຫລົ່ານີ້  ໂດຍຜ່ານການອອກລະບຽບ  ແລະ ນະໂຍບາຍຕ່າງໆ.ໂດຍສະຫລຸບແລ້ວ,  ການຄົ້ນພົບທີ່ສໍາຄັນຈາກ ສປປ ລາວ  ເຖິງແມ່ນວ່າຈະມີຄວາມກ້າວໜ້າໃນການນຳ  ໃຊ້ເຕັກໂນໂລຊີດີຈີຕອນກໍ່ຕາມ,  ແຕ່ຍັງຕ້ອງໄດ້ໃຊ້ຄວາມພະຍາຍາມຢ່າງ ຕໍ່ເນື່ອງເພື່ອເຊື່ອມຈອດຄວາມແຕກໂຕນທາງດ້ານດິຈິຕອນ,  ເພີ່ມທະວີການຮຽນຮູ້ດ້ານການຮູ້ທັນສື່ດິຈິຕອນ  ແລະ ພັດທະນາຍຸດທະສາດທີ່ມີປະສິດທິຜົນໃນການຕ້ານຂໍ້ມູນທີ່ບິດເບືອນ  ໂດຍສະເພາະບັນດາຜູ້ດ້ອຍໂອກາດ  ແລະ ຊຸມຊົນທີ່ຢູ່ຊົນນະບົດ.

    ດ້ວຍການເປີດເຜີຍຜົນການຄົ້ນ ຄ້ວາທີ່ເປັນພື້ນຖານດັ່ງກ່າວ, ມູນນິທິອາຊຽນໄດ້ມີຈຸດປະສົງເພື່ອໃຫ້ເກີດການສົນທະນາທີ່ມີຄວາມໝາຍ  ແລະ ຊຸກຍູ້ການຮ່ວມມື ລະຫວ່າງ ບັນດາຜູ້ມີສ່ວນກ່ຽວຂ້ອງ  ເພື່ອແກ້ໄຂບັນດາສິ່ງທ້າທາຍ ດ້ານການຮູ້ທັນສ່ືດີຈີຕອນທ່ີມີຫລາຍຮູບຫລາຍແບບ ໃນພາກພື້ນອາຊຽນ. ເປົ້າໝາຍແມ່ນເພື່ອສ້າງຄວາມເຂັ້ມແຂງ ຂອງຊຸມຊົນຕໍ່ກັບຂໍ້ມູນທີ່ບໍ່ຖືກຕ້ອງ/ຂໍ້ມູນບິດເບືອນ ໂດຍຜ່ານໂຄງການຮູ້ທັນດ້ານດິຈິຕອນ ແບບຄົບວົງຈອນ ແລະ ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ, ພິຈາລະນາເຖິງຄວາມບໍ່ສະເໝີພາບຂອງພື້ນຖານໂຄງລ່າງ, ອິດທິພົນທາງດ້ານວັດທະນະທຳ-ສັງຄົມ ແລະຂໍ້ລິເລີ່ມ ຂອງລັດຖະບານ ທີ່ຕ່າງກັນໃນທົ່ວ ອາຊຽນ.ຜູ້ນໍາຈາກ Google.org APAC ທ່ານ Marija Ralic ກ່າວວ່າ, “ພວກເຮົາມີຄວາມພູມໃຈທີ່ ໄດ້ສະ ໜັບສະໜູນມູນນິທິອາຊຽນໃນການ ສ້າງຄວາມເຂັ້ມແຂງ ໃຫ້ປະຊາຊົນ ໃນທົ່ວພາກພື້ນ ດ້ວຍການໃຫ້ຄວາມຮູ້ ດ້ານຮູ້ທັນສື່ດິຈິຕອນ ແລະ ທັກສະຄວາມປອດໄພອອນໄລນ໌. ການປະກອບສ່ວນຂອງ Google.org ໃນການສົ່ງເສີມຄວາມປອດໄພດ້ານດິຈິຕອນສອດຄ່ອງກັບພາລະກິດຂອງມູນນິທິອາຊຽນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນອາຊຽນ ໂດຍຜ່ານຄວາມຮູ້ທາງດ້ານສື່ດິຈິຕອນ ທີ່ຈະປະກອບສ່ວນໃຫ້ອາຊຽນມີຄວາມເຂັ້ມແຂງທາງດ້ານດິຈິຕອນ.” ກ່ອນໜ້ານີ້, Google.org  ໄດ້ສະໜັບສະໜູນມູນນິທິອາຊຽນດ້ວຍເງິນຊ່ວຍເຫລືອ 1.5 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອການປະຕິບັດ ASEAN DLP  ແຕ່ປີ 2022 ຫາ 2024.ກອງປະຊຸມພາກພື້ນອາຊຽນຍັງມີການເຂົ້າຮ່ວມເປັນປະທານຂອງຄະນະຮັບຜິດຊອບຂອງມູນນິທິອາຊຽນ, ຜູ້ຕາງຫນ້າຈາກ Google.org, ຜູ້ຕາງໜ້າຈາກກອງເລຂາອາຊຽນ, ຄູ່ຮ່ວມມືຈັດຕັ້ງປະຕິບັດທ້ອງຖິ່ນຂອງອາຊຽນ DLP, ໜ່ວຍງານຂອງອາຊຽນ, ໜ່ວຍງານລະດົມຄວາມຄິດ (Think Tanks) ແລະ ຜູ້ຊ່ຽວຊານດ້ານຄວາມຮູ້ດ້ານຮູ້ທັນສື່ດິຈິຕອລໃນພາກພື້ນ. ກອງປະຊຸມໄດ້ສິ້ນສຸດລົງດ້ວຍການປຶກສາຫາລືກ່ຽວກັບ “ຈາກຄວາມແຕກໂຕນສູ່ການສ້າງຍຸດທະສາດຄວາມເຂັ້ມແຂງ ເພື່ອການຮຽນຮູ້ການຮູ້ທັນສືດິຈິຕອນລວມຢູ່ອາຊຽນ.” ທີ່ໄດ້ປຶກສາຫາລືກ່ຽວກັບຍຸດທະສາດການສ້າງຄວາມເຂັ້ມແຂງເພື່ອກ້າວໄປສູ່ການຮູ້ຫນັງສືດິຈິຕອນແບບທຸກຄົນມີສ່ວນຮ່ວມ, ໂດຍສະເພາະໃນບັນດາຊຸມຊົນທີ່ດ້ອຍໂອກາດໃນອາຊຽນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top