ຍົກລະດັບຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງໃນການຮ່າງເອກະສານ

29/04/2024 11:20
Email Print 148
ຂປລ ຂປລ. ກອງປະຊຸມສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ-ລັດຖະກອນຂອງ ກຳມາທິການວັດທະນະທຳ-ສັງຄົມ (ກວທສ) ແລະ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ຂອງສະພາປະຊາ ຊົນຂັ້ນແຂວງ(ສພຂ) ຈັດ​ຂຶ້ນວັນທີ 28 ເມສາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ

ຂປລ. ກອງປະຊຸມສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ-ລັດຖະກອນຂອງ ກຳມາທິການວັດທະນະທຳ-ສັງຄົມ (ກວທສ) ແລະ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ຂອງສະພາປະຊາ ຊົນຂັ້ນແຂວງ(ສພຂ) ຈັດ​ຂຶ້ນວັນທີ 28 ເມສາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ຄະນະປະຈຳສະພາແຫ່ງຊາດ, ປະທານ ກວທສ, ມີທ່ານ ສຸບັນ ສະວະບຸດ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການວຽກງານ ສະມາຊິກສະພາແຫ່ງຊາດ, ມີຮອງປະທານກຳມາທິການ, ຮອງເລຂາທິການ, ຫົວໜ້າກົມ-ຮອງກົມພາຍໃນ ສະພາແຫ່ງຊາດ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ມີຄຳເຫັນວ່າ: ເພື່ອເປັນການຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ຂີດຄວາມສາມາດ ໃນການຮ່າງເອກະສານປະເພດຕ່າງໆ ຮັບໃຊ້ແກ່ວຽກງານວິຊາສະເພາະ ກໍຄື ບັນດາເອກະສານຮັບໃຊ້ ໃຫ້ແກ່ກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ເປັນວິທະຍາສາດ ແລະ ເປັນມືອາຊີບຂຶ້ນ. ກຳມາທິການວັດທະນະທຳ-ສັງຄົມ ຈຶ່ງໄດ້ຈັດກອງປະຊຸມສ້າງ ຄວາມເຂັ້ມແຂງຍົກລະດັບ ໃຫ້ແກ່ພະນັກງານ-ລັດຖະກອນຂອງຕົນ ແລະ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າຂອງສະພາປະຊາຊົນຂັ້ນແຂວງ ປະຈຳປີ 2024 ​ໂດຍ​ຜູ້​ເຂົ້າ​ຮ່ວມ​ຈະໄດ້ຮັບບົດຮຽນສຳຄັນ ເປັນຕົ້ນ ບົດຮຽນການຮ່າງບົດສະຫລຸບປະຈຳເດືອນ, ບົດລາຍງານຜົນສຳ ເລັດຂອງກອງປະຊຸມ ແລະ ຮ່າງບົດຄຳເຫັນຂອງການນຳຕໍ່ກອງປະຊຸມປະເພດຕ່າງໆ; ຮ່າງບົດບັນທຶກ ກອງປະຊຸມ ແລະ ບົດສັງລວມຄຳເຫັນປະທານກອງປະຊຸມ; ການຮ່າງຄຳຖາມເຈາະຈີ້ມ  ແລະ ຄຳຊັກຖາມ; ຮ່າງແຈ້ງການເຊີນ ແລະ ຄຳແນະນຳ; ການຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ການສ້າງ ແລະ ປັບປຸງກົດໝາຍ; ການປະກອບຄຳເຫັນ ຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ຂອງແຂວງ; ຮ່າງແຜນການຕິດຕາມກວດກາປົກກະຕິ, ຫົວຂໍ້ສະເພາະ ແລະ ບັນຫາພົ້ນເດັ່ນເຄັ່ງຮ້ອນ ເປັນ ຕົ້ນ ການສ້າງແຜນການ, ການສ້າງຄໍາຖາມເຈາະຈີ້ມ ແລະ ການລາຍງານຜົນການຕິດຕາມກວດກາ.

ບັນດາເອກະສານດັ່ງກ່າວ, ເຫັນວ່າມີຄວາມຈຳເປັນ ແລະ ມີຄວາມສຳຄັນຫລາຍຕໍ່ພະນັກງານ-ລັດຖະກອນຂອງ ກວທສ ແລະ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ເພື່ອໃຫ້ສາມາດກຳແໜ້ນ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 3 ວັນ ​ໂດຍໄດ້ຮັບການສະໜັບສະໜູນຊ່ວຍ ເຫລືອດ້ານງົບປະມານຈາກ ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາ ຊົນຂັ້ນແຂວງ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງ ແຫລລ່ງທຶນຊ່ວຍເຫລືອລ້າ ໃຫ້ແກ່ສະພາແຫ່ງຊາດ.


ຂ່າວ-ພາບ: ສອນສັກ ວັນວິໄຊ

KPL

ຂ່າວອື່ນໆ

ads
ads

Top