ປານິນ ສາວງາມໂຕແທນຈາກອັດຕະປື ຈະໄປເຖິງຄວາມຝັນ ຫລື ບໍ່?

29/04/2024 10:09
Email Print 500
ຂປລ ສໍາລັບເວທີປະກວດ ສາວງາມທີ່ຫລາຍຄົນ ຄອງຄອຍນັ້ນກໍຄືເວທີມີສຢູນິເວີສລາວ 2024 ເຊິ່ງບອກເລີຍວ່າສາວງາມໂຕແທນແຕ່ລະ ແຂວງປີນີ້ບ່ໍທໍາມະດາ ເພາະແຕ່ລະຄົນນັ້ນມາພ້ອມຄວາມຮູ້, ຄວາມ ສາມາດ ແລະ ບຸກຄະລິກໜ້າຕາທີ່ສວຍງາມ ເພື່ອຫວັງຄວ້າມົງກຸດ ທີ່ຊົງກຽດຈາກເວທີນ້ີໄປຄອງໄດ້ສໍາເລັດ.

    *ສໍາລັບເວທີປະກວດສາວງາມທີ່ຫລາຍຄົນຄອງຄອຍນັ້ນກໍຄືເວທີມີສຢູນິເວີສລາວ 2024  ເຊິ່ງບອກເລີຍວ່າສາວງາມໂຕແທນແຕ່ລະແຂວງປີນີ້ບ່ໍທໍາມະດາ ເພາະແຕ່ລະຄົນນັ້ນມາພ້ອມຄວາມຮູ້, ຄວາມສາມາດ  ແລະ ບຸກຄະລິກໜ້າຕາທີ່ສວຍງາມເພື່ອຫວັງຄວ້າມົງກຸດທີ່ຊົງກຽດຈາກເວທີນ້ີໄປຄອງໄດ້ສໍາເລັດແຕ່ແນວໃດກໍດີກ່ອນຈະຮອດມື້ນັ້ນ. ມ້ືນີ້ຄໍລໍາບັນເທີງໜັງສືພິມປະເທດລາວ ຈະພາທ່ານມາຮູ້ຈັກັບໜຶ່ງໂຕເຕັງທີ່ແຟນໆໃຫ້ຄວາມສົນໃຈຫລາຍ ກໍຄືນາງ ປານິນ ພຸດສະໄໝແກ້ວສັກສິດ ໂຕແທນແຂວງອັດຕະປື ສາວໜ້າຄົມ ທີ່ມາພ້ອມກັບຄະຕິປະຈໍາໃຈ  “ເມື່ອຍສໍ່າໃດຕ້ອງອົດທົນເພາະຄວາມຈົນເປັນຕາຢ້ານ”.ນາງ ປານິນ ພຸດສະໄໝ ແກ້ວສັກສິດ ອາຍຸ 22 ປີ ເຜີຍຄວາມຮູ້ສຶກວ່າ: ຈຸດເລີ່ມຕົ້ນທີ່ເຂົ້າມາປະກວດ ໃນຄັ້ງນີ້ຍ້ອນໝູ່ເປັນຄົນມັກເບິ່ງນາງງາມພ້ອມບອກໃຫ້ໄປປະກວດຕະຫລອດມັກສົ່ງຄິບປະກວດນາງງາມ ໃຫ້ເບິ່ງພໍໄດ້ເບິ່ງແລ້ວກະຮູ້ສຶກວ່າຢາກຈະມາຫາປະສົບການຈາກເວທີນີ້   ເຊິ່ງຕອນມາປະກວດແມ່ນ ບໍ່ໄດ້ກຽມຫຍັງເລີຍເພາະວ່າຍັງເຫລືອເວລາອີກ 2-3 ມື້ ໝູ່ບອກວ່າໄປປະກວດນໍາດຽວຊິສະໝັກໃຫ້ບໍ່ຄິດບ່ໍ ຝັນເລີຍວ່າຕົນເອງຕິດໜຶ່ງໃນ 18 ຄົນ ແຕ່ປັດຈຸບັນນີ້ພ້ອມທຸກຢ່າງໃຫ້ພະຍາຍາມຝຶກຝົນຕົນເອງໃຫ້ດີຂຶ້ນ ເພາະຖ້າໄດ້ເປັນ Miss Universe Laos 2024 ປານິນ ຈະຊ່ວຍເຫລືອເດັກນ້ອຍທີ່ບໍ່ມີໂອກາດໄດ້ຮຽນ ແລະ ສົ່ງເສີມພັດທະນາການສຶກສາເຂດຊົນນະບົດໃຫ້ດີຂຶ້ນ ແລະ ຢາກຊ່ວຍເຫລືອເດັກນ້ອຍທາງດ້ານສຸຂະອະນາໄມ.ນາງ  ປານິນ   ເວົ້າເສີມວ່າ:  ຕົນເອງເປັນເດັກນ້ອຍຄົນໜຶ່ງທີ່ເກີດມາກັບຄໍາວ່າຢາກໄດ້ຫຍັງຕ້ອງຫາເອົາເອງ, ມັນເຮັດໃຫ້ເຮົາມີຄວາມອົດທົນພະຍາຍາມສູ້ຊົນກັບບັນຫາ ຕ່າງໆທ່ີເຂົ້າມາໃນຊີວິດເພາະຄວາມຍາກຈົນແຕ່ຍັງນ້ອຍເຮັດໃຫ້ເຮົາມີຄວາມອົດທົນສູ້ເພື່ອຄົນທີ່ເຮົາຮັກເພາະຢາກເຫັນຮອຍຍິ້ມ ແລະ ຢາກໃຫ້ພວກເຂົາມີຄວາມສຸກ. ສໍາລັບ Miss Universe ໃນດວງໃຈຄືເອື້ອຍປາເປົ້າເພາະໄດ້ເຫັນຄວາມມານະຄວາມອົດທົນພະຍາຍາມ ຈາກການເບິ່ງຜ່ານຈໍຮູ້ວ່າເອື້ອຍເປັນຄົນຈິດໃຈດີພໍມາເຫັນຕົວຈິງແຮງເຮັດໃຫ້ຮັກກວ່າເກົ່າເພາະເອື້ອຍໜ້າຮັກແຮງເປັນກັນເອງຮູ້ເຖິງຄວາມຈິງໃຈທີ່ມີໃຫ້. ຢາກໃຫ້ຄົນແຂວງອັດຕະປືຊ່ວຍເຊຍເປັນກໍາລັງໃຈໃຫ້ແນ່ເດີ ແລະ ອີກ 17 ແຂວງ ທີ່ຄອຍເຊຍກະຂອບໃຈຫລາຍໆເດີສັນຍາວ່າຈະເຮັດໃຫ້ດີທີ່ສຸດ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top