5859

dv'xt-5 ,ltw\lk,a o0v']a f4t[ko xt9egfn vog,lk wfh xb dlksk]n s]kp[a osk xtmko7totd;fdkl6 odk'ra d g7n j vows;;Pd'ko16 j c0;'lk]t;a o [q f4tcs]' 0v'Iv'xtmko 7tot[= ]y sko'ko ld] 3vdkf;a o de,tdvolkdq o 1 rb fltrk 7q [Iv[ 138 xu Iv'okpq d]a f4t,q o8u Ij ;,gxu f s= ;a fmtotme7q owmg-N vlkp]k;7a j ' rtpkf\kdcf'.spj gxa olkgsf|bj ' .odkog9a [xj ;p c]t ,u va f8kdko8kp.ow;gfa d [= ]y la fwvc7 xtdv[lj ;o lh k';PdgIa f'kome .sh xt-k-q o 700 d;j k7q o de,t[kodv'ma [ dP, s]kpdy f9tde 8h voIa [ ;a ode,tdvolkdq o 78r xtdkfrtoa d'ko vvdra dzj voIa [v5 f|6 o{[eoko 2kplP'mu j ,u rk[g7n j vows; le]a [ ;y -krklkva 'dy f0A o x5 lk,kfg0Q kg[y j 'wfh c]h ; ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 29.04.2024 ປີທີ 23 ສະບັບທີ 5.919 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ບໍລິສັດໄອແຄ ບໍລິການ ຈຳກັດ ເປັນບໍລິສັດໃຫ້ບໍລິການແມ່ ບ້ານ, ເອື້ອຍລ້ຽງເດັກ ແລະ ຜະລິດ ນ້ຳຢາຖູພື້ນ, ນ້ຳຢາລ້າງຈານ (ຊັນ ໄລ) ເຊິ່ງເປັນຜະລິດຕະພັນຂອງ ຄົນລາວ 100%ສາມາດສ້າງວຽກ ເຮັດງານທຳ ໃຫ້ປະຊາຊົນລາວໃນ ຂອບເຂດທົ່ວປະເທດ ໄດ້ທັງໝົດ 700 ກວ່າຄົນ ແລະ ຍັງມີຄວາມ ຕ້ອງການແຮງງານ ເພີ່ມຕື່ມເປັນຈຳ ນວນຫລາຍ. ທ່ານ ນາງ ສົນ ດວງເພັດ ຄະນະ ບໍລິຫານຝ່າຍຄຸ້ມຄອງແຮງງານ ບໍລິສັດ ໄອແຄ ບໍລິການຈຳກັດ ໃຫ້ ທ່ານ ນາງ ສົນ ດວງເພັດ ສຳພາດຕໍ່ນັກຂ່າວສຳນັກຂ່າວສານ ປະເທດລາວ ໃນວັນທີ 24 ເມສາ ຂປລ. ກອງປະຊຸມສະໄໝສາ ມັນຂອງລັດຖະບານ ປະຈຳເດືອນ ເມສາ 2024 ໄຂຂຶ້ນໃນວັນທີ 25 ແລະ ອັດລົງໃນຕອນເຊົ້າວັນທີ 26 ເມສາ 2024 ທີ່ສໍານັກງານນາຍົກ ລັດຖະມົນຕີ, ພາຍໃຕ້ການເປັນປະ ທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາ ຍົກລັດຖະມົນຕີ, ສະມາຊິກລັດຖະ ບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາ ຂອງບັນດາແຂວງ ແລະ ນະຄອນ ຫລວງວຽງຈັນ ເຂົ້າຮ່ວມຜ່ານລະ ບົບກອງປະຊຸມທາງໄກ ເພື່ອຮັບຟັງ ການລາຍງານສະພາບພົ້ນເດັ່ນປະ ຂປລ. ໃນວັນທີ 26 ເມສາ 2024 ນີ້, ຄະນະພົວພັນຕ່າງປະເທດ ສູນກາງພັກ (ຄຕພ) ຈັດພິທີປະ ກາດພະນັກງານຫລັກແຫລ່ງຂັ້ນ ຂປລ. ເມື່ອບໍ່ດົນມານີ້, ກະຊວງ ສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບ ຂປລ. ເນື່ອງໃນໂອກາດວັນສ້າງ ຕັ້ງວັນກຳມະກອນສາກົນ ຄົບຮອບ 138 ປີ (1 ພຶດສະພາ 1886-1 ພຶດສະພາ 2024) ທີ່ຈະມາເຖິງ ນີ້ , ສະຫາຍ ພັນໂທ ໄຊຊະນະທຳ ມະສອນ ຮອງຫົວໜ້າຫ້ອງການ ກຳມະບານກອງທັບໃຫ້ສຳພາດວ່າ: ໂດຍປະຕິບັດຕາມແຈ້ງການຂອງ ສູນກາງສະຫະພັນກຳມະບານລາວ ສະບັບເລກທີ 377/ສກລ, ລົງວັນ ທີ 02 ເມສາ 2024 ວ່າດ້ວຍການ ສະເຫລີມສະຫລອງວັນກໍາມະກອນ ຫົວໜ້າອົງການຕ້ານການສໍ້ລາດ ບັງຫລວງຂັ້ນສູນກາງ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງສາລະວັນ ໂດຍໄດ້ຮັບ ການຕ້ອນຮັບຈາກ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງສາລະວັນ ພ້ອມ ດ້ວຍຄະນະ. ໂອກາດນີ້, ທ່ານ ດາວວົງ ພອນ ແກ້ວ ໄດ້ລາຍງານໂດຍສັງເຂບວຽກ ງານທີ່ພົ້ນເດັ່ນຂອງແຂວງ ເປັນ ຕົ້ນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂປລ. ພະຍາດໝາກແດງໃຫຍ່ ເປັນພະຍາດຕິດເຊຶ້ອທີ່ເກີດຈາກ ໄວຣັດ ທີ່ມີອັດຕາການແຜ່ເຊື້ອສູງ ແລະ ເປັນສາເຫດໜຶ່ງທີ່ສໍາຄັນຂອງ ການເຈັບປ່ວຍ ແລະ ມີອັດຕາການ ຂປລ. ໃນວັນທີ 25 ເມສາ 2024 ນີ້, ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບຈັດພິທີ ເປີດຫໍວັດທະນະທໍາຄົນໄທເຊື້ອສາຍ ລາວຄັ່ງ ທີ່ວັດພູນໍ້າຮ້ອນ ເມືອງ ດ່ານຊ້າງ, ຈັງຫວັດສຸພັນບູລີ ຣາຊະ ທ່ານ ຄໍາພັນ ພົມມະທັດ ຂປລ. ໃນວັນທີ26 ເມສາ2024 ນີ້, ທ່ານ ຄໍາພັນ ພົມມະທັດ ກໍາມະ ການກົມການເມືອງສູນການພັກ, ເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ, ປະທານ ອົງການກວດກາແຫ່ງລັດ ແລະ ອານາຈັກໄທ ໃຫ້ກຽດເຂົ້າຮ່ວມມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຈອງໄຊ ທ່ຽງທໍາ ອະ ດີດລັດຖະມົນຕີຊ່ວຍວ່າການກະ ຊວງແຮງງານແລະ ສະຫວັດດີການ ສັງຄົມ ຣາຊະອານາຈັກໄທ, ທ່ານ ນັດທະພັດ ສຸວັນປະທີບ ຜູ້ວ່າຈັງ ຫວັດສຸພັນບູລີ, ມີປະທານສະມາຄົມ ລາວ-ໄທ-ໄທ-ລາວ ເພື່ອມິດຕະ ພາບ, ພ້ອມດ້ວຍທູດລາວ ປະຈໍາລາ ຊະອານາຈັກໄທ, ທູດແຫ່ງລາຊະອາ ນາຈັກໄທ ປະຈໍາລາວ ແລະ ພາກ ຮຽນ: ການນຳພັກ-ລັດ ທີ່ເຄົາ ລົບ ແລະ ນັບຖືຢ່າງສູງ! ສະບາຍດີ ທ່ານຜູ້ຟັງ, ທ່ານຜູ້ ຊົມ, ຄະນະປະທານ, ຄະນະບໍລິຫານ ງານສູນກາງສະຫະພັນກໍາມະບານ ລາວ, ສະມາຊິກກໍາມະບານ, ກໍາມະ ກອນ ແລະ ຜູ້ອອກແຮງງານລາວ ບັນດາເຜົ່າທີ່ນັບຖື ແລະ ຮັກແພງ! ເນື່ອງໃນໂອກາດວັນກໍາມະ ກອນສາກົນ ວັນທີ 1 ພຶດສະພາ ທີ່ ຈະໝູນວຽນມາຄົບຮອບ 138 ປີ ຂ້າພະເຈົ້າຕາງໜ້າ ໃຫ້ຄະນະປະ ທານຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານລາວ ແລະ ສະຫະພັນກໍາມະບານ ແຕ່ລະຂັ້ນຈະ ໄດ້ນໍາສະເໜີເຖິງມູນເຊື້ອປະຫວັດ ສະໜູນຈາກລັດຖະບານອົດສະຕຣາ ລີ ຜະລິດສື່ການຮຽນການສອນທີ່ ຕາຍໃນໄວເດັກ, ພະຍາດດັ່ງກ່າວ ສາມາດປ້ອງກັນໄດ້ດ້ວຍວັກຊິນ ເຊິ່ງວັກຊິນກັນພະຍາດໝາກແດງ ໃຫຍ່ ແລະ ໝາກແດງນ້ອຍແມ່ນ ປອດໄພ,ມີປະສິດທິພາບແລະໄດ້ນຳ ໃຊ້ແຕ່ຊຸມປີ 1960 ເປັນຕົ້ນມາ. ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາ ລະນະໄດ້ໃຫ້ຮູ້ໃນກອງປະຊຸມຖະ ແຫລງຂ່າວຂະບວນການສັກວັກຊິນ ໝາກແດງໃຫຍ່ ແລະ ພະຍາດໝາກ ແດງນ້ອຍ ເມື່ອບໍ່ດົນນີ້ວ່າ: ພະຍາດ ໝາກແດງໃຫຍ່ ເປັນພະຍາດຕິດ ເຊຶ້ອທີ່ເກີດຈາກໄວຣັດທີ່ມີອັດຕາ ຫົວໜ້າກົມ ເຂົ້າຮັບອຸດໜູນ-ບຳ ນານ ຕາມກົດໝາຍພະນັກງານ-ລັດ ຖະກອນ ເປັນກຽດເຂົ້າຮ່ວມໂດຍສະ ຫາຍ ວາລະໄຊ ເລັ່ງສະຫວັດ ກຳມະ ການຄະນະພັກ, ຮອງຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ, ມີຄະນະພັກ-ຄະນະນຳ, ຄະນະກົມ, ຕະຫລອດຮອດ ພະນັກງານຫລັກ ແຫລ່ງຂອງຄະນະພົວພັນຕ່າງປະ ເທດສູນກາງພັກ ເຂົ້າຮ່ວມ. ໃນພິທີ ສະຫາຍ ເກີລໍ່ ຢາງກໍ່ ກໍາມະການພັກ, ຫົວໜ້າກົມຈັດຕັ້ງ- ພະນັກງານໄດ້ຜ່ານມະຕິຕົກລົງ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 29/04/2024 xtgmf]k; ປະທານຄະນະກວດກາ.. ພະຍາດໝາກແດງໃຫຍ່... ຮອງນາຍົກລັດຖະມົນຕີ... ບໍລິສັດໄອແຄ ປະກອບສ່ວນ... ຄຕພ ປະກາດພະນັກງານ... ຟາຍສຽງທີ່ມີພາບ... ກຳມະບານກອງທັບ.. ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕິດພັນກັບການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ ໄລຍະ 1 ປີ 2023 ແລະ 3 ເດືອນຕົ້ນປີ 2024 ເຊິ່ງໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະນໍາຂອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວ ທາງປ້ອງຊາດ-ປ້ອງກັນຄວາມ ສະຫງົບຢ່າງແຂງແຮງ ສາມາດຮັບ ປະກັນຄວາມສະຫງົບຄວາມປອດ ໄພ ໄດ້ໂດຍພື້ນຖານ, ບັນດາເມືອງ ໄດ້ສືບຕໍ່ໃນການສ້າງບ້ານປ້ອງ ກັນຊາດເຂັ້ມແຂງ, ບ້ານປ້ອງກັນ ຄວາມສະຫງົບດີ, ຈັດຕັ້ງຝຶກອົບຮົມ ກຳລັງ ປກສ ກຸ່ມບ້ານ ແລະ ປກສ ເຄີ່ງອາຊີບ; ຈັງຫວະການຂະຫຍາຍ ຕົວທາງເສດຖະກິດ ຢູ່ໃນລະດັບ 5,9%. ລວມຍອດຜະລິດຕະພັນ ພາຍໃນບັນລຸ7.732 ຕື້ກີບ ລື່ນແຜນ 26,31%. ໃນນີ້ ຂະແໜງກະສິກໍາ ກວມ 57,03% ຂອງ GDP, ຂະ ແໜງອຸດສາຫະກໍາ ກວມ 19,60% ຂອງ GDP, ຂະແໜງບໍລິການ ແລະ ພາສີຂາເຂົ້າກວມ 23,37% ຂອງ GDP. ສຳລັບການກະກຽມ ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ມາຮອດປັດຈຸບັນຄະນະພັກຮາກ ຖານບ້ານ, ໜ່ວຍພັກຮາກຖານບ້ານ ແລະ ໜ່ວຍພັກຮາກຖານ ສຳນັກ ງານອ້ອມຂ້າງເມືອງ ໃນ 8 ເມືອງ ໄດ້ເປີດກອງປະຊຸມໃຫຍ່ສໍາເລັດ ແລ້ວ ທັງໝົດ 572 ໜ່ວຍ ເທົ່າກັບ 64,26%; ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ແກ້ໄຂບັນຫາ ຢາເສບຕິດສາມາດມ້າງຄະດີຄ້າ ຂາຍຢາເສບຕິດທັງໝົດ161 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 407 ຄົນ, ຍິງ 26 ຄົນ, ຢຶດຂອງກາງຢາບ້າ ຈໍານວນ 1 ລ້ານກວ່າເມັດ, ເຮໂລ ອິນ 101 ແທ່ງ, ຢາໄອ 3 ກິໂລ, ໂທລະສັບ 226 ໜ່ວຍ, ລົດຈັກ 66 ຄັນ, ລົດໃຫຍ່ 12 ຄັນ, ເງິນກີບ 4 ຮ້ອຍລ້ານກວ່າກີບ, ເງິນບາດ 31 ພັນບາດ, ເງິນຢວນ 150.000 ຢວນ, ວັດຖຸຄ້າຍຄືຄໍາໜັກປະມານ 5 ບາດກວ່າ, ໄດ້ສຶກສາອົບຮົມຜູ້ຖືກ ເຄາະຮ້າຍ 3.655 ຄົນ ແລະ ອື່ນໆ ເຮັດໃຫ້ຂະບວນການຄ້າຂາຍຢາ ເສບຕິດຄ່ອຍຫຼຸດນ້ອຍຖອຍລົງ; ວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງໄດ້ ເອົາໃຈໃສ່ ເປັນເຈົ້າການເຄື່ອນໄຫວ ປະຕິບັດໜ້າທີ່ໃນການຕິດຕາມ, ກວດກາຕໍ່ການຈັດຕັ້ງພັກ ແລະ ສະ ມາຊິກພັກ ໃນການຈັດຕັ້ງປະຕິບັດ ແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ເຊິ່ງ ໄດ້ປະກອບສ່ວນສໍາຄັນເຂົ້າໃນການ ປັບປຸງ-ກໍ່ສ້າງພາຍໃນພັກ ໃຫ້ມີ ຄວາມເຂັ້ມແຂງ, ໜັກແໜ້ນ, ຜ່ານ ການກວດກາພົບເຫັນສະມາຊິກພັກ ລະເມີດກົດລະບຽບຂອງພັກ, ກົດ ໝາຍຂອງລັດ ຖືກປະຕິບັດວິໄນທັງ ໝົດ 4 ສະຫາຍ, ໃນນັ້ນລືບຊື່ອອກ ຈາກການເປັນສະມາຊິກພັກ 3 ສະ ຫາຍ, ໂຈະການຮ່ວມຊີວິດພັກຊົ່ວ ຄາວ1ສະຫາຍ, ໄດ້ສໍາເລັດການດໍາ ເນີນກວດກາໂຄງການລົງທຶນຂອງ ລັດທີ່ມີມູນຄ່າ 10 ຕື້ກີບລົງມາ 17 ໂຄງການ; ສໍາເລັດການດໍາເນີນ ກວດກາການຈັດຕັ້ງປະຕິບັດລາຍ ຮັບເຂົ້າງົບປະມານ 1 ເມືອງ; ກວດ ສອບໂຄງການກໍ່ສ້າງອ່າງເກັບນໍ້າ ວັງແຄນເມືອງ ລະຄອນເພັງ; ກວດ ສອບເອກະສານລາຍງານການ ເງິນຂອງລັດວິສາຫະກິດນໍ້າປະປາ ແຂວງ; ຕິດຕາມ, ກວດກາການຈັດ ຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ຕິດຕາມ, ຊຸກຍູ້ການປະຕິບັດຜົນ ການກວດກາ 06 ເປົ້າໝາຍ, ມູນ ຄ່າເສຍຫາຍ 15,93 ຕື້ກີບ, ສາ ມາດເກັບກູ້ຄືນໃຫ້ລັດ 4,85 ຕື້ກີບ ແລະ ຍັງຄ້າງ 11,08 ຕື້ກີບ. ຈາກນັ້ນ,ທ່ານ ຄຳພັນ ພົມມະທັດ ກໍໄດ້ຄຳເຫັນຊີ້ນຳ ເປັນຕົ້ນ ແມ່ນ ສ້າງເສດຖະກິດຊຸມຊົນໃຫ້ເຂັ້ມແຂງ ແລະ ຍືນຍົງ, ສຸມໃສ່ພັດທະນາ ການທ່ອງທ່ຽວດ້ານທຳມະທາດ, ວັດທະນາທຳ ຫລື ສ້າງແຫລ່ງທ່ອງ ທ່ຽວແບບຈຳລອງ ເພື່ອດຶງດູດນັກ ທ່ອງທ່ຽວຈາກຕ່າງປະເທດ, ຈັດສັນ ແລະ ຝຶກສີມືແຮງງານໃຫ້ການເປັນ ແຮງງານທີ່ມີຄຸນນະພາບ ເພື່ອຕອບ ສະໜອງແຮງງານໃຫ້ພຽງພໍໃນແຕ່ ລະດ້ານ, ອຳນວຍຄວາມສະດວກ ແລະ ສົ່ງເສີມນັກລົງທຶນທີ່ເຂົ້າມາ ລົງທຶນຕາມຄວາມເປັນຈິງ ແລະ ເບິ່ງທ່າແຮງຂອງແຂວງ ເພື່ອພັດທະ ນາດ້ານຕ່າງໆ ແນໃສ່ສ້າງຄວາມ ເຂັ້ມແຂງໃຫ້ກຸ້ມຕົນເອງໃນທຸກ ດ້ານ; ສ່ວນວຽກງານພັກ-ພະນັກ ງານເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກໃຫ້ລົງເລິກກວດ ເບິ່ງບຸກຄົນທີ່ມີຄວາມຮູ້ຄວາມສາ ມາດ, ມີຮັບຜິດຊອບສູງຕໍ່ໜ້າທີ່ການ ເມືອງ, ມີຄວາມເສຍສະລະ, ຜູ້ທີມີ ຄວາມ ກ້າຫານກ້າເຮັດກ້າຮັບຜິດ ຊອບ, ບໍ່ຫວັງຜົນປະໂຫຍດສ່ວນ ຕົວ, ພ້ອມກັນນັ້ນ ກໍໃຫ້ເບິ່ງຜົນງານ ການເຄື່ອນໄຫວຜ່ານມາມີຜົນສໍາ ເລັດຄືແນວໃດ. ວຽກງານກວດກາ ໃນປັດຈຸບັນເປັນວຽກທີ່ມີຄວາມ ສຳຄັນ ເປັນຄວາມຫວັງຂອງການ ຈັດຕັ້ງພັກ-ລັດ ແລະ ສັງຄົມໃນການ ຕີຖອຍປະກົດການຕ່າງໆໃນສັງ ຄົມ.ສະນັ້ນ, ຕ້ອງໄດ້ສ້າງຄວາມເຂັ້ມ ແຂງ ເປັນປັດໃຈໃນການຟື້ນຟູຍົກລະ ດັບບົດບາດ ເພື່ອຕີຖອຍປະກົດ ການສວຍໃຊ້ໜ້າທີ່ຕຳແໜ່ງໃນ ການຫາຜົນປະໂຫຍດສ່ວນຕົວ, ເປັນວຽກແຖວໜ້າ ເພາະການກົດ ໜ່ວງຖ່ວງດຶງສາມາດເກີດຂຶ້ນ ຢູ່ທຸກລະດັບການຈັດຕັ້ງ. ສຳລັບ ວຽກງານກວດກາແມ່ນໃຫ້ຄະນະ ພັກ,ຄະນະນຳຂອງແຂວງຍົກລະດັບ ໃຫ້ກາຍເປັນວຽກແຖວໜ້າຊີ້ນຳ ຢ່າງເປັນລະບົບປົກກະຕິ ໃຫ້ໃຊ້ໜ້າ ທີ່ກວດກາຢ່າງເຕັມສ່ວນ, ເອົາໃຈ ໃສ່ຊີ້ນຳ ແລະ ຊ່ວຍຊຸກຍູ້ໃຫ້ວຽກ ງານກວດກາຂອງພັກ-ລັດໃຫ້ມີ ການຫັນປ່ຽນຢ່າງຕັ້ງໜ້າ, ອຳນວຍ ຄວາມສະດວງດ້ານຕ່າງໆໃຫ້ຄະ ນະກວດກາແຕ່ລະຂັ້ນໄດ້ເຄື່ອນ ໄຫວຈັດຕັ້ງປະຕິບັດຕາມພາລະບົດ ບາດຂອງຕົນຢ່າງເຕັມສ່ວນ. ຕອນບ່າຍຂອງວັນດຽວກັນ, ທ່ານ ຄຳພັນ ພົມມະທັດ ພ້ອມດ້ວຍ ຄະນະນຳຂອງແຂວງ ແລະ ຄະນະ ຕິດຕາມຍັງໄດ້ລົງຢ້ຽມຢາມກິດຈະ ການລ້ຽງປາເປັນສິນຄ້າຂອງຄອບ ຄົວຕົວແບບຢູ່ບ້ານໜອງຕາໃກ້ ເມືອງເລົ່າງາມ ຕື່ມອີກ. ຂ່າວ: ຕູ່ນາ ເລົ່າຖາວອນ ສ່ວນກ່ຽວຂ້ອງຂອງ ລາວ ແລະ ໄທ ເຂົ້າຮ່ວມ. ຫໍວັດທະນະທຳຄົນໄທ ເຊື້ອສາຍ ລາວຄັ່ງ ລິເລີ່ມສ້າງແຕ່ປີ 2019 ເປັນຕົ້ນມາ ໂດຍໄດ້ຮັບການສົມທົບ ທຶນກໍ່ສ້າງຈາກປະຊາຊົນລາວ ແລະ ໄທ ດ້ວຍການທອດຜ້າປ່າ ຂອງສະ ມາຄົມລາວ-ໄທ ເພື່ອມິດຕະພາບຕັ້ງ ກອງຜ້າປ່າຢູ່ວັດທາດຝຸຸ່ນເມືອງ ໄຊເສດຖາ ນະຄອນຫລວງວຽງ ຈັນ ແລະ ໄປທອດຖວາຍທີ່ວັດພຸນໍ້າ ຮ້ອນ ແຂວງສຸພັນບູລີ, ລາຊະອານາ ຈັກໄທ ໃນວັນທີ 18 ເມສາ 2019 ໂດຍແມ່ນ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ໃນເວລານັ້ນ) ໄດ້ຕາງ ໜ້າສະມາຄົມ ລາວ-ໄທ ເພື່ອມິດ ຕະພາບເປັນເຈົ້າສັດທາຕັ້ງກອງຜ້າ ປ່າດັ່ງກ່າວ. ຫລັງຈາກນັ້ນ ວັນທີ 6 ພະຈິກ 2022 ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບໄດ້ ເປັນປະທານຮ່ວມໃນການທອດຜ້າ ປ່າສາມັກຄີ ຢູ່ວັດພຸນໍ້າຮ້ອນ ເມືອງ ດ່ານຊ້າງ ແຂວງສຸພັນບູລີ ເພື່ອນຳ ເອົາປັດໄຈດັ່ງກ່າວສືບຕໍ່ສົມທົບທຶນ ກໍ່ສ້າງຫໍວັດທະນະທໍາຄົນໄທເຊື້ອ ສາຍລາວຄັ່ງ ຈົນສໍາເລັດ. ຄົນໄທເຊື້ອສາຍລາວຄັ່ງ ມີບັນ ພະບູລຸດຍົກຍ້າຍມາຈາກແຂວງ ຫລວງພະບາງພາກເໜືອຂອງລາວ ແລະ ເຂົ້າໄປຢູ່ດິນແດນສະຫຍາມ ຫລືລາຊະອານາຈັກໄທ ໃນປັດຈຸບັນ ນັບແຕ່ຣາຊະການທີ 2, ໄດ້ດໍາລົງ ຊີວິດຢູ່ພາກເໜືອຕອນລຸ່ມ ແລະ ພາກກາງຕອນເທິງ, ມີປະຊາກອນ ປະມານ 3 ແສນກວ່າຄົນ ເຊິ່ງຍັງ ຮັກສາຮີດຄອງປະເພນີ ແລະ ປົກປັກ ຮັກສາວັດທະນະທຳອັນດີງາມຂອງ ບັນພະບູລຸດໄດ້ດີ ເປັນຕົ້ນແມ່ນສໍາ ນຽງການປາກເວົ້າ, ການນຸ່ງຖືດ້ວຍ ຜ້າຝ້າຍສີຄາມ ຫລືສີຂີ້ຄັ່ງ, ມີວັດທະ ນະທໍາ, ຮີດຄອງປະເພນີ ແລະ ສີໄມ້ ລາຍມືການຕໍ່າຜ້າແພໄໝຕ່າງໆ. ຈຸດປະສົງການສ້າງຫໍວັດທະນະ ທຳດັ່ງກ່າວ, ເພື່ອເປັນສັນຍະລັກ ແຫ່ງຄວາມຜູກພັນ ຂອງສອງປະ ເທດ ລາວ ແລະ ໄທ ເພື່ອເປັນບ່ອນ ເຕົ້າໂຮມຄວາມສາມັກຄີ,ເປັນບ່ອນ ສຶກສາຫາຂໍ້ມູນຄວາມເປັນມາໃນ ການຕໍ່າຜ້າໄໝຂອງຊຸມຊົນລາວຄັ່ງ, ເປັນບ່ອນອະນຸລັກ ແລະ ສົ່ງເສີມ ວັດທະນະທຳເປັນບ່ອນວາງສະ ແດງຮູບພາບ ແລະ ຜ້າໄໝ ທີ່ເປັນ ເອກະລັກ ເພື່ອໃຫ້ປະຊາຊົນລາວ ແລະໄທໂດຍສະເພາະຄົນຮຸ່ນໃໝ່ຮັບ ຮູ້ປະຫວັດຄວາມເປັນມາ, ສິລະປະ ວັດທະນະທໍາ ແລະ ວິຖີຊີວິດທີ່ເປັນ ເອກະລັກຂອງຄົນລາວຄັ່ງ, ທັງເປັນ ການປະກອບສ່ວນສໍາຄັນໃນການ ສົ່ງເສີມການຮ່ວມມືດ້ານວັດທະນະ ທໍາ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງປະຊາ ຊົນລາວ ແລະ ໄທ ໃຫ້ມີການໄປມາ ຫາສູ່ ແລະ ສ້າງກິດຈະກຳສົ່ງເສີມ ວັດທະນະທຳ, ຮີດຄອງປະເພນີຮ່ວມ ກັນຂອງປະຊາຊົນສອງປະເທດ ໂດຍສະເພາະແມ່ນສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອນມິດ ຕະພາບໃຫ້ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຂຶ້ນໄປເລື້ອຍໆ. ຂ່າວ-ພາບ: ກຕທ ການແຜ່ເຊື້ອສູງ ແລະ ເປັນສາເຫດ ໜຶ່ງທີ່ສໍາຄັນຂອງການເຈັບປ່ວຍ ແລະ ມີອັດຕາການຕາຍໃນໄວເດັກ ແລະ ພະຍາດໝາກແດງນ້ອຍ ແມ່ນ ພະຍາດຕິດຕໍ່ຊະນິດໜຶ່ງທີ່ຕິດຕໍ່ໄວ ແລະ ຈະມີຄວາມຮຸນແຮງລະດັບ ປານກາງ, ພະຍາດໝາກແດງທັງ ສອງຊະນິດນີ້ເຖິງວ່າຈະມີຢາວັກ ຊິນທີ່ປອດໄພ, ມີປະສິດທິພາບ ແລະ ລາຄາບໍ່ແພງກໍຕາມ, ແຕ່ພະຍາດດັ່ງ ກ່າວຍັງເປັນສາເຫດສໍາຄັນຂອງ ການເສຍຊີວິດຂອງເດັກນ້ອຍໃນ ທົ່ວໂລກ. ເຖິງວ່າຈະເປັນພະຍາດທີ່ ສາມາດປ້ອງກັນໄດ້ດ້ວຍວັກຊີນ ກໍຕາມ, ແຕ່ກໍມີລາຍງານວ່າໃນປະ ເທດທີ່ກໍາລັງພັດທະນາ, ອັດຕາ ການເສຍຊີວິດຂອງເດັກນ້ອຍອາດ ສູງເຖິງ 5-10%. ກໍລະນີຕິດເຊື້ອ ໝາກແດງໃຫຍ່ ໃນປີ 2022 ເພີ່ມ ຂຶ້ນ 18% ແລະ ເສຍຊີວິດ 43% ທົ່ວໂລກ (ທຽບໃສ່ປີ 2021), ເຮັດ ໃຫ້ຈຳນວນກໍລະນີທີ່ຕິດເຊື້ອໝາກ ແດງໃຫຍ່ ສະເລ່ຍ 9 ລ້ານຄົນ ແລະ ເສຍຊີວິດ 136.000 ຄົນ,ສ່ວນ ໃຫຍ່ແມ່ນໃນກຸ່ມເດັກນ້ອຍ. ພະຍາດ ໝາກແດງໃຫຍ່ ແລະ ໝາກແດງ ນ້ອຍສາມາດເຮັດໃຫ້ເກີດອາການ ສົນ ຫລື ເສຍຊີວິດໄດ້. ຕາມຂໍ້ມູນພູມຄຸ້ມກັນແຫ່ງຊາດ ໃນປີ 2021 ສະແດງໃຫ້ເຫັນວ່າ: ກຸ່ມເດັກນ້ອຍລຸ່ມ 5 ປີ ແລະ ຜູ້ໃຫຍ່ 30 ປີຂຶ້ນໄປເປັນກຸ່ມທີ່ມີຄວາມສ່ຽງ ສູງ ແລະ ຫລັກຖານອ້າງອີງປັດຈຸ ບັນຈາກອົງການອະນາໄມໂລກ ພາກພື້ນໄດ້ຊີ້ໃຫ້ເຫັນກໍລະນີພະຍາດ ໝາກແດງໃຫຍ່ເພີ່ມຂຶ້ນ 255% ໃນ ພາກພື້ນ ລະຫວ່າງ ປີ 2022 ແລະ 2023 ເຊິ່ງສາເຫດຂອງການເພີ່ມ ຂຶ້ນກໍເນື່ອງມາຈາກທີ່ຫລາຍໆປະ ເທດ ໄດ້ຮັບຜົນກະທົບຈາກການລະ ບາດຂອງພະຍາດໂຄວິດ-19. ທ່ານ ດຣ. ສະໜອງ ທອງຊະນະ ຍັງໃຫ້ຮູ້ອີກວ່າ: ສຳລັບ ສປປ ລາວ ກໍມີປະຫວັດການເກີດລະບາດຂອງ ພະຍາດໝາກແດງໃນຫລາຍພື້ນທີ່ ທົ່ວປະເທດ ເຊັ່ນ: ປີ 2019-2020 ເກີດຢູ່ນະຄອນຫລວງວຽງຈັນ, ແຂວງ ແລະ ຂົງເຂດອື່ນໆ ເຊິ່ງມີ 1.242 ກໍລະນີ ປີ 2019 ແລະ 132 ກໍລະນີ ປີ 2020. ເພື່ອປ້ອງກັນການ ແພ່ລະບາດຂອງພະຍາດໝາກແດງ ໃຫຍ່ ແລະ ໝາກແດງນ້ອຍມີຄວາມ ຈຳເປັນຕ້ອງໄດ້ສັກວັກຊິນຢ່າງເປັນ ຂະບວນການ ເຊິ່ງ ສປປ ລາວ ແມ່ນ 1 ໃນ 3 ປະເທດ ທີ່ມີແຜນຈັດຕັ້ງປະ ຕິບັດວັນສັກຢາກັນພະຍາດແຫ່ງ ຊາດ (ວສຊ) ໃນປີ 2024 (ປະຕິ ບັດໄປພ້ອມໆກັບມາເລເຊຍ ແລະ ກຳປູເຈຍ) ແລະ ລາວເຮົາກໍເຄີຍຈັດ ຂະບວນການວັກວັກຊິນໝາກແດງ ໃຫຍ່, ໝາກແດງນ້ອຍໃນທົ່ວປະ ເທດຄັ້ງສຸດທ້າຍໄດ້ຈັດຂຶ້ນໃນປີ 2017 ແລະ ປີນີ້ຈະຈັດຂຶ້ນໃນລະ ຫວ່າງວັນທີ 20-31 ພຶດສະພາ 2024 ເຊິ່ງຈະຈັດເປັນຂະບວນການ ໃຫຍ່ໃນທຸກແຂວງ, ທຸກເມືອງໃນ ຂອບເຂດທົ່ວປະເທດ ແລະ ກຸ່ມເປົ້າ ໝາຍທີ່ຈະໄດ້ຮັບວັກຊີນໃນຊຸດນີ້ ແມ່ນເດັກກຸ່ມອາຍຸ 0-5 ປີ. ຂ່າວ-ພາບ: ສົມຫວັງ ຂອງຄະນະເລຂາທິການສູນກາງ ພັກ ສະບັບເລກທີ 506/ຄລສພ, ລົງວັນທີ 13/12/2023 ວ່າດ້ວຍ ການອະນຸມັດໃຫ້ ສະຫາຍ ພົມມາ ສິດເສນາ ຫົວໜ້າກົມຄະນະພົວພັນ ຕ່າງປະເທດສູນກາງພັກທີ່ສຳເລັດ ປະຈຳການໃນຕຳແໜ່ງເອກອັກຄະ ລັດຖະທູດແຫ່ງ ສປປ ລາວ ປະຈຳ ສ ອິນໂດເນເຊຍ ແລະ ສປ ຕີມໍແລັດ ສະເຕ ເຂົ້າຮັບນະໂຍບາຍອຸດໜູນ ບຳນານຕາມກົດໝາຍວ່າດ້ວຍພະ ນັກງານ-ລັດຖະກອນ. ໃນຕອນທ້າຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ມີຄຳເຫັນຕໍ່ຜູ້ເຂົ້າ ຮ່ວມພິທີດັ່ງກ່າວ ແລະ ພະນັກງານ ທີ່ເຂົ້າຮັບອຸດໜູນ-ບໍານານວ່າ: ການ ເຂົ້າຮັບນະໂຍບາຍອຸດໜູນບຳນານ ແມ່ນການປະຕິບັດນະໂຍບາຍຕໍ່ພະ ນັກງານທີ່ເຮັດການປະຕິວັດສຸດ ກົກສຸດປາຍ, ມີຜົນງານຕາມເງື່ອນ ໄຂທີ່ກົດໝາຍວ່າດ້ວຍພະນັກງານລັດຖະກອນວາງອອກ ແລະ ທັງ ເປັນກຽດອັນສູງສົ່ງໝາຍເຖິງການ ປະກອບສ່ວນສໍາຄັນໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຕະຫລອດໄລຍະ 39ປີຂອງສະຫາຍພົມມາສິດເສນາ ນັ້ນແມ່ນຄວາມເປັນແບບຢ່າງທີ່ພະ ນັກງານໜຸ່ມນ້ອຍຂອງຄະນະພົວພັນ ຕ່າງປະເທດສູນກາງພັກ ຄວນຖອດ ຖອນເປັນບົດຮຽນເພື່ອນໍາໃຊ້ເຂົ້າ ໃນໜ້າທີ່ວຽກງານການເມືອງຂອງ ຕົນໃນສະເພາະໜ້າ ແລະ ຍາວນານ. ພາບ: ຂັນໄຊ ເປັນຟາຍສຽງທີ່ມີພາບເຄື່ອນໄຫວ ຕາມປຶ້ມແບບຮຽນວິຊາພາສາອັງ ກິດ ໂດຍມີນັກຮຽນຕ່າງປະເທດ ຫລາຍຄົນອາສາສະໝັກເຂົ້າຮ່ວມ ບັນທຶກສຽງຄັ້ງນີ້ ເຊິ່ງຈະຊ່ວຍໃຫ້ ນັກຮຽນລາວຮຽນຮູ້ພາສາອັງກິດ ແບບມ່ວນຊື່ນ, ພ້ອມທັງຈະໄດ້ຮັບ ຟັງສຳນຽງແບບເຈົ້າຂອງພາສາທີ່ ມີຄວາມຫລາກຫລາຍໃນການເວົ້າ ພາສາອັງກິດ. ຟາຍສຽງທີ່ມີພາບເຄື່ອນໄຫວ ສໍາລັບວິຊາພາສາອັງກິດຂັ້້ນ ປ5, ປ4, ປ3 ແລະ ຟາຍສຽງວິຊາພາສາ ລາວ, ດົນຕີ ແລະ ກິລາ ຂອງຂັ້ນ ປ1, ປ2 ແລະ ປ3 ຍັງສາມາດເຂົ້າ ໄປຟັງໄດ້ທາງຊ່ອງຢູທູບວິດີໂອສຳ ລັບການພັດທະນາຄູ (Teacher Development Videos) ພ້ອມ ທັງຍັງມີອີກຫລາຍໆວິດີໂອທີ່ຈະ ຊ່ວຍໃນການສອນຫລັກສູດສະບັບ ປັບປຸງໃໝ່. https://www.youtube. com/playlist?list=PLHgzBq 8k1cfKlSKRRTTDmOUeB 7OYzcsNz ສາກົນ ຄົບຮອບ 138 ປີ ໃຫ້ເປັນ ຂະບວນຟົດຟື້ນກວ້າງຂວາງ, ຫ້ອງ ການກຳມະບານກອງທັບ ກໍໄດ້ສ້າງ ແຜນການກະກຽມຈັດຕັ້ງສະເຫລີມ ສະຫລອງວັນສຳຄັນດັ່ງກ່າວ. ໃນ ນີ້, ໄດ້ອອກແຈ້ງການເຖິງບັນດາ ສະຫະພັນກຳມະບານ, ກຳມະບານ ຮາກຖານ, ບັນດາບໍລິສັດ,ລັດວິສາ ຫະກິດ,ໂຮງຈັກ,ໂຮງງານ,ກົມກອງ ຜະລິດ ແລະ ບໍລິການທີ່ຂຶ້ນກັບ ກອງທັບໃຫ້ຈັດຕັ້ງປາຖະກະຖາ ລະນຶກຫວນຄືນມູນເຊື້ອປະຫວັດ ຄວາມເປັນມາຂອງວັນກຳມະກອນ ສາກົນຕາມເງື່ອນໄຂ ແລະ ຄວາມ ສາມາດຕົວຈິງ, ຈັດຕັ້ງຂະບວນ ການແຂ່ງຂັນກິລາ, ສິລະປະວັນນະ ຄະດີ ແລະ ຂະບວນການອອກແຮງ ງານລວມຕາມເງື່ອນໄຂຕົວຈິງຂອ ງແຕ່ລະກົມກອງກຳມະບານຮາກ ຖານ. ພິເສດໃນວັນທີ 1 ພຶດສະພາ 2024 ຈະໄດ້ເຕົ້າໂຮມເອົາບັນດາ ສະມາຊິກກຳມະບານກົມກອງຮາກ ຖານເຂດໃຈກາງເຂົ້າຮ່ວມຍ່າງເພື່ອ ສຸຂະພາບທີ່ສູນກາງສະຫະພັນກຳ ມະບານ ຈັດຂຶ້ນຢູ່ທີ່ສວນປະຕູໄຊ ຄາດວ່າຈະມີຈໍານວນພົນເຂົ້າຮ່ວມ 500 ກວ່າສະຫາຍ. ສະຫາຍຮອງຫົວໜ້າຫ້ອງການ ກຳມະບານກອງທັບຍັງໃຫ້ຮູ້ຕື່ມວ່າ: ໄປພ້ອມກັນນັ້ນ, ສະຫະພັນກຳມະ ບານ, ກຳມະບານຮາກຖານແຕ່ລະ ຂັ້ນໃນກອງທັບ ຍັງໄດ້ຍົກສູງຄວາມ ສາມາດໃນການຈັດຕັ້ງນໍາພາ ແລະ ການເປັນແບບຢ່າງຂອງກຳມະ ບານແຕ່ລະຂັ້ນ; ຂະຫຍາຍການຈັດ ຕັ້ງກຳມະບານຢູ່ຕາມຮາກຖານ ແລະຫົວໜ່ວຍແຮງງານໃນກອງທັບ ໃຫ້ທົ່ວເຖິງ ເພື່ອເພີ່ມກໍາລັງແຮງ ຂອງອົງການຈັດຕັ້ງກາມະບານ ໃນກອງທັບ ໃຫ້ຮັບປະກັນທາງດ້ານ ປະລິມານ ແລະ ຄຸນນະພາບສາມາດ ເປັນຕົວແທນການປົກປ້ອງສິດຜົນ ປະໂຫຍດອັນຊອບທຳຂອງສະມາ ຊິກກຳມະບານ, ກຳມະກອນແລະຜູ້ ອອກແຮງງານໃຫ້ໄປສູ່ຄຸນນະພາບ ໃໝ່, ຮັບປະກັນຄວາມສະເໝີພາບ ແລະ ຍຸຕິທໍາໃນການຊົມໃຊ້ໝາກ ຜົນຂອງການອອກແຮງງານ. ພາລະກຳປະຫວັດສາດຂອງ ຊົນຊັ້ນກຳມະກອນໄດ້ຊີ້ໃຫ້ພວກເຮົາ ເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກຳ ມະກອນແມ່ນຊົນຊັ້ນນໍາໜ້າຂອງ ຍຸກສະໄໝຕິດພັນກັບພື້ນຖານການ ຜະລິດ, ມີລະບຽບວິໄນ, ເປັນຜູ້ມີຫົວ ຄິດປະດິດສ້າງ, ມີຄວາມສາມາດ ພຽງພໍໃນການສ້າງສັງຄົມໃໝ່ທີ່ ກ້າວໜ້າສີວິໄລ ແລະ ຍຸຕິທໍາໃຕ້ການ ນຳພາຂອງພັກ. ສະນັ້ນ, ໃນໂອກາດວັນສ້າງຕັ້ງ ວັນກໍາມະກອນສາກົນ ຄົບຮອບ 138 ປີ ສະຫາຍ ພັນໂທ ໄຊຊະນະ ທໍາມະສອນ ຍັງໄດ້ຕາງໜ້າຄະ ນະນໍາອົງການຈັດຕັ້ງກໍາມະບານ ກອງທັບ ກໍຄືພະນັກງານ, ສະມາຊິກ ກຳມະບານ, ກຳມະກອນ, ຜູ້ອອກ ແຮງງານທົ່ວກອງທັບອວຍພອນ ໄຊອັນປະເສີດແດ່ບັນດາການນໍາ ພັກ-ລັດ, ການນໍາກະຊວງປ້ອງກັນ ປະເທດ, ການນໍາສູນກາງສະຫະພັນ ກຳມະບານລາວຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມຜາສຸກໃນຊີວິດ ສ່ວນຕົວ-ຄອບຄົວ ແລະ ສືບຕໍ່ໃຫ້ ການນໍາພາ-ຊີ້ນໍາອົງການຈັດຕັ້ງກຳ ມະບານລາວ ເວົ້າລວມ, ເວົ້າສະ ເພາະອົງການຈັດຕັ້ງກຳມະບານ ກອງທັບປະຊາຊົນລາວ ໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ, ເຕີບ ໃຫຍ່ຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ, ອວຍພອນໃຫ້ບັນດາສະ ຫາຍພະນັກງານ, ສະມາຊິກກຳມະ ບານ, ກຳມະກອນ, ຜູ້ອອກແຮງງານ ລາວ ທຸກທົ່ວໜ້າຈົ່ງມີສຸຂະພາບ ແຂງແຮງ ແລະ ມີຜົນງານໃໝ່ໃຫຍ່ ຫລວງກວ່າເກົ່າ. ຂ່າວ: ບິກໄຊ ສົມພູ 2024 ເນື່ອງໃນໂອກາດກະກຽມ ສະຫລອງວັນ ກຳມະກອນສາກົນ ຄົບຮອບ 138 ປີ ທີ່ຈະມາເຖິງນີ້ ໂດຍທ່ານ ໄດ້ຍົກໃຫ້ເຫັນຄວາມ ໝາຍຄວາມສຳຄັນຂອງວັນກຳມະ ກອນສາກົນ ເຊິ່ງເປັນວັນທີ່ຄວາມ ສຳຄັນຫລາຍ, ເປັນວັນທີ່ຖືກສ້າງ ຕັ້ງຂຶ້ນມາເພື່ອສົ່ງເສີມ ແລະ ຊຸກ ຍູ້ ໃຫ້ທຸກຄົນເຫັນຄວາມສຳຄັນ ຂອງຜູ້ອອກແຮງງານ ວ່າພວກເຂົາ ຄືພາກສ່ວນຫລັກສຳຄັນໃນການ ສ້າງສາພັດທະນາປະເທດຊາດ ແລະ ເສດຖະກິດ; ວັນກຳມະກອນ ປຽບເໝືອນການສັນລະເສີນຄຸນ ງາມຄວາມດີຂອງຜູ້ອອກແຮງງານ ພາຍໃນຊາດ ແລະ ທຸກອາຊີບອອກ ແຮງງານ ບໍ່ວ່າຈະເປັນຜູ້ອອກແຮງ ງານຍິງ ຫລື ຊາຍ. ໃນປີ 2023 ຜ່ານມາ, ບໍລິສັດ ໄອແຄ ສາມາດສ້າງວຽກເຮັດງານ ທຳໃຫ້ປະຊົນ ທັງຢູ່ນະຄອນຫລວງ ວຽງຈັນແລະບັນດາແຂວງໃນຂອບ ເຂດທົ່ວປະເທດ ໄດ້ທັງໝົດ 700 ກວ່າແຮງງານ ໂດຍສະເພາະຜູ້ ອອກແຮງງານແມ່ຍິງ ແລະ ໄວ ໜຸ່ມ ເຂົ້າໃນຂະແໜງການແມ່ບ້ານ, ຄົນສວນ, ແມ່ຄົວ, ເອື້ອຍລ້ຽງເດັກ ໃຫ້ກັບສັງຄົມ ຢູ່ນະຄອນຫລວງ ວຽງຈັນ. ຢ່າງໃດກໍຕາມໃນເດືອນ ມິຖຸນາ 2024 ນີ້, ບໍລິສັດ ໄອແຄ ຈະຈັັດການແຂ່ງຂັນແມ່ບ້ານດີເດັ່ນ ປະຈຳປີ 2024 ແນໃສ່ໃຫ້ຄວາມ ສຳຄັນຮອບດ້ານໃຫ້ກັບແມ່ບ້ານ ເຊິ່ງຈະມີການເປີດຮັບສະໝັກແມ່ ບ້ານອາຊີບ, ແມ່ບ້ານອິດສະລະ ຫລື ນັກສຶກສາອະຊີວະສຶກສາ ໃນ ຂະແໜງການແມ່ບ້ານ ເພື່ອເຂົ້າ ຮ່ວມການແຂ່ງຂັນ ເຊິ່ງຜູ້ຊະນະຈະ ໄດ້ຮັບລາງວັນເງິນສົດ ແລະ ສັນ ຍາເຮັດວຽກກັບບໍລິສັດໄອແຄ. ທັງ ນີ້, ກໍເພື່ອແນໃສ່ເຮັດໃຫ້ສັງຄົມຮັບ ຮູ້ ແລະ ເຂົ້າໃຈເຖິງຄວາມສຳຄັນ ຂອງຜູ້ອອກແຮງງານຢ່າງຈິງຈັງ. ທ່ານ ນາງ ສົນ ດວງເພັດ ຍັງ ໃຫ້ຮູ້ອີກວ່າ: ການໃຫ້ຄວາມສຳຄັນ ແລະ ຍົກສູງວຽກງານການອອກ ແຮງງານ ຫລື ວຽກງານຂອງຜູ້ ອອກແຮງງານຂັ້ນຕໍ່າທີ່ເປັນກຳລັງ ສຳຄັນ ໃນຫລາຍຂົງເຂດວຽກງານ ສົມຄວນທີ່ຈະຖືກຍົກສູງ ແລະ ຖື ສຳຄັນຫລາຍດ້ານ ເປັນຕົ້ນອັດຕາ ຄ່າຈ້າງງານ, ສະຫວັດດີການຄຸ້ມ ຄອງຈາກພາກລັດ, ສິດຂັ້ນພື້ນຖານ ຂອງການໃຊ້ແຮງງານ, ລວມເຖິງ ຫລາຍຫລາຍປັດໄຈທີ່ປິ່ນອ້ອມແລະ ຜູ້ອອກແຮງງານ ຕ້ອງໄດ້ຮັບການ ຄຸ້ມຄອງດູແລ ທີ່ສົມເຫດສົມຜົນໃນ ສິ່ງທີ່ພວກເຂົາຄວນໄດ້ຮັບ. ຂ່າວ: ທະນູທອງ

xtgmf]k; 3 29/04/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ພິດສະໄໝ ສຸວັນນະລາດ ໂດຍ: ວັນເພັງ *** ຕໍ່ຈາກສະບັບກ່ອນ *** ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ]tob d 70 xu w--tot[A oIq [fPo[Po26 (ເນື່ອງໃນໂອກາດວັນໄຊຊະນະດຽນບຽນຟູ ຄົບຮອບ 70 ປີ 7/5/1954 - 7/5/2024) ດຽນບຽນຟູຕັ້ງຢູ່ແຂວງດຽນ ບຽນ ທາງທິດຕາເວັນຕົກສ່ຽງເໜືອ ຂອງຫວຽດນາມ ມີຊາຍແດນຕິດ ຈອດກັບລາວ.ດຽນບຽນຟູແມ່ນພື້ນ ທີ່ຍຸດທະສາດທີ່ສໍາຄັນ ຊຶ່ງເຊື່ອມ ຕໍ່ກັນ ລະຫວ່າງ ພາກເໜືອຫວຽດ ນາມ, ພາກໃຕ້ຂອງຈີນ ແລະ ພາກ ຕາເວັນອອກສ່ຽງເໜືອຂອງລາວ. ເດືອນ 7/1953 ສັດຕູ ໄດ້ປະຕິບັດ “ແຜນການນາວາ” ເພື່ອຈະຫວັງປິດ ລ້ອມດິນແດນທັງໝົດຂອງຫວຽດ ນາມແລະດັບສູນກໍາລັງຫລວງຂອງ ກອງທັບປະຊາຊົນຫວຽດນາມ ເພື່ອ ກ້າວໄປເຖິງການຫັນປ່ຽນຫວຽດ ນາມ ໃຫ້ກາຍເປັນຖານທີ່ໝັ້ນທາງ ການທະຫານຂອງພວກລ່າເມືອງ ຂຶ້ນຢ່າງຖາວອນ. ເດືອນ 9/1953, ກົມການເມືອງສູນກາງພັກກອມມູ ນິດຫວຽດນາມ ໄດ້ເປີດກອງປະຊຸມ ເພື່ອຕີລາຄາສະພາບການຢູ່ສະໜາມ ຮົບອິນດູຈີນ, ໄຈ້ແຍກໃຫ້ເຫັນເຖິງ ກົນອຸບາຍຂອງພວກລ່າເມືອງຂຶ້ນ ຝຣັ່ງ ແລະ ອາເມລິກາ; ຊອກຫາຂໍ້ ຂັດແຍ່ງ ແລະ ຈຸດອ່ອນທີ່ບໍ່ສາມາດ ແກ້ໄຂຢູ່ໃນແຜນການຂອງນາຍພົນ ນາວາ. ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງເປີດບັ້ນຮົບຍຸດທະ ສາດໃນລະດູບານໃໝ່ ປີ 19531954. ພ້ອມນັ້ນກໍວາງແຜນນະໂຍ ບາຍເປີດການບຸກໂຈມຕີສັດຕູໃນ ສະໜາມຮົບການຕ່າງປະເທດ ເພື່ອ ສ້າງເງື່ອນໄຂໃຫ້ແກ່ບັ້ນຮົບດຽນ ບຽນຟູ, ກອງບັນຊາການສູງສຸດໄດ້ ອອກຄຳສັ່ງໃຫ້ເປີດບັ້ນຮົບບຸກໂຈມ ຕີຢ່າງແຂງແຮງໃນທົ່ວສະໜາມ ຮົບອິນດູຈີນດ້ວຍ 5 ບາດຄ້ອນຍຸດ ທະສາດຄື: ວັນທີ 10/12/1953 ກອງທັບຫວຽດນາມໄດ້ເປີດບັ້ນຮົບ ບຸກໂຈມຕີເຂົ້າເທສະບານຕາແສງ ລາຍເຈົາ, ການສູ້ຮົບແກ່ຍາວ 12 ວັນ-ຄືນ ຈຶ່ງປົດປ່ອຍລາຍເຈົາໄດ້. ໃນທ້າຍເດືອນ 12/1953 ໂດຍສົມ ທົບກັບທະຫານຫວຽດນາມ ກອງ ທັບລາວອິດສະຫລະ ໄດ້ເປີດບັ້ນ ຮົບບຸກໂຈມຕີ ເຂົ້າພາກກາງຂອງ ລາວ. ໃນທ້າຍເດືອນ 12 ປີ 1955 ກອງທັບລາວອິດສະຫລະສົມທົບ ກັບກອງທະຫານອາສາສະໝັກ ຫວຽດນາມ ໄດ້ບຸກລົງພາກໃຕ້ຂອງ ລາວ, ປົດປ່ອຍຕົວເມືອງອັດຕະປື, ສ່ວນໜຶ່ງຂອງ ແຂວງສາລະວັນ, ດົງບໍລະເວນ, ເວີນໄຊຊຽງປອງ. ກອງທັບປະຊາຊົນຫວຽດນາມ ເປີດ ບັ້ນຮົບໄຕຫງວຽນ ຊຶ່ງແກ່ຍາວ 12 ວັນ-ຄືນ ຈຶ່ງປົດປ່ອຍເທສະບານຕາ ແສງກອນຕຸມໄດ້. ໃນທ້າຍເດືອນ 1/1954 ກອງທະຫານ ລາວຫວຽດນາມ ໄດ້ເປີດບັ້ນຮົບບຸກໂຈມ ຕີແນວປ້ອງກັນຂອງສັດຕູຢູ່ລ້ອງ ນໍ້າອູກ້າວສູ່ ແຂວງຫລວງພະບາງ ແລະ ໂຈມຕີຂຶ້ນພາກເໜືອ ຂອງ ລາວ, ປົດປ່ອຍແຂວງຜົ້ງສາລີ. ການບຸກໂຈມຕີດ້ວຍ 5 ບາດ ຄ້ອນຍຸດທະສາດລ້ວນແຕ່ໄດ້ຮັບໄຊ ຊະນະ ແລະ ເປັນການທັບມ້າງກົນ ອຸບາຍຂອງນາວາ, ສ້າງເງື່ອນໄຂ ໃຫ້ກອງທັບຫວຽດນາມ ເປີດບັ້ນ ຮົບດຽນບຽນຟູ.ວັນທີ 6/12/1953 ກົມການເມືອງສູນກາງພັກຫວຽດ ນາມ ໄດ້ເປີດກອງປະຊຸມແລະ ມີມະ ຕິຕົກລົງເປີດບັ້ນຮົບດຽນບຽນຟູ ໃນລະດູບານໃໝ່ 1953-1954. ກົມການເມືອງໄດ້ກໍານົດວ່າ:“ດຽນ ບຽນຟູແມ່ນກຸ່ມຖານທີ່ໝັ້ນທີ່ເຂັ້ມ ແຂງ ແຕ່ມັນກໍມີຈຸດບົກຜ່ອງພື້ນ ຖານຄືມັນຖືກໂດດດ່ຽວ” ກົມການ ເມືອງໄດ້ແຕ່ງຕັ້ງໃຫ້ທ່ານ ພົນເອກ ຫວໍ ຫງວຽນ ຢາບ ລັດຖະມົນຕີ ວ່າການກະຊວງປ້ອງກັນຊາດ ເປັນ ເລຂາຄະນະພັກດ້ານຮົບ ແລະ ເປັນ ຜູ້ບັນຊາການທະຫານສູງສຸດ, ລັດ ຖະບານ ໄດ້ຕົກລົງສ້າງຕັ້ງສະພາ ສະໜອງເຄື່ອງອຸປະໂພກ ແລະ ບໍລິ ໂພກ ໃຫ້ແກ່ແນວໜ້າໂດຍແມ່ນ ທ່ານ ຟາມວັນດົງ. ປະຕິບັດຕາມ ມະຕິຕົກລົງຂອງກົມການເມືອງສູນ ກາງພັກ ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ກຽມພ້ອມເພື່ອສະ ໜາມຮົບ ໂດຍປະຕິບັດຕາມຄໍາ ຂວັນທີ່ວ່າ: “ທຸກສິ່ງທຸກຢ່າງ ເພື່ອ ໄດ້ກຸ່ມຖານທີ່ໝັ້ນສ່ວນໃຫຍ່ ລຽບ ຕາມຈຸດສູງທາງທິດຕາເວັນອອກ, ບັ້ນຮົບບຸກໂຈມຕີຂອງກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ເຮັດ ໃຫ້ສັດຕູຕົກຢູ່ທ່າຫວາດຫວັ່ນຢ້ານ ກົວ. ດຽນບຽນຟູ ໃນເວລານັ້ນ ແມ່ນ ໄດ້ກາຍເປັນຂຸມນາລົກຝັງທະຫານ ສັດຕູ. ໃນວັນທີ 19/4/1954 ກົມ ການເມືອງໄດ້ເປີດກອງປະຊຸມ ເພື່ອ ຕີລາຄາໝາກຜົນໃນການບຸກໂຈມ ຕີ 2 ຄັ້ງ ແລະ ໄດ້ຢັ້ງຢືນວ່າ: ທົ່ວພັກ ທົ່ວປວງຊົນ ຈະນໍາເອົາທຸກກໍາລັງ ສະໜອງຊ່ວຍໜູນໃຫ້ແກ່ບັ້ນຮົບ ດຽນບຽນຟູ ແລະ ຈະເຮັດສໍາເລັດ ຕາມຄວາມຮຽກຮ້ອງຕ້ອງການ ເພື່ອຍາດເອົາໄຊຊະນະໃນບັ້ນຮົບ ນີ້ໃຫ້ໄດ້ຢ່າງແນ່ນອນ. ການບຸກໂຈມ ຕີຄັ້ງທີ3ໃນວັນທີ1/5/1954ກອງ ທັບ ແລະ ປະຊາຊົນຫວຽດນາມ ໄດ້ບຸກໂຈມຕີເຂົ້າດັບສູນເຮືອນຮັງ ສຸດທ້າຍຂອງສັດຕູ ຢູ່ໃນດຽນບຽນ ຟູ. ວັນທີ 7/5/1954 ນາຍພົນນາ ວາ ພ້ອມກັບເສນາທິການທະຫານ ທັງໝົດໄດ້ອອກມາຍອມຈໍານົນ. ບັ້ນຮົບດຽນບຽນຟູ ຍາດໄດ້ໄຊ ຊະນະອັນຍິ່ງໃຫຍ່, ດັບສູນ ແລະ ຈັບເປັນສະເລີຍເສິກ 16.200 ຄົນ, ຍິງເຮືອບິນຕົກ 62 ລໍາ, ຢຶດ ແລະ ທໍາລາຍອາວຸດຍຸດໂທປະກອນພາ ຫະນະສົງຄາມຂອງສັດຕູ ໄດ້ທັງ ໝົດ. ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຈຸດສູງສຸດ, ແມ່ນການທົດສອບ ກໍາລັງແຮງຮອບດ້ານ, ດຸເດືອດຂ້ຽວ ຂາດທີ່ສຸດ ໃນພາລະກິດຕໍ່ສູ້ກູ້ຊາດ ລະຫວ່າງ ກອງທັບປະຊາຊົນຫວຽດ ນາມ ກັບພວກລ່າເມືອງຂຶ້ນ ຜູ້ຮຸກ ຮານ. ໄຊຊະນະບັ້ນຮົບດຽນບຽນຟູ ໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບ ເກົ່າ ຖືກພັງທະລາຍເປັນເທື່ອທໍາ ອິດຢູ່ໃນໂລກ, ບັງຄັບໃຫ້ພວກວາງ ແຜນຍຸດທະສາດຂອງລັດທິລ່າ ເມືອງຂຶ້ນ ຕ້ອງໄດ້ຫັນທິດໄປສູ່ການ ປະຕິບັດລັດທິລ່າເມືອງແບບໃໝ່. ໄຊຊະນະດຽນບຽນຟູເປັນຄວາມ ເອກອ້າງທະນົງໃຈຂອງປະຊາຊົນ ຫວຽດນາມ ໃນພາລະກິດສ້າງສາ ພັດທະນາປະເທດຊາດຊົ່ວກາລະ ນານ, ມານະຈິດຂອງດຽນບຽນຟູ ຍັງໃສແຈ້ງ, ຍັງເປັນກຳລັງແຮງ ປຸກລະດົມອັນຍິ່ງໃຫຍ່ຂອງປະຊາ ຊົນຫວຽດນາມ ໃນພາລະກິດປ່ຽນ ແປງໃໝ່ປະຕິບັດຈຸດໝາຍ “ປະຊາ ຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມ ມີຄວາມສະເໝີພາບ, ປະຊາ ທິປະໄຕ, ສີວິໄລ”. ສຳລັບປະເທດ ລາວໄຊຊະນະດຽນບຽນຟູ ໄດ້ມີ ຄວາມສໍາຄັນຄວາມສາມັກຄີພິ ເສດ, ຫວຽດນາມ, ຮ່ວມສຳພັນສູ້ ຮົບ ລະຫວ່າງ ລາວ-ຫວຽດນາມ, ເປັນໄຊຊະນະຕ້ານສັດຕູ ໂຕດຽວ ກັນ, ປະສານສົມທົບ ແລະ ອຸດໜູນ ຊຶ່ງກັນ ແລະ ກັນຕະຫລອດມາ. ;Pd'kolk,lh k'0tc|' pm0 ,u zq oleg]a fs]kpfh ko * ລັດຖະບານ ກໍຄືກະຊວງໂຍທາ ທິການແລະຂົນສົ່ງ(ຍທຂ)ໄດ້ຖືວຽກ ງານສາມສ້າງເປັນວຽກປົກກະຕິ ແລະ ເປັນບຸລິມະສິດໃນການປະຕິບັດພາລະ ບົດບາດແລະໜ້າທີ່ການເມືອງຂອງຕົນ ແຕ່ປີ 2019-2023 ຊຶ່ງໄລຍະຜ່ານ ມາການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວມີຜົນສຳເລັດຫລາຍດ້ານ. ທ່ານ ສະເຫລີມສັກ ໄຊຍະມຸງຄຸນ ຫົວໜ້າຫ້ອງການກະຊວງ ຍທຂ ໄດ້ ລາຍງານການຈັດຕັ້ງປະຕິບັດວຽກ ງານສາມສ້າງຂອງຂະແໜງ ຍທຂ ແຕ່ ປີ 2019-2023 ຕໍ່ກອງປະຊຸມວຽກ ງານ ຍທຂ ທົ່ວປະເທດປະຈຳປີ 2023 ເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະຜ່ານ ມາການຈັດຕັ້ງປະຕິບັດວຽກງານສາມ ສ້າງຂອງຂະແໜງ ຍທຂ ມີຜົນສຳ ເລັດຫລາຍດ້ານ ເປັນຕົ້ນວຽກຂົວທາງ ໄດ້ສໍາເລັດໂດຍພື້ນຖານການຄົ້ນຄວ້າ ສ້າງແຜນ ຍຸດທະສາດຮອດປີ 2030, ວິໃສທັດຮອດປີ 2035 ແລະ ແຜນພັດ ທະນາ 5 ປີ 2021-2025 ຂອງຂະ ແໜງຂົວທາງ ຊຶ່ງກຳລັງຢູ່ໃນຂັ້ນຕອນ ກະກຽມນໍາສະເໜີຮ່າງວິໄສທັດດັ່ງ ກ່າວຜ່ານຄະນະນໍາກະຊວງຍທຂພິຈາ ລະນາ; ໄດ້ສໍາເລັດການສ້າງດໍາລັດວ່າ ດ້ວຍເຂດສະຫງວນຂອງທາງຫລວງ ແລະ ໄດ້ຮັບຮອງຈາກລັດຖະບານສະ ບັບເລກທີ 185/ລບ, ລົງວັນທີ 20 ມິຖຸນາ 2022; ສໍາເລັດເອກະສານການ ແບ່ງຄວາມຮັບຜິດຊອບ, ໜ້າວຽກໃນ ການຄຸ້ມຄອງວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນຮ່ວມກັບ ພະແນກ ຍທຂ ແຂວງໄຊສົມບູນ ຕາມ ດຳລັດຂອງລັດຖະບານ ສະບັບເລກທີ 414/ລບ; ກໍາລັງດໍາເນີນການຄົ້ນຄວ້າ ການແບ່ງຄວາມຮັບຜິດຊອບການຄຸ້ມ ຄອງວຽກບູລະນະຮັກສາ ແລະ ສ້ອມ ແປງທາງຫລວງແຫ່ງຊາດ ໃຫ້ພະແນກ ຍທຂແຂວງແລະນະຄອນຫລວງວຽງ ຈັນ(ນວ)ຕາມແຈ້ງການຂອງກະຊວງ ຍທຂ ສະບັບເລກທີ 86/ຍທຂ, ລົງວັນ ທີ 19 ກຸມພາ 2024; ສໍາເລັດການປັບ ປຸງປຶ້ມຄູ່ມືການສ້ອມແປງຕາມລະຫັດ ໜ້າວຽກສ້ອມແປງສະບັບປັບປຸງປີ 2020 (ຮັບຮອງປີ 2021); ສໍາ ເລັດການຄົ້ນຄວ້າ, ຮັບຮອງ ແລະ ເຜີຍ ແຜ່ການນໍາໃຊ້ໂຄງສ້າງສູດຄິດໄລ່ລາ ຄາຫົວໜ່ວຍກິດຈະການກໍ່ສ້າງ ແລະ ສ້ອມແປງຂົວ-ທາງສະບັບປີ 2023; ຮັບຮອງເອົາຂໍ້ຕົກລົງ, ເຜີຍແຜ່ລະບຽບ ແລະ ມາດຕະການໃນການປ້ອງກັນ ຄວາມປອດໄພໃນເວລາກໍ່ສ້າງ, ບູລະ ນະຮັກສາ ແລະສ້ອມແປງທາງຫລວງ; ສໍາເລັດການປັບປຸງ ຄູ່ມືການກວດກາ ແລະ ກຳນົດປະເພດຄວາມເສຍຫາຍ ຂອງຂົວ; ສຳເລັດການປັບປຸງຄູ່ມືການ ກຳນົດວິທີການສ້ອມແປງຂົວ ແລະ ການເສີມແຮງໃນການຮັບນໍ້າໜັກ ຂອງຂົວ; ຮັບຮອງເອົາຂໍ້ຕົກລົງ 2 ສະ ບັບຄື: 1) ຂໍ້ຕົກລົງວ່າດ້ວຍການອະນຸ ຍາດນໍ້າໜັກລວມສູງສຸດຂອງລົດບັນ ທຸກ, 2) ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍງານ ປະຈຳສະຖານີຕິດຊິງນໍ້າໜັກລົດບັນ ທຸກ; ສໍາເລັດດໍາລັດວ່າດ້ວຍຂອບເຂດ ສະຫງວນທາງຫລວງ ແລະ ກຳລັງຄົ້ນ ຄວ້າສ້າງຮ່າງຂໍ້ຕົກລົງວ່າດ້ວຍເຂດ ສະຫງວນຢູ່ໜ້າດິນຂອງວົງວຽນ ແລະ ທາງຫລວງຢູ່ເຂດພູດອຍທີ່ມີພື້ນ ທີ່ສູງຊັນ. ສໍາລັບວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງທ້ອງຖິ່ນ ໂດຍນໍາໃຊ້ຊັອບແວ ແລະ ເຄື່ອງມືທີ່ ທັນສະ ໄໝ RMS / Pr oMMS , VIMS, IRAMS ແລະ ອື່ນໆ; ສໍາເລັດ ການສ້າງຂີດຄວາມສາມາດໃຫ້ແກ່ພະ ນັກງານວິຊາການພະແນກ ຍທຂ ແຂວງ ແລະ ຫ້ອງການ ຍທຂ ເມືອງຢູ່ 6 ແຂວງໃນການສ້າງແຜນວຽກບູລະ ນະຮັກສາ ແລະ ສ້ອມແປງທາງຫລວງ ທ້ອງຖິ່ນ ໂດຍນໍາໃຊ້ລະບົບຄຸ້ມຄອງ ທາງຫລວງທ້ອງຖິ່ນ (ProMMS) ມີ ການວິເຄາະຂໍ້ມູນ ແລະ ຄັດເລືອກວິທີ ການສ້ອມແປງທາງຫລວງທ້ອງຖິ່ນ ຈໍານວນ 6 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 240 ເທື່ອຄົນ. ແນວໜ້າ, ທຸກສິ່ງຢ່າງ ເພື່ອຕີເອົາໄຊ ຊະນະ”. ພາຍຫລັງທີ່ໄດ້ກະກຽມ ມາໄລຍະໜຶ່ງ, ເຖິງເວລາ 17 ໂມງ ຂອງວັນທີ 17/3/1954 ກອງທັບ ແລະ ປະຊາຊົນຫວຽດນາມ ກໍໄດ້ ລັ່ນສຽງປືນບຸກໂຈມຕີສັດຕູ ໃນຂະ ນະທີ່ພວກເຂົາພວມເຜີຕົວ. ການບຸກ ໂຈມຕີດຽນບຽນຟູ ເປັນເວລາ 55 ວັນ-ຄືນ, ໄດ້ແບ່ງອອກເປັນ 3 ຄັ້ງ ໃຫຍ່ຄື:ການບຸກໂຈມຕີ ຄັ້ງທີ1ເລີ່ມ ແຕ່ວັນທີ 13-17/3/1954 ກອງ ທັບ ແລະ ປະຊາຊົນຫວຽດນາມ ໄດ້ ດັບສູນ2ກຸ່ມ ຖານທີ່ໝັ້ນຢູ່ໃນລາວ ແລະ ດົກເລິບຢ່າງຮາບຄາບ, ບັງ ຄັບໃຫ້ສັດຕູອອກມາຍອມຈໍານົນ ຢູ່ຈຸດບ້ານແກ້ວ, ທໍາລາຍສິ່ງກີດ ກັ້ນ, ເປີດທາງໄປສູ່ທິດເໜືອ ຂອງ ຖານທັບສັດຕູ. ການບຸກໂຈມຕີ ຄັ້ງ ທີ 2 ເລີ່ມແຕ່ວັນທີ 30/3 ຮອດ ທ້າຍເດືອນ 4/1954, ຮັດແຄບວົງ ປິດລ້ອມ ເພື່ອແບ່ງແຍກສັດຕູອອກ ແລ້ວບຸກໂຈມຕີຢ່າງລຽນຕິດ, ຢຶດ

RkJQdWJsaXNoZXIy MTc3MTYxMQ==