ລາວອາດຕິດອັນດັບຕົ້ນໆ ປູກຖົ່ວລຽນໃນອາຊຽນ ເພື່ອສົ່ງອອກໃນອະນາຄົດ

29/04/2024 09:24
Email Print 1597
ຂປລ ສປປ ລາວ ອາດຕິດໜຶ່ງໃນ 4ຂອງ 10 ປະເທດສະມາຊິກອາຊຽນ ທີ່ມີທ່າອ່ຽງຈະສົ່ງອອກໝາກຖົ່ວລຽນຫລາຍທີ່ສຸດໃນອະນາຄົດອັນໃກ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເປີດເຜີຍຜົນສໍາຫລວດການນໍາໃຊ້ເນື້ອທີ່ປູກໝາກຖົ່ວລຽນເພີ່ມຂຶ້ນແບບກ້າວກະໂດດ.

   *ສປປ ລາວ ອາດຕິດໜຶ່ງໃນ 4 ຂອງ 10 ປະເທດສະມາຊິກອາຊຽນ ທີ່ມີທ່າອ່ຽງຈະສົ່ງອອກໝາກຖົ່ວລຽນຫລາຍທີ່ສຸດໃນອະນາຄົດອັນໃກ້, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ເປີດເຜີຍຜົນສໍາຫລວດການນໍາໃຊ້ເນື້ອທີ່ປູກໝາກຖົ່ວລຽນເພີ່ມຂຶ້ນ ແບບກ້າວກະໂດດ. ຕາມຂໍ້ມູນສະຖິຕິຂອງພະແນກກະສິກໍາ ແລະ ປ່າໄມ້ ໃນແຕ່ລະແຂວງໄດ້ເປີດເຜີຍວ່າປັດຈຸບັນນ້ີທົ່ວປະເທດລາວມີຜູ້ປະກອບການທັງຄົນລາວ ແລະ ຕ່າງປະເທດປູກຖົ່ວລຽນກວມເອົາເນື້ອທີ່ຢ່າງໜ້ອຍ 3 ພັນກວ່າເຮັກຕາ ໃນນັ້ນມີລາວ, ຫວຽດນາມ ແລະ ຈີນ ໂດຍສ່ວນໃຫຍ່ແມ່ນປູກໃນເຂດພາກກາງ ແລະ ພາກໃຕ້ຂອງລາວເຊັ່ນ: ແຂວງບໍລິຄໍາ, ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງອື່ນໆ.


     ປັດຈຸບັນ ນີ້, ທ່າອ່ຽງການປູກຢາງພາລາຄ່ອຍຫລຸດໜ້ອຍຖອຍລົງແລ້ວເພາະມັນໃຫ້ຜົນຜະລິດໄລຍະຍາວ ແລະ ໃຊ້ເຄມີຂ້ອນຂ້າງຫລາຍ, ສ່ວນມັນຕົ້ນຍັງເປັນສິນຄ້າກະສິກໍາໄດ້ຮັບຄວາມນິຍົມເປັນອັນດັບທີ 1 ສໍາລັບຊາວລາວ ແຕ່ກໍມີຜົນກະທົບເຊັ່ນກັນ ເຮັດໃຫ້ດິນເສື່ອມຄຸນນະພາບໄວ.ເຖິງຢ່າງໃດກໍດີຕະຫລາດຮອງຮັບຜົນຜະລິດກະສິກໍາເຊັ່ນ: ມັນຕົ້ນນັ້ນຍັງແມ່ນຕະຫລາດຈີນ, ຫວຽດນາມ ແລະ ໄທ ສ່ວນຕະຫລາດຮອງຮັບຜົນຜະລິດໝາກຖົ່ວລຽນນັ້ນຄື ສປ ຈີນ ເປັນຕະຫລາດໃຫຍ່.ຫລ້າສຸດກະຊວງອຸດສາຫະກໍາ ແລະ ການຄ້າໄດ້ລາຍງານວ່າ: ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ປະມານ 594 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 12%  ທຽບໃສ່ເດືອນກຸມພາຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫລັກປະກອບມີ: ມັນຕົ້ນ 78 ລ້ານໂດລາສະຫະລັດ; ຄໍາປະສົມ, ຄຳແທ່ງ 56 ລ້ານໂດລາສະຫະລັດ; ແຮ່ທອງ 51 ລ້ານໂດລາສະຫະລັດ; ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 33 ລ້ານໂດລາສະຫະລັດ; ແປ້ງມັນຕົ້ນ 31 ລ້ານໂດລາສະຫະລັດ; ຢາງພາລາ 24 ລ້ານໂດລາສະຫະລັດ; ເຍື່ອໄມ້ ແລະ ເສດເຈ້ຍ 24 ລ້ານໂດລາສະຫະລັດ; ແລະ ນໍ້າຕານ 23 ລ້ານໂດລາສະຫະລັດ.ສ່ວນສິນຄ້ານໍາເຂົ້າຕົ້ນຕໍ: ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ ປະມານ 675 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 18% ທຽບໃສ່ເດືອນກຸມພາຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫລັກປະກອບມີ: ນ້ຳມັນກາຊວນ 105 ລ້ານໂດລາສະຫະລັດ; ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 56 ລ້ານໂດລາສະຫະລັດ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 53 ລ້ານໂດລາສະຫະລັດ; ເຄ່ືອງໄຟຟ້າ ແລະ ອຸປະກອນໄຟຟ້າ 38 ລ້ານໂດລາສະຫະລັດ; ເຫລັກ ແລະ ເຄື່ອງເຮັດດ້ວຍເຫລັກ, ເຫລັກກ້າ 37 ລ້ານໂດລາສະຫະລັດ; ຊິ້ນສ່ວນອໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 25 ລ້ານໂດລາສະຫະລັດ; ນໍ້າມັນແອັດຊັງ-ແອັດຊັງພິເສດ 24 ລ້ານໂດລາສະຫະລັດ; ເຄື່ອງ ໃຊ້ທີ່ເຮັດດ້ວຍປາລາສຕິກ 24 ລ້ານໂດລາສະຫະລັດ; ຜະລິດຕະພັນເຄມີປະສົມສໍາເລັດຮູບ 15 ລ້ານໂດລາສະຫະລັດ ແລະ ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍອາລູມີນຽມ 4 ລ້ານໂດລາສະຫະລັດ.ປະເທດສົ່ງອອກຕົ້ນຕໍ 5 ອັນດັບ: ປະເທດ ທີ່ ສປປ ລາວ ສົ່ງອອກ ຫລາຍ 5 ອັນດັບປະກອບມີ: ຈີນ ປະມານ 206 ລ້ານໂດລາສະຫະລັດ, ໄທ ປະມານ 152 ລ້ານໂດລາ ສະຫະລັດ, ຫວຽດນາມ ປະມານ 125 ລ້ານໂດລາສະຫະລັດ, ອົດສະ ຕາລີ ປະມານ 38 ລ້ານ ໂດລາສະ ຫະລັດ ແລະ   ອາເມລິກາ ປະມານ 11 ລ້ານໂດລາສະຫະລັດ.ປະເທດນໍາເຂົ້າຕົ້ນຕໍ 5 ອັນດັບ: ປະເທດ ທີ່ ສປປ ລາວ ນໍາເຂົ້າຫລາຍ 5 ອັນດັບປະກອບມີ: ໄທ ປະມານ 311 ລ້ານໂດລາສະຫະລັດ, ຈີນປະມານ 253 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 38 ລ້ານ ໂດລາສະຫະລັດ, ອາເມລິກາ 20 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 8 ລ້ານ ໂດລາສະຫະລັດ. 

   ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ ມີນາ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫລັງທີ່ເກັບກໍາຕົວເລກສະຖິຕິໄດຄົບຖ້ວນ ແລະ ຊັດເຈນແລ້ວ).ແຕ່ເຖິງແນວໃດກໍດີສິນຄ້າປະເພດກະສິກໍາຖືວ່າ ຍັງຄອງຕະຫລາດສົ່ງອອກເປັນສ່ວນໃຫຍ່ເປັນຕົ້ນສະບຽງອາຫານ, ສປປ ລາວຈະກາຍ ເປັນທາງຜ່ານການລໍາລຽງຂົນສົ່ງສິນຄ້າໂດຍຜ່ານເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງຈະກໍ່ໃຫ້ເກີດມີແລວເສດຖະກິດໃໝ່, ຜູ້ປະກອບການໃໝ່, ອຸດສາຫະກໍາໃໝ່ ແລະ ສະຖານທີ່ບໍລິການຕ່າງໆຕາມແລວເສັ້ນທາງລົດໄຟລະຫວ່າງ ລາວ, ຈີນ, ໄທ, ອາຊຽນ, ຕາເວັນອອກກາງ ແລະ ເອີຣົບໃນອະນາຄົດ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top