ຫລັກການ ແລະ ສິດພື້ນຖານຂອງພົນລະເມືອງຕໍ່ວຽກງານຮູບເງົາ

29/04/2024 09:53
Email Print 551
ຂປລ ກົດໝາຍຮູບເງົາ ແມ່ນນິຕິກຳສຳຄັນທີ່ໄດ້ກຳນົດກ່ຽວກັບຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມວຽກງານຮູບເງົາເພື່ອໃຫ້ ວຽກງານດັ່ງກ່າວເຄື່ອນໄຫວເປັນລະບົບ, ມີປະສິດທິພາບ, ປະສິດທິຜົນ.

    *ກົດໝາຍຮູບເງົາ ແມ່ນນິຕິກຳສຳຄັນທີ່ໄດ້ກຳນົດກ່ຽວກັບຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມວຽກງານຮູບເງົາ ເພື່ອໃຫ້ວຽກງານດັ່ງກ່າວເຄື່ອນໄຫວເປັນລະບົບ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ຮັບປະກັນໃຫ້ຜະລິດຕະພັນຮູບເງົາມີທັງປະລິມານ ແລະ ຄຸນນະພາບມີລັກສະນະຊາດ, ລັກສະນະມະກາຊົນ ແລະ ລັກສະນະກ້າວໜ້າ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງປະຊາຊົນລາວບັນດາເຜົ່າເຂົ້າໃນການຟື້ນຟູ, ພັດທະນາ ແລະ ເຜີຍແຜ່ຮູບເງົາ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ສະນັ້ນ ເພື່ອໃຫ້ຜູ້ອ່ານຮັບຮູ້, ເຂົ້າໃຈກົດໝາຍຮູບເງົາຫລາຍຂຶ້ນ ແລະ ປະຕິບັດຖືກຕ້ອງຄໍລຳຊີວິດກົດໝາຍ ມື້ນີ້ຈຶ່ງນຳເອົາກົດໝາຍສະບັບດັ່ງກ່າວມານຳສະເໜີ ໂດຍກົດໝາຍຮູບເງົາສະບັບປັບປຸງ ປີ 2019 ໂດຍປະທານປະເທດໄດ້ອອກດຳລັດປະກາດໃຊ້ເມື່ອວັນທີ 8 ມັງກອນ 2020 ຊຶ່ງກົດໝາຍ ສະບັບນ້ີລວມມີ 10 ພາກ, 12 ໝວດ ແລະ 70 ມາດຕາ.

    ສຳລັບການເຄື່ອນໄຫວວຽກງານຮູບເງົາ ໃນຕາ 5 ຂອງກົດໝາຍໄດ້ກຳນົດໄວ້ວ່າ: ໃຫ້ປະຕິບັດຕາມຫລັກການຕົ້ນຕໍດັ່ງນີ້: ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ, ມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນອັນດີງາມຂອງຊາດ, ຂອງເຜົ່າ; ຮັບປະກັນລັກສະນະຊາດ, ມະຫາຊົນ ແລະ ລັກສະນະກ້າວໜ້າ ໄປຄຽງຄູ່ກັບການສຶກສາອົບຮົມພົນລະເມືອງລາວ ໃຫ້ມີນໍ້າໃຈຮັກຊາດ, ມີຄວາມສາມັກຄີປອງດອງ; ຮັບປະກັນການມີສ່ວນຮ່ວມຂອງປະຊາຊົນ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ; ຮັບປະກັນການຜະລິດຮູບເງົາໃຫ້ທັນສະໄໝ; ປົກປັກຮັກສາຜະລິດຕະພັນຮູບເງົາໃຫ້ຖືກຕ້ອງຕາມເຕັກນິກ ແລະ ມາດຕະຖານສາກົນ. ສຳລັບສິດ ແລະ ພັນທະຂອງພົນລະເມືອງລາວກ່ຽວກັບຮູບເງົາ ໃນມາດຕາ 6 ຂອງກົດໝາຍໄດ້ກຳນົດໄວ້ວ່າ: ພົນລະເມືອງລາວມີສິດດຳເນີນກິດຈະການກ່ຽວກັບຮູບເງົາ, ຮັບຊົມຮູບເງົາ, ມີຄຳເຫັນຕໍ່ເນື້ອໃນຮູບເງົາ ແລະ ມີພັນທະປະກອບສ່ວນ, ໃຫ້ການຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູ, ສົ່ງເສີມ ແລະ ພັດທະນາວຽກງານຮູບເງົາ. ທັງໝົດນັ້ນແມ່ນຫລັກການ ແລະ ສິດຂອງພົນລະເມືອງລາວທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍຮູບເງົາ ເພື່ອເປັນການເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈຂຶ້ນຕື່ມໃນສະບົບໜ້າຈຳນຳເອົານະໂຍບາຍຂອງລັດກ່ຽວກັບວຽກງານຮູບເງົາມານຳສະເໜີ ພົບກັນໃໝ່ສະບັບໜ້າ !


KPL

ຂ່າວອື່ນໆ

ads
ads

Top